ການພັດທະນາດ້ານສັງຄົມ

ພິທີວາງສິລາເລີກໃນການກໍ່ສ້າງວິທະຍາເຂດວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ

ການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງໄດ້ເລີ່ມລົງມືແລ້ວ ທີ່ນະຄອນວຽງຈັນ ເຊິ່ງຈະຊ່ວຍເພີ່ມປະລິມານນັກສຶກສາໃນການຮ່ຳຮຽນຫຼັກສູດວິຊາສະເພາະທີ່ສາມາດນຳໃຊ້ໃນການປະກອບອາຊີບ ເຊັ່ນການປະຕິບັດການດ້ານກົນຈັກ.ການກໍ່ສ້າງວິທະຍາເຂດວິທະຍາໄລດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານລາວ ແລະ ເຢຍລະມັນ ແລະ ຈະເພີ່ມທາງເລືອກສຳລັບນັກສຶກສາທີ່ຮຽນຈົບຊັ້ນມັດທະຍົມ ທີ່ຕ້ອງການຮ່ຳຮຽນໃນຂະແໜງວິຊາຊີບ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ນັກສຶກສາລາວໄດ້ແຮງບັນດານໃຈຈາກງານວາງສະແດງກ່ຽວກັບການສຶກສາອອສ໌ເຕຣເລຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານອອສ໌ເຕຣເລຍເປີດໂອກາດໃຫ້ນັກສຶກສາລາວຫຼາຍຮ້ອຍຄົນ ໃນການພົບປະກັບຕົວແທນຈາກມະຫາວິທະຍາໄລຈາກອອສ໌ເຕຣເລຍ ໃນງານວາງສະແດງການສຶກສາອອສ໌ເຕຣເລຍ ທີ່ວຽງຈັນ ແລະ ຮຽນຮູ້ກ່ຽວກັບວ່າເປັນຫຍັງ ອອສ໌ເຕຣເລຍ ຈຶ່ງເປັນໜຶ່ງໃນສາມປະເທດຕົວເລືອກຍອດນິຍົມຂອງບັນດານັກສຶກສາຕ່າງປະເທດທົ່ວໂລກ.ອອສ໌ເຕຣເລຍ ມີມະຫາວິທະຍາໄລເຈັດແຫ່ງທີ່ຕິດອັນດັບໜຶ່ງໃນຮ້ອຍຂອງມະຫາວິທະຍາໄລທົ່ວໂລກ ຄື ມະຫາວິທະຍາໄລເມວເບີນ, ຊິດນີ, ຄວີນສ໌ແລນ, ອະດິເລດ, ນິວເຊົາເວວສ໌, ມະຫາວິທະຍາໄລແຫ່ງຊາດອອສ໌ເຕຣເລຍ ແລະ ມະຫາວິທະຍາໄລໂມນາສ໌. ເຈັດມະຫາວິທະຍາໄລຊື່ດັງນີ້ ລວມເຖິງມະຫາວິທະຍາໄລອື່ນອີກເຈັດແຫ່ງ ໄດ້ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວ, ຕາມບົດຂ່າວຈາກສະຖານທູດອອສ໌ເຕຣເລຍປະຈຳ ສປປ ລາວ.ເບິ່ງ www.australiaawardslaos.org ກ່ຽວກັບລາຍລະອຽດການສະໝັກ.ອ່ານຕໍ່ ...

ໂຕະຂ່າວ

ການສ້າງຄວາມເຂັ້ມແຂງດ້ານຄວາມສາມາດຂອງພາກລັດ ເພື່ອປັບປຸງການນຳໃຊ້ຂໍ້ມູນເພື່ອການສົ່ງເສີມໂພຊະນາການ

(ຂປລ) ເພື່ອເປັນສ່ວນໜຶ່ງຂອງການລິເລີ່ມລະບົບຂໍ້ມູນຂ່າວສານດ້ານໂພຊະນາການແຫ່ງຊາດ (NIPN), ສະຫະພາບເອີຣົບ (EU) ແລະ ອົງການຢູນິເຊັບ UNICEF ໄດ້ມີການສ້າງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ພາກລັດ ເພື່ອປັບປຸງການນຳໃຊ້ຫຼັກຖານ ແລະ ຂໍ້ມູນຂ່າວສານໃນການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ໂຄງການທີ່ກ່ຽວຂ້ອງກັບວຽກງານໂພຊະນາການ ຜ່ານກອງປະຊຸມວິຊາການທີ່ວຽງຈັນໃນວັນທີ 3 ເມສາ.ກອງປະຊຸມພາຍໃຕ້ຫົວຂໍ້ “ການສະໜັບສະໜູນການຈັດຕັ້ງປະຕິບັດວົງຈອນການປະຕິບັດງານ NIPN: ການສ້າງຂໍ້ຄຳຖາມທີ່ກ່ຽວຂ້ອງກັບນະໂຍບາຍ ແລະ ການວິເຄາະຂໍ້ມູນທີ່ມີຢູ່” ໄດ້ສົ່ງເສີມການສ້າງຄວາມສາມາດຂອງທີມງານໃນການປະຕິບັດການລິເລີ່ມ, ໃຫ້ທິດທາງ ແລະ ຫາລືກ່ຽວກັບບູລິມະສິດໃນແຜນດຳເນີນງານ ສຳລັບຫົກເດືອນຕໍ່ໜ້າ.ອ່ານຕໍ່ ...

