ການພັດທະນາດ້ານສັງຄົມ

ລັດຖະບານວາງແຜນງົບປະມານເພື່ອຫຼຸດຜ່ອນຄວາມທຸກຍາກ 2,548 ພັນຕື້ກີບ

(ຂປລ) ລັດຖະບານວາງແຜນງົບປະມານ 2,548 ພັນຕື້ກີບສຳລັບພາລະກິດຫຼຸດຜ່ອນຄວາມທຸກຍາກໃນປີໜ້າ.ລັດຖະບານມີແຜນມຸ່ງໝັ້ນ ໃນການເຮັດໃຫ້ 4,649 ຄອບຄົວໃນ 220 ບ້ານທົ່ວປະເທດ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານພາຍໃນປີໜ້າ, ຕາມການລາຍງານຂອງທ່ານ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນກອປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 29 ພະຈິກທີ່ຜ່ານມາ.ອ່ານຕໍ່ ...

ບັນນາທິການ ຂປລ

ເຢຍລະມັນ ແລະ EU ສືບຕໍ່ເສີມຂະຫຍາຍການຮ່ວມມືນ່ານນ້ຳລະຫວ່າງຊາຍແດນໃນພາກພື້ນລຸ່ມນ້ຳຂອງ

(ຂປລ) ຄະນະກຳມາທິການແມ່ນ້ຳຂອງ (MRC) ຮ່ວມກັບລັດຖະບານເຢຍລະມັນ ແລະ ສະຫະພາບເອີຣົບ (EU) ລົງນາມໃນຂໍ້ຕົກລົງມູນຄ່າ 8.92 ລ້ານຢູໂຣ ຫຼື ປະມານ 10 ລ້ານໂດລາສະຫະລັດ ໃນວັນທີ 28 ພະຈິກ ເພື່ອເສີມຂະຫຍາຍການຮ່ວມມືນ່ານນ້ຳລະຫວ່າງຊາຍແດນໃນພາກພື້ນລຸ່ມນ້ຳຂອງ, ຄຽງຄູ່ກັບກອງປະຊຸມຄັ້ງທີ 25 ຂອງສະພາ MRC.ອ່ານຕໍ່ ...

ຂປລ

ເສີມຂະຫຍາຍເຄືອຂ່າຍກາຍຮ່ວມມືລັດ ເອກະຊົນ ເພື່ອປັບປຸງການຄວບຄຸມພະຍາດໄຂ້ປ່າໃນລາວ

(ຂປລ) ນະໂຍບາຍແຫ່ງຊາດເພື່ອຄວບຄຸມ ແລະ ລຶບລ້າງພະຍາດປ່າ2016-2020 ຂອງສູນໄຂ້ຍູງ, ແມ່ກາຝາກ ແລະ ແມງໄມ້ ເຊິ່ງເປັນແຜນຍຸດທະສາດເທື່ອທີຫ້າກ່ຽວກັບການລຶບລ້າງພະຍາດໄຂ້ປ່າໃນ ສປປ ລາວ ມີເປົ້າໝາຍແນໃສ່ການຄວບຄຸມ ແລະ ລຶບລ້າງພະຍາດໄຂ້ປ່າໃນບັນດາແຂວງພາກເໜືອ ແລະ ພາກໃຕ້ ເຊິ່ງພົບວ່າຍັງມີການລະບາດຂອງພະຍາດດັ່ງກ່າວ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ປະຊາຊົນເມືອງສະໜາມໄຊຫຼາຍພັນຄົນໄດ້ຮັບການສັກຢາປ້ອງກັນພະຍາດໄຂ້ທໍລະພິດ

(ຂປລ) ເຈົ້າໜ້າທີ່ສາທາລະນະສຸກໄດ້ລົງສັກຢາປ້ອງກັນພະຍາດໄຂ້ທໍລະພິດ ໃຫ້ກັບປະຊາຊົນທີ່ມີອາຍຸແຕ່ 6 ເດືອນ ເຖິງ 45 ປີຈຳນວນກວ່າ 9,100 ຄົນ ທີ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ປະສົບໄພນ້ຳຖ້ວມຄັ້ງຮ້າຍແຮງໃນເດືອນກໍລະກົດທີ່ຜ່ານມາ.ອ່ານຕໍ່ ...

ບັນນາທິການ ຂປລ

ນາຍົກຮຽກຮ້ອງໃຫ້ມີການຮ່ວມມືເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ເດັກຍິງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮອງໃຫ້ທຸກພາກສ່ວນຮ່ວມມືກັນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທີ່ເຫັນວ່າຍັງຄົງມີຢູ່ໃນສັງຄົມປະຈຸບັນ.ນາຍົກໄດ້ກ່າວໂອວາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນລຶບລ້ານການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ຄຽງຄູ່ກັບບັນດາປະເທດທົ່ວໂລກ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ສະມາຊິກສະພາແຫ່ງຊາດຮຽກຮ້ອງການແກ້ໄຂບັນຫາການແຕ່ງງານທີ່ບໍ່ຖືກຕ້ອງຕາມກົດໝາຍ

(ຂປລ) ສະມາຊິກສະພາແຫ່ງຊາດຮຽກຮ້ອງໃຫ້ລັດຖະບານ ແລະ ອຳນາດການປົກຄອງ ດຳເນີນການແກ້ໄຂບັນຫາສັງຄົມ ເຊັ່ນການແຕ່ງງານທີ່ບໍ່ຖືກຕ້ອງຕາມກົດໝາຍລະຫວ່າງຄົນລາວກັບຊາວຕ່າງປະເທດ ເນື່ອງຈາກການກະທຳດັ່ງກ່າວມັກເຮັດໃຫ້ແມ່ຍິງລາວຕົກເປັນເຫຍື່ອຂອງການຄ້າມະນຸດ.ອ່ານຕໍ່ ...

