ການພັດທະນາດ້ານສັງຄົມ

ມະຫາວິທະຍາໄລສະຫວັນນະເຂດ ປັບປຸງການຈັດການໃນມະຫາວິທະຍາໄລ

(ຂປລ) ໃນວັນທີ 4 ກັັນຍານີ້ ມະຫາວິທະຍາໄລສະຫວັນນະເຂດໄດ້ເປີດໂຄງການປັບປຸງການຈັດການໃນມະຫາວິທະຍາໄລ ໂດຍນຳໃຊ້ວິທີການດ້ານຄຸນນະພາບ.ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນ ແລະ ທຶນຊ່ວຍເຫຼືອຈາກອົງການຟຼັງໂກໂຟນ (Agence Universitaire de la Francophonie – AUF ) ແລະ ຈະດຳເນີນການໃນໄລຍະສາມປີ.ເປັນກຽດເຂົ້າຮ່ວມໃນພິທີເປີດໂຄງການດັ່ງກ່າວມີທ່ານ ບຸນເຮືອງ ນິນຈະເລີນ ຮອງປະທານມະຫາວິທະຍາໄລສະຫວັນນະເຂດ, ທ່ານ ລໍຣອງ ແຊັກເມ ສາດສະດາຈານຈາກສະຖາບັນຄົ້ນຄວ້າການເມືອງແຂວງເອກຊອງ (Aix en Provence), ແລະ ທ່ານ ອັງຕວນ ໂບຼມວິສ໌ ຫົວໜ້າຫ້ອງການ AUF ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47998

ງານປະກວດນາງສາວມົ້ງຈະຈັດຂຶ້ນໃນເດືອນທັນວາ

ສາວງາມຊາວມົ້ງກຳລັງທະຍອຍກັນສະໝັກເຂົ້າປະກວດໃນງານປະກວດນາງສາວມົ້ງ ເຊິ່ງຈະຈັດຂຶ້ນໃນເດືອນທັນວາປີນີ້.ງານປະກວດນາງສາວມົ້ງລວມມີການສະແດງແບບຕ່າງໆ ເຊິ່ງສະແດງເຖິງເອກະລັກ ແລະ ວັດທະນະທຳຂອງຊົນເຜົ່າມົ້ງ, ເພື່ອສົ່ງເສີມມູນມໍລະດົກທາງວັດທະນະທຳໃນເວທີລາວ ແລະ ສາກົນ.ອ່ານຕໍ່. ...

The Laotian Times
https://laotiantimes.com/2019/09/06/miss-hmong-laos-contest-to-be-held-in-december/

ມະຫາວິທະຍາໄລລາວ,​ ມາເລເຊຍຮ່ວມມືກັນສົ່ງເສີມການຄົ້ນຄວ້າດ້ານສັງຄົມ

ຄູອາຈານລາວ ແລະ ຊ່ຽວຊານຈາກມະຫາວິທະຍາໄລມາລາຢາຂອງມາເລເຊຍ ໄດ້ລວມກັນຢູ່ນະຄອນຫຼວງວຽງຈັນໃນວັນພຸດຜ່ານມາ ໃນກອງປະຊຸມໄລຍະສາມວັນ ເພື່ອແລກປ່ຽນປະສົບການໃນການຄົ້ນຄວ້າດ້ານສັງຄົມ, ແນໃສ່ສົ່ງເສີມຄວາມສາມາດໃຫ້ແກ່ຄູຝຶກໃນຂະແໜງດັ່ງກ່າວ.“ກອງປະຊຸມຝຶກອົບຮົມຄູຝຶກເພື່ອສົ່ງເສີມຄວາມສາມາດໃນການຄົ້ນຄວ້າດ້ານສັງຄົມ ສຳລັບສະຖາບັນການສຶກສາຊັ້ນສູງຂອງລາວ ແລະ ມາເລເຊຍຄັ້ງທີໜຶ່ງ” (BRECIL) ໄດ້ຈັດຂຶ້ນຢູ່ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 4-6 ກັນຍານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ເຈົ້າໜ້າທີ່ບໍ່ແຮ່ຮຽນຮູ້ວິທີການໃນການປຸງແຕ່ງແຮ່ທາດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຈາກຂະແໜງບໍ່ແຮ່ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຫຼັກສູດຝຶກອົບຮົມ ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບການປຸງແຕ່ງແຮ່ທາດ.ຫຼັກສູດຝຶກອົບຮົມກ່ຽວກັບເຕັກນິກໃນການປຸງແຕ່ງແຮ່ທາດ ໄດ້ໄຂຂຶ້ນວານນີ້ທີ່ນະຄອນຫຼວງວຽງຈັນ ແລະ ຈະດຳເນີນໄປເຖິງວັນທີ 23 ກັນຍານີ້ ພາຍໃຕ້ການສະໜັບສະໜູນຂອງກະຊວງການຄ້າແຫ່ງປະເທດຈີນ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/mining-officials-dig-deeper-mineral-processing-methods-103446