ຂປລ

ການຄວບຄຸມພະຍາດຕິດຕໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແຕ່ຍັງຕໍ່ເດີນໜ້າສືບຕໍ່

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຂະນະທີ່ວຽກງານການຄວບຄຸມພະຍາດຕິດຕໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ, ຂະແໜງການດັ່ງກ່າວຍັງຕ້ອງສືບຕໍ່ຝຶກອົບຮົມແພດໝໍ ແລະ ພະຍາບານໃນວຽກງານດັ່ງກ່າວ ເພື່ອສົ່ງເສີມສຸຂະພາບຂອງປະຊາຊົນຮອບດ້ານ.ການຝຶກອົບຮົມຈະສ້າງໂອກາດໃນການນຳໃຊ້ລະບົບການປ້ອງກັນການລະບາດຂອງພະຍາດ, ການພັດທະນາລະບົບຂໍ້ມູນຂ່າວສານສາທາລະນະສຸກ, ແລະ ສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການລາຍງານ ກ່ຽວກັບການລະບາດຂອງພະຍາດໃນກໍລະນີສຸກເສີນ ເພື່ອຄຸ້ມຄອງປະສິດທິພາບຂອງຂະແໜງການສາທາລະນະສຸກໃນຊ່ວງວິກິດການ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

HIV/AIDS risk groups still a healthcare challenge in Laos

ວຽງຈັນ (ວຽງຈັນທາມສ໌/ANN) – ການປ້ອງກັນກຸ່ມສ່ຽງໃນການຮັບເຊື້ອ HIV/AIDS  ແລະ ການປິ່ນປົວແມ່ນສິ່ງທ້າທາຍຕົ້ນຕໍສຳລັບເຈົ້າໜ້າທີ່ສາທາລະນະສຸກຂອງລາວ ໃນຂະນະທີ່ອັດຕາການຮັບເຊື້ອຍັງສືບຕໍ່ເພີ່ມຂຶ້ນ.ນີ້ແມ່ນຂໍ້ຄວາມຈາກ ດຣ ພອນໄສ ຣັດຕະນະວົງ ຊ່ຽວຊານຈາກສູນຕ້ານພະຍາດ HIV/AIDS  ແລະ ພະຍາດຕິດຕໍ່ທາງເພດສຳພັນ, ເຊິ່ງເປີດເຜີຍວ່າ ອັດຕາການຕິດເຊື້ອ HIV/AIDS ໃນລາວຍັງຄົງສືບຕໍ່ເພີ່ມຂຶ້ນ ເຊິ່ງໃນແຕ່ລະປີມີລາຍງາຍຜູ້ຕິດເຊື້ອໃໝ່ 1,000 ກໍລະນີ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ປະກາດຜົນການສອບເສັ່ງນັກຮຽນເກັ່ງຊັ້ນມັດທະຍົມທົ່ວປະເທດ

ໃນອາທິດແລ້ວນີ້ໄດ້ມີການປະກາດລາຍຊື່ນັກຮຽນເກັ່ງ 8 ຄົນທີ່ໄດ້ຊະນະເລີດໃນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມແຫ່ງຊາດປະຈຳສົກຮຽນ 2018-2019 ທີ່ນະຄອນຫຼວງວຽງຈັນ. ນັກຮຽນເກັ່ງຊັ້ນມັດທະຍົມແປດຄົນໃນລະດັບຊັ້ນ ມໍ4 ແລະ ມໍ7  ໄດ້ຮັບວາງວັນຊະນະເລີດຫຼັງຈາກທີ່ສອບເສັງທົ່ວປະເທດໄດ້ຄະແນນສູງສຸດໃນວິຊາວັນນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເກົາຫຼີຈະຊ່ວຍເຫຼືອ US$4 ລ້ານໂດລາດ້ານເຕັກໂນເພື່ອສະກັດກັ້ນການລະບາດຂອງພະຍາດຕິດຕໍ່

