ການພັດທະນາດ້ານສັງຄົມ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ US$17.3 ລ້ານໂດລາ ສຳລັບປັບປຸງສອງໂຮງໝໍໃນລາວ 

(ຂປລ) ໃນວັນທີ 23 ມັງກອນນີ້ ໄດ້ມີພິທີວາງສີລາເລີກ ທີ່ໂຮງໝໍເສດຖາທິລາດ ນະຄອນຫຼວງວຽງຈັນ ສຳລັບໂຄງການປັບປຸງໂຮງໝໍເສດຖາທິລາດ ແລະ ໂຮງໝໍແຂວງຈຳປາສັກ ພາຍໃຕ້ທຶນຊ່ວຍເຫຼືອຈາກຍີ່ປຸ່ນ ເຊິ່ງມີມູນຄ່າລວມກວ່າ US$ 17.3 ລ້ານໂດລາ.ໂຄງການດັ່ງກ່າວລວມມີການກໍ່ສ້າງອາຄານທີ່ຈຳເປັນ ແລະ ການສະໜອງອຸປະກອນການແພດສຳລັບສອງໂຮງໝໍ.ອ່ານຕໍ່ ...

ຂປລ

ລາວ, ລຸກຊຳບວກເນັ້ນການຮ່ວມມືໃນການພັດທະນາດ້ານສະຖິຕິ

ລັດຖະບານສອງຊາດ ເນັ້ນການດຳເນີນການຈັດຕັ້ງປະຕິບັດໂຄງການຮ່ວມມືລາວ-ລຸກຊຳບວກໃນຂະແໜງສະຖິຕິ (LLPS) ເພື່ອສົ່ງເສີມພາລະກິດຂອງລາວໃນການເກັບກຳ ແລະ ເຜີຍແຜ່ຂໍ້ມູນທາງສະຖິຕິທາງການທີ່ມີຄຸນນະພາບສູງ ໃຫ້ສອດຄ່ອງຕາມມາດຕະຖານສາກົນ.ອ່ານຕໍ່ ...

ພົມພົງ ເຫຼົ່າອິນ

ລັດຖະບານລາວຈັດລາຍການບູລິມະສິດການສຶກສາ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງວິທະຍາສາດ, ວິສະວະກຳ, ຂໍ້ມູນຂ່າວສານ, ກະສິກຳ ແລະ ສຶກສາສາດແມ່ນຂະແໜງບູລິມະສິດທີ່ລັດຖະບານສົ່ງເສີມໃຫ້ນັກສຶກສາລົງທະບຽນຮຽນໃນຫຼັກສູດການສຶກສາ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

LNCCI ຮ່ວມມືກັບສະຖາບັນລາວ-ຍີ່ປຸ່ນກ່ຽວກັບການຝຶກອົບຮົມດ້ານທຸລະກິດ

VIENTIANE (Vientiane Times/ANN) – ສູນລາວ-ຍື່ປຸນ ມະຫາວິທະຍາໄລແຫ່ງຊາດ (ມຊ) ມີຄວາມສົນໃຈໃນການຮ່ວມມືກັບສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໃນການສົ່ງເສີມການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs). ເພື່ອຈຸດປະສົງດັ່ງກ່າວ ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືໄລຍະສາມປີ ກ່ຽວກັບຍຸດທະສາດການຄຸ້ມຄອງຊັບພະຍາກອນມະນຸດໃນວັນສຸກແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ຊ່ຽວຊານຫາລືວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ HIV/AIDS ແຫ່ງຊາດຂອງລາວ

ວຽງຈັນ  (Vientiane Times/ANN) – ຊ່ຽວຊານສາທາຈັດກອງປະຊຸມທີ່ວຽງຈັນໃນວັນພະຫັດຜ່ານມາ ເພື່ອປຶກສາຫາລືກ່ຽວກັບການພັດທະນາໃນການປ້ອງກັນ ແລະ ຄວບຄຸມ HIV/AIDS ແລະ ພະຍາດຕິດຕໍ່ທາງເພດສຳພັນ (STI) ໃນທົ່ວປະເທດ.ທ່ານ ຮສ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຕໍ່ ກອງປະຊຸມຄະນະກຳມະການແຫ່ງຊາດວ່າດ້ວຍການຕ້ານເອດປະຈຳປີ 2019 ວ່າ ນີ້ເປັນໂອກາດອັນດີ ໃນການລາຍງານຄວາມຄືບໜ້າຂອງກິດຈະກຳ, ຫາລືແຜນການຮ່ວມ, ລວມເຖິງການປະເມີນຜົນພາລະກິດຂອງໂຄງການສ້າງຄວາມສາມາດເພື່ອປ້ອງກັນພະຍາດ HIV/AIDS/STI ພາຍໃຕ້ທຶນຂອງກອງທຶນຕ້ານເອດ, ວັນນະໂລກ ແລະ ໄຂ້ປ່າໂລກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ພິທີມອບອາຄານໂຮງໝໍພາຍໃຕ້ທຶນການຊ່ວຍເຫຼືອຂອງຈີນໃຫ້ລາວ

