ການພັດທະນາດ້ານສັງຄົມ

ກະຊວງ ແລະ ທະນາຄານໂລກຮັດແໜ້ນການຮ່ວມມືດ້ານການສຶກສາ

ກະຊວງສຶກສາທິການ ແລະ ກິລາ ແລະ ທະນາຄານໂລກຈະຮັດແໜ້ນສາຍພົວພັນ ແລະ ສືບຕໍ່ການຮ່ວມມືເພື່ອປັບປຸງມາດຕະຖານ ແລະ ໝາກຜົນຂອງລະບົບການສຶກສາໃນລາວ.ນີ້ແມ່ນຄຳເຫັນຈາກຄະນະຜູ້ແທນຈາກທະນາຄານໂລກ ເນື່ອງໃນໂອກາດການຢ້ຽມຢາມກະຊວງສຶກສາທິການ ແລະ ກິລາຢ່າງເປັນທາງການອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ມະຫາວິທະຍາໄລລາວປົດແອກຮ້ານບັນເທິງທີ່ສົ່ງສຽງລົບກວນ

ມະຫາວິທະຍາໄລແຫ່ງຊາດລາວໄດ້ເພິກຖອນບັນດາຮ້ານບັນເທິງທີ່ຕັ້ງຢູ່ໃກ້ກັບມະຫາວິທະຍາໄລເກີນໄປ ແລະ ມອບໝາຍໃຫ້ເຈົ້າໜ້າທີ່ທຳການຕິດຕາມຮ້ານບັນເທິງເປົ້າໝາຍຢ່າງໃກ້ຊິດ ເພື່ອໃຫ້ຈັດສັນຍົກຍ້າຍໄປສູ່ສະຖານທີ່ເໝາະສົມ.ໃນປີທີ່ຜ່ານມາ ທາງມະຫາວິທະຍາໄລໄດ້ຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງລະບົບເພື່ອກວດສອບຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທິງຕ່າງໆ ຕາມລະບຽບກົດໝາຍ ເພື່ອຈຳກັດການເພີ່ມຂຶ້ນຂອງປະກົດການຫຍໍ້ທໍ້ທາງສັງຄົມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ກຸ່ມສິດທິມະນຸດຊຸກຍູ້ລັດຖະບານລາວໃຫ້ກຸ່ມຄົນທຸກຍາກມີສ່ວນຮ່ວມໃນການຕັດສິນໃຈ, ກ່ອນການຢ້ຽມຢາມຂອງຊ່ຽວຊານສະຫະປະຊາຊາດ

ລັດຖະບານລາວຕ້ອງຮັບປະກັນວ່າ ກຸ່ມຄົນທຸກຍາກສາມາດເຂົ້າຮ່ວມຮ່ວມໃນຂະບວນການຕັດສິນໃຈທີ່ສົ່ງຜົນກະທົບຕໍ່ຊີວິດຂອງເຂົາເຈົ້າ, ກຸ່ມສິດທິມະນຸດກ່າວໃນວັນພຸດຜ່ານມາ, ກ່ອນໜ້າພາລະກິດການຄົ້ນຫາຄວາມຈິງໃນປະເທດອາຊີຕາເວັນອອກສຽງໃຕ້ຂອງຊ່ຽວຊານສະຫະປະຊາຊາດ.ອ່ານຕໍ່ ...

RFA’s Lao Service

ກະຊວງສາທາມີງົບ 2,800 ຕື້ກີບເພື່ອປັບປຸງດ້ານການບໍລິການໃນລາວ

ລັດຖະບານໄດ້ຈັດສັນງົບປະມານກວ່າ 2,800 ຕື້ກີບສຳລັບການພັດທະນາບຸກຄະລາກອນ ແລະ ປັບປຸງຂະແໜງການສາທາລະນະສຸກໃນປີ 2019. ງົບປະມານດັ່ງກ່າວຈະຊ່ວຍໃນການປະຕິບັດແຜນການພັດທະນາຂະແໜງສາທາລະນະສຸກໄລຍະຫ້າປີ (2016-2020) ແລະ ເປົ້າໝາຍການພັດທະນາແບບຍືນຍົງທີ່ກ່ຽວຂ້ອງກັບວຽກງານສາທາລະນະສຸກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຜູ້ປະສົບໄພນ້ຳຖ້ວມໃນລາວຜະເຊີນກັບໄຂ້ຍູງ ແລະ ການຂາດໂພຊະນາການ

ຫົກເດືອນຫຼັງຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ທາງພາກໃຕ້ຂອງລາວ ເຮັດໃຫ້ເກີດໄພນ້ຳຖ້ວມທຳລາຍເຮືອນຊານບ້ານຊ່ອງ, ປະຊາຊົນທີ່ລອດຊີວິດໃນປະຈຸບັນກຳລັງຜະເຊີນໄພຈາກພະຍາດໄຂ້ຍູງ ແລະ ພາວະທຸພະໂພຊະນາການ.ອ່ານຕໍ່ ...

