ການພັດທະນາດ້ານສັງຄົມ

ເປີດສູນປິ່ນປົວພະຍາດຕັບອັກເສບ

ສູນລາວ ວີ-ເມັດ ເພື່ອການປິ່ນປົວພະຍາດຕັບອັດເສບຊະນິດ B ແລະ C ໄດ້ເປີດບໍລິການຢ່າງເປັນທາງການທີ່ວຽງຈັນ ໃນວັນຈັນນີ້, ແລະ ຍັງໃຫ້ບໍລິການປິ່ນປົວຄົນເຈັບພະຍາດ  HIV/AIDS ແລະ ພະຍາດຕິດຕໍ່ທາງເພດສຳພັນຕ່າງໆ.ສູນດັ່ງກ່າວແມ່ນຕັ້ງຢູ່ທີ່ໂຮງໝໍເສດຖາທິລາດ ເຊິ່ງເປັນການຮ່ວມມືລະຫວ່າງກະຊວງສາທາລະນະສຸກ ແລະ ບໍລິສັດລາວເຕັກໂນໂລຊີເພື່ອສັງຄົມເປີດຈຳກັດຂອງຈີນ (OTS).ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

UNDP ຈະສືບຕໍ່ຊ່ວຍເຫຼືອໂຄງການວິທະຍຸຊຸມຊົນລາວ

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຈະສືບຕໍ່ຊ່ວຍເຫຼືອໂຄງການ ເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນຜ່ານວິທະຍຸຊຸມຊົນ ເຖິງປີ 2021.ໂຄງການຮ່ວມມືດັ່ງກ່າວ ເຊິ່ງເລີ່ມມາແຕ່ປີ 2017 ຈະສືບຕໍ່ດຳເນີນເຖິງປີ 2021 ເຊິ່ງມີມູນຄ່າລວມກວ່າ 25 ຕື້ກີບ (US$3 ລ້ານໂດລາ).ອ່ານຕໍ່ ...

ໜ່ວຍຂ່າວວຽງຈັນທາມສ໌

ໄທຊ່ວຍເຫຼືອລາວໃນການຕ້າພະຍາດໃບໄມ້ໃນຕັບ ແລະ ມະເລັງທໍ່ນ້ຳບີ

(ຂປລ) ໄທມີແຜນຈັດຕັ້ງປະຕິບັດໂຄງການກວດ ແລະ ປິ່ນປົວພະຍາດມະເລັງທໍ່ນ້ຳບີ (CASCAP) ເພື່ອຊ່ວຍເຫຼືອກຸ່ມສ່ຽງໃນປະເທດລາວເພື່ອນບ້ານ, ທ່ານ ນະຣົງ ກັນຕິແກ້ວ ກ່າວຕໍ່ສື່ມວນຊົນທ້ອງຖິ່ນ.ໃນເບື້ອງຕົ້ນ ໂຄງການແມ່ນໄດ້ດຳເນີນຢູ່ໃນຈັງຫວັດທາງພາກອິສານຂອງໄທ.ດຣ ນະຣົງ ກັນຕິແກ້ວ ຈາກມະຫາວິທະຍາໄລຂອນແກ່ນ ກ່າວວ່າ ໂຄງການດັ່ງກ່າວແມ່ນໄດ້ຮັບທຶນສະໜັບສະໜູນຈາກມູນນິທິ Kadoorie ທີ່ຮ່ອງກົງ ຜ່ານວິທະຍາໄລລອນດອນ, ມູນຄ່າຂອງໂຄງການແມ່ນ 1 ລ້ານປອນ (41 ລ້ານບາດ).ອ່ານຕໍ່ ...

ຂປລ

ລາວປ່ອຍໂຕ ແລະ ເນລະເທດຊາວອາເມລິກາທີ່ຖືກຂໍ້ຫາເຂົ້າມາເຜີຍແຜ່ສາດສະໜາໂດຍບໍ່ໄດ້ຮັບອະນຸຍາດ