ລັດຖະບານສາທາລະນະລັດເກົາຫຼີຄາດຄະເນງົບປະມານ ປະມານ US$4 ລ້ານໂດລາເພື່ອຊ່ວຍເຫຼືອເພີ່ມເຕີມສຳລັບລາວແຕ່ປີ 2019-2023 ໃນການປັບປຸງລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອສະກັດກັ້ນການລະບາດຂອງພະຍາດຕິດຕໍ່.ພິທີເຊັນບົດບັນທຶກຄວາມເຂົ້າໃຈສຳລັບການຊ່ວຍເຫຼືອແມ່ນໄດ້ຈັດຂື້ນໃນວັນສຸກແລ້ວນີ້ທີ່ວຽງຈັນ ລະຫວ່າງທ່ານ (ດຣ) ສີສະຫວັດ ສຸດທະນິຣະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານນາງ ແຮຈິງຢຸນ ຮອງປະທານບໍລິສັດເກົາຫຼີເທເລຄອມ (KT), ແລະ ທ່ານ ຈູວັງ ບຽກ ຕົວແທນຫ້ອງການມູນລະນິທິເພື່ອສຸຂະພາບສາກົນເກົາຫຼີ (KOFIH) ປະຈຳລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການຄົ້ນຄວ້າກ່ຽວກັບສຸຂະພາບໄວຈະເລີນພັນຊ່ວຍຫຼຸດຜ່ອນການຖືພາຂອງໄວລຸ້ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການໃຫ້ການສຶກສາເລື່ອງເພດ ແລະ ສຸຂະພາບໄວຈະເລີນພັນສຳລັບຊາວໜຸ່ມແມ່ນແນວຄິດໃໝ່ສຳລັບນັກຄົ້ນຄວ້າດ້ານວິທະຍາສາດສຸຂະພາບ. ການວິໄຈກ່ຽວກັບໄວໜຸ່ມໄດ້ສະແດງໃຫ້ເຫັນວ່າ ຄວາມຮູ້ກ່ຽວກັບສຸຂະພາບໄວຈະເລີນພັນທີ່ເຂົາເຈົ້າໄດ້ຮຽນຈາກໂຮງຮຽນແມ່ນບໍ່ພຽງພໍ.ແລະ ຄວາມຮູ້ພຽງຢ່າງດຽວອາດຍັງບໍ່ພຽງພໍສຳລັບເຂົາເຈົ້າ ເນື່ອງຈາກວ່າ ໄວໜຸ່ມຍັງມີຂໍ້ຈຳກັດຫຼາຍຢ່າງທາງດ້ານການເຂົ້າເຖິງ, ຄວາມເຂົ້າໃຈ, ການພິຈາລະນາ ແລະ ການນຳໃຊ້ຂໍ້ມູນຂ່າວສານກ່ຽວກັບສຸຂະພາບໄວຈະເລີນ ເພື່ອໃຫ້ເຂົາເຈົ້າມີສຸຂະພາບທີ່ແຂງແຮງ ແລະ ຫຼີກລ່ຽງຄວາມສ່ຽງຕໍ່ການຖືພາໃນຊ່ວງໄວລຸ້ນ ແລະ/ຫຼື ໃນຊ່ວງທີ່ບໍ່ພ້ອມ.ອ່ານຕໍ່ ...

ໂຕະຂ່າວ

ຊົມເຊີຍຜົນສຳເລັດດ້ານທຸລະກິດຂອງແມ່ຍິງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຊອກຫາວິທີທາງໃນການເພີ່ມທະວີຈຳນວນນັກທຸລະກິດຍິງ ເຊິ່ງເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງລັດຖະບານໃນການສົ່ງເສີມການປະກອບທຸລະກິດໃນກຸ່ມແມ່ຍິງ ແລະ ສ້າງໂອກາດໃຫ້ແກ່ເຂົາເຈົ້າໄດ້ແບ່ງປັນຄວາມສຳເລັດໃນທຸລະກິດທີ່ບໍລິຫານໂດຍແມ່ຍິງລາວ.ເພື່ອຈຸດປະສົງດັ່ງກ່າວ, ສູນບໍລິການ SME ພາຍໃຕ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເລີ່ມມີການຈັດກິດຈະກຳເພື່ອສ້າງເຄືອຂ່າຍດ້ານທຸລະກິດ ແລະ ໃຫ້ຂໍ້ມູນຂ່າວສານໃນຮອບໄຕມາດ ພາຍໃຕຫົວຂໍ້ ການສົນທະນາ ‘SSC Breakfast Talk’.ອ່ານຕໍ່ ...

ໂຕະຂ່າວ

ສູນຊ່ວຍເຫຼືອຄົນອະນາຖາ ແລະ ຕິດຢາກຳລັງຂາດແຄນງົບປະມານ 

ສູນຊ່ວຍເຫຼືອຄົນອະນາຖາ, ເສຍຈິດ ແລະ ຕິດຢາໃນນະຄອນຫຼວງຽງຈັນກຳລັງຂາດແຄນງົບປະມານ ແລະ ພວມຂົນຂວາຍຫາທຶນຮອນເພື່ອສືບຕໍ່ດຳເນີນການ.ສູນສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກຳລັງເລັ່ງຫາທຶນຮອນເພື່ອສືບຕໍ່ເບິ່ງແຍງຜູ້ເຂົ້າມາປິ່ນປົວຈຳນວນ 230 ຄົນ, ເຊິ່ງມີຊາວໜຸ່ມອາຍຸຕັ້ງແຕ່ 15 ປີ ໄປຈົນເຖິງຄົນຊະລາ, ຕາມແຫຼ່ງຂ່າວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

KrdAA
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!