ການພັດທະນາດ້ານສັງຄົມ

ເຢຍລະມັນໃຫ້ທຶນຊ່ວຍເຫຼືອ 8.3 ຕື້ກີບເພື່ອສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານຢູ່ແຂວງຊຽງຂວາງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການຮ່ວມມື ແລະ ພັດທະນາເສດຖະກິດຂອງສະຫະພັນເຢຍລະມັນ (BMZ) ຮ່ວມກັບອົງການຄິຼດຕະຈັກເພື່ອການພັດທະນາ ແລະ ບັນເທົາທຸກ ເຢຍລະມັນ (ADRA) ໄດ້ອະນຸມັດທຶນຊ່ວຍເຫຼືອກວ່າ 8.3 ຕື້ກີບ (US$961,493 ໂດລາ) ເພື່ອຊ່ວຍເຫຼືອໂຄງການສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊີວິດການເປັນຢູ່ໄລຍະສາມປີ ຢູ່ເມືອງພູກູດ ແຂວງຊຽງຂວາງ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການດັ່ງກ່າວໄດ້ມີການລົງນາມຫວ່າງໝໍ່ໆມານີ້ ຢູ່ແຂວງຊຽງຂວາງ ລະຫວ່າງທ່ານນາງ ກິວ ກຼໍລິມຸນ ອຳນວຍການອົງການ ADRA ປະຈຳລາວ ແລະ ທ່ານ ບຸນໂຮມ ເທດທານີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/germany-provides-grant-bolster-food-security-xieng-khuang-100654

ນັກສຶກສາລາວ, ເກົາຫຼີ, ໄທຮ່ວມປະຊຸມເພື່ອແລກປ່ຽນກ່ຽວກັບການພັດທະນາໃນດ້ານວິສະວະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ດຳເນີນການສົ່ງເສີມຄວາມຮູ້ດ້ານວິທະຍາສາດ ແລະ ເທັກໂນໂລຢີໃຫ້ແກ່ນັກສຶກສາ ດ້ວຍການສ້າງໂອກາດໃນການແລກປ່ຽນຄວາມຮູ້ໃຫ້ກັບນັກສຶກສາເກົາຫຼີ ແລະ ໄທ ຜ່ານກິດຈະກຳແຄັ້ມວິທະຍາສາດ.ກິດຈະກຳແຄັ້ມວິທະຍາສາດໂລກ GIST-NUOL ຄັ້ງທີສອງໃນປະເທດລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-25 ກໍລະກົດນີ້ ຢູ່ທີ່ຄະນະວິສະວະກຳສາດ. ເຂົ້າຮ່ວມໃນງານດັ່ງກ່າວມີທ່ານ ສຈ ຄຳຜຸຍ ສຸດທິສົມບັດ ອະທິການບໍດີຄະນະ ພ້ອມດ້ວຍແຂກທີ່ມີກຽດ ແລະ ນັກສຶກສາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/lao-korean-thai-students-gather-share-advances-engineering-100657

ລັດຖະບານຈະເອົາຫຼັກສູດວິຊາຊີບເຂົ້າໃນການສຶກສາຊັ້ນມັດທະຍົມ

ວຽງຈັນ (ວຽງຈັນທາມສ໌) – ອີກບໍ່ດົນ ຫຼັກສູດການສຶກສາວິຊາຊີບຈະກາຍເປັນສ່ວນໜຶ່ງຂອງຫຼັກສູດການສຶກສາມາດຕະຖານທົ່ວປະເທດ ເຊິ່ງເປັນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານໃນການເພີ່ມທະວີການສ້າງແຮງງານທີ່ມີທັກສະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການພັດທະນາ.ບາດກ້າວດັ່ງກ່າວແມ່ນເພື່ອສະໜັບສະໜູນເປົ້າໝາຍຂອງລັດຖະບານໃນການເພີ່ມທີວະການສ້າງຊັບພະຍາກອນມະນຸດເຂົ້າສູ່ຕະຫຼາດແຮງງານ ເພື່ອຕອບສະໜອງແຮງງານທີ່ມີທັກສະເຊິ່ງເປັນທີ່ຕ້ອງການໃນອຸດສາຫະກຳ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/govt-introduce-vocational-courses-secondary-schools-laos-100573