PRATCH RUJIVANAROM 

ການກໍ່ສ້າງໂຮງໝໍໃໝ່ແຂວງຊຽງຂວາງສຳເລັດເກືອບເຄິ່ງໜຶ່ງ

ການກໍ່ສ້າງອາຄານໂຮງໝໍຫົກຊັ້ນ ທີ່ເມືອງແປກ ແຂວງຊຽງຂວາງ ເຊິ່ງມີມູນຄ່າລວມ 82 ຕື້ກີບສຳເລັດແລ້ວເກືອບເຄິ່ງໜຶ່ງ. ປະຈຸບັນໜ້າວຽກກໍ່ສ້າງທີ່ເລີ່ມລົງມືມາແຕ່ປີ 2017 ແມ່ນສຳເລັດແລ້ວ 42% ແລະຄາດວ່າຈະໃຫ້ສຳເລັດພາຍໃນປີ 2020. ອາຄານໂຮງໝໍດັ່ງກ່າວຈະລວມມີພະແນກກວດເຂດນອກ, ຕຽງນອນຄົນເຈັບ 200 ຕຽງ, ຫ້ອງປິ່ນປົວພະຍາດ, ຫ້ອງບໍລິການສາທາລະນະສຸກ ແລະ ຫ້ອງການ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ຍີ່ປຸ່ນສະໜັບສະໜູນການສົ່ງເສີມບົດບາດຄົນພິການທາງສະຕິປັນຍາໃນລາວ

(ຂປລ) ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 217,000 ໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການສົ່ງເສີມບົດບາດຜູ້ພິການໃນ ສປປ ລາວ.ພິທີເຊັນສັນຍາໂຄງການໄດ້ຈັດຂຶ້ນທີ່ສະຖານທູດຍີ່ປຸ່ນໃນວັນທີ 31 ມັງກອນອ່ານຕໍ່ ...

ຂປລ

ຍີ່ປຸ່ນສະໜັບສະໜຸນໂຄງການກຸມມານລະເວດແຂວງຫົວພັນຂອງລາວ.

(ຂປລ) ລັດຖະບານຍີ່ປຸ່ນໄ້ໃຫ້ທຶນຊ່ວຍເຫຼືອລ້າກວ່າ US$ 281,000 ໂດລາສຳລັບໂຄງການກຸມມານລະເວດແຂວງຫົວພັນ ທາງພາກເໜືອຂອງລາວ.ໂຄງການດັ່ງກ່າວມີຊື່ວ່າ “ການຍົກລະດັບລະບົບກຸມມານລະເວດແຂວງຫົວພັນ ຜ່ານການສ້າງຄວາມສາມາດໃຫ້ແກ່ບຸກຄະລາກອນການແພດ ແລະ ແພດຊຸມຊົນ” ແມ່ນກ້າວມາເຖິງປີທີສາມ ແລະ ແນໃສ່ປະກອບສ່ວນຫຼຸດຜ່ອນອັດຕາການຕາຍຂອງເດັກທີ່ມີອາຍຸຫບໍ່ເກີນ 5 ປີທີ່ເມືອງຊອນ ແລະ ເມືອງຫົວເມືອງ ໂດຍການສົ່ງເສີມການບໍລິການດ້ານກຸມມານລະເວດຕາມສຸກສາລາ ດ້ວຍການເພີ່ມທະວີຄວາມເຂົ້າໃຈຂອງຊາວບ້ານກ່ຽວກັບບັນຫາສຸຂະພາບເດັກ ຜ່ານກິດຈະກຳເພື່ອສົ່ງເສີມສຸຂະພາບຂອງຄະນະກຳມະການສາທາລະນະສຸກບ້ານ.ອ່ານຕໍ່ ...

ຂປລ

ອີຢູຊ່ວຍເຫຼືອດ້ານການສົ່ງເສີມໂພຊະນາການໃນບັນດາແຂວງພາກເໜືອຂອງລາວ

ອົງການຊ່ວຍເຫຼືອເດັກ ແລະ ອົງການແຄສາກົນປະຈຳລາວຮ່ວມກັບພະແນກສາທາລະນະສຸກແຂວງຫຼວງນ້ຳທາ ແລະ ຫຼວງພະບາງ ປັບປຸງດ້ານໂພຊະນາການໃນສິບເມືອງຂອງສອງແຂວງດັ່ງກ່າວ.ໂຄງການດັ່ງກ່າວຈະໃຊ້ທຶນ 47 ຕື້ກີບ (US$5.4 ລ້ານໂດລາ) ໃນການຈັດຕັ້ງປະຕິບັດໃນເຈັດເມືອງຂອງແຂວງຫຼວງພະບາງ ແລະ 6 ຕື້ກີບ (US$1.8 ລ້ານໂດລາ) ສຳລັບການຈັດຕັ້ງປະຕິບັດໃນສາມເມືອງຂອງແຂວງຫຼວງນ້ຳທາ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ເຈົ້າໜ້າທີ່ຈະສັັ່ງປິດຄລີນິກເອກະຊົນໃນລາວ

ເຈົ້າໜ້າທີ່ສາທາກ່າວວ່າ ຄລີນິກເອກະຊົນ ຂະໜາດນ້ອຍຈຳນວນໜຶ່ງທີ່ເປັນເຈົ້າຂອງ ຫຼື ດຳເນີນໂດຍຊາວຕ່າງປະເທດຈະຖືກສັ່ງປິດພາຍໃນທ້າຍປີນີ້ ຫຼັງຈາກທີ່ພົບວ່າເຂົາເຈົ້າລະເມີດຕໍ່ລະບຽບການ.ຄຳສັ່ງປິດດັ່ງກ່າວຈະເປັນການຫຼຸດຜ່ອນຄຳຮ້ອງຮຽນຂອງປະຊາຊົນຜ່ານກົມກອງ. ນອກຈາກນີ້ ຍັງເປັນການຕັກເຕືອນກ່ຽວກັບການໂຄສະນາເກີນຈິງຂອງບັນດາຄລີນິກເອກະຊົນຂອງຕ່າງປະເທດທີ່ມີມາຢ່າງຕໍ່ເນື່ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

tRY7L
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!