ການພັດທະນາດ້ານສັງຄົມ

ລາວຍົກບັນຫາດ້ານໂພຊະນາການ ສ່ວນອາຊຽນສະເໜີບັນຫາກ່ຽວກັບການພັດທະນາທຶນມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຕາງໜ້າລະດັບສູງຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມຢູ່ບາງກອກ ປະເທດໄທ ຫວ່າງໝໍ່ໆມານີ້ ເພື່ອຫາລືຍຸດທະສາດໃນການເສີມຂະຫຍາຍການພັດທະນາທຶນມະນຸດໃນພາກພື້ນ ໂດຍຜ່ານການລົງທຶນດ້ານນະໂຍບາຍລວມ ແລະ ການປະຕິຮູບນະໂຍບາຍແບບສ້າງສັນ.ໃນກອງປະຊຸມລະດັບສູງອາຊຽນກ່ຽວກັບການພັດທະນາທຶນມະນຸດ, ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຕົວຊີ້ວັດດ້ານສາທາລະນະສຸກ ເຊິ່ງເປັນສິ່ງທ້າທາຍຕົ້ນຕໍ,​ ໂດຍສະເພາະແມ່ນວຽກງານໂພຊະນາການຂອງເດັກນ້ອຍ, ໃຫ້ມີການລົງທຶນໃສ່ຄົນໃຫ້ຫຼາຍຂຶ້ນ, ໂດຍສະເພາະໃນເດັກນ້ອຍ ແລະ ຊາວໜຸ່ມ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-highlights-nutrition-asean-tackles-human-capital-development-104553

ລັດຖະບານແນະນຳໃຫ້ມະຫາຊົນຮັບຂໍ້ມູນກ່ຽວກັບໄພນ້ຳຖ້ວມຈາກແຫຼ່ງຂ່າວທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານແນະນຳໃຫ້ມະຫາຊົນ ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມຂອງອຳນາດການປົກຄອງ ຈາກສື່ມວນຊົນພາກລັດ ແລະ ເພື່ອສຶກສາອົບຮົມແນວຄິດການເມືອງ ແລະ ຮັກສາຄວາມໝັ້ນຄົງຂອງຊາດ.ລັດຖະບານໄດ້ຊີ້ນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນກອງປະຊຸມປະຈຳເດືອນໃນວັນຈັນຜ່ານມານີ້ ເພື່ອເຜີຍແຜ່ຂ່າວສານກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມໃນທົ່ວປະເທດ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/lao-govt-directs-public-find-flood-facts-official-media-104459

ຜູ້ຕ້ອງສົງໄສສາລະພາບວ່າໄດ້ກະທຳຜິດຕໍ່ກົດໝາຍໂຄສະນາໃສ່ຮ້າຍ ສປປ ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຕຳຫຼວດແຂວງຈຳປາສັກ ໄດ້ລາຍງານໃນວັນອັງຄານນີ້ວ່າ ຜູ້ຕ້ອງສົງໄສຄະດີເຜີຍແຜ່ຂໍ້ມູນຂ່າວສານປອມ ຜ່ານຊ່ອງທາງລາຍງານສົດໃນ ເຟັສ໌ບຸກ ກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມຂອງລັດຖະບານຢູ່ແຂວງພາກໃຕ້ຂອງລາວ ໄດ້ໃຫ້ການຍອມຮັບວ່າໄດ້ກະທຳຄວາມຜິດ.ທ່ານພັນໂທ ໄພຈິດ ໄຊຍະເດດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຈຳປາສັກ ໄດ້ເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ ໃນວານນີ້ວ່າ ຈາກການສືບສວນສອບສວນຕົວຈິງ, ນາງ ຮວ່າຍເຮືອງ ໄຊຍະບູລີ, ຫຼືວ່ານາງ ໝວຍ, ອາຍຸ 30 ປີ, ຢູ່ບ້ານສະເຫຼົ້າ, ເມືອງໂພນທອງ ແຂວງຈຳປາສັກ ໄດ້ຖືກກັກຕົວໃນວັນທີ 12 ກັນຍາ ໃນຂໍ້ຫາກະທຳຜິດຕໍ່ກົດໝາຍກ່ຽວກັບການໂຄສະນາໃສ່ຮ້າຍ ສປປ ລາວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/suspect-confesses-breaking-anti-lao-pdr-propaganda-law-104460