ສະຖາບັນການເງິນດົງຄຳຊ້າງ ວາງສິລາເລີກໂຄງການກໍ່ສ້າງໄລຍະທີສາມ

ສະຖາບັນເສດຖະກິດ ແລະ ການເງິນດົງຄຳຊ້າງໄດ້ເລີ່ມຕົ້ນການກໍ່ສ້າງໃນໄລຍະທີສາມ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສ້າງສະຖາບັນໃຫ້ເປັນສູນການສຶກສາດ້ານການເງິນອັນດັບຕົ້ນໆຂອງປະເທດ.ພິທີວາງສິລາເລີກສຳລັບການກໍ່ສ້າງໃນໄລຍະທີສາມດັ່ງກ່າວໄດ້ມີຂຶ້ນທີ່ສະຖາບັນໃນວັນສຸກຜ່ານມານີ້ ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນຂອງລາວ ແລະ ທ່ານ ດິນ ຕຽນ ດັງ ລັດຖະມົນຕີກະຊວງການເງິນຂອງຫວຽດນາມ.ໂຄງການກໍ່ສ້າງສະຖາບັນເສດຖະກິດ ແລະ ການເງິນດົງຄຳຊ້າງ ແມ່ນໂຄງການຮ່ວມມືລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມ. ເຊິ່ງແບ່ງເປັນສາມໄລຍະ, ໄລຍະທີໜຶ່ງໄດ້ສຳເລັດໃນທ້າຍປີ 2008 ສ່ວນໄລຍະທີສອງແມ່ນສຳເລັດໃນປີ 2014.ອ່ານຕໍ່  ...

ເພັດສະໝອນ ຈັນດາລາ

ມະຫາວະທິຍາໄລແຫ່ງຊາດຊ່ວຍເຫຼືອນັກສຶກສາໃນການລົງທະບຽນອອນໄລເພື່ອສອບເສັງເຂົ້າມະຫາວິທະຍາໄລ