ລາວມີຕົວເລກຜູ້ຕິດເຊື້ອໄຂ້ຍຸງກວ່າ 28,300 ກໍລະນີ

(ຂປລ) ນັບແຕ່ຕົ້ນປີ 2019 ປະເທດລາວມີຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມຂຶ້ນເຖິງ 28,371 ກໍລະນີ ໃນນັ້ນມີຜູ້ເສຍຊີວິດ 60 ກໍລະນີ, ຕາມການລາຍງານຂອງກະຊວງສາທາລະນະສຸກ.ສະຖິຕິການຕິດເຊື້ອພະຍາດດັ່ງກ່າວແມ່ນສູງກວ່າຕົວເລກໃນໄລຍະດຽວກັນຂອງປີຜ່ານມາເຖິງຫ້າເທົ່າ, ເຊິ່ງມີຜູ້ຕິດເຊື້ອພຽງແຕ່ປະມານ 4,600 ກໍລະນີ ແລະ ມີຜູ້ເສຍຊີວິດ 14 ກໍລະນີ.ຍອດຕົວເລກຜູ້ເສຍຊີວິດຢູ່ແຂວງສະຫວັນນະເຂດຍັງຄົງສູງກວ່າຢູ່ແຂວງອື່ນ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47906

ອົງການຊ່ວຍເຫຼືອເດັກ ສະໜັບສະໜູນການສຶກສາຂັ້ນຕົ້ນຢູ່ແຂວງຫຼວງພະບາງ

ເດັກນ້ອນນັກຮຽນອະນຸບານ ແລະ ປໍກຽມທີ່ດ້ອຍໂອກາດກວ່າ 3,000 ຄົນໃນ 27 ບ້ານຫ່າງໄກສອກຫຼີກ ເມືອງນ້ຳບາກ ແລະ ເມືອງໂພນທອງ ແຂວງຫຼວງພະບາງ ຄາດວ່າຈະໄດ້ຮັບປະໂຫຍດຈາກໂຄງການຊ່ວຍເຫຼືອໂຮງຮຽນ.ພະແນກສຶກສາ ແລະ ກິລາແຂວງຫຼວງພະບາງ ແລະ ອົງການຊ່ວຍເຫຼືອເດັກ ຈະຮ່ວມມືກັນຈັດຕັ້ງໂຄງການຊ່ວຍເຫຼືອເດັກດ້ອຍໂອກາດອາຍຸ 3-5 ປີໃນສອງເມືອງດັ່ງກ່າວ.ພາຍໃຕ້ໂຄງການດັ່ງກ່າວ ເຊິ່ງຈະດຳເນີນແຕ່ປີ 2019 ເຖິງ 2020, ອົງການຊ່ວຍເຫຼືອເດັກຮ່ອງກົງ ຈະສະໜັບສະໜູນການສ້ອມແປງຫ້ອງຮຽນ, ກໍຄືຊ່ວຍເຫຼືອອຸປະກອນການຮຽນ-ການສອນ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ລັດຖະມົນຕີເນັ້ນເຖິງຜົນສຳເລັດດ້ານສາທາລະນະສຸກຂອງລາວໃນກອງປະຊຸມອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວສາມາດເພີ່ມທະວີຜົນສຳເລັດໃນການປົກປ້ອງສິດທິສ່ວນບຸກຄົນໃນດ້ານສຸຂະພາບ ເຊິ່ງປະຊາກອນສ່ວນໃຫຍ່ໃນປະຈຸບັນມີໂອກາດຫຼາຍຂຶ້ນໃນການເຂົ້າເຖິງການບໍລິການສາທາລະນະສຸກທີ່ມີຄຸນນະພາບກວ່າເກົ່າ.ນີ້ແມ່ນຄຳເຫັນຂອງທ່ານ ຮສ.ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ໃນກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນຄັ້ງທີ 14 ແລະ ກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຈັດຂຶ້ນຢູ່ເມືອງສຽມຣຽບ ປະເທດກຳປູເຈຍ.ທ່ານໄດ້ເນັ້ນໃຫ້ເຫັນເຖິງຜົນສຳເລັດຂອງເຈົ້າໜ້າທີ່ສາທາລະນະສຸກ ທີ່ເຮັດວຽກຢູ່ໃນປະເທດສະມາຊິກອາຊຽນ ໃນການໃຫ້ບໍລິການດ້ານການແພດຕໍ່ສາທາລະນະຊົນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/minister-highlights-laos%E2%80%99-healthcare-achievements-asean-meeting-103257

