ການພັດທະນາດ້ານສັງຄົມ

ນັກສຶກສາໄດ້ຄວາມຮູ້ເພີ່ມຂຶ້ນຈາກການແຂ່ງຂັນຖາມຕອບລະດັບມະຫາວິທະຍາໄລ

ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການຈະສືບຕໍ່ຊ່ວຍເຫຼືອນັກສຶກສາໃນການພັດທະນາຄວາມຮູ້ທົ່ວໄປໃຫ້ທັນກັບສະພາບ, ເສີມຂະຫຍາຍທັກສະພາສາອັງກິດ ແລະ ເສີມສ້າງອັດທະຍາໄສໃນການຮຽນຮູ້ ຈາກການແຂ່ງຂັນຖາມຕອບມະຫາວິທະຍາໄລຄັ້ງທີສອງ.ການແຂ່ງຂັນຖາມຕອບມະຫາວິທະຍາໄລຄັ້ງທີສອງໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ນະຄອນຫຼວງວຽງຈັນ ໃນວັນພຸດຜ່ານມາ, ພາຍໃຕ້ການເຂົ້າຮ່ວມຂອງທ່ານອາຈານ ພູວົງ ວິໄລແສງ ຮອງຄະນະບໍດີຝ່າຍຄຸ້ມຄອງນັກສຶກສາ ຄະນະນິຕິສາດ ແລະ ວິທະຍາສາດການເມືອງ, ທ່ານ ຈອນ ຄອນໂນລີ ອຳນວຍການດ້ານຂໍ້ມູນຂ່າວສານຂອງ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ພ້ອນດ້ວຍນັກສຶກສາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວ, ເກົາຫຼີໃຕ້ຕົກລົງກໍ່ສ້າງໂຮງໝໍທັນສະໄໝ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ເກົາຫຼີໃຕ້ມີການຮ່ວມມືໃນການກໍ່ສ້າງໂຮງໝໍທັນສະໄໝຂຶ້ນທີ່ນະຄອນວຽງຈັນ ເພື່ອໃຫ້ການບໍລິການການປິ່ນປົວແບບທັນສະໄໝ ແລະ ຫຼຸດຜ່ອນປະລິມານຄົນເຈັບທີ່ຕ້ອງເດີນທາງໄປປິ່ນປົວຢູ່ບັນດາປະເທດເພື່ອນບ້ານ.ໂຮງໝໍດັ່ງກ່າວມີມູນຄ່າການກໍ່ສ້າງກວ່າ US$80 ລ້ານໂດລາ ເຊິ່ງລວມມີການປະກອບສ່ວນຈາກລັດຖະບານເກົາຫຼີ ພາຍໃຕ້ກອງທຶນການຮ່ວມມືໃນການພັດທະນາເສດຖະກິດ (EDCF) ເປັນມູນຄ່າ US$65 ລ້ານໂດລາ.ອ່ານຕໍ່ ...

ພົນສະຫວັນ ວົງໄຊ
http://annx.asianews.network/content/laos-south-korea-agree-build-state-art-hospital-97917

ຊ່ຽວຊານລາວ, ໄທຮ່ວມມືໃນການປິ່ນປົວພະຍາດມະເລັງທໍ່ນ້ຳບີ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງໝໍມະໂຫສົດ ຈັບມືກັບຄະນະຜູ້ຊ່ຽວຊານຈາກບັນດາປະເທດໃນກຸ່ມອາຊຽນເຊັ່ນ ປະເທດໄທ ໃນການປັບປຸງການປິ່ນປົວຄົນເຈັບພະຍາດມະເລັງທໍ່ນ້ຳບີ.ໃນປີ 2017, ໂຄງການເພື່ອການຢັບຢັ້ງ, ກວດ ແລະ ປິ່ນປົວພະຍາດມະເລັງທໍ່ນ້ຳບີໃນລາວ ໄດ້ມີການລິເລີ່ມຜ່ານໂຄງການຮ່ວມມືດ້ານການຄົ້ນຄວ້າ ລະຫວ່າງສະຖາບັນຄົ້ນຄວ້າສາທາລະນະສຸກ ແລະ ພະຍາດເຂດຮ້ອນ, ກະຊວງສາທາລະນະສຸກຂອງລາວ, ສະຖາບັນຄົ້ນຄວ້າມະເລັງທໍ່ນ້ຳບີ ມະຫາວິທະຍາໄລຂອນແກ່ນ ປະເທດໄທ, ແລະ ສະຖາບັນຄົ້ນຄວ້າສາທາລະນະສຸກ ແລະ ພະຍາດເຂດຮ້ອນຂອງປະເທດສະວິດເຊິແລນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ບໍລິສັດໄຟຟ້າເກົາຫຼີໃຕ້ໃຫ້ການຊ່ວຍເຫຼືອໂຮງຮຽນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປີ

