ການພັດທະນາດ້ານສັງຄົມ

ລາວຮ່ວມແບ່ງປັນຄຳເຫັນໃນການໂອ້ລົມກ່ຽວກັບການບໍລິການພົນລະເຮືອນອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນຈາກກະຊວງພາຍໃນເຂົ້າຮ່ວມກອງປະຊຸມອາຊຽນວານນີ້ທີ່ປະເທດໄທ ວ່າດ້ວຍການຮ່ວມມືລະດັບພາກພື້ນກ່ຽວກັບວຽກງານການບໍລິການພົນລະເຮືອນ.ທ່ານ ບຸນຈັນ ນິຍະວົງ ຫົວໜ້າກົມການພັດທະນາການປະເມີນຜົນງານ ແລະ ບໍລິການພົນລະເຮືອນ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມລະດັບສູງວ່າດ້ວຍການຮ່ວມມືອາຊຽນກ່ຽວກັບການບໍລິການພົນລະເຮືອນຄັ້ງທີ 20, ເຊິ່ງຈັດຂຶ້ນທີ່ຈັງຫວັດຊຽງໃໝ່ ແຕ່ວັນທີ 22-24 ເມສານີ້.ອ່ານຕໍ່ ...

ໂຕະຂ່າວ

ແນວລາວ ແລະ ອົງການຢູນິເຊັບ ຮ່ວມມືໃນການປັບປຸງສະຖານະພາບຂອງເດັກທີ່ມີຄວາມສ່ຽງ

(ຂປລ) ແນວລາວສ້າງຊາດ ແລະ ອົງການກອງທຶນເດັກ ສະຫະປະຊາຊາດ (ຢູນິເຊັບ) ໄດ້ຈັດຕັ້ງກອງປະຊຸມວິຊາການກ່ຽວກັບການປັບປຸງສະຖານະພາບຂອງເດັກທີ່ມີຄວາມສ່ຽງ.ທ່ານ ໄຊສົມພອນ ພົມວິຫານ ປະທານແນວລາວສ້າງຊາດ ແລະ ທ່ານ ອອກຕາວຽນ ບິໂວ ຜູ້ຕາງໜ້າອົງການຢູນິເຊັບ ໄດ້ເຂົ້າຮ່ວມໃນກອງປະຊຸມໄລຍະສອງວັນ (24-26 ເມສາ  2019) ດັ່ງກ່າວທີ່ແຂວງສະຫວັນນະເຂດ ເຊິ່ງມີພະນັກກງານແນວລາວທີ່ເຮັດວຽກກ່ຽວກັບບັນຫາເດັກນ້ອຍກວ່າ 70 ເຂົ້າຮ່ວມ, ແນໃສ່ການສ້າງພູມຕ້ານທານຂອງເດັກ.ອ່ານຕໍ່  ...

ຂປລ

ໂຮງໝໍມິດຕະພາບເປີດສູນວິຊາຊີບດ້ານສຸຂະພາບແຫ່ງທຳອິດຂອງປະເທດ

ສູນກວດສຸຂະພາບແຮງງານແຫ່ງທຳອິດຂອງປະເທດໄດ້ມີການເປີດຕົວທີ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໃນອາທິດແລ້ວນີ້ ແນໃສ່ປ້ອງກັນ ແລະ ປິ່ນປົວພະຍາດຕ່າງໆທີ່ເກີດຂຶ້ນຈາກການອອກແຮງງານ.ທ່ານ (ປອ) ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຮສ ດຣ ບຸນນາກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູສຸຂະພາບ ພາຍໃຕ້ກະຊວງສາທາລະນະສຸກ, ພ້ອມດ້ວຍເຈົ້າໜ້າທີ່ການນຳຈາກກະຊວງ ແລະ ແຂກຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມໃນພິທີເປີດສູນດັ່ງກ່າວໃນວັນສຸກຜ່ານມາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເດັກນ້ອຍ 7,000 ຄົນຈະໄດ້ຮັບຜົນປະໂຫຍດຈາກໂຄງການການສຶກສາໃໝ່

