ການພັດທະນາດ້ານສັງຄົມ

ກະຊວງ ອອກແຈ້ງເຕືອນກ່ຽວກັບຜະລິດຕະພັນປຸກອາລົມທາງເພດ

ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ແຈ້ງເຕືອນບໍ່ໃຫ້ປະຊາຊົນ ຊື້ຜະລິດຕະພັນປຸກອາລົມທາງເພດທີ່ບໍ່ໄດ້ຮັບອະນຸຍາດ ທີ່ວາງຂາຍບໍ່ຖືກຕ້ອງຜ່ານຊ່ອງທາງອອນໄລ ແລະ ເຟສ໌ບຸ໊ກ.ຢາປອມ ຫຼື ຢາຄຸນນະພາຕ່ຳ ເຊັ່ນ ຢາຍີ້ຫໍ້ “Girly Sex” ອາດມີຜົນຂ້າງຄຽງທີ່ຮ້າຍແຮງ ເຖິງຂັ້ນເສຍຊີວິດ, ຕາມຄຳເຫັນຈາກຜູ້ຊ່ຽວຊານ. ນອກຈາກນີ້ ການໂຄສະນາຜະລິດຕະພັນຢາທຸກຢ່າງ ຄວນໄດ້ຮັບການອະນຸຍາດຈາກກົມອາຫານ ແລະ ຢາ ເພື່ອບໍ່ໃຫ້ມີການໂຄສະນາແອບອ້າງ ແລະ ຮັບປະກັນຄວາມປອດໄພຂອງພົນລະເມືອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ບໍລິສັດຊຳຊຸງອີເລັກໂທຼນິກລາວ ຮ່ວມມືກັບອົງການ WFP ເພື່ອຊ່ວຍເຫຼືອນັກຮຽນຫູໜວກ

ບໍລິສັດຊຳຊຸງອີເລັກໂທຼນິກລາວ ຮ່ວມກັບອົງການອາຫານໂລກ (WFP) ສ້າງໂອກາດທາງການສຶກສາໃຫ້ແກ່ນັກຮຽນທີ່ຫູໜວກ ແລະ ມີບັນຫາກ່ຽວກັບການໄດ້ຍິນ ໃຫ້ເທົ່າທຽມກັບຄົນທົ່ວໄປ ໂດຍນຳໃຊ້ເທັໂນໂລຢີ.ເນື່ອງຈາກການສຶກສາ ແລະ ໂພຊະນາການ ແມ່ນມີຄວາມສຳຄັນສຳລັບທຸກຄົນໃນສັງຄົມ, ທຸກໆຄົນມີສິດເທົ່າທຽມກັນໃນການເຂົ້າເຖິງຄວາມຕ້ອງການຂັ້ນພື້ນຖານ, ລວມທັງນັກຮຽນທີ່ມີບັນຫາກາຽວກັບການເວົ້າ ແລະ ການໄດ້ຍິນ 90 ກວ່າຊີວິດໃນໂຮງຮຽນເດັກພິເສດນະຄອນຫຼວງວຽງຈັນ.ອ່ານຕໍ່ ...

Laotian Times

ແຜນປະກັນສັງຄົມໃໝ່ ແນໃສ່ຮັບປະກັນສະຫວັດດີການສັງຄົມສຳລັບທຸກໆຄົນ

ປະຊາຊົນລາວທຸກຄົນ, ທັງຊາວຜູ້ອອກແຮງງານ ແລະ ຊາວກະສິກອນ, ທີ່ບໍ່ແມ່ນພະນັກງານລັດຖະບານ ຫຼື ຜູ້ເຮັດວຽກໃນຂະແໜງເອກະຊົນທີ່ເປັນສະມາຊິກກອງທຶນສະຫວັດດີການສັງຄົມແຫ່ງຊາດ ຈະມີສິດໄດ້ຮັບປະໂຫຍດຈາກແຜນປະກັນສັງຄົມໃໝ່.ກອງທຶນສະຫວັດດີການ ໄດ້ແຈ້ງການກ່ຽວກັບການຈັດຕັ້ງໂຄງການ ສະຫວັດດີການສັງຄົມແບບສະໝັກໃຈສຳລັບທຸກຄົນ ໂດຍມີເປົ້າໝາຍແນໃສ່ຜູ້ທີ່ບໍ່ແມ່ນລັດຖະກອນ ຫຼື ພາກສ່ວນເອກະຊົນທີ່ເປັນສະມາຊິກກອງທຶນ, ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖິງແຜນສະຫວັດດີການຕ່າງໆ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ນັກທຸລະກິດແນວໜ້າຂອງລາວ ເຂົ້າຝຶກອົບຮົມກ່ຽວກັບການບໍລິຫານແບບຍີ່ປຸ່ນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ໄດ້ລິເລີ່ມຫຼັກສູດຝຶກອົບຮົມ “keiei-juku” ໃນວັນອັງຄານນີ້ ເຊິ່ງເປັນຊຸດຝຶກອົບຮົມທີສາມ ເພື່ອຊ່ວຍຍົກລະດັບທັກສະສຳລັບນັກທຸລະກິດລາວ ໃນດ້ານການຄຸ້ມຄອງ ແລະ ບໍລິຫານ.ການລິເລີ່ມການຝຶກອົບຮົມ keiei-juku ຂອງຍີ່ປຸ່ນ ແມ່ນຫຼັກສູດການພັດທະນາທັກສະການບໍລິຫານສະເພາະ ສຳລັບບໍລິຫານທຸລະກິດຂັ້ນສູງ.ອ່ານຕໍ່  ...

