ການພັດທະນາດ້ານສັງຄົມ

ມູນນິທິຮອລໂລວເຟຼດ ຂະຫຍາຍການຊ່ວຍເຫຼືອດ້ານການຜ່າຕັດຕໍ້ກະຈົກ

ມູນນິທິຮອລໂລວເຟຼດ ຈະສືບຕໍ່ຊ່ວຍເຫຼືອປະຊາຊົນລາວໃນ 10 ແຂວງທີ່ມີບັນຫາກ່ຽວກັບສາຍຕາ, ໂດຍສະເພາະແມ່ນຜູ້ທີ່ເປັນພະຍາດຕໍ້ກະຈົກ ເພື່ອຮັບປະກັນການສົ່ງເສີມການເບິ່ງເຫັນ ແລະ ຄຸນນະພາບຊີວິດທີ່ດີຂຶ້ນ.ບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສືບຕໍ່ໂຄງການປິ່ນປົວສາຍຕາຄົບວົງຈອນແບບຍືນຍົງ ໄດ້ມີການລົງນາມຢູ່ນະຄອນວຽງຈັນ ໃນວັນພະຫັດແລ້ວນີ້ ລະຫວ່າງທ່ານ ດຣ ພຸກ ຫວຽນ ທັນ ຫົວໜ້າມູນນິທິຮອລໂລວເຟຼດພາກພື້ນອາຊີຕາເວັນອອກ, ແລະ ທ່ານ ດຣ ບົວຂັນ ພະຄູນທອງ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູສຸຂະພາບ ກະຊວງສາທາລະນະສຸກ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ໄກ້ນຳທ່ຽວ 66 ຄົນພ້ອມແລ້ວທີ່ຈະເຂົ້າສູ່ຖັນແຖວອາຊີບ

ບຸກຄະລາກອນການທ່ອງທ່ຽວຈຳນວນ 66​ ຄົນທີ່ສຳເລັດການຝຶກອົບຮົບກຽມພ້ອມທີ່ຈະປະກອບອາຊີບເປັນນັກນຳທ່ຽວ, ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ແລະ ສ້າງສີສັນໃຫ້ແກ່ສະຖານທີ່ທ່ອງທ່ຽວໃນລາວ.ກຸ່ມນັກຝຶກອົບຮົມດັ່ງກ່າວໄດ້ສຳເລັດຫຼັກສູດການຝຶກອົບຮົມໄກ້ນຳທ່ຽວແຫ່ງຊາດຊຸດທີ 26 ຂອງລັດຖະບານ, ເຊິ່ງມີຂຶ້ນທີ່ນະຄອນວຽງຈັນ ແຕ່ວັນທີ 27 ພຶດສະພາ ເຖິງ 9 ສິງຫານີ້.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວສ້າງແຜນສຸກເສີນເພື່ອການຄວບຄຸມ ແລະ ປ້ອງກັນພະຍາດອີໂບລາ

ວຽງຈັນ (ວຽງຈັນທາມສ໌) – ລາວຈະເຮັດວຽກຮ່ວມກັບບັນດາປະເທດເພື່ອນບ້ານ ເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບພະຍາດອີໂບລາ, ໂດຍສະເພາະແມ່ນສຳລັບຜູ້ທີ່ເດີນທາງໄປດ່າງປະເທດ ເຊິ່ງອາດມີຄວາມສ່ຽງຕໍ່ການຕິດເຊື້ອໄວຣັສ໌ດັ່ງກ່າວ.ປະເທດລາວມີຊາຍແດນຮ່ວມກັບຫ້າປະເທດ ແຕ່ວ່າມາເຖິງປະຈຸບັນແມ່ນບໍ່ມີລາຍງານກ່ຽວກັບການລະບາດຂອງເຊື້ອອີໂບລາໃນປະເທດເພື່ອບ້ານ, ແລະ ບໍ່ມີລາຍງານການລະບາດຂອງເຊື້ອພະຍາດດັ່ງກ່າວໃນທະວີບອາຊີ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-makes-contingency-plans-control-and-prevention-ebola-101857

ມູນນິທິເຟຣັດຮອລໂລ ສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ມີບັນຫາດ້ານສາຍຕາໃນລາວ