ວຽງຈັນ (ວຽງຈັນທາມສ໌/ANN) – ບິນຄ່າກະແສໄຟຟ້າຂອງໂຮງຮຽນມັດທະຍົມສະໜາມໄຊ ເມືອງສະໜາມໄຊ ແຂວງອັດຕະປື ຈະຖືກລົງ ຍ້ອນການຊ່ວຍເຫຼືອຈາກບໍລິສັດພະລັງງານເກົາຫຼີຕາເວັນຕົກ (KOWEPO) ທີ່ໄດ້ທຳການຕິດຕັ້ງພະລັງງານແສງອາທິດໃຫ້ແກ່ໂຮງຮຽນ.ບໍລິສັດດັ່ງກ່າວໄດ້ຕົກລົງໃຫ້ການຊ່ວຍເຫຼືອໂຮງຮຽນ ຫຼັງຈາກທີ່ເມືອງສະໜາມໄຊໄດ້ປະສົບກັບໄພນ້ຳຖ້ວມກະທັນຫັນໃນປີກາຍນີ້, ເຮັດໃຫ້ຫຼາຍພັນຄົນຕ້ອງສູນເສຍທີ່ຢູ່ອາໄສ ທັງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/south-korean-power-company-lends-helping-hand-flood-hit-attapeu-school-97833

ນາຍົກຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈກັນໃນການປົກປ້ອງ ແລະ ພັດທະນາເດັກນ້ອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກໆຂະແໜງການໃນທົ່ວສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນໃນການປົກປ້ອງ, ສົ່ງເສີມ ແລະ ຊ່ວຍເຫຼືອພັດທະນາເດັກນ້ອຍ ເພື່ອໃຫ້ເຂົາເຈົ້າເຕີບໃຫຍ່ເປັນພົນລະເມືອງທີ່ຫ້າວຫັນຂອງສັງຄົມ.ທ່ານນາຍົກໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນຄຳໂອວາດເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-pm-calls-joint-effort-protect-develop-children-97619

ຍີ່ປຸ່ນຈະຊ່ວຍເຫຼືອລາວໃນການພັດທະນາຊັບພະຍາກອນມະນຸດ

ໂຕກຽວ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນໄດ້ຕົກລົງຊ່ວຍເຫຼືອປະເທດລາວ ໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ທີ່ຮັບຜິດຊອບໃນການສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການບໍລິຫານ ແລະ ການຈັດຕັ້ງສະຖາບັນ, ເຊັ່ນ ການຍົກລະດັບຄວາມສາມາດຂອງເຈົ້າໜ້າທີ່ລັດຖະບານ, ຕາມເວັບໄຊຂອງກະຊວງການຕ່າງປະເທດຍີ່ປຸ່ນ.ຄຳສັນຍາດັ່ງກ່າວໄດ້ມີຂຶ້ນໃນການໂອ້ລົມລະຫວ່າງທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຊິນໂຊ ອາເບ ນາຍົກລັດຖະມົນຕີຂອງສອງປະເທດ ທີ່ນະຄອນໂຕກຽວວານນີ້.ອ່ານຕໍ່  ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/japan-support-laos-human-resource-development-97618