ນັກສຶກສາທີ່ມີບັນຫາໃນການລົງທະບຽນອອນໄລເພື່ອສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ສາມາດພົວພັນກັບທາງມະຫາວິທະຍາໄລແຫ່ງຊາດໂດຍກົງໄດ້ທີ່ເບີ 021 771 860 ຫຼື ເຂົ້າເບິ່ງວິດີໂອແນະນະຜ່ານທາງເວັບໄຊ www.nuol.edu.la.ຕາມການເປີດເຜີຍຂອງເຈົ້າໜ້າທີ່ຮັບຜິດຊອບການລົງທະບຽນສອບເສັງອອນໄລ, ມະຫາວິທະຍາໄລແຫ່ງຊາດໄດ້ຈັດຕັ້ງຄະນະກຳມະການ ເພື່ອໃຫ້ຄຳແນະນຳແກ່ນັກສຶກສາທີ່ປະສົບບັນຫາໃນຂັ້ນຕອນການລົງທະບຽນສອບເສັງອອນໄລ ເຊິ່ງເປີດຮັບແຕ່ວັນທີ 1-30 ກໍລະກົດນີ້.ຜູ້ສະໝັກສ່ວນໃຫຍ່ທີ່ປະສົບບັນຫາໃນການລົງທະບຽນແມ່ນຍ້ອນເຂົາເຈົ້າບໍ່ປ້ອນຂໍ້ມູນສ່ວນຕົວທີ່ຈຳເປັນ ເພື່ອໃຫ້ລະບົບສາມາດອອກລະຫັດການລົງທະບຽນອັດຕະໂນມັດ, ຕາມເຈົ້າໜ້າທີ່.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ພະຍາດໄຂ້ເລືອດອອກຊະນິດຮ້າຍແຮງລະບາດໃນລາວ ໃນຂະນະທີ່ຈຳນວນກໍລະນີຄົນເຈັບເພີ່ມສູງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ປະເທດລາວກຳລັບຜະເຊີນກັບການລະບາດຂອງພະຍາດໄວຣັສ໌ໄຂ້ເລືອດອອກທີ່ຮ້າຍແຮງໃນລະດູຝົນປີນີ້.ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດໄດ້ຢືນຢັນວ່າ ກຸ່ມເຊື້ອໄວຣັສ໌ໄຂ້ເລືອດອອກປະເພດ 2 ແລະ 4 ແມ່ນເປັນສາເຫດຕົ້ນຕໍຂອງພະຍາດໄຂ້ເລືອດອອກໃນຈຳນວນກໍລະນີຄົນເຈັບກ່ວາ 14,000 ກໍລະນີ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 31 ກໍລະນີ.ໂດຍສະເພາະ ກຸ່ມເຊື້ອປະເພດ 2 ເປັນສາເຫດຂອງພະຍາດໄຂ້ເລືອດອອກເຊິ່ງມີອັດຕາການຕາຍທີ່ສູງ. ຈາກການວິເຄາະກຸ່ມເຊື້ອປະເພດ 2 ດັ່ງກ່າວສະແດງໃຫ້ເຫັນວ່າເຊື້ອໄວຣັສ໌ ໄດ້ມີການກາຍພັນ. ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່ານະຄອນຫຼວງວຽງຈັນພົບການລະບາດຂອງເຊື້ອໄວຣັສ໌ໄຂ້ຍຸງປະເພດສອງເຊິ່ງເປັນຊະນິດທີ່ຮ້າຍແຮງທີ່ສຸດ. ແຂວງຈຳປາສັກ, ສະຫວັນນະເຂດ ແລະ ແຂວງພາກໃຕ້ອື່ນໆ ກໍພົບກໍລະນີຜູ້ຕິດເຊື້ອໄວຣັສ໌ປະເພດ 2 ດັ່ງກ່າວເຊັ່ນດຽວກັນ.ອ່ານຕໍ່ ...

ໄຊຊະນະ ລືໄກ
http://annx.asianews.network/content/severe-form-dengue-strikes-cases-continue-mount-laos-100345

ທະນາຄານໂລກ: ການຂາດສານອາຫານກວມມູນຄ່າ 2.4% ຂອງ GDP ຂອງລາວໃນແຕ່ລະປີ

ວຽງຈັນ (ວຽງຈັນທາມສ໌/ANN) – ການຂາດສານອາຫານໃນລະດັບສູງໃນເດັກນ້ອຍ ເຮັດໃຫ້ປະເທດລາວສູນເສຍທ່າແຮງດ້ານຊັບພະຍາກອນມະນຸດ ແລະ ເສດຖະກິດຢ່າງໜ້າເສຍດາຍ ແຕ່ກໍສາມາດຫຼີດລ່ຽງໄດ້, ອີງຕາມທະນາຄານໂລກ.ໃນທົ່ວປະເທດ ພາວະເດັກເຕ້ຍແມ່ນກວມເອົາໜຶ່ງໃນສາມຂອງເດັກນ້ອຍລາວທັງໝົດທີ່ມີອາຍຸຫຼຸດຫ້າປີ, ທະນາຄານໂລກກ່າວໃນບົດສັງລວມໃນເວັບໄຊຂອງຕົນ ທີ່ໃສ່ຊື່ວ່າ  ‘ວິທີການສຸມໃສ່ຫຼາຍຂະແໜງການ ເພື່ອຫຼຸດຜ່ອນການຂາດສານອາຫານໃນ ສປປ ລາວ’.“ອັດຕາການຂາດສານອາຫານຂອງແມ່ ແລະເດັກໃນປະຈຸບັນ ເຮັດໃຫ້ ສປປ ລາວ ສູນເສຍທ່າແຮງດ້ານຊັບພະຍາກອນມະນຸດ ເຊິ່ງກວມປະມານ 2.4 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດໃນແຕ່ລະປີ,” ທະນາຄານໂລກກ່າວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/world-bank-malnutrition-costs-24-lao-gdp-annually-100347

