ການພັດທະນາດ້ານສັງຄົມ

ເກົາຫຼີໃຕ້ສະໜັບສະໜູນພາລະກິດການສົ່ງເສີມສຸຂະພາບເດັກອ່ອນ ແລະ ເດັກນ້ອຍໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນເກົາຫຼີ (KOICA) ຂອງປະເທດເກົາຫຼີໃຕ້ຈະໃຫ້ທຶນຊ່ວຍເຫຼືອປະມານ US$7.5 ລ້ານໂດລາສຳລັບປະເທດລາວແຕ່ປີ 2019 ຫາ 2023 ເພື່ອສົ່ງເສີມວຽກງານສຸຂະພາບແມ່, ເດັກເກີດໃໝ່ ແລະ ເດັກນ້ອຍໃນສາມແຂວງ.ຂໍ້ຕົກລົງກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ມີການລົງນາມຢູ່ນະຄອນຫຼວງວຽງຈັນໃນວັນອັນຄານນີ້ ໂດຍທ່ານ ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີ່ມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານ ຊຸງຊູ ໂອ ຫົວໜ້າອົງການ KOICA ປະຈຳລາວ. ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/south-korea-backs-efforts-improve-newborn-and-child-health-102438

ມະຫາວິທະຍາໄລແພດສາດ ເນັ້ນເຖິງຄວາມຈຳເປັນໃນການເພີ່ມການໃຫ້ຂໍ້ມູນຂ່າວສານກ່ຽວກັບສຸຂະພາບໄວຈະເລີນພັນ

ເຈົ້າໜ້າທີ່ສາທາລະນະສຸກ ແລະ ອຳນາດການປົກຄອງທ້ອງຖິ່ນຄວນເພີ່ມທະວີສະໜອງຂໍ້ມູນດ້ານການບໍລິການສາທາລະນະສຸກກ່ຽວກັບໄວຈະເລີນພັນ ແລະ ເພດສຶກສາສຳລັບໄວໜຸ່ມເພື່ອຫຼຸດຜ່ອນອັດຕາການຖືພາໃນເວລາທີ່ບໍ່ພ້ອມ.ການຖືພາໃນເວລາທີ່ບໍ່ພ້ອມ ແມ່ນໜຶ່ງໃນສາເຫດໃຫ້ແມ່ຍິງບໍ່ສາມາດອອກໄປເຮັດວຽກນອກບ້ານ ແລະ ມີທ່າອ່ຽງຈຳກັດກ່ຽວກັບອຳນາດທາງການເງິນ. ຍິ່ງໄປກວ່ານັ້ນ,​ ພັນທະໃນການລ້ຽງລູກຍັງເປັນສາເຫດໃຫ້ແມ່ຍິງຜະເຊີນກັບການເລືອກປະຕິບັດໃນການເຂົ້າເຮັດວຽກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະຖານທູດກຸຍບາລ້ຽງສົ່ງນັກຮຽນທຶນ 6 ຄົນເພື່ອໄປສຶກສາຕໍ່

ລັດຖະບານກຸຍບາໄດ້ໃຫ້ທຶນການສຶກສາສຳລັບນັກສຶກສາລາວຈຳນວນ 6 ທຶນເພື່ອໄປສຶກສາຕໍ່ຢູ່ປະເທດກຸຍບາ ຢູ່ທີ່ໂຮງຮຽນວິທະຍາການແພດອາເມລິກາລາຕິນ (ELAM) ເມືອງຮາວານາ, ໃນຂະແໜງກົດໝາຍ ແລະ ກະເສດສາດ ສຳລັບສົກການສຶກສາ 2019-2020.ພິທີລ້ຽງສົ່ງນັກສຶກສາທຶນດັ່ງກ່າວໄດ້ຈັດຂຶ້ນທີ່ສະຖານທູດກຸຍບາ ໃນຕອນແລງຂອງວັນສຸກແລ້ວນີ້ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ປາໂບລ ອັນໂຕນີໂອ ໂຣດິເກັດສ໌ ວິດາວ, ເຈົ້າໜ້າທີ່ການທູດກຸຍບາ, ນັກສຶກສາ ແລະ ເຈົ້າໜ້າທີ່ລັດຖະບານ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ກອງປະຊຸມທົບທວນແນວທາງເພື່ອຫຼຸດຜ່ອນການໃຊ້ຄວາມຮຸນແຮງທາງເພດໃນລາວ

ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ມີການທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ‘ການນຳຄວາມຍຸດຕິທຳສູ່ແມ່ຍິງທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸນແຮງທາງເພດ’ ແຕ່ປີ 2016-2019.ຄະນະກະມາທິການແຫ່ງຊາດເພື່ອການພັດທະນາແມ່ຍິງ ແລະ ແມ່ແລະເດັກ (NCAWMC) ວຽງຈັນ ພ້ອນດ້ວຍທີມງານຄະນະ ໄດ້ຈັດກອງປະຊຸມຄະນະກະມະການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ ແລະ ລາຍງານການປະເມີນການສະຫຼຸບໂຄງການ.ອ່ານຕໍ່  ...