ອອສ໌ເຕຣເລຍຊ່ວຍຍົກລະດັບທັກສະພາສາອັງກິດສຳລັບເຈົ້າໜ້າທີ່ກອງທັບລາວ

(ຂປລ) ກົມປ້ອງກັນຊາດອອສ໌ເຕຣເລຍເຮັດວຽກຢ່າງໃກ້ຊິດກັບກອງທັບປະຊາຊົນລາວ ໃນການຍົກລະດັບຄວາມຮູ້ດ້ານພາສາອັງກິດຂອງເຈົ້າໜ້າທີ່ກອງທັບລາວ.ພາສາອັງກິດແມ່ນພາສາທາງການຂອງອາຊຽນ ແລະ ອອສ໌ເຕຣເລຍໄດ້ໃຫ້ການສະໜັບສະໜູນໃນໄລຍະຍາວກ່ຽວກັບໂຄງການຝຶກອົບຮົມພາສາອັງກິດສຳລັບກອງທັບປະຊາຊົນລາວ.ໃນແຕ່ລະປີ ອອສ໌ເຕຣເລຍໄດ້ໃຫ້ທຶນການສຶກສາປະມານ 80 ທຶນສຳລັບເຈົ້າໜ້າທີ່ກອງທັບ ເພື່ອເຂົ້າຮຽນພາສາອັງກິດທີ່ໂຮງຮຽນວິທະຍາໄລວຽງຈັນ ແລະ ມີການສົ່ງເຈົ້າໜ້າທີ່ 5-10 ຄົນໄປຝຶກອົບຮົມເພີ່ມເຕີມຢູ່ປະເທດອອສ໌ເຕຣເລຍ.ອ່ານຕໍ່ ...

ຂປລ

ສະຫະພັນແມ່ຍິງລາວຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພັນແມ່ຍິງລາວຮ່ວມມືກັບອົງການຢູນິເຊັບ ແລະ ກະຊວງທີ່ກ່ຽວຂ້ອງໃນການດຳເນີນໂຄງການເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍຈາກການຄ້າມະນຸດ.ກອງປະຊຸມປຶກສາຫາລືກ່ຽວກັບຮ່າງແນວທາງໃນການປົກປ້ອງ ແລະ ຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ ໄດ້ມີຂື້ນວານນີ້ ທີ່ສູນຝຶກອົບຮົມສະຫະພັນແມ່ຍິງລາວ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວມີໂຮງຮຽນທີ່ເປີດສອນເປັນພາສາອັງກິດຫຼາຍຂຶ້ນ

ໂຮງຮຽນນາໆຊາດຮີດຟິລ໌ດ໌ ແມ່ນໂຮງຮຽນອີກແຫ່ງໜຶ່ງທີ່ຈະເປີດສອນເປັນພາສາອັງກິດ ສຳລັບພໍ່ແມ່ຜູ້ປົກຄອງທີ່ຕ້ອງການໃຫ້ລູກຫຼານໄດ້ຮຽນພາສາເຊິ່ງເປັນທີ່ຮັບຮູ້ໃນລະດັບສາກົນ.ທ່ານ ສູນທອນ ພົມມະຈັກ ອຳນວຍການໂຮງຮຽນ ໄດ້ເປີດເຜິີຍແນວທາງການສິດສອນຂອງໂຮງຮຽນໃນອາທິດແລ້ວນີ້ ໃນໂອກາດການຢ້ຽມຢາມຂອງທ່ານນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ທ່ານ ຮິວ ອີວານ ເອກອັກຄະລັດຖະທູດອັງກິດປະຈຳລາວ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ກຸ່ມຊ່ວຍເຫຼືອອາຊີ ສືບຕໍ່ການຊ່ວຍເຫຼືອສຳລັບຄົນພິການໃນແຂວງຫົວພັນ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການພັດທະນາຄົນພິການອາຊີ (ADDP) ຢືນຢັນວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອຄົນພິການໂດຍການສ້າງໂອກາດໃນການມີວຽກເຮັດງານທຳໃຫ້ແກ່ພວກເຂົາ.ADDP ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບການສະໜັບສະໜູນໂຄງການຊ່ວຍເຫຼືອໃນໄລຍະທີສອງ ໃນວັນສຸກຜ່ານມາ.ໂຄງການທີ່ມີຊື່ວ່າ “ສູນຝຶກອົບຮົມວິຊາຊີບສຳລັບຄົນພິການ” ແນໃສ່ຊ່ວຍເຫຼືອຄົນພິການໃນກນຮຽນທັກສະຕ່າງໆເຊັ່ນ ການເຮັດສວນ ແລະ ການເກັບກ່ຽວພືດພັນ ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດເພິ່ງພາຕົນເອງໃນການດຳລົງຊີວິດໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

fJwCx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!