ຍີ່ປຸ່ນຊ່ວຍສົ່ງເສີມການສຶກສາສຳລັບຄົນພິການໃນລາວ

ມູນນິທິຍີ່ປຸ່ນໄດ້ມອບທຶນຊ່ວຍເຫຼືອກວ່າ 2.6 ຕື້ກີບ (US$300,000 ໂດລາ) ໃຫ້ກັບກະຊວງສຶກສາທິການ ແລະ ກິລາ ເພື່ອສົ່ງເສີມການເຂົ້າເຖິງການສຶກສາສຳລັບກຸ່ມຜູ້ພິການ.ຂໍ້ຕົກລົງໂຄງການດັ່ງກ່າວໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນໃນວັນພຸດແລ້ວນີ້ ໂດຍທ່ານ ພູວັນ ວົງສຸທີ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ທາເຄຈຸ ໂອງະຕະ ປະທານມູນນິທິຍີ່ປຸ່ນ.ໂຄງການໄລຍະຫ້າປີດັ່ງກ່າວຈະດຳເນີນຢູ່ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີເດັກພິການທາງຫູ ແລະ ສາຍຕາປະມານ 1,500 ຄົນ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ຫຼັກສູດພາສາຫວຽດນາມຊ່ວຍສົ່ງເສີມສາຍພົວພັນມິດຕະພາບລະຫວ່າງສອງຊາດ

ກະຊວງວິທະຍາສາດ ແລະ ເທັກໂນໂລຢີໄດ້ປິດຫຼັກສູດພາສາຫວຽດນາມໄລຍະ 6​ ເດືອນ ສຳລັບພະນັກງານລັດ 50 ຄົນທີ່ນະຄອນຫຼວງວຽງຈັນ, ເພື່ອຍົກລະດັບການສື່ສານລະຫວ່າງລາວ ແລະ ຫວຽດນາມ.ທ່ານ ພິມພາ ອຸທະຈັກ ຫົວໜ້າສະຖານບັນຄຸ້ມຄອງວິທະຍາສາດ ແລະ ເທັກໂນໂນຢີ ພາຍໃຕ້ກະຊວງ ກ່າວໃນພິທີປິດການຝຶກອົບຮົມວ່າ ບັ້ນຝຶກອົບຮົມດັ່ງກ່າວເຊິ່ງຊ່ວນຍົກລະດັບທັກສະການປາກເວົ້າພາສາຫວຽດນາມ ແມ່ນສິ່ງຈຳເປັນໃນການສ້າງຄວາມເຂັ້ມແຂງດ້ານການສື່ສານລະຫວ່າງສອງປະເທດ ທັງເປັນການສົ່ງເສີມການພັດທະນາຄວາມສາມາດ ແລະ ແລກປ່ຽນບົດຮຽນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ໂຮງຮຽນມັດທະຍົມຫຼັງໃໝ່ຂອງແຂວງຊຽງຂວາງ ສຳເລັດການກໍ່ສ້າງກວ່າ 70 ສ່ວນຮ້ອຍ

ການກໍ່ສ້າງໂຮງຮຽນມັດທະຍົມໂພນສະຫວັນໃໝ່ຢູ່ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ປະຈຸບັນແມ່ນສຳເລັດແລ້ວ 70 ສ່ວນຮ້ອຍ ແລະ ອຳນາດການປົກຄອງຄາດວ່າໂຄງການດັ່ງກ່າວຈະສຳເລັດໃນຕົ້ນປີໜ້າ.ທ່ານ ສີໂນ ບຸນປະເສີດ ພະນັກງານໂຄງການໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ “ຜູ້ຮັບເໝົາໂຄງການກຳລັງເລັ່ງໜ້າວຽກກໍ່ສ້າງ, ໂດຍສະເພາະແມ່ນໃນຕົວອາຄານ ແລະ ພາກສ່ວນຫຼັງຄາ.”“ໂຄງການດັ່ງກ່າວໃນປະຈຸບັນແມ່ນສຳເລັດແລ້ວ 70-80 ສ່ວນຮ້ອຍ. ເຊິ່ງພວກເຮົາຄາດວ່າຈະໃຫ້ສຳເລັດພາຍໃນເດືອນມີນາປີໜ້າ.”ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ppDRT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!