ແກ້ວວຽງຄອນ ບຸນວິເສດ

ການສະເຫຼີມສະຫຼອງວັນຊາວໜຸ່ມສາກົນຂົວຂວາຍຊ່ອງທາງໃນການປະຕິຮູບການສຶກສາ

ຊາວໜຸ່ມກວ່າ 300 ຄົນຈາກທົ່ວປະເທດໄດ້ເຂົ້າຮ່ວມປະຊຸມຢູ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນໃນວັນພຸດຜ່ານມານີ້ ເພື່ອສະເຫຼີມສະຫຼອງວັນຊາວໜຸ່ມສາກົນ (12 ສິງຫາ) ພາຍໃຕ້ຫົວຂໍ້ທົ່ວໂລກ “ການປະຕິຮູບການສຶກສາ.”ພາຍໃຕ້ການສະໜັບສະໜູນຂອງອົງການກອງທຶນເພື່ອປະຊາກອນ ສະຫະປະຊາຊາດ (UNFPA) ແລະ ສູນການຊາວໜຸ່ມປະຊາຊົນປະຕິວັດລາວ, ວັນຊາວໜຸ່ມສາກົນ ໄດ້ເປີດໂອກາດໃຫ້ມີການສະເຫຼີມສະຫຼອງ ແລະ ສົ່ງເສີມການປະກອບສ່ວນຂອງຊາວໜຸ່ມໃນຂົງເຂດການສຶກສາ ແລະ ການສົ່ງເສີມບົດບາດຂອງຊາວໜຸ່ມໃນການເພີ່ມທະວີຄວາມສະເໝີພາບ ແລະ ຄວາມເທົ່າທຽມດ້ານການສຶກສາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແມງໄມ້ທີ່ກິນໄດ້ສາມາດເປັນທຸລະກິດທີ່ຂະຫຍາຍຕົວໃນລາວໃນອະນາຄົດແທ້ບໍ່?

ແມງໄມ້ທີ່ກິນໄດ້ ໄດ້ສ້າງຄວາມສົນໃຈໃນເວທີສາກົນໃນປີ 2013, ເມື່ອອົງການອາຫານ ແລະ ການກະເສດ (FAO) ໄດ້ເຜີຍແຜ່ບົດລາຍງານ ເຊິ່ງຢັ້ງຢືນວ່າແມງໄມ້ອາດເປັນຊ່ອງທາງໜຶ່ງໃນການແກ້ໄຂບັນຫາການຂາດແຄນດ້ານສະບຽງອາຫານຂອງໂລກ.ໃນນີ້​ ອົງການ FAO ໄດ້ໃຫ້ຂໍ້ສັງເກດວ່າ ແມງໄມ້ເປັນສິນຄ້າອາຫານໃນຍາມສຸກເສີນ ທ່າມກາງບັນຫາທີ່ເກີດຂຶ້ນໃນສັດຕະວັດທີຊາວເອັດເນື່ອງຈາກຄ່າອາຫານທາດຊີ້ນທີ່ເພີ່ມສູງຂຶ້ນ, ຄວາມບໍ່ໝັ້ນຄົງຂອງສິນຄ້າສະບຽງອາຫານ, ຄວາມກົດດັນຕໍ່ສິ່ງແວດລ້ອມ ແລະ ການຂະຫຍາຍຕົວຂອງປະຊາກອນ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/15/could-edible-insects-be-the-next-big-industry-for-laos/

ຊາວໜຸ່ມລາວນຳໃຊ້ທັກສະດ້ານສື່ເພື່ອສົ່ງເສີມສິດທິເດັກ

ກິດຈະກຳຝຶກອົບຮົມສຳລັບຊາວໜຸ່ມລາວ ກ່ຽວກັບວິທີທີ່ດີທີ່ສຸດໃນການດຶງດູດຄວາມສົນໃຈຂອງມະຫາຊົນຕໍ່ກັບສົນທິສັນຍາກ່ຽວກັບສິດທິເດັກຜ່ານສື່ວິທະຍຸ ແລະ ສື່ສັງຄົມອອນໄລ ໄດ້ຈັດຂຶ້ນຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ.ກິດຈະກຳໄລຍະສາມວັນດັ່ງກ່າວແຕ່ວັນອັງຄານເຖິງວັນພະຫັດອາທິດແລ້ວນີ້ ແມ່ນຈັດໂດຍສາຖານນີວິທະຍຸກະຈາຍສຽງແຫ່ງຊາດ ພາຍໃຕ້ການສະໜັບສະໜູນຂອງອົງການຢູນິເຊັບ.ກິດຈະກຳດັ່ງກ່າວຍັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສື່ຊາວໜຸ່ມລາວຄົບຮອບ 15 ປີ  (2004-2019) ແລະ ວັັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍວັນທີ 13 ສິງຫາ ຄົບຮອບ 69 ປີ.ອ່ານຕໍ່ ...