ຂປລ

ການປາບປາມກຸ່ມຄົນຊາວມົ້ງໃນລາວ

ເປັນເວລາປະມານໜຶ່ງເດືອນມາແລ້ວທີ່ກຸ່ມຊາວມົ້ງທີ່ລີ້ຊ່ອນຢູ່ໃນປ່າດົງທາງພາກເໜືອຂອງລາວຕົກຢູ່ພາຍໃຕ້ການໂຈມຕີຈາກກອງທະຫານລາວ. ອົງການຈັດຕັ້ງເພື່ອຊາດ ແລະ ປະຊາຊົນທີ່ບໍ່ມີດິນແດນ (UNPO) ໄດ້ເປີດເຜີຍຂໍ້ມູນຫຼ້າສຸດກ່ຽວກັບການຕໍ່ສູ້ລາຍວັນຜ່ານທາງໜ່ວຍຂ່າວມົ້ງ Timeline, ເພື່ອສືບຕໍ່ຮຽກຮ້ອງໃຫ້ໜ່ວຍງານສາກົນໃຫ້ການຊ່ວຍເຫຼືອກຸ່ມຄົນດັ່ງກ່າວຢ່າງເລັ່ງດ່ວນ.ອ່ານຕໍ່ ...

ບັນນາທິການ UNPO

ກອງປະຊຸມວິຊາການລະດັບພາກພື້ນລວມກຳລັງຕ້ານການແຜ່ລະບາດຂອງພະຍາດ

ລາວຈະຮ່ວມມືກັບບັນດາປະເທດໃນພາກພື້ນລຸ່ມແມ່ນ້ຳຂອງ ເພື່ອຕ້ານການແຜ່ລະບາດຂອງພະຍາດຕິດແປດ ແລະ ປັບປຸງການບໍລິການການແພດສຸກເສີນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລັດຖະມົນຕີເຊື່ອວ່າ: ຍັງມີຫຼາຍຄອບຄົວທີ່ຢູ່ຫຼຸດມາດຖານຄວາມທຸກຍາກ

 ຍັງມີຫຼາຍຄອບຄົວໃນບັນດາແຂວງທົ່ວປະເທດ ເຊື່ອວ່າອາດຢູ່ຫຼຸດມາດຖານຄວາມທຸກຍາກ ເນື່ອງຈາກໄພນ້ຳຖ້ວມໃນປີນີ້- ເຊິ່ງເປັນຄັ້ງຮ້າຍແຮງໃນຮອບຫຼາຍທົດສະວັດ,  ລັດຖະມົນຕີລາຍງານຕໍ່ຄະນະລັດຖະບານ.ບົດລາຍງາຍຄວາມຄືບໜ້າເບື້ອງຕົນກ່ຽວກັບວຽກງານການຫຼຸດຜ່ອນຄວາມທຸກຍາກສະແດງໃຫ້ເຫັນວ່າ ຈຳນວນຄົວເຮືອນທີ່ຈັດຢູ່ໃນສະຖານະທຸກຍາກຢ່າງເປັນທາງການຫຼຸດລົງຈາກ 76,318 ຄົວເຮືອນໃນປີ 2016 ມາເປັນ 64,593 ຄົວເຮືອນໃນປີ 2018, ຫຼືຈາກ 6.53% ມາເປັນ 5.34%, ຕາມການລາຍງານຂອງທ່ານ ປອ ຫຼຽນ ທິແກ້ວ ຕໍ່ກອງປະຊຸມປະຈຳເດືອນຂອງຄະນະລັດຖະບານອາທິດແລ້ວນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ສ ເກົາຫຼີມອບທຶນຊ່ວຍເຫຼືອສຳລັບເດັກທີ່ມີບັນຫາໂລກຫົວໃຈ

(ຂປລ) ລັດຖະບານສາທາລະນະລັດເກົາຫຼີ ມອບເງິນບໍລິຈາກຈຳນວນ  282 ລ້ານວອນເກົາຫຼີ (ຫຼືປະມານ 249,329 ໂດລາສະຫະລັດ) ເພື່ອຊ່ວຍເຫຼືອໃນການປິ່ນປົວຂັ້ນພື້ນຖານສຳລັບເດັກນ້ອຍທີ່ມີບັນຫາດ້ານໂລກຫົວໃຈ ໃນພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື ທາງພາກໃຕ້ຂອງລາວ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

xYVh5
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!