ການພັດທະນາດ້ານສັງຄົມ
ລັດຖະບານ, ອົງການສຸພະນິມິດ ສົົ່ງເສີມການປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍລາວ
ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ຮອງປະທານຄະນະກຳມະການເພື່ອການພັດທະນາແມ່ຍິງ, ແມ່ ແລະ ເດັກ,ແລະ ທ່ານ ໂຣຊິນ ກາບຼຽວ ອຳນວຍການອົງການສຸພະນິມິດປະຈຳລາວ ໄດ້ລົງຢ້ຽມຢາມ ໂຄງການຕ່າງໆຂອງອົງການສຸພະນິມິດ ຢູ່ແຂວງສະຫວັນນະເຂດ ໃນອາທິດແລ້ວນີ້.ໂຄງການດັ່ງກ່າວແມ່ນແນໃສ່ວຽກງານການສຶກສາ, ໂພຊະນາການ, ນ້ຳ ແລະ ສຸຂາພິບານ, ຊີວິດການເປັນຢູ່, ແລະ ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ທະນາຄານ RHB ບໍລິຈາກໂຕະ, ຕັ່ງໃຫ້ແກ່ໂຮງຮຽນໃນຊຸມຊົນ
(ຂປລ) ທະນາຄານ RHB ລາວ ໄດ້ບໍລິຈາກໂຕະ, ຕັ່ງຈຳນວນ 20 ຊຸດ ມູນຄ່າ 12 ລ້ານກີບ ໃຫ້ແກ່ໂຮງຮຽນມັດທະຍົມເພຍວັດ ນະຄອນຫຼວງວຽງຈັນ ໃນວັນທີ 5 ຕຸລານີ້.ພິທີມອບອຸປະກອນດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງຮຽນດັ່ງກ່າວ ລະຫວ່າງທ່ານ ແດນນີ ຫຼິງ ຜູ້ອຳນວຍການທະນາຄານ RHB ລາວ ແລະ ທ່ານ ຄຳວອນ ສໍຫຼວງໂຄງ ອຳນວຍການໂຮງຮຽນເພຍວັດ ພາຍໃຕ້ການຊ້ອງໜ້າຂອງຄູອາຈານ, ນັກຮຽນ ແລະ ພະນັກງານຈາກທະນາຄານ. ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48602
ສູນບໍລິຈາກເລືອດ ຮຽກຮ້ອງໃຫ້ຜູ້ໃຈບຸນເຂົ້າມາບໍລິຈາກ
ສູນບໍລິຈາກເລືອດ ສະພາກາແດງລາວ ຮຽກຮ້ອງໃຫ້ມະຫາຊົນເຂົ້າມາບໍລິຈາກເລືອດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການໃນການຖ່າຍເລືອດທີ່ເພີ່ມສູງຂຶ້ນໃນໂຮງໝໍຕ່າງໆ ທົ່ວປະເທດ.ໃນຊຸມປີຜ່ານມາ ທາງສູນໄດ້ຮັບບໍລິຈາກເລືອດໂດຍສະເລ່ຍ 55,000 ຕໍ່ປີ ແຕ່ວ່າປະຈຸບັນແມ່ນບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການໃນການນຳໃຊ້. ໃນຊ່ວງເຈັດເດືອນຂອງປີນີ້ ທາງສູນໄດ້ຮັບບໍລິຈາກເລືອດແລ້ວ 34,000 ຖົງຈາກຜູ້ບໍລິຈາກ ແລະ ໄດ້ຕັ້ງເປົ້າໝາຍໃຫ້ບັນລຸ 60,000 ຖົງພາຍໃນທ້າຍປີນີ້.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ນາຍົກນຳພາຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນຳພາເຈົ້າໜ້າທີ່ການສຶກສາທົ່ວປະເທດ ເພື່ອສະເຫຼືອສະຫຼອງວັນຄູແຫ່ງຊາດຄົບຮອບ 25 ປີ, ເຊິ່ງກົງກັບວັນທີ 7 ຕຸລາ.ໃນພິທີສະເຫຼີມສະຫຼອງທີ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ, ທ່ານ ທອງລຸນ ໃນນາມຕາງໜ້າລັດຖະບານ ໄດ້ກ່າວຄຳຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນໃນການປະກອບສ່ວນຂອງບັນດາຄູອາຈານ ຕໍ່ການພັດທະນາຊັບພະຍາກອນຂອງປະເທດຊາດ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/pm-leads-celebrations-national-teachers%E2%80%99-day-105662