ສະຫະພາບຢູໂຣບສືບຕໍ່ຊ່ວຍເຫຼືອດ້ານການສຶກສາຂັ້ນພື້ນຖານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ຈະສືບຕໍ່ໃຫ້ທຶນຊ່ວຍເຫຼືອເພີ່ມເຕີມ 135 ລ້ານກວ່າກີບ (14 ລ້ານຢູໂຣ) ສຳລັບໂຄງການສົ່ງເສີມການສຶກສາຂັ້ນພື້ນຖານໃນລາວ ເພື່ອຊ່ວຍເຫຼືອລາວໃນການປະຕິບັດແຜນພັດທະນາການສຶກສາ.ນີ້ແມ່ນຄຳເຫັນຈາກການຢ້ຽມຢາມກະຊວງສຶກສາທິການ ແລະ ກິລາຂອງຄະນະຜູ້ແທນ ອີຢູ ເຊິ່ງນຳໂດຍທ່ານ ປີແອ ອາມີຮັດ ອຳນວຍການປະຈຳພາກພື້ນອາຊີ, ອາຊີກາງ, ຕາເວັກອອກກາງ/ອ່າວ ແລະ ປາຊິຟິກ.ການພົບປະລະຫວ່າງຝ່າຍລາວ ແລະ ອີຢູດັ່ງກ່າວ ແມ່ນເພື່ອຢືນຢັນການຮ່ວມມື ໃນການສະໜັບສະໜູນການພັດທະນາຂະແໜງການສຶກສາໃນລາວ. ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/eu-continues-support-basic-education-laos-104287

ໂຮງຮຽນທາງພາກໃຕ້ຫຼາຍຮ້ອຍແຫ່ງ ຕ້ອງຢຸດການຮຽນການສອນ ເນື່ອງຈາກໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນທາງພາກໃຕ້ຂອງລາວຫຼາຍແຫ່ງ ຕ້ອງຢຸດການຮຽນການສອນຊົ່ວຄາວ ເນື່ອງຈາກນ້ຳຖ້ວມເຊິ່ງເປັນຜົນຈາກພະຍຸເຂດຮ້ອນໂພດູ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ກໍຄືອາຄານຫ້ອງຮຽນ.ເດັກນ້ອຍນັກຮຽນຫຼາຍຄົນຍັງຄົງລໍຖ້າເຂົ້າໂຮງຮຽນ ໃນຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນກຳລັງເລັ່ງມືໃນການສ້ອມແປງອາຄານຮຽນທີ່ໄດ້ຮັບຜົນກະທົບ ແລະ ຈັດຫາອຸປະກອນການສຶກສາຊຸດໃໝ່.ແຂວງສາລະວັນແມ່ນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບໜັກສຸດ ມີໂຮງຮຽນທີ່ປະສົບໄພນ້ຳຖ້ວມ 194 ແຫ່ງຢູ່ເມືອງສາລະວັນ, ວາປີ ແລະ ຄົງເຊໂດນ ໃນຊ່ວງວັນທີ 2-6 ກັນຍານີ້, ເຊິ່ງເປັນອາທິດທຳອິດຂອງການເປີດສົກຮຽນໃໝ່ໃນທົ່ວປະເທດ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/hundreds-southern-schools-closed-after-widespread-flooding-103964

ກະຊວງ, ທະນາຄານໂລກກະກຽມຈັດຕັ້ງປະຕິບັດໂຄງການສົ່ງເສີມການເຂົ້າເຖິງສຸຂະພາບ ແລະ ໂພຊະນາການ

ເຈົ້າໜ້າທີ່ສາທາລະນະສຸກລາວ ແລະ ຕາງໜ້າຈາກທະນາຄານໂລກ ໄດ້ຈັດກອງປະຊຸມວານນີ້ ເພື່ອຫາລືການກະກຽມຈັດຕັ້ງປະຕິບັດໂຄງການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ໂພຊະນາການ (HANSA), ໂດຍສະເພາະແມ່ນຕົວຊີ້ວັດກ່ຽວທີ່ເຊື່ອມໂຍງກັບການໃຊ້ຈ່າຍຕາມແຜນ.ໂຄງການ HANSA ແມ່ນແນໃສ່ຮັບປະກັນການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ໂພຊະນາການທີ່ມີຄຸນນະພາບໃນ 14 ແຂວງເປົ້າໝາຍຂອງລາວ.ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ເຈົ້າໜ້າທີ່ຈາກແຂວງເປົ້າໝາຍ ແລະ ຄູ່ຮ່ວມພັດທະນາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ກອງປະຊຸມພາກພື້ນເພື່ອຢູ່ຫຼວງພະບາງ ສົ່ງເສີມການສຶກສາໃນຊົນນະບົດ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນການການຈັດຕັ້ງລັດຖະມົນຕີສຶກສາ ພາກພື້ນອາຊີຕາເວັນອອກສຽງໃຕ້ ເພື່ອການພັດທະນາການສຶກສາໃນຊຸມຊົນ (SEAMEO CED) ໄດ້ຈັດກອງປະຊຸມວິຊາການ ພາຍໃຕ້ການຮ່ວມມືກັບອົງການ DVV ສາກົນ ແລະ ອຳນາດການປົກຄອງແຂວງຫຼວງພະບາງ ເພື່ອສົ່ງເສີມການສຶກສາ.ກອງປະຊຸມກ່ຽວກັບການສຶກສາສຳລັບຊຸມຊົນໃນຊົນນະບົດ ເຊິ່ງຈັດຂຶ້ນຢູ່ຫຼວງພະບາງ ຫວ່າງໝໍ່ໆມານີ້ ແມ່ນແນໃສ່ສົ່ງເສີມການສຶກສາ ແລະ ການຮຽນຮູ້ ເພື່ອສົ່ງເສີມຊີວິດການເປັນຢູ່ແບບຍືນຍົງ, ຕາມເປົ້າໝາຍການພັດທະນາແບບຍືນຍົງທີ 4 – ຮັບປະກັນການສຶກສາທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ເທົ່າທຽມ ແລະ ສົ່ງເສີມການຮຽນຮູູ້ຕະຫຼອດຊີວິດ”, ຕາມຄຳເຫັນຂອງ SEAMEO CED.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/luang-prabang-regional-workshop-promotes-rural-education-103965