ວິສິດ ເທບພະລັດ

ມູນນິທິເຟຼັດຮາໂລວສ໌ ຊ່ວຍເຫຼືອການບໍລິການດ້ານສາທາລະນະສຸກໃນລາວ

ມູນນິທິເຟຼັດຮາໂລວສ໌ ໄດ້ໃຫ້ທຶນຊ່ວຍເຫຼືອກວ່າ 430 ລ້ານກີບ (US$50,000 ໂດລາ) ເພື່ອເປັນຄ່່າໃຊ້ຈ່າຍໃຫ້ແກ່ພະນັກງານກະຊວງສາທາລະນະສຸກ ໃນການລົງປະຕິບັດງານນອກພື້ນທີ່ນະຄອນຫຼວງວຽງຈັນ.ທ່ານ ດຣ ພຸກ ຫວຽນ ທັນ ຫົວໜ້າມູນນິທິຮອລໂລວເຟຼດພາກພື້ນອາຊີຕາເວັນອອກ, ແລະ ທ່ານ ດຣ ບຸນແຝງ ພົມມະໄລສິດ ຫົວໜ້າຫ້ອງການປະກັນສຸຂະພາບກະຊວງ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວ ທີ່ນະຄອນວຽງຈັນໃນອາທິດແລ້ວນີ້.ທ່ານ ດຣ. ບຸນແຝງ ໄດ້ກ່າວວ່າ ທຶນຊ່ວຍເຫຼືອດັ່ງກ່າວພາຍໃຕ້ການສະໜັບສະໜູນຂອງມູນນິທິ ແມ່ນສຳລັບເຈົ້າໜ້າທີ່ກະຊວງເພື່ອນຳໃຊ້ໄປເຖິງເດືອນກຸມພາ 2020.ອ່ານຕໍ່ ...

ສິລັດດາ ສຸລິຍົງ

ແພດເພີ່ມທະວີການສົ່ງເສີມການລ້ຽງລູກດ້ວຍນົມແມ່ໃນລາວ

ເຈົ້າໜ້າທີ່ສາທາລະນະສຸກ ຍອມຮັບວ່າພໍ່ແມ່ຈຳນວນຫຼາຍຍັງຄົງບໍ່ຮູ້ວ່າການເລີ່ມໃຫ້ນົມລູກດ້ວຍນົມແມ່ (ໃນຊົ່ວໂມງທຳອິດຫຼັງການເກີດ) ຈະຊ່ວຍສົ່ງເສີມສຸຂະພາບ ແລະ ຄວາມຢູ່ດີມີແຮງຂອງລູກໃນໄລຍະຍາວ, ເນື່ອງຈາກວ່ານ້ຳນົມເຫຼືອງ ຫຼື ນົມຢອດທຳອິດ ແມ່ນອຸດົມໄປດ້ວຍສານອາຫານທີ່ມີຄຸນຄ່າ ແລະ ຊ່ວຍສ້າງພູມຕ້ານທານພະຍາດໃຫ້ກັບເດັກໄດ້.ໂດຍສະເພາະເດັກນ້ອຍທີ່ໄດ້ຮັບການລ້ຽງດູດ້ວຍນົມແມ່ ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດຕ່າງໆ ເຊັ່ນ ພະຍາດຫືດ, ເບົາຫວານ, ພະຍາດຕຸ້ຍ, ການຕິດເຊື້ອໃນລະບົບທາງເດີນອາຫານ ແລະ ພະຍາດຖອກທ້ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສື່ມວນຊົນລາວມີຄວາມຫວັງຕໍ່ອະນາຄົດອັນສົດໃສທ່າມກາງສິ່ງທ້າທາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ສື່ມວນຊົນ ແລະ ສື່ສິ່ງພິມທີ່ຕ່າງໆ ຈຳເປັນຕ້ອງສ້າງແຮງບັນດານໃຈໃນການພັດທະນາຕົນເອງ ເພື່ອສ້າງແຮງຈູງໃຈໃຫ້ສຳເລັດໜ້າທີ່ສົ່ງເສີມພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.ນີ້ແມ່ນການປະເມີນພາບລວມຂອງຜູ້ຈັດການສື່ມວນຊົນ ແລະ ການພິມ ໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍຄົບຮອບ 69 ປີ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/lao-media-eyes-bright-future-despite-challenges-101963

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kMrDr
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!