ປັບປຸງເວລາ 3.45 P.M. ວັນທີ 2019-04-18ຊາວອາເມລິກາສາມຄົນທີ່ຖືກກັກຕົວໃນລາວມາແຕ່ອາທິດແລ້ວນີ້ ໃນຂໍ້ຫາເຂົ້າມາເຜີຍແຜ່ຄຳພີໄບເບີ້ນ ແລະ ສື່ສາດສະໜາດໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ ໄດ້ຖືກປ່ອຍຕົວ ແລະ ເນລະເທດໄປປະເທດໄທ ໃນວັນພະຫັດນີ້, ອົງການຈັດຕັ້ງສາດສະໜາທີ່ກ່ຽວຂ້ອງເຜີຍຕໍ່ໜ່ວຍຂ່າວ RFA ລາວ.ອາສາສະໝັກຈາກ ອົງການສາດສະໜາ Vision Beyond Borders ທີ່ຕັ້ງຢູ່ຫວຽວໝິງ, ໃນນາມສົມມຸດ: ເວ, ອໍທຳ ແລະ ໂຈເຊັບ ໄດ້ຖືກກັກຕົວໂດຍເຈົ້າໜ້າທີ່ຕຳຫຼວດ ທີ່ແຂວງຫຼວງນ້ຳທາ ພາກເໜືອຂອງລາວ ໃນວັນທີ 8 ເມສາ, ຫຼັງຈາກທີ່ໄດ້ລົງເຜີຍແຜ່ສື່ສາດສະໜາໃຫ້ແກ່ຊາວບ້ານ, ຕາມການບອກກ່າວຂອງເຈົ້າໜ້າທີ່ ແລະ ພະຍານ ຕໍ່ໜ່ວຍຂ່າວ RFA.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ລາວມີເປົ້າໝາຍຢຸດການນຳໃຊ້ແຮ່ໃຍຫີນພາຍໃນປີ 2020

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວພວມສະຫຼຸບແຜນດຳເນີນງານແຫ່ງຊາດ ເພື່ອແນໃສ່ລຶບລ້າງພະຍາດທີ່ເກີດຈາກການນຳໃຊ້ແຮ່ໃຍຫີນໃນປະເທດ ໂດຍການຢຸດການນຳເຂົ້າ ແລະ ນຳໃຊ້ວັດສະດຸກໍ່ສ້າງທີ່ເປັນອັນຕະລາຍຕໍ່ສຸຂະພາບໃນທົ່ວປະເທດ ພາຍໃນປີ 2020.ປະເທດລາວ ກໍຄືຫຼາຍປະເທດໃນພາກພື້ນອາຊຽນ ມີປະຫວັດການນຳໃຊ້ວັດສະດຸກໍ່ສ້າງດັ່ງກ່າວທັງໃນການກໍ່ສ້າງເພື່ອທຸລະກິດ ແລະ ທີ່ຢູ່ອາໄສ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອາຊຽນ, ເຊມຽວ (Seameo) ຫາລືກ່ຽວກັບໂຄງການການສຶກສາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສອງອົງການຈັດຕັ້ງສາກົນວາງແຜນສ້າງຕັ້ງການຮ່ວມມື ເພື່ອຊ່ວຍເຫຼືອລາວໃນການປັບປຸງຜົນການສຶກສາຮ່ຳຮຽນໃນເຂດຊາຍແດນຫ່າງໄກສອກຫຼີກ.ອົງການຈັດຕັ້ງລັດຖະມົນຕີການສຶກສາໃນອາຊິຕາເວັນອອກສຽງໃຕ້ (Seameo) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (Asean) ໄດ້ຈັດກອງປະຊຸມກຸ່ມເຮັດວຽກວິຊາການຂຶ້ນທີ່ນະຄອນວຽງຈັນ ໃນວັນທີ 4 ເມສາ ເພື່ອຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືດ້ານການພັດທະນາການສຶກສາໃນພາກພື້ນ ລວມທັງໃນປະເທດລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຜູ້ປະກອບການແມ່ຍິງລາວຍົກລະດັບຄວາມຮູ້ກ່ຽວກັບລະບົບທຸລະກິດອິເລັກໂທຣນິກ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນການຮ່ວມມືອາຊຽນ-ເກົາຫຼີ ໃຫ້ການສະໜັບສະໜູນໂຄງການຝຶກອົບຮົມກ່ຽວກັບລະບົບທຸລະກິດອິເລັກໂທຣນິກ (E-Business) ເພື່ອຂະຫຍາຍໂອກາດສຳລັບຜູ້ປະກອບການແມ່ຍິງລາວ, ການປັບປຸງດ້ານລາຍຮັບ ແລະ ຄວາມຢູ່ດີກິນດີຂອງແມ່ຍິງລາວ.ພິທີເປີດໂຄງການແມ່ນໄດ້ຮັບກຽດໃນການເປັນປະທານໂດຍທ່ານນາງ ບັນດິດ ປະທຸມວັນ ຮອງປະທານສະຫະພັນແມ່ຍິງລາວ, ແລະ ເຂົ້າຮ່ວມໂດຍຜູ້ຕາງໜ້າຈາກສະມາຄົມນັກທຸລະກິດຍິງລາວ ແລະ ຄູຝຶກຂອງສະຫະພັນແມ່ຍິງລາວ.ອ່ານຕໍ່  ...