ລັດຖະບານສຸມໃສ່ການປະຕິຮູບການສຶກສາ ເພື່ອລຶບລ້າງຄວາມບໍ່ຮູ້ໜັງສື

ລັດຖະບານສຸມໃສ່ຍົກລະດັບການເຂົ້າຮຽນຊັ້ນປະຖົມລະດັບສູງ ແລະ ຊັ້ນມັດທະຍົມຕົ້ນ ເພື່ອແນໃສ່ລົບລ້າງການກືກໜັງສື, ຕາມເຈົ້າໜ້າທີ່ການນຳ. ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປີດເຜີຍກ່ຽວກັບເຈດຈຳນົງຂອງລັດຖະບານໃນການລົບລ້າງການກືກໜັງສື ເນື່ອງໃນໂອກາດວັນຮູ້ໜັງສືສາກົນ ຄົບຮອບ 45 ປີ ໃນວັນເສົາວັນທີ 8 ກັນຍາຜ່ານມານີ້.ທ່ານໄດ້ກ່າວວ່າ ລັດຖະບານໄດ້ເອົາໃຈໃສ່ສົ່ງເສີມນັກຮຽນທີ່ຮຽນຈົບຊັ້ນປະຖົມ ໃຫ້ສືບຕໍ່ເຂົ້າຮຽນຊັ້ນມັດທະຍົມຕົ້ນ ເພື່ອແນ່ໃສ່ເປົ້າໝາຍໃຫ້ປະຊາຊົນລາວທຸກຄົນທີ່ມີອາຍຸລະຫວ່າງ 15-35 ປີ ໃຫ້ສຳເລັດການສຶກສາທຽບເທົ່າຊັ້ນມັດທະຍົມຕົ້ນ ພາຍໃນປີ 2020.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ອີຢູ ໃຫ້ທຶນຊ່ວຍເຫຼືອ 484 ຕື້ກີບເພື່ອການປັບປຸງດ້ານໂພຊະນາການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ-EU) ໃຫ້ທຶນຊ່ວຍເຫຼືອ 484 ລ້ານກວ່າກີບ (50 ລ້ານຢູໂຣ) ໃນການປັບປຸງດ້ານໂພຊະນາການ ແລະ ຫຼຸດຜ່ອນການຂາດສານອາຫານໃນລາວ.ເຈົ້າໜ້າທີ່ລັດຖະບານຈາກກະຊວງ ແລະ ທ່ານ ເນເວັນ ມີມີກາ ກຳມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນ ສະຫະພາບຢູໂຣບ ໄດ້ເປີດຕົວການລິເລີ່ມໃໝ່ມູນຄ່າ 50 ລ້ານຢູໂຣ ເພື່ອສະໜັບສະໜູນຍຸດທະສາດ ແລະ ແຜນດຳເນີນງານດ້ານໂພຊະນາການແຫ່ງຊາດລາວ ເພື່ອຊ່ວຍຫຼຸດຜ່ານການຂາດສານອາຫານໃນປະເທດ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/eu-provides-484-billion-kip-improve-nutrition-laos-103793

ນັກສຶກສາລາວ, ສິງກະໂປເຕົ້າໂຮມກັນເພື່ອແລກປ່ຽນຄວາມຮູ້, ສົ່ງເສີມຄວາມເຂົ້າໃຈ

ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ (ມຊ) ແລະ ຜູ້ນຳໜຸ່ມ 30 ຄົນຈາກສິງກະໂປ ເຂົ້າຮ່ວມໂຄງການດຳເນີນງານເພື່ອຊຸມຊົນ ແລະ ແລກປ່ຽນແນວຄິດການນຳ ຂອງຊ່ຽວຊານມູນນິທິ Temasek ສາກົນ (TFI SCALE) ທີ່ວຽງຈັນ ໃນລະຫວ່າງວັນທີ 7-21 ກັນຍານີ້.ນັກສຶກສາລາວ, ເຈົ້າໜ້າທີ່ລະດັບສູງ, ພະນັກກງານ ແລະ ນັກສຶກສາຈາກສະຖາບັນວິຊາຊີບ Ngee Ann ຂອງສິງກະໂປ ໄດ້ເຕົ້າໂຮມກັນເພື່ອຮຽນຮູ້ກ່ຽວກັບວັດທະນາທະລາວ, ປະຫວັດສາດ, ສັງຄົມ, ການສຶກສາ ແລະ ການພັດທະນາເສດຖະກິດ-ສັງຄົມ ທີ່ສູນພັດທະນາມະນຸດລາວ-ຍີ່ປຸ່ນ, ມຊ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rLHBF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!