ໂຕະຂ່າວ

ລາວສັນຍາຈະປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບໃນກອງປະຊຸມລະດັບພາກພື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ພາກພື້ນ ເພື່ອປັບປຸງການເຂົ້າເຖິງການບໍລິການດ້ານສາທາລະນະສຸກຂອງປະເທດ ໃນກອງປະຊຸມທີ່ກຸງມະນິລາ ປະເທດຟິລິປິນ.ກອງປະຊຸມສະໄໝທີ 70 ຂອງຄະນະກຳມະການ WHO ສຳລັບພາກພື້ນປາຊິຟິກຕາເວັນຕົກ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-11 ຕຸລານີ້ ເຊິ່ງຄະນະຜູ້ແທນລາວແມ່ນນຳໂດຍທ່ານ ຮສ.ດຣ ພູທອນ ເມືອງພັກ ຮອງລັດຖະມົນຕີກະຊວງສາທາລະນະສຸກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ບຸນມະໂຫລານສົ່ງເສີມການອ່ານວຽງຈັນ 2019 ຈະຈັດຂຶ້ນໃນທ້າຍເດືອນນີ້

(ຂປລ) ບຸນມະໂຫລານສົ່ງເສີມການອ່ານວຽງຈັນ ຄັ້ງທີສອງ ຈະຈັດຂຶ້ນໃນລະຫວ່າງວັນທີ 19 ຫາ 27 ຕຸລານີ້ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມບົດບາດຂອງຄູອາຈານໃນລາວ ແລະ ລະດົມການຊ່ວຍເຫຼືອສຳລັບໂຮງຮຽນທີ່ຂາດແຄນ 500 ກວ່າແຫ່ງໃນນະຄອນຫຼວງວຽງຈັນ ທີ່ຍັງຂາດແຄນປື້ມເລື່ອງ ແລະ ອຸປະກອນການສຶກສາຕ່າງໆ.“ບຸນປຶ້ມດັ່ງກ່າວແມ່ນແນໃສ່ສົ່ງເສີມການອ່ານໃຫ້ຫຼາຍ, ເພື່ອເປີດໂອກາດໃຫ້ແກ່ປະຊາຊົນໄດ້ສຳຜັດກັບປຶ້ມອ່ານໃໝ່ໆຈາກທັງພາຍໃນ ແລະ ຕ່າງປະເທດ ແລະ ເພື່ອສົ່ງເສີມໃຫ້ມະຫາຊົນເຫັນຄວາມສຳຄັນຂອງການອ່ານ ແລະ ສົ່ງເສີມການເຂົ້າຮ່ວມໃນການສົ່ງເສີມການອ່ານ, ໂດຍສະເພາະແມ່ນເພື່ອຊ່ວຍເຫຼືອໂຮງຮຽນໃນນະຄອນຫຼວງວຽງຈັນໃຫ້ມີປຶ້ມອ່ານທີ່ຫຼາກຫຼາຍຂຶ້ນ,” ທ່ານ ສົມພອນ ສອນດາຣາ ຮອງຫົວໜ້າພະແນກສຶກສາປະຈຳນະຄອນຫຼວງວຽງຈັນກ່າວ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48714

ສ ເກົາຫຼີ ຖືກວິຈານທີ່ບໍ່ສາມາດປົກປ້ອງສິດທິເດັກຈາກເຫດເຂື່ອນແຕກໃນລາວ

ເກົາຫຼີໃຕ້ ໄດ້ຖືກວິຈານ ເນື່ອງຈາກບໍ່ສາມາດປົກປ້ອງສິດທິເດັກຈາກເຫດເຂື່ອນແຕກໃນລາວປີກາຍນີ້ ເຊິ່ງເຮັດໃຫ້ຫຼາຍສິບຊີວິດຕ້ອງສູນເສຍ. ອົງການສະຫະປະຊາຊາດ ແນະນຳໃຫ້ລາວ ກວດກາໂຄງການຕ່າງປະເທດຢ່າງໃກ້ຊິດ ເພື່ອປ້ອງກັນການລ່ວງລະເມີດສິດທິດັ່ງກ່າວທີ່ອາດເກີດຂຶ້ນ.ຄະນະສົນທິສັນຍາສະຫະປະຊາຊາດວ່າດ້ວຍສິດທິເດັກ ກ່າວໃນວັນທີ 3 ຕຸລານີ້ວ່າ ປະເທດເກົາຫຼີໃຕ້ຄວນພິຈາລະນາວ່າ ບໍລິສັດ ຫຼື ອົງການຈັດຕັ້ງຂອງຕົນລ່ວງລະເມີດສິດທິເດັກໃນທ້ອງຖິ່ນຫຼືບໍ່ ເມື່ອມີການໄປລົງທຶນຢູ່ຕ່າງປະເທດ ຫຼື ດຳເນີນໂຄງການຮ່ວມມືເພື່ອການພັດທະນາສາກົນ, ແລະ ຄວນສ້າງລະບົບເພື່ອຮັບປະກັນວ່າເຈົ້າໜ້າມີຄວາມຮັບຜິດຊອບທີ່ດີຕໍ່ເຫດການທີ່ເຮັດໃຫ້ເກີດຄວາມເສຍຫາຍ.ອ່ານຕໍ່ ...