ຫ້ອງຮຽນສອງພາສາລາວ-ຝຼັ່ງໄດ້ຮັບການຝຶກອົບຮົມ, ອຸປະກອນ
ພິທີເຊັນບົດບັນທຶກຄວາມເຂົ້າໃຈຂອງໂຄງການ ໄດ້ຈັດຂຶ້ນໃນວັນສຸກນີ້ ທີ່ກະຊວງສຶກສາທິການ ແລະ ກິລາ ເຊິ່ງເປັນການເປີດໂຄງການຢ່າງເປັນທາງການ ພາຍໃຕ້ການສະໜັບສະໜູນໂດຍສະຖານທູດຝຼັ່ງ ເພື່ອຍົກລະດັບການຮຽນການສອນວິຊາຄະນິດສາດ ແລະ ວິທະຍາສາດ ໃນຫ້ອງຮຽນສອງພາສາ ລາວ-ຝຼັ່ງ ຕາມແຜນພັດທະນາການສຶກສາຂອງລັດຖະບານ ເພື່ອຍົກລະດັບຄຸນນະພາບການສຶກສາ.ບົດບັນທຶກຄວາມເຂົ້າໃຈໂຄງການ ເຊິ່ງໄດ້ຜ່ານການລົງນາມໂດຍທ່ານນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ແລະທ່ານ ແພັດທຼິກ ໂຄແຮັນ ຫົວໜ້າຝ່າຍການຮ່ວມມືຂອງສະຖານທູດຝຼັ່ງປະຈຳ ສປປ ລາວ, ມີຈຸດປະສົງແນໃສ່ສະໜອງອຸປະກອນການຮຽນ-ການສອນໃໝ່ໃນວິຊາວິທະຍາສາດ (ປຶ້ມແບບຮຽນ, ອຸປະກອນ, ການເຊື່ອມຕໍ່ອິນເຕີເນັດ) ແລະ ໃຫ້ການຝຶກອົບຮົບການພັດທະນາແບບມືອາຊີບ ແລະ ການຝຶກອົບຮົມຄູສອນລາຍວິຊາເພີ່ມເຕີມ. ອ່ານຕໍ່ ...
Cameron Darke
https://laotiantimes.com/2019/10/04/lao-french-bilingual-classrooms-to-receive-training-equipment/
EU ແລະ UNICEF ບໍລິຈາກລົດຈັກ ແລະ ເຄື່ອງຄັອມພິວເຕີໃຫ້ກະຊວງສຶກສາ

(ຂປລ) ເພື່ອເປັນສ່ວນໜຶ່ງຂອງການຮ່ວມງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ (PSES), ສະຫະພາບຢູໂຣບ (EU) ແລະ ອົງການຢູນິເຊັບ (UNICEF) ໄດ້ມອບອຸປະກອນໃຫ້ກະຊວງສຶກສາທິການ ແລະ ກິລາ (MoES) ມູນຄ່າລວມ US$ 121,000 ໂດລາ, ເຊິ່ງລວມມີ ລົດຈັກ 40 ຄັນ, ຄັອມພິວເຕີຕັ້ງໂຕະ 62 ຊຸດ, ແລະ ຄັອມພິວເຕີມືຖື 3 ເຄື່ອງ.ພິທີມອບຮັບເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລານີ້ ລະຫວ່າງທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດຢູໂຣປະຈຳ ສປປ ລາວ, ທ່ານ ເອີຟານ ອັກຕາ ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ແລະ ທ່ານນາງ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48604
ນັກສຶກສາລາວໄດ້ຮຽນຮູ້ກ່ຽວກັບໂອກາດດ້ານການສຶກສາໃນປະເທດຍີ່ປຸ່ນ
ນັກສຶກສາລາວຈຳຳນວນຫຼາຍ ທີ່ພວມພິຈາລະນາການໄປສຶກສາຢູ່ປະເທດຍີ່ປຸ່ນ ແລະ ມີຄວາມສົນໃຈຢາກຮູ້ຂໍ້ມູນຂ່າວສານ ກ່ຽວກັບວິທີການໃນການໄປສຶກສາດັ່ງກ່າວ.ງານກິດຈະກຳຕະຫຼາດນັດການສຶກສາທີ່ປະເທດຍີ່ປຸ່ນ 2019 ເຊິ່ງຈັດຂຶ້ນໃນວັນພຸດຜ່ານມານີ້ ທີ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ນະຄອນຫຼວງວຽງຈັນ ໄດ້ເປີດໂອກາດໃຫ້ແກ່ນັກສຶກສາທີ່ຕ້ອງການຮຽນຮູ້ກ່ຽວກັບມະຫາວິທະຍາໄລຂອງຍີ່ປຸ່ນ ແລະ ຫຼັກສູດການສຶກສາຂອງເຂົາເຈົ້າ.ກິດຈະກຳດັ່ງກ່າວເປັນປະໂຫຍດສຳລັບຄູອາຈານ, ນັກຄົ້ນຄວ້າ, ມະຫາຊົນ ແລະ ນັກສຶກສາທີ່ມີຄວາມຕ້ອງການຢາກໄປສຶກສາຢູ່ປະເທດຍີ່ປຸ່ນ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ຊາວບ້ານ ຄັດຄ້ານການສຳປະທານທີ່ດິນໄລຍະ 50 ປີ ໃຫ້ແກ່ບໍລິສັດໄທ