ວຽງຈັນ,​ 20 ມັງກອນ (ຊິນຫົວ) — ພິທີມອບ ແລະ ພິທີເປີດອາຄານການແພດຄົບວົງຈອນຂອງໂຮງໝໍ 103 ກອງທັບ ພາຍໃຕ້ການຊ່ວຍເຫຼືອຂອງຈີນ ໄດ້ມີຂຶ້ນທີ່ນະຄອນຫຼວງວຽງຈັນ. ອາຄານການແພດດັ່ງກ່າວ ພາຍໃຕ້ເນື້ອທີ່ລວມ 24,000 ຕາແມັດ ປະກອບໄປດ້ວຍຕຽງນອນຄົນເຈັບປະມານ 300 ຕຽງ ແລະ ຫ້ອງຜ່າຕັດ 6 ຫ້ອງ ສາມາດໃຫ້ບໍລິການປິ່ນປົວສຸຂະພາບສຳລັນຄົນເຈັບໂດຍສະເລ່ຍປະມານ 3,000 ຄົນຕໍ່ວັນ.ອ່ານຕໍ່ ...

Shi Yinglun

ແມ່ຍິງລາວຈຳນວນຫຼາຍຂຶ້ນໄດ້ຮັບປະໂຫຍດຈາກການຝຶກອົບຮົມ ແລະ ການເຂົ້າເຖິງວຽກງານ

ແມ່ຍິງກວ່າ 20,000 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມ ຫຼື ເຂົ້າເຖິງຕະຫຼາດແຮງງານໃນຂະແໜງການກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການບໍລິການໃນປີ 2018 ທີ່ຜ່ານມາ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ໂຄງການກໍ່ສ້າງໂຮງຮຽນທີ່ແຂວງອຸດົມໄຊ ພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ

(ຂປລ) ລັດຖະບານຍີ່ປຸ່ນທຳການມອບຮັບໂຮງຮຽນ ທີ່ກໍ່ສ້າງພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການຊ່ວຍເຫຼືອຍີ່ປຸ່ນເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP) ທີ່ເມືອງນາໝໍ້ ແຂວງອຸດົມໄຊ.ພິທີມອບດັ່ງກ່າວແມ່ນໄດ້ຈັດຂື້ນ ໃນວັນທີ 16 ມັງກອນ 2019 ທີ່ແຂວງອຸດົມໄຊ ລະຫວ່າງທ່ານ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງແຂວງອຸດົມໄຊ ແລະ ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ສ ເກົາຫຼີ ບໍລິຈາກລົດໂຮງໝໍສຳລັບແຂວງອັດຕະປື

(ຂປລ) ໃນວັນພຸດນີ້ ທ່ານ ຊິນ ຊຸງ ຊຸນ ເອກອັກຄະລັດຖະທູດສາທາລະນະລັດເກົາຫຼີ ໄດ້ມອບລົດໂຮງໝໍຈຳນວນ 3 ຄັນ ມູນຄ່າ US$ 156,000 ໂດລາ ໃຫ້ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເພື່ອສົ່ງມອບໃຫ້ແກ່ພະແນກສາທາລະນະສຸກແຂວງອັດຕະປື ແລະໂຮງໝໍແຂວງອັດຕະປື.ອ່ານຕໍ່ ...

ຂປລ

ໂຮງຮຽນມັດທະຍົມໜອງບອນໄດ້ຮັບທຶນຊ່ວຍເຫຼືອສຳລັບສູນພາສາຍີ່ປຸ່ນ

(ຂປລ) ລັດຖະບານຍີ່ປຸ່ນມອບທຶນຊ່ວຍເຫຼືອລ້າມູນຄ່າ USD 89,195  ໂດລາ ສຳລັບໂຄງການປັບປຸງສູນພາສາຍີ່ປຸ່ນ ທີ່ໂຮງຮຽນມັດທະຍົມໜອງບອນ ນະຄອນຫຼວງວຽງຈັນ ຜ່ານກອງທອນຊ່ວຍເຫຼືອສຳລັບໂຄງການສົ່ງເສີມພື້ນຖານວັດທະນະທຳ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

7YRMU
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!