ການພັດທະນາດ້ານສັງຄົມ

ລັດຖະບານ, ຄູ່ຮ່ວມພັດທະນາຫາລືວຽກງານຊົນເຜົ່າ ແລະ ການສຳຫຼວດຄວາມຄິດເຫັນຂອງຜູ້ໃຊ້ບໍລິການ

ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາໄດ້ປະຊຸມກັນຢູ່ວຽງຈັນ ເພື່ອຫາລືຮ່າງດຳລັດວ່າດ້ວຍວຽກງານຊົນເຜົ່າ ແລະ ການສຳຫຼວດຄວາມຄິດເຫັນຂອງຜູ້ໃຊ້ບໍລິການ ເພື່ອກຳນົດວິທີການໃນການປັບປຸງການສຳຫຼວດໃນຕໍ່ໜ້າ.ການສຳຫຼວດຂັ້ນແຂວງກ່ຽວກັບການໃຫ້ບໍລິການຂອງລັດ ໄດ້ມີການປຶກສາຫາລືໃນກອງປະຊຸມວິຊາຕາມຫົວຂໍ້ຂອງກຸ່ມເຮັດວຽກເພື່ອການປັບປຸງການບໍລິການຂອງລັດ ພາຍໃຕ້ກຸ່ມເຮັດວຽກໃນຂະແໜງການຄຸ້ມຄອງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວ, ຫວຽດນາມຫາລືການຕອບໂຕ້ຕໍ່ຂໍ້ມູນຂ່າວສານປອມຜ່ານສື່ສັງຄົມອອນໄລ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນຈາກລາວ ແລະ ຫວຽດນາມ ໄດ້ປະຊຸມກັນທີ່ນະຄອນຫຼວງວຽງຈັນໃນມື້ວານນີ້ ເພື່ອຫາລືວິທີການໃນການຕໍ່ຕ້ານຂໍ້ມູນຂ່າວສານທີ່ບໍ່ເປັນຈິງກ່ຽວກັບສອງປະເທດ ທີ່ໂພສ໌ທຜ່ານທາງອິນເຕີເນັດ ແລະ ສື່ສັງຄົມອອນໄລ.ທັງສອງຝ່າຍໄດ້ແລກປ່ຽນປະສົບການກ່ຽວກັບຂໍ້ມູນປອມ ແລະ ຫາລືມາດຕະການໃນການດຳເນີນການແກ້ໄຂໃຫ້ດີທີ່ສຸດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລັດຖະບານ, ທະນາຄານໂລກຮ່ວມມືກັນໃນການປັບປຸງດ້ານໂພຊະນາການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ແລະ ທະນາຄານໂລກໄດ້ອະນຸມັດສອງໂຄງການໃໝ່ ເຊິ່ງມີມູນຄ່າກວ່າ 451 ຕື້ກີບ (US$52 ລ້ານໂດລາ) ເຊິ່ງເປັນການຮ່ວມມືເພື່ອແກ້ໄຂບັນຫາເດັກເຕ້ຍໃນອັດຕາທີ່ສູງໃນແຂວງພາກເໜືອຂອງລາວ.ໂຄງການທີ່ມີຊື່ວ່າ ການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດ ຈະສ້າງພື້ນຖານໃຫ້ແກ່ລະບົບການຄຸ້ມຄອງສັງຄົມແຫ່ງຊາດ ແລະ ສະໜັບສະໜູນຜົນຂອງໂຄງການໂອນເງິນແບບມີເງື່ອນໄຂເພື່ອການປັບປຸງດ້ານໂພຊະນາການ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ກະຊວງເຂັ້ມງວດລະບຽບການກ່ຽວກັບໂຮງໝໍເອກະຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ສາທາລະນະສຸກຈະເລີ່ມນຳໃຊ້ເຄືອຂ່າຍລະບົບຂໍ້ມູນຂ່າວສານສາທາລະນະສຸກໃນເດືອນນີ້ ເພື່ອປັບປຸງການຄຸ້ມຄອງໂຮງໝໍເອກະຊົນ ແລະ ຮັບປະກັນການຄຸ້ມຄອງກ່ຽວກັບມາດຕະຖານ.ພາຍໃຕ້ລະບົບດັ່ງກ່າວ ເຈົ້າຂອງໂຮງໝໍເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຈະຕ້ອງແຈ້ງລາຍລະອຽດຂໍ້ມູນກ່ຽວກັບສິ່ງອຳນວຍຄວາມສະດວກຂອງໂຮງໝໍຕົນໃຫ້ກັບເຈົ້າໜ້າທີ່ສາທາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງຮຽກຮ້ອງໃຫ້ຢຸດເຊົາການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນອາທິດແລ້ວນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການກ່ຽວກັບການຫ້າມການໂຄສະນາຜະລິດຕະພັນເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຫ້ານການຈັດກິດຈະກຳທີ່ເປັນການສົ່ງເສີມການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າຕ່າງ.ແຈ້ງການສະບັບດັ່ງກ່າວແມ່ນມີການນຳສະເໜີຕໍ່ຫົວໜ່ວຍງານລັດ, ລັດວິສາຫະກິດ, ບໍລະສັດເອກະຊົນ, ຜູ້ຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ, ບໍລິສັດນຳເຂົ້າ, ສົ່ງອອກ, ຈຳໜ່າຍ ແລະ ໂຄສະນາຕ່າງໆ.ອ່ານຕໍ່ ...