ໃນປີນີ້ ຈະມີໂຄງການການສຶກສາເພື່ອສ້າງປະໂຫຍດໃຫ້ແກ່ເດັກນ້ອຍ 7,000 ຄົນ ເຊິ່ງເຈົ້າໜ້າທີ່ຄາດວ່າຈະຊ່ວຍປັບປຸງວຽກງານການບໍລິຫານໂຮງຮຽນ, ຊ່ວຍສ້າງຄວາມພ້ອມໃຫ້ແກ່ໂຮງຮຽນ ແລະ ພັດທະນາທັກສະກ່ຽວກັບການອ່ານ ແລະ ຕົວເລກໃຫ້ແກ່ເດັກນ້ອຍນັກຮຽນຊັ້ນອະນຸບານ ແລະ ຊັ້ນປະຖົມ.ອົງການ Aide et Action ໄດ້ເປີດຕົວໂຄງການທີ່ມີຊື່ວ່າ ‘ການສ້າງສະພາບແວດລ້ອມທີ່ເໝາະສົມ ແລະ ເປັນມິດຕໍ່ເດັກນ້ອຍ ແລະ ການປັບປຸງຄຸນນະພາບຜົນການຮຽນ ສຳລັບໂຮງຮຽນອະນຸບານ ແລະ ປະຖົມໃນແຂວງວຽງຈັນ ແລະ ອຸດົມໄຊ’ ເຊິ່ງມີໄລຍະການປະຕິບັດໂຄງການ 5 ປີ, ມີທຶນ 8.5 ຕື້ກີບ (US$1 ລ້ານໂດລາ) ໃນວັນທີ 25 ເມສານີ້ ເຊິ່ງຄາດວ່າຈະຊ່ວຍຫຼຸດຜ່ອນສິ່ງທ້າທາຍທາງດ້ານການສຶກກສາຂອງປະເທດໃນລະດັບໜຶ່ງ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລາວ, ຈີນຮ່ວມມືໃນການປິ່ນປົວພະຍາດຫົວໃຈ ແລະ ຫຼອດເລືອດ

ລາວ ແລະ ຈີນຕົກລົງເດີນໜ້າການຮ່ວມມືໃນການປິ່ນປົວພະຍາດຫົວໃຈ ແລະ ຫຼອດເລືອດທີ່ໂຮງໝໍມະໂຫສົດ ຕາມການລົງນາມໃນຂໍ້ຕົກລົງ ໂດຍທ່ານ ດຣ ພິສິດ ພຸດສະຫວັດ ອຳນວຍການໂຮງໝໍມະໂຫສົດ ແລະ ທ່ານ ດຣ ໝ່າ ຫຼິງຄຸນ ຮອງອຳນວຍການໂຮງໝໍຫົວໃຈ ແລະ ຫຼອດເລືອດຝືຫວາຍ ຢຸນນານ ປະເທດຈີນ ໃນວັນອັງຄານນີ້.ຂໍ້ຕົກລົງດັ່ງກ່າວຈະເປັນການປູທາງໃຫ້ແກ່ການປັບປຸງການບົ່ງມະຕິ ແລະ ການປິ່ນປົວໂລກຫົວໃຈໃນລາວ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ລາວສະໜັບສະໜູນຄວາມພະຍາຍາມຂອງ BRNN

(ຂປລ) ເຄືອຂ່າຍຂ່າວສານທາງສາຍໃໝ–BRNN- ຈະກາຍເປັນຊ່ອງທາງທີ່ໃຫຍ່ກວ່າໃນການສະໜອງແຫຼ່ງຂໍ້ມູນຂ່າວສານທີ່ສະດວກສະບາຍຕໍ່ການເຂົ້າເຖິງ.ກອງປະຊຸມສະພາເຄືອຂ່າຍຂ່າວສານທາງສາຍໃໝ (BRNN) ຄັ້ງທີ 1 ໄດ້ຈັດຂຶ້ນທີ່ນະຄອນປັກກິ່ງ ປະເທດຈີນ ໃນວັນທີ 23 ເມສານີ້ ເພື່ອຫາລື ແລະ ສະຫຼຸບແຜນດຳເນີນງານຂອງເຄືອຂ່າຍຂ່າວສານທາງສາຍໃໝປະຈຳປີ 2019-2020.ໃນກອງປະຊຸມດັ່ງກ່າວ ມີອົງການຈັດຕັ້ງສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 40 ອົງການ ຈາກ 26 ປະເທດທົ່ວໂລກ ເຊິ່ງໄດ້ຮ່ວມເປັນສັກຂີພະຍານໃນການເປີດຕົວລະບົບເຄືອຂ່າຍຂ່າວສານອອນລາຍ ທີ່ກ່ຽວຂ້ອງກັບການລິເລີ່ມທາງສາຍໃໝ (BRI).ອ່ານຕໍ່ ...

ຂປລ

ຄົນລາວຈະນຳໃຊ້ສື່ສັງຄົມອອນໄລໃນອັດຕາທີ່ເພີ່ມຂຶ້ນໃນປີນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນຜູ້ນຳໃຊ້ສື່ສັງຄົມອອນລາຍຄາດຄະເນວ່າຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ເນື່ອງຈາກວ່າຜູ້ປະກອບການໂທລະຄົມໄດ້ມີການແຂ່ງຂັນກັນດ້ານການໃຫ້ບໍລິຫານ, ຕາມການເປີດເຜີຍຜົນການຄາດຄະເນຫຼ້າສຸດ.ບົດລາຍງານຈາກສູນອິນເຕີເນັດແຫ່ງຊາດລາວ ເຊິ່ງມີການເຜີຍແຜ່ໃນຕົ້ນເດືອນນີ້ ສະແດງໃຫ້ເຫັນວ່າ ຈຳນວນຜູ້ຊົມໃຊ້ສື່ສັງຄົມອອນລາຍໃນລາວແມ່ນຄາດວ່າຈະເພີ່ມຂຶ້ນເຖິງ 2.7 ລ້ານຄົນ ຫຼື ປະມານ 39% ຂອງປະຊາກອນປີ 2019.ອ່ານຕໍ່ ...