Taejun Kang
https://laotiantimes.com/2019/10/09/s-korea-criticized-for-failing-to-protect-childrens-rights-over-laos-dam-collapse/

ລາວ, ຄູ່ຮ່ວມພັດທະນາ ທົບທວນການຕ້ານພະຍາດວັນນະໂລກ, ເອດ, ໄຂ້ປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ, ອົງການຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທ້ອງຖິ່ນ ພ້ອມດ້ວຍອຳນາດການປົກຄອງ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ເພື່ອສົ່ງເສີມການປະກອບສ່ວນໃນໂຄງການ ສົ່ງເສີມດ້ານວິຊາການຂອງຝຼັ່ງ (ການລິເລີ່ມ 5 ສ່ວນຮ້ອຍ) ເພື່ອການຕ້ານພະຍາດວັນນະໂລກ, ໂລກເອດ, ໄຂ້ປ່າໃນລາວ.ກອງປະຊຸມສຳມະນາດັ່ງກ່າວແມ່ນຈັດຕັ້ງໂດຍສະຖານທູດຝຼັ່ງປະຈຳລາວ ພາຍໃຕ້ການຮ່ວມເປັນປະທານໂດຍທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ ຟຼໍລອງ ຊອງບຼັງ-ຣິສແລ ເອກອັກຄະລັດຖະທູດຝຼັ່ງປະຈຳລາວ. ເຊິ່ງໄດ້ເນັ້ນໃຫ້ເຫັນຜົນດີຂອງການປະກອບສ່ວນຂອງໂຄງການໃນລາວ ຕັ້ງແຕ່ປີ 2012.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-partners-review-fight-against-tuberculosis-hiv-malaria-105837

ລັດຖະບານຈີນໃຫ້ທຶນການສຶກສາ 50 ທຶນສຳລັບນັກສຶກສາລາວ

ລັດຖະບານຈີນ ໃຫ້ທຶນການສຶກສາ 50 ທຶນສຳລັບນັກສຶກສາລາວທີ່ມີຜົນການຮຽນດີເດັ່ນ ແລະ ຜູ້ດ້ອຍໂອກາດທີ່ຢູ່ເຂດຫ່າງໄກສອກຫຼີກ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດໄປສຶກສາຂັ້ນປະລິນຍາຕີ ແລະ ປະລິນຍາໂທ ຢູ່ປະເທດຈີນ.ທຶນການສຶກສາດັ່ງກ່າວໄດ້ມີການປະກາດໃນອາທິດແລ້ວນີ້ ທີ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງອົງການຄົບຮອບ 15 ປີ.ສະຖາບັນຂົງຈື້ເປັນຜູ້ຄັດເລືອກຜູ້ຮັບທຶນຮອບສຸດທ້າຍ ເພື່ອໃຫ້ທຶນເຂົ້າຮຽນພາສາຈີນໃນມະຫາວິທະຍາໄລໃນປະເທດເພື່ອບ້ານ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຄົນລາວໄດ້ຮັບການກວດສາຍຕາ, ຜ່າຕັດຕາຕໍ້ຟຼີເນື່ອງໃນວັນສາຍຕາໂລກ

ປະຊາຊົນຫຼາຍຮ້ອຍຄົນ ໄດ້ຮັບການກວດສາຍຕາຟຼີທີ່ສູນປິ່ນປົວສາຍຕາ ນະຄອນຫຼວງວຽງຈັນ ໃນວັນອັັງຄານນີ້ ສ່ວນຜູ້ທີ່ເປັນຕໍ້ກະຈົກກໍໄດ້ຮັບການຜ່າຕັດຕາໂດຍບໍ່ເສຍຄ່າ.ທ່ານ ພອນສະຫວັນ ຢາງເຊຍຢີ ຕາງໜ້າຈາກມູນນິທິ ເຟຼດຮອລໂລສ໌ ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ການກວດ ແລະ ຜ່າຕັດຕາໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກທາງມູນນິທິ ເນື່ອງໃນໂອກາດວັນສາຍຕາໂລກ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

xyPTm
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!