ໂຕະຂ່າວ

ແຮງງານໝູນວຽນແມ່ນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອເອັຈ໌ໄອວີ HIV ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຮງງານໝູນວຽນ ພ້ອມເມຍຂອງເຂົາເຈົ້າແມ່ນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອເອັຈ໌ໄອວີ HIV ໃນລາວ, ຕາມການເປີດເຜີຍໃນການສຳຫຼວດຂອງສູນປິ່ນປົວພະຍາດ HIV/AIDS/ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ແລະ ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມພະຍາດເອດ.ທ່ານນາງ ທຳມາ ເພັດວິໄຊ ຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມພະຍາດເອດ ສະແດງຜົນການຄົ້ນຄວ້າດັ່ງກ່າວໃນກອງປະຊຸມຫຼ້າສຸດເພື່ອການຫາລືວິທີການໃນການສະກັດກັ້ນການແຜ່ລະບາດຂອງພະຍາດ HIV/AIDS/ພຕພ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແຂວງຜົ້ງສາລີໄດ້ຮັບຄຳແນະນຳໃຫ້ເພີ່ມຄວາມພະຍາຍາມໃນການຕ້ານການຂາດສານອາຫານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ສາທາລະນະສຸກແຂວງຜົ້ງສາລີຕ້ອງປັບປຸງມາດຕະຖານການຮັກສາສຸຂະພາບ ເພື່ອດຳເນີນມາດຕະການຕ້ານການຂາດສານອາຫານ ເພື່ອເປົ້າໝາຍໄລຍະຍາວໃນການລຶບລ້າງຄວາມອຶດຫົວ.ນີ້ແມ່ນຄຳແນະນຳຂອງທ່ານ ດຣ ບຸນເພັງ ພິລາວົງ ຫົວໜ້າກົມສົ່ງເສີມສຸຂະພາບ ແລະ ສຸຂະອະນາໄມ ພາຍໃຕ້ກະຊວງສາທາລະນະສຸກ, ໃນກອງປະຊຸມປະຈຳປີເພື່ອຫາລືວຽກງານໂພຊະນາການ ແລະ ວິເຄາະຫາສາເຫດຂອງພາວະບົກພ່ອງທາງໂພຊະນາການຊຳເຮື້ອໃນແຂວງຜົ້ງສາລີ.ອ່ານຕໍ່ ...