ເອກະພອນ ພູທອນສີ

ອົງການພຸດທະສາດສະໜາຈະນຳໃຊ້ກົດລະບຽບເພື່ອຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍຂອງພະສົງ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການພຸດທະສາດສະໜາສຳພັນລາວຈະເລີ່ມເຜີຍແຜ່ລະບຽບການກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍຂອງພະສົງໃນທ້າຍເດືອນນີ້. ຄະນະຮັບຜິດຊອບຈະມີການລົງຢ້ຽມຢາມພາກຕ່າງໆທີ່ສຳຄັນທົ່ວປະເທດ ເພື່ອອະທິບາຍກ່ຽວກັບລະບຽບການດັ່ງກ່າວ ເຊິ່ງວາງອອກໃນປີ 2017 ໂດຍຄະນະຄຸ້ມຄອງພະສົງ ພາຍໃຕ້ອົງການພຸດທະສາດສະໜາສຳພັນລາວ.ຈຸດປະສົງກໍ່ແມ່ນເພື່ອປັບປຸງພາບພົດຂອງພະສົງ ຕໍ່ສາຍຕາຂອງມະຫາຊົນທາງດ້ານການນຳໃຊ້ສື່ສັງຄົມອອນລາຍ.ອ່ານຕໍ່ ...

ວິສິດ ເທບພະລັດ

ແພດຈີນທຸ່ມເທໃນການປິ່ນປົວຈົນຊະນະໃຈຄົນລາວ

ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ແພດຈີນທີ່ເຮັດວຽກໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນສາມາດເອົາຊະນະໃຈປະຊາຊົນທ້ອງຖິ່ນ ເນື່ອງຈາດຄວາມທຸ້ມເທໃນການປິ່ນປົວຜູ້ອອກແຮງງານໃນໂຄງການ ທັງປ້ອງກັນການເຈັບປ່ວຍທີ່ອາດເກີດຂຶ້ນ.ດຣ ເສີນ ໝິງ ຝູ ແມ່ນໜຶ່ງໃນທີມແພດທີ່ໃຫ້ການປິ່ນປົວແຮງງານໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ແຂວງຫຼວງພະບາງ ເຊິ່ງເປັນສ່ວນໜຶ່ງຂອງໂຄງການທາງລົດໄຟໄລຍະ 414 ກມ.ອ່ານຕໍ່ ...

ໂຕະຂ່າວ

ຊາວຜົ້ງສາລີຈະໄດ້ຮັບປະໂຫຍດຈາກໂຄງການຊ່ວນເຫຼືອດ້ານໂພຊະນາການຂອງ EU/UNICEF 

ຜົ້ງສາລີ, ລາວ (ວຽງຈັນທາມສ໌/ANN) – ທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດສະຫະພາບຢູໂຣບ (EU) ປະຈຳລາວ ແລະ ທ່ານ ອົກຕາວຽນ ບີໂວ ຕາງໜ້າອົງການ UNICEF  ໄດ້ລົງຢ້ຽມຢາມແຂວງຜົ້ງສາລີໃນໄລຍະສີ່ວັນ ຫວ່າງມໍ່ໆມານີ້ ເພື່ອສັງເກດການການແຊກແຊງດ້ານໂພຊະນາການພາຍໃຕ້ ໂຄງການຮ່ວມມືເພື່ອການປັບປຸງດ້ານໂພຊະນາການ (PIN).ຫຼັງຈາກການຢ້ຽມຢາມເມືອງບຸນເໜືອ ໃນວັນທີ 8 ເມສານີ້, ທີມງານໄດ້ເຂົ້າພົບປະກັບທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຫົວໜ້າພະແນກຕ່າງໆ ເພື່ອອະທິບາຍຈຸດປະສົງຂອງການລົງຢ້ຽມຢາມ ແລະ ບູລິມະສິດການຊ່ວຍເຫຼືອຂອງ EU-UNICEF ພາຍໃຕ້ໂຄງການ PIN ສຳລັບແຂວງຜົ້ງສາລີ.ອ່ານຕໍ່ ...

ວິສິດ ເທບພະລັດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

bCSBn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!