ລາວຈະສືບຕໍ່ການສົ່ງເສີມການບໍລິການເພື່ອຟື້ນຟູຄົນພິການ

ລາວຈະສືບຕໍ່ເຮັດວຽກຮ່ວມກັບຄູ່ຮ່ວມພັດທະນາ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງດ້ານການກໍລິການ ແລະ ການລົງທຶນໃນການຟື້ນຟູຄົນພິການ, ຕາມເຈົ້າໜ້າທີ່ການນຳສາທາ.ທ່ານ ຮສ.ດຣ ພູທອນ ເມືອງພັກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຄຳໝັ້ນໃນກອປະຊຸມກ່ຽວກັບການຟື້ນຟູຄົນພິການໂລກ 2030 ຄັ້ງທີສອງ ເຊິ່ງຈັດຂຶ້ນທີ່ສຳນັກງານໃຫຍ່ຂອງອົງການອະນາໄມໂລກ (WHO) ທີ່ນະຄອນເຈນນິວາ ປະເທດສະວິດເຊີແລນໃນວັນທີ 8-9 ກໍລະກົດຜ່ານມານີ້.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອາຊຽນວາງແຜນກະກຽມກອງປະຊຸມລັດຖະມົນຕີຄັ້ງທີ 11 ກ່ຽວກັບຊາວໜຸ່ມ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຂອງປະເທດສະມາຊິກໄດ້ມີການຫາລືວານນີ້ ເພື່ອກະກຽມກອງປະຊຸມລັດຖະມົນຕີຄັ້ງທີ 11 ກ່ຽວກັບຊາວໜຸ່ມ (AMMY XI) ເຊິ່ງແນໃສ່ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການພັດທະນາແບບຍືນຍົງ ແລະ ການລວມຕົວໃນລະດັບພາກພື້ນ.ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ລະດັບສູງຂຶ້ນ ທີ່ນະຄອນຫຼວງວຽງຈັນ ເພື່ອກະກຽມກອງປະຊຸມ AMMY XI ເຊິ່ງຈະມີຂຶ້ນໃນວັນທີ 20 ກໍລະກົດນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/asean-lays-groundwork-ahead-11th-ministerial-meeting-youth-100346

ກະຊວງອອກຄຳສັ່ງໃຫ້ຂຶ້ນທະບຽນລະບົບຂ່າວສານສື່ສັງຄົມອອນໄລໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງສັ່ງໃຫ້ຜູ້ຈັດການລະບົບຂ່າວສານສື່ສັງຄົມອອນໄລໃນລາວ ຈົດທະບຽນບັນຊີຜູ້ນຳໃຊ້ ຫຼື ໜ້າເພັຈ໌ ບໍ່ດັ່ງນັ້ນຈະຖືກດຳເນີນການຕາມລະບຽບກົດໝາຍ.ຄຳເຕືອນດັ່ງກ່າວ ແມ່ນເນື່ອງຈາກໃນລາວມີລະບົບຂ່າວສານທາງດິຈິຕອລ໌ຈຳນວນຫຼວງຫຼາຍທີ່ມີການເຜີຍແຜ່ຂ່າວສານທີ່ບໍ່ເປັນຈິງ ແລະ ຂໍ້ມູນທີ່ບໍ່ຖືກຕ້ອງ ຜ່ານທາງສື່ສັງຄົມອອນໄລ  ເຮັດໃຫ້ສັງເກີດຄວາມເຂົ້າໃຈຜິດ ແລະ ສ້າງກະແສປັ່ນປ່ວນກ່ຽວກັບເຫດການຕ່າງໆ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/ministry-orders-registration-social-media-news-platforms-laos-100198

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

MdcEt
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!