ການພັດທະນາດ້ານສັງຄົມ

DVV ສາກົນບໍລິຈາກອຸປະກອນການສຶກສາໃຫ້ແກ່ກົມການສຶກສານອກລະບົບ

(ຂປລ) DVV ສາກົນໄດ້ມອບປຶ້ມອ່ານ 5,470 ຫົວ ພ້ອມດ້ວຍອຸປະກອນການສຶກສາອື່ນໆ ລວມມູນຄ່າ 180 ລ້ານກີບ ໃຫ້ແກ່ກົມການສຶກສານອກລະບົບ ກະຊວງສຶກສາທິການ ແລະ ກິລາ.ພິທີມອບດັ່ງກ່າວແມ່ນຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 14 ມັງກອນອ່ານຕໍ່ ...

ຂປລ

ປີ 2018 ມີນັກສຶກສາລາວຫຼາຍພັນໄປສຶກສາຢູ່ຕ່າງແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຊ່ວງ 9 ເດືອນຕົ້ນປີ 2018 ມີນັກສຶກສາລາວກວ່າ 2,000 ຄົນໄປສຶກສາຢູ່ຕ່າງປະເທດ, ຕາມບົດລາຍງານທາງການ.ໂຄສົກຈາກກົມການສຶກສາ, ກະຊວງສຶກສາທິການ ແລະ ກິລາ ລາຍງານຜ່ານໜັງສືພິມວຽງຈັນທາມສ໌ວ່າ ແຕ່ເດືອນມັງກອນຫາເດືອນກັນຍາປີ 2018, ມີນັກສຶກສາລາວ 2,291 ໄປສຶກສາຢູ່ໃນ 27 ປະເທດທົ່ວໂລກ. ໃນຈຳນວນດັ່ງກ່າວ 1,980 ຄົນແມ່ນໄດ້ຮັບທຶນການສຶກສາ ແລະ ທຶນແລກປ່ຽນຂອງລັດຖະບານປະເທດຕ່າງໆ, ໃນຂະນະທີ່ອີກ 311 ຄົນແມ່ນເດີນທາງໄປສຶກສາດ້ວຍທຶນສ່ວນຕົວ.ອ່ານຕໍ່ ...

ໂຕະຂ່າວ

ພາກພື້ນແມ່ຂອງຫາລືກ່ຽວກັບຜົນກະທົບຂອງຄວາມເຊື່ອຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າຈາກບັນດາປະເທດໃນພາກພື້ນແມ່ຂອງຄື ລາວ, ກຳປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ ປະຊຸມກັນເພື່ອຮັດແໜ້ດຄວາມເຂົ້າໃຈກ່ຽວກັບຜົນກະທົບຂອງຄວາມເຊື່ອ ແລະ ການປະຕິບັດກ່ຽວກັບເພດ ເພື່ອຕ້ານການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງ.ອ່ານຕໍ່  ...

ວຽງດາວັນ ບັນພະຮັກສາ

ຄວາມຄືບໜ້າການກໍ່ສ້າງໂຮງໝໍແຂວງຫົວພັນ ເພື່ອຮັດແໜ້ນການຮ່ວມມືລາວ-ຫວຽດ

ການກໍ່ສ້າງອາຄານໃໝ່ຂອງໂຮງໝໍແຂວງຫົວພັນ ເພື່ອຮັດແໜ້ນສາຍພົວພັນອ້າຍນ້ອງລະຫວ່າງລາວ ແລະ ຫວຽດນາມ ປະຈຸບັນດຳເນີນສຳເລັດແລ້ວ 25%. “ໂຄງການກໍ່ສ້າງໂຮງໝໍດັ່ງກ່າວຄືບໜ້າໄປດ້ວຍດີ ແລະ ການກໍ່ສ້າງແມ່ນສຳເລັດແລ້ວ 25% ຫຼັງຈາກທີ່ໄດ້ເລີ່ມລົງມືມາຕັ້ງແຕ່ ເດືອນມິຖຸນາ ປີ 2018. ເຊິ່ງຄາດວ່າຈະໃຫ້ສຳເລັດພາຍໃນທ້າຍປີນີ້” ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ພິທີມອບອາຄານຮຽນພາຍໃຕ້ທຶນຊ່ວຍເຫຼືອຂອງທະນາຄານຈີນໃຫ້ແກ່ຊຸມຊົນທ້ອງຖິ່ນ

