ການພັດທະນາດ້ານສັງຄົມ

ສະພາທຸລະກິດລາວ, ຢູໂຣບ ເປີດຕົວການບໍລິການໃບຢັ້ງຢືນທຸລະກິດປອດແຮງງານເດັກ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳຢູໂຣບປະຈຳ ສປປ ລາວ (ECCIL) ໄດ້ທຳການເປີດຕົວ ການບໍລິການໃບຢັ້ງຢືນທຸລະກິດປອດແຮງງານເດັກ ຢ່າງເປັນທາງການ.ທ່ານ ປອ. ໄຊບັນດິດ ຣາຊພອນ ຮອງປະທານ LNCCI ແລະ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ, ທ່ານ ອານອດ ຄໍລິເຍ ປະທານ ECCIL, ທ່ານ ຈຳລອງ ຈະເນດທະນະກິດ ອຳນວຍການບໍລິຫານບໍລິສັດ ໄຮເທັກ ອາພອນລາວ ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງຢູ່ທີ່ບໍລິສັດອາພອນດັ່ງກ່າວ ທີ່ນະຄອນຫຼວງວຽງຈັນ ເພື່ອເປີດຕົວການບໍລິການອອກໃບຢັ້ງຢືນດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ

ຈີນ, ລາວລົງນາມໃນເອກະສານການຊ່ວຍເຫຼືອເພື່ອຫຼຸດຜ່ອນຄວາມທຸກຍາກ

ວຽງຈັນ, 23 ຕຸລາ (Xinhua) — ເຈົ້າໜ້າທີ່ຈີນ ແລະ ລາວ ໄດ້ລົງນາມໃນເອກະສານ ເພື່ອດຳເນີນໂຄງການຊ່ວຍເຫຼືອຂອງຈີນ ໃນການຫຼຸດຜ່ອນຄວາມທຸກຍາກໃນລາວ ໃນວັນພຸດນີ້ ທີ່ນະຄອນຫຼວງວຽງຈັນ.ທ່ານ ຫວັງ ສີອຸຍ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດຈີນປະຈຳລາວ ແລະ ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຫ້ອງການ ຄະນະກຳມາທິການການຮ່ວມມືລາວ-ຈີນ ໄດ້ລົງນາມໃນບົດສະຫຼຸບການຈັດຕັ້ງປະຕິບັດການຊ່ວຍເຫຼືອຂອງລັດຖະບານຈີນ ໃນການກໍ່ສ້າງສິ່ງອຳນວຍຄວາມສະດວກເພື່ອຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດຂອງລາວ.ອ່ານຕໍ່ ...

Lu Hui

ໂຮງຮຽນລາວ ໄດ້ຮັບລາງວັນໂຮງຮຽນສົ່ງເສີມສິ່ງແວດລ້ອມອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນມັດທະຍົມສິນໄຊ ແລະ ໂຮງຮຽນປະຖົມຊະນະພົນ ຂອງລາວ ໄດ້ຮັບລາງວັນໂຮງຮຽນສົ່ງເສີມສິ່ງແວດລ້ອມອາຊຽນ ຮ່ວມກັບໂຮງຮຽນຕ່າງໆໃນທົ່ວພາກພື້ນ ເຊິ່ງມີພິທີມອບລາງວັນຫວ່າງໝໍ່ໆມານີ້ ທີ່ນະຄອນສຽມຣຽບ, ກຳປູເຈຍ.ນີ້ແມ່ນພິທີມອບລາງວັນໂຮງຮຽນສົ່ງເສີມສິ່ງແວດລ້ອມອາຊຽນຄັ້ງທີ່ສາມ ເຊິ່ງຈັດຂຶ້ນໃນທຸກໆສອງປີ, ເພື່ອສົ່ງເສີມໂຮງຮຽນທີ່ມີແນວຄິດນຳພາ ແລະ ດຳເນີນການເພື່ອສົ່ງເສີມຄວາມຮູ້ກ່ຽວກັບສິ່ງແວດລ້ອມ ໃນການສຶກສາທຸກໆດ້ານ ແລະ ໃນຊຸມຊົນອ້ອມຂ້າງ.ອ່ານຕໍ່  ...

ສີສຸພັນ ອຳພອນພົງ

ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອເພື່ອສົ່ງເສີມສຸຂະພາບ, ຄວາມສະເໝີພາບຍິງຊາຍ ຢູ່ແຂວງສະຫວັນນະເຂດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອກວ່າ 25 ຕື້ກີບ (4.2 ລ້ານໂດລາອອສ໌ເຕຼເລຍ) ເພື່ອການປັບປຸງຄວາມສະເໝີພາບໃນການເຂົ້າເຖິງ ແລະ ນຳໃຊ້ສຸຂາພິບານ ແລະ ສຸຂະອະນາໄມ ຢູ່ແຂວງສະຫວັນນະເຂດ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດໂຄງການສຸຂາພິບານ ແລະ ສຸຂະອະນາໄມແບບຍືນຍົງສຳລັບທຸກຄົນ ໄດ້ມີການລົງນາມຫວ່າງໝໍ່ໆມານີ້ ລະຫວ່າງທ່ານ ປອ. ບົງສຸວັນ ພັນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ແລະ ທ່ານ ດຣ ແອລເລີດ ວັນ ເດນແຮັມ ຫົວໜ້າອົງການ SNV ປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວຕິດອັນດັບປະເທດທີ່ມີອັດຕາຄົນຕຸ້ຍເພີ່ມຂຶ້ນສູງທີ່ສຸດ