ວຽງດາວັນ ບັນພະຮັກສາ

ລາວຈັບ 3 ຄົນອາເມລິກາ ຖານເຜີຍແຜ່ສື່ສາດສະໜາຄຣິສໂດຍບໍ່ໄດ້ຮັບອະນຸຍາດ

ແກ້ໄຂ 7 P.M. ວັນທີ 2019-04-12ເຈົ້າໜ້າທີ່ລາວໄດ້ຈັບຕົວຊາວອາເມລິກາ 3 ຄົນ ທີ່ເມືອງສິງ ແຂວງຫຼວງນ້ຳທາ ທີ່ທຳການເຜີຍແຜ່ຄຳພີໄບເບີ້ນ ແລະ ສື່ໂຄສະນາສາດສະໜາຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ, ອົງການຄຣິສຕຽນອາເມລິກາລາຍງານຕໍ່ໜ່ວຍຂ່າວ RFA ລາວໃນວັນສຸກຜ່ານມາ.ຕາມການເປີດເຜີຍລາຍຊື່ຈາກອົງການ, ເວນ, ອໍທຳ ແລະ ໂຈເຊັບ ຄາດວ່າໄດ້ຖືກກັກຕົວທີ່ບ້ານພັກມາແຕ່ວັນຈັນ, ຫຼັງຈາກທີ່ໄດ້ລົງເຜີຍແຜ່ສື່ສາດສະໜາດັ່ງກ່າວຢູ່ຕາມບ້ານທາງພາກເໜືອຂອງລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ອີຢູ ຮ່ວມກັບ ຢູນິເຊັບ ໃນການປັບປຸງວຽກງານໂພຊະນາການຢູ່ແຂວງຜົ້ງສາລີ

(ຂປລ) ໃນວັນຈັນຜ່ານມາ ຄະນະຜູ້ແທນນຳໂດຍທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດສະຫະພາບຢູໂຣບປະຈຳ ສປປ ລາວ ແລະ ທ່ານ ອົກຕາວຽນ ບີໂວ ຜູ້ຕາງໜ້າອົງການຢູນິເຊັບ, ໄດ້ລິເລີ່ມການລົງຢ້ຽມຢາມເມືອງບຸນເໜືອ ແລະ ເມືອງຍອດອູ ແຂວງຜົ້ງສາລີ ເປັນໄລຍະສີ່ວັນ ເພື່ອສັງເກດການການແຊກແຊງດ້ານໂພຊະນາການ ພາຍໃຕ້ໂຄງການການຮ່ວມມືເພື່ອການປັບປຸງດ້ານໂພຊະນາການ (PIN).ທີ່ບ້ານຫ້ວຍໜຶ່ງ ເມືອງບຸນເໜືອ ແລະ ບ້ານສະຫວ່າງ ເມືອງຍອດອູ, ຄະນະຜູ້ແທນດັ່ງກ່າວຈະເຂົ້າສອງຮ່ວມກິດຈະກຳການເຂົ້າເຖິງດ້ານສຸຂະພາບຮ່ວມ ເຊິ່ງເປັນຍຸດທະສາດການນຳສົ່ງການບໍລິການເຊິ່ງນຳພາໂດຍລັດຖະບານ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ໂພຊະນາການສຳລັບປະຊາຊົນໃນບ້ານທີ່ບໍ່ມີສຸກສາລາ.ອ່ານຕໍ່  ...

ຂປລ

ແຂວງຈຳປາສັກຈະເປັນເຈົ້າພາບຈັດງານມະຫາກຳຊັບສິນທາງປັນຍາ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດກອງປະຊຸມສື່ມວນຊົນ ເພື່ອຖະແຫຼງກ່ຽວກັບແຜນການໃນການຈັດງານມະຫາກຳຊັບສິນທາງປັນຍາ 2019 ເຊິ່ງຈະຈັດຂຶ້ນທີ່ແຂວງຈຳປາສັກ ໃນວັນທີ 24-28 ເມສານີ້.ງານດັ່ງກ່າວຈະມີການວາງສະແດງຜະລິດຕະພັນໃນ 162 ບູທ໌ ຈາກປະເທດລາວ ແລະ ບັນດາປະເທດສະມາຊິກອາຊຽນ, ເຊິ່ງແນໃສ່ສ້າງເຄືອຂ່າຍໃຫ້ມີຄວາມເຂັ້ມແຂງ. ໃນຕອນແລງຂອງແຕ່ລະມື້ຈະມີກິດຈະກຳ ຄອນເສີດພ້ອມທັງການສະແດງ ຈາກສິລະປິນທ້ອງຖິ່ນ ແລະ ນັກສະແດງຕ່າງໆ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5mFTU
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!