ວຽງຈັນ, 7 ມັງກອນ (ຊິນຫົວ) — ຄູອາຈານ ແລະ ນັກຮຽນໂຮງຮຽນປະຖົມບ້ານຫົວຊຽງ ນະຄອນຫຼວງວຽງຈັນໄດ້ຮັບອາຄານຮຽນໃໝ່ ທີ່ໄດ້ຮັບການກໍ່ສ້າງພາຍໃຕ້ທຶນຊ່ວຍເຫຼືອຂອງທະນາຄານການຄ້າ ແລະ ອຸດສາຫະກຳແຫ່ງປະເທດຈີນ  (ICBC).ອ່ານຕໍ່ ...

zh

ອີຢູ ສົ່ງເສີມການຍົກລະດັບດ້ານໂພຊະນາການ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານໃນແຂວງຄຳມ່ວນ

ກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການ ແລະ ອົງການສົ່ງເສີມສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກ (HPA) ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈສຳລັບ ໂຄງການ ການຮ່ວມມືເພື່ອເສີມຂະຫຍາຍການຄວາມສາມາດໃນການຮອງຮັບໄພພິບັດ ແລະ ການສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການສຳລັບຊຸມຊົນທີ່ມີຄວາມສ່ຽງໃນແຂວງຄຳມ່ວນ.ໂຄງການດັ່ງກ່າວມີໄລຍະດຳເນີນການສາມປີ ດ້ວຍທຶນຈຳນວນ 2.8 ລ້ານຢູໂຣ ພາຍໃຕ້ການສະໜັບສະໜູນຂອງສະຫະພາບເອີຣົບ.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ປີ 2018 ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ປ່າ 19 ຄົນໃນລາວ

(ຂປລ) ພະຍາດໄຂ້ປ່າ ເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ໃນຈຳນວນຜູ້ຕິດເຊື້ອກວ່າ 6,000 ກໍລະນີໃນປີ 2018, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.ກອງປະຊຸມປະຈຳປີຂອງກົມຄັ້ງວັນທີ 2 ມັງກອນລາຍງານວ່າ ໃນປີ 2017 ມີຜູ້ຕິດເຊື້ອໄຂ້ປ່າ 10,067 ກໍລະນີ, ໃນນັ້ນມີຜູ້ເສຍຊີວິດ 14 ຄົນ.ອ່ານຕໍ່ ...

ບັນນາທິການ ຂປລ

ລັດຖະບານຮ່າງແຜນພັດທະນາການສຶກສາສຳລັບປີ 2019

ລັດຖະບານວາງແຜນເພື່ອຍົກລະດັບມາດຕະຖານການສຶກສາປີ 2019 ໂດຍການເພີ່ມທະວີອັດຕາການເຂົ້າໂຮງຮຽນ ແລະ ຮັບປະກັນວ່າເດັກນ້ອຍຮຽນຈົບຊັ້ນປະຖົມເປັນຢ່າງຕ່ຳໃນອັດຕາທີ່ເພີ່ມຂຶ້ນ.ການບັນລຸເປົ້າໝາຍດັ່ງກ່າວຈະຊ່ວຍສົ່ງເສີມເປົ້າໝາຍຕາມແຜນພັດທະນາຂະແໜງການສຶກສາພາຍໃນປີ 2020.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ໂຮງໝໍເດັກຍົກລະດັບມາດຕະຖານການປິ່ນປົວ

ໂຮງໝໍເດັກນະຄອນຫຼວງວຽງຈັນຈະສືບຕໍ່ຍົກລະດັບຄວາມສາມາດຂອງແພດໝໍເດັກ ແລະ ພະຍາບານ ເພື່ອໃຫ້ເຂົາເຈົ້າສາມາດສືບຕໍ່ປິ່ນປົວເດັກອາຍຸຫ້າປີລົງມາ ໃຫ້ໄດ້ດີກວ່າປີຜ່ານມາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງສັ່ງປິດຄລີນິກເອກະຊົນ 248 ແຫ່ງ

ຄລີນິກເອກະຊົນລວມ 248 ແຫ່ງທີ່ດຳເນີນໂດຍນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນທົ່ວປະເທດໄດ້ຮັບຄຳສັ່ງໃຫ້ປິດກິດຈະການເປັນການຊົ່ວຄາວ ຫຼັງຈາກທີ່ກະຊວງສາທາລະນະສຸກກວດພົບວ່າທຸລະກິດເຫຼົ່ານີ້ລະເມີດຕໍ່ລະບຽບການສາທາລະນະສຸກ.ໃນນີ້ ມີຄລີນິກເອກະຊົນໃນວຽງຈັນກວ່າ 120 ແຫ່ງ, ຢູ່ແຂວງສະຫວັນນະເຂດກວ່າ 40 ແຫ່ງ ແລະ ອຸດົມໄຊ 16 ແຫ່ງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

aFJTC
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!