ມູນນິທິເຟຣັດຮອລໂລ ຈະສືບຕໍ່ສະໜັບສະໜູນວຽກງານການປັບປຸງການເບິ່ງເຫັນໃຫ້ແກ່ປະຊາຊົນໃນ 10 ແຂວງຂອງລາວ, ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງເຂົາເຈົ້າ.ມູນນິທິເຟຣັດຮອລໂລ, ເຈົ້າໜ້າທີ່ລັດຖະບານ ພ້ອມດ້ວຍອຳນາດການປົກຄອງ ຮ່ວມປະຊຸມຢູ່ວຽງຈັນໃນອາທິດແລ້ວນີ້ ເພື່ອລາຍງານຜົນຂອງໂຄງການສົ່ງເສີມສຸຂະພາບຕາຄົບວົງຈອນແບບຍືນຍົງ ແຕ່ປີ 2014-2018 ແລະ ວາງແຜນການໃນຕໍ່ໜ້າ.ໂຄງການກ່ຽວກັບສາຍຕາດັ່ງກ່າວມີໂຄງການຢູ່ແຂວງຫຼວງພະບາງ, ອຸດົມໄຊ, ຄຳມ່ວນ, ຫຼວງນ້ຳທາ, ສະຫວັນນະເຂດ ແລະ ບໍ່ແກ້ວ ພາຍໃຕ້ການສະໜັບສະໜູນຂອງ ມູນນິທິເຟຣັດຮອລໂລ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຜູ້ນຳໃຊ້ສື່ສັງຄົມອອນໄລຕ້ອງຈົດທະບຽນລະບົບຢ່າງເປັນທາງການຕາມລະບຽບກົດໝາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ນຳໃຊ້ສື່ສັງຄົມອອນໄລຕ້ອງໄປຈົດທະບຽນລະບົບທີ່ນຳໃຊ້ກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຫຼັງຈາກທີ່ກະຊວງໄດ້ອອກລະບຽບການກ່ຽວກັບການນຳໃຊ້ຫວ່າງໝໍ່ໆມານີ້.ລະບຽບການດັ່ງກ່າວແມ່ນແນໃສ່ຮັບປະກັນໃຫ້ຜູ້ນຳໃຊ້ສື່ສັງຄົມອອນໄລ ມີຄວາມຮັບຜິດຊອບ ແລະ ປະຕິບັດໃຫ້ສອງຄ່ອງຕາມລະບຽບກົດໝາຍ. ນີ້ໝາຍຄວາມວ່າບຸກຄົນທີ່ນຳໃຊ້ລະບົບຕ່າງໆເຊັ່ນ ເວັບໄຊ, ເຟັສ໌ບຸກ ແລະ ຊ່ອງທາງການໃນການສະໜອງຂໍ້ມູນຂ່າວສານ ແລະ ການໂຄສະນາຕ່າງໆ ຕ້ອງເຂົ້າໄປຈົດທະບຽນກັບກະຊວງດ່ງກ່າວ.ອ່ານຕໍ່ ...

ປັນຍາສິດ ທຳມະວົງສາ
http://annx.asianews.network/content/social-media-users-required-law-register-platforms-101754

ລາວ, ຈີນຂະຫຍາຍການຮ່ວມມືໃນການປິ່ນປົວພະຍາດກ່ຽວກັບຫົວໃຈ

ວຽງຈັນ (ວຽງຈັນທາມສ໌/ANN) – ແພດໝໍລາວກຳລັງມີການຮ່ວມມືກັບແພດຈາກຈີນໃນການພັດທະນາທັກສະໃນການບົ່ງມະຕິ ແລະ ການປິ່ນປົວພະຍາດກ່ຽວກັບຫົວໃຈ ເພື່ອຮັບມືກັບການເພີ່ມຂຶ້ນຂອງຈຳນວນຄົນເຈັບຍ້ອນພະຍາດດັ່ງກ່າວໃນທົ່ວປະເທດ.ສ່ວນໜຶ່ງຂອງວຽກງານດັ່ງກ່າວ ແມ່ນການຮຽນຮູ້ຮູບແບບການຜ່າຕັດຫົວໃຈແບບທັນສະໄໝຜ່ານການນສ່ອງກ້ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-china-extend-partnership-treatment-cardiovascular-disease-101750