ໂຕະຂ່າວ

ໂຄງການຊ້າງລາວຮັກອ່ານສ້າງແຮງບັນດານໃຈໃຫ້ແກ່ເດັກນ້ອຍນັກຮຽນແຂວງບໍ່ແກ້ວ

ບໍ່ແກ້ວ, ລາວ (ວຽງຈັນທາມສ໌/ANN) – ພາຍໃຕ້ສົກສຶກສາທີ່ກຳລັງຈະສິ້ນສຸດໃນເດືອນໜ້ານີ້, ໂຄງການຊ້າງລາວຮັກອ່ານພວມເລັ່ງມືໃນການລົງຢ້ຽມຢາມໂຮງຮຽນຕ່າງໆທີ່ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ເພື່ອນຳພາເດັກນ້ອນຈັດກິດຈະກຳເພື່ອສ້າງແຮງບັນດານໃຈຕ່າງໆ ເຊັ່ນ ການອ່ານ, ແລະ ການແຈກຢາຍອຸປະກອນການສຶກສາ.ໂຄງການຊ້າງລາວຮັກອ່ານແມ່ນໂຄງການຂັ້ນຮາກຖານ ແລະ ເປັນການລິເລີ່ມແບບບໍ່ຫວັ່ງຜົນກຳໄລ ເພື່ອສົ່ງເສີມການອ່ານໃນເມືອງຫ້ວຍຊາຍ. ໂຄງການດັ່ງກ່າວມີການໃຫ້ບໍລິການຫ້ອງອ່ານຂະໜາດນ້ອຍໃນໃຈກາງຕົວເມືອງ ມາແຕ່ທ້າຍປີ 2017  ເພື່ອສົ່ງເສີມໃຫ້ເດັກນ້ອຍຮັກໃນການອ່ານ ແລະທັງເປັນການໂຄສະນາກິດຈະກຳຂອງໂຄງການໃຫ້ແກ່ນັກທ່ອງທ່ຽວ.ອ່ານຕໍ່ ...

ປະຕິທິນ ເພັດເມືອງພວນ

ເປີດໂຮງຮຽນເຕັກນິກ-ວິຊາຊີບແຂວງບໍລິຄຳໄຊທີ່ສຳເລັດການບູລະນະ

ພິທີມອບຮັບໂຮງຮຽນເຕັກນິກ-ວິຊາຊີບແຂວງບໍລິຄຳໄຊທີ່ໄດ້ສຳເລັດການບູລະນະສ້ອມແປງໄດ້ມີຂຶ້ນໃນທ້າຍເດືອນຜ່ານມາ.ການບູລະນະດັ່ງກ່າວແມ່ນນຳໃຊ້ທຶນເກືອບ 1.3 ລ້ານຢູໂຣເຂົ້າໃນການສ້າງຄວາມທັນສະໄໝ ແລະ ຂະຫຍາຍອາຄານຮຽນ ແລະ ການສະໜອງອຸປະກອນຕ່າງໆ. ພາຍໃຕ້ທຶນການຊ່ວຍເຫຼືອຂອງໂຄງການ VELA-FC  (ການສົ່ງເສີມການສຶກສາວິຊາຊີບໃນລາວ) ມີໂຮງຮຽນວິຊາຊີບສອງແຂວງຄື ບໍ່ແກ້ວ ແລະ ບໍລິຄຳໄຊ ແລະ ສະຖາບັນພັດທະນາການສຶກສາວິຊາຊີບວຽງຈັນ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລາວ, ອາຊຽນສົ່ງເສີມການນຳໃຊ້ຢາພື້ນເມືອງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ເຮັດວຽກຮ່ວມກັບບັນດາປະເທດສະມາຊິກອາຊຽນ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຢາພື້ນເມືອງ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມຄະນະທີ່ປຶກສາອາຊຽນຊຸດທີ 31 ວ່າດ້ວຍມາດຕະຖານ ແລະ ຄຸນນະພາບຂອງຢາພື້ນເມືອງ ແລະ  ກຸ່ມເຮັດວຽກກ່ຽວກັບຜະລິດຕະພັນສົ່ງເສີມສຸຂະພາບ ແລະ ກິດຈະກຳທີ່ກ່ຽວຂ້ອງ ເຊິ່ງຈັດຂຶ້ນທີ່ວຽງຈັນແຕ່ວັນ 29 ເມສາ ແລະ 3 ພຶດສະພາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ESvsk
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!