ປະຊາຊົນໃນເຈັດບ້ານຂອງແຂວງຫຼວງນ້ຳທາ ກຳລັງພະຍາຍາມຄັດຄ້ານການອະນຸມັດການສຳປະທານທີ່ດິນຂະໜາດ 5,000 ເຮັກຕາໃຫ້ແກ່ບໍລິສັດໄທ ເຊິ່ງບັງຄັບໃຫ້ພວກເຂົາຕ້ອງຍ້າຍພູມລຳເນົາອອກຈາກພື້ນທີ່.ຊາວບ້ານມີຄວາມກັງວົນວ່າ ພື້ນທີ່ໂຄງການດັ່ງກ່າວຈະໄດ້ຮັບການພັດທະນາໃຫ້ເປັນເຂດອຸດສາຫະກຳໂດຍບໍລິສັດອາມະຕະຂອງໄທ ເຊິ່ງຈະສົ່ງຜົນເສຍຕໍ່ສະພາບແວດລ້ອມໃນໄລຍະຍາວ.ໜຶ່ງຊາວບ້ານໃນເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເຊິ່ງທີ່ດິນຂອງຕົນນອນຢູ່ໃນພື້ນທີ່ສຳປະທານ ໄດ້ຢືນຢັນຕໍ່ສຳນັກຂ່າວວິທະຍຸເສລີອາຊີລາວ ໃນອາທິດແລ້ວນີ້ວ່າ ໂຄງການສຳປະທານດັ່ງກ່າວກວມເອົາພື້ນທີ່ບ້ານຫ້ວຍດຳ, ຫ້ວຍຫອມ, ນ້ຳແດງເໜືອ, ນ້ຳແດງໃຕ້ ແລະ ບ້ານອື່ນໆອີກສາມແຫ່ງ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-thailand-concession-10012019165645.html
ບໍລິສັດໄຟຟ້າຫົງສາໃຫ້ທຶນການສຶກສາ 40 ທຶນ ສຳລັບນັກຮຽນແຂວງໄຊຍະບູລີ

ບໍລິສັດໄຟຟ້າຫົງສາຈຳກັດ ໄດ້ໃຫ້ທຶນການສຶກສາຈຳນວນ 40 ທຶນ ມູນຄ່າລວມ 120 ລ້ານກີບ ສຳລັບນັກຮຽນມັດທະຍົມແຂວງໄຊຍະບູລີ ເພື່ອສະໜັບສະໜູນການສຶກສາໃນສົກຮຽນປະຈຸບັນ.ໃນນັ້ນ ທຶນການສຶກສາ 30 ທຶນ ມູນຄ່າ 90 ລ້ານກີບ ແມ່ນຈັດສັນສຳລັບຫົກໂຮງຮຽນຢູ່ເມືອງຫົງສາ, ທຶນການສຶກສາ 8 ທຶນ ມູນຄ່າ 24 ລ້ານກີບ ແມ່ນສຳລັບຫ້າໂຮງຮຽນຢູ່ເມືອງເງິນ, ແລະ ອີກສອງທຶນ ມູນຄ່າ 6 ລ້ານກີບແມ່ນສຳລັບໜຶ່ງໂຮງຮຽນຢູ່ເມືອງຊຽງຮ່ອນ, ຕາມການເປີດເຜີຍຂ່າວຈາກບໍລິສັດຫົງສາ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ກອງປະຊຸມວິຊາການ ເພື່ອແກ້ໄຂບັນຫາຕ່ອງໂສ້ຄຸນຄ່າ, ການບໍລິການ, ການເປີດເສລີທາງດ້ານເສດຖະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານຈາກສຳນັກງານອົງການຈັດຕັ້ງຕ່າງໆ ເຂົ້າຮ່ວມກອງປະຊຸມເພື່ອຍົກລະດັບຄວາມສາມາດ ທີ່ນະຄອນຫຼວງວຽງຈັນ ແຕ່ວັນທີ 30 ກັນຍາ – 2 ຕຸລານີ້ ກ່ຽວກັບບັນຫາຕ່ອງໂສ້ການຜະລິດໂລກ, ການບໍລິການ ແລະ ການເປີດເສລີທາງດ້ານເສດຖະກິດ ໃນປະເທດດ້ອຍພັດທະນາທີ່ສຸດ (LDCs) ໃນອາຊຽນ.ກອງປະຊຸມແມ່ນມາຈາກການລວມຕົວດ້ານເສດຖະກິດຂອລາວໃນລະດັບພາກພື້ນ ແລະ ລະດັບໂລກ ເຮັດໃຫ້ລັດຖະບານມີຊ່ອງທາງໃໝ່ໆ ແລະ ເທັກນິກທີ່ດີກວ່າຜ່ານມາ ແລະ ເທັກໂນໂລຢີທີ່ຈຳເປັນສຳລັບການສ້າງສາພັດທະນາປະເທດຊາດ.ອ່ານຕໍ່ ...