ເມືອງໄຊທານີມີອັດຕາຜູ້ຕິດເຊື້ອໄຂ້ເລືອດອອກສູງສຸດເປັນປະຫວັດສາດ

ເມືອງໄຊທານີ ມີຈຳນວຍຜູ້ຕິດເຊື້ອໄຂ້ເລືອດອອກສູງສຸດເປັນປະຫວັດສາດໃນນະຄອນຫຼວງວຽງຈັນ, ໃນຂະນະທີ່ກໍລະນີຄົນເຈັບໃນນະຄອນຫຼວງຍັງຄົງເພີ່ມສູງຂຶ້ນ.ມາເຖິງວັນທີ 8 ກໍລະກົດ, ນະຄອນຫຼວງວຽງຈັນພົບຄົນເຈັບພະຍາດໄຂ້ເລືອດອອກທີ່ໄດ້ຮັບການບົ່ງມະຕິແລ້ວ 4,846 ກໍລະນີ ແລະ ມີຜູ້ເສຍຊີວິດ 13 ກໍລະນີຍ້ອນເຊື້ອພະຍາດດັ່ງກ່າວ.ສຳລັບເມືອງໄຊທານີ ມີຄົນເປັນໄຂ້ຍຸງ 1,469 ກໍລະນີ ແລະ ເສຍຊີວິດ 4 ກໍລະນີ, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ນັກຮຽນນັກສຶກສາຮຽນຮູ້ບົດຮຽນກ່ຽວກັບການສະກັດກັ້ນການຄ້າມະນຸດຈາກ ຢູເອັນ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກຮຽນນັກສຶກສາຈາກໂຮງຮຽນມັດທະຍົມ ແລະ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມກອງປະຊຸມຢູ່ວຽງຈັນຫວ່າງໝໍ່ໆມານີ້ ເພື່ອຮຽນຮູ້ກ່ຽວກັບການຄ້າມະນຸດ, ໂດຍສະເພາະແມ່ນວິທີການໃນການຕ້ານການຄ້າມະນຸດພາຍໃຕ້ລະບຽບການສາກົນ.ຫົວຂໍ້ໃນການປະຊຸມແມ່ນຫາລືກ່ຽວກັັບເຫດການຕົວແບບຂອງອົງການສະຫະປະຊາຊາດ ເຊິ່ງຈັດຂຶ້ນຢູ່ເຮືອນຮັບແຂກຂອງອົງການສະຫະປະຊາຊາດປະຈຳນະຄອນວຽງຈັນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/students-get-lessons-un-human-trafficking-prevention-101595

ມະຫາວິທະຍາໄລແຫ່ງຊາດຈະຮັບນັກສຶກສາກວ່າ 8,000 ຄົນສຳລັບສົກປີນີ້

ມະຫາວິທະຍາໄລແຫ່ງຊາດວຽງຈັນ ຈະຮັບນັກສຶກສາປະມານ 8,100 ຄົນ ເພື່ອເຂົ້າຮຽນໃນ 13​ ຄະນະວິຊາສຳລັບສົກການສຶກສາທີ່ຈະມາເຖິງນີ້ ຜ່ານການສອບເສັງເຂົ້າມາຫາວິທະຍາໄລ.ການສອບເສັງດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ມະຫາວິທະຍາໄລໃນວັນເສົາແລ້ວນີ້ ພາຍໃຕ້ການຊ້ອງໜ້າຂອງທ່ານ ສຈ.ປອ ສົມສີ ຍໍພັນໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ອະທິການບໍດີມະຫາວິທະຍາໄລ.ອ່ານຕໍ່   ...

ພົມພົງ ເຫຼົາອິນ

ກະຊວງສາທາເນັ້ນເຖິງຄວາມຈຳເປັນໃນການປິ່ນປົວພະຍາດໄຂ້ເລືອດອອກໃຫ້ຖືກວິທີ

ເຈົ້າໜ້າທີ່ສາທາລະນະສຸກ ແລະ ພະນັກງານການແພດໄດ້ຮັບຄຳແນະນຳ ເພື່ອຮັບປະກັນວ່າຄົນເຈັບພະຍາດໄຂ້ເລືອດອອກທັງໝົດຈະໄດ້ຮັບຕິດຕາມການປິ່ນປົວຕາມແຜນທີ່ກຳນົດໂດຍແພດຢ່າງໃກ້ຊິດ ເພື່ອຮັບປະກັນການຟື້ນຕົວຈາກການເຈັບປ່ວຍ.ທ່ານ ສຈ.ດຣ ຄຳເປ ພົງສະຫວັນ ປະທານສະມາຄົມແພດເດັກລາວ ແລະ ສະມາຊິກທິມສະກັດກັ້ນ ແລະ ຄວບຄຸມໄຂ້ເລືອດອອກ ກະຊວງສາທາລະນະສຸກ ໄດ້ກ່າວໂອ້ລົມຜ່ານສື່ມວນຊົນໃນວັນເສົາຜ່ານມາກ່ຽວກັບການປິ່ນປົວພະຍາດໄຂ້ເລືອດອອກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kr5Wx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!