ລາວຕິດອັນດັບປະເທດທີ່ມີອັດຕາຄົນຕຸ້ຍເພີ່ມຂຶ້ນສູງທີ່ສຸດ ໃນລະຫວ່າງປີ 2017 ແລະ 2030, ຕາມການເປີດເຜີຍຜົນສຳຫຼວດຫຼ້າສຸດ.ລາວຢູ່ໃນອັນດັບທີ 8 ໃນການຈັດອັນດັບວິກິດການພາວະຕຸ້ຍ ຂອງສະຫະພັນ World Obesity Federation ແລະ ແຜນທີ່ເດັກຕຸ້ຍ, ຕາມການລາຍານຂອງສຳນັກຂ່າວ Guardian.  ການຈັດອັນດັບດັ່ງກ່າວ ແມ່ນປະເມີນຈາກອັດຕາສ່ວນການຕຸ້ຍຂຶ້ນຂອງເດັກທີ່ມີອາຍຸລະຫວ່າງຫາເຖິງເກົ້າປີ ໃນ 191 ປະເທດ.ປະເທດອາຟຼິກາໃຕ້ເປັນປະເທດໃນອັນດັບສູງສຸດ, ຮອງລົງມາແມ່ນປະເທດຈີນ ແລະ ມາວດິຟສ໌. ສຳລັບພາກພື້ນອາຊີຕາເວັນອອກສຽງໃຕ້, ຫວຽດນາມແມ່ນຢູ່ອັນດັບທີ 5 ແລະ ຫວຽດນາມຢູ່ອັນດັບ 7.ອ່ານຕໍ່ ...

Taejun Kang

ພາກວິຊາໃນ ມຊ, ນັກສຶກສາ ຮ່ວມສຶກສາການພັດທະນາໂດຍຊຸມຊົນ

ນັກຄົ້ນຄວ້າ, ຄູອາຈານ ແລະ ນັກສຶກສາໃນມະຫາວິທະຍາໄລແຫ່ງຊາດ​ (ມຊ) ໄດ້ຮຽນຮູ້ກ່ຽວກັບການພັດທະນາໂດຍຊຸມຊົນໃນງານສຳມະນາ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 21-23 ຕຸລານີ້.ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດ ‘ງານສຳມະນາກ່ຽວກັບການພັດທະນາໂດຍຊຸມຊົນ’ ຂຶ້ນທີ່ຄະນະວິທະຍາສາດ ແລະ ສິ່ງແວດລ້ອມ ມຊ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ລາວ, ອີຢູ, ຢູນິເຊັບ ຮ່ວມມືໃນການປັບປຸງດ້ານໂພຊະນາການ ຢູ່ແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ: ລັດຖະບານ, ສະຫະພາບຢຸໂຣບ (ອີຢູ) ແລະ ອົງການຢູນິເຊັບ ກຳລັງເພີ່ມທະວີຄວາມພະຍາຍາມ ພາຍໃຕ້ໂຄງການຮ່ວມມືເພື່ອການປັບປຸງໂພຊະນາການ ເຊິ່ງມີເປົ້າໝາຍແນໃສ່ປັບປຸງດ້ານໂພຊະນາການສຳລັບເດັກນ້ອຍ.ເຖິງຈະມີຄວາມກ້າວໜ້າໃນຊຸມປີຜ່ານມາ, ແຂວງສະຫວັນນະເຂດຍັງຄົງມີອັດຕາເດັກທີ່ຢູ່ໃນພາວະເຕ້ຍ, ນ້ຳໜັກຫຼຸດເກນ ແລະ ຈ່ອຍ ທີ່ສູງ ເຊິ່ງເປັນບັນຫາດ້ານສາທະລະນະສຸກ ຕາມບົດລາຍງານທີ່ເຜີຍແຜ່ຕໍ່ສື່ມວນຊົນໃນລະຫວ່າງການຢ້ຽມຢາມແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 21-22 ຕຸລານີ້, ພາຍໃຕ້ການສະໜັບສະໜູນໂດຍອົງການຢູນິເຊັບ ແລະ ອີຢູ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ການຕິດຕາມຄວາມຄືບໜ້າຂອງໂຄງການວາງແຜນຄອບຄົວ

(ຂປລ) ການນຳໃຊ້ວິທີການວາງແຜນຄອບຄົວແບບໃໝ່ (FP) ແມ່ນວິທີທີ່ດີທີ່ສຸດໃນການຫຼຸດຜ່ອນການຖືພາໂດຍບໍ່ຕັ້ງໃຈ ແລະ ຄວາມສ່ຽງຈາກການຖືພາ ແລະ ການເກີດລູກ.ໃນ ສປປ ລາວ, ການນຳໃຊ້ວິທີການວາງແຜນຄອບຄົວແບບໃໝ່ ຍັງຄົງສືບຕໍ່ເພີ່ມຂຶ້ນຢ່າງຊ້າໆ ໃນອັດຕາ 1% ຕໍ່ປີ ເຊິ່ງໝາຍຄວາມວ່າປະເທດລາວອາດບໍ່ສາມາດບັນລຸເປົ້າໝາຍອັດຕາການການຄຸມກຳເນີດ (CPR) 65% ພາຍໃນປີ 2025.ອ່ານຕໍ່ ...

ໂຕະຂ່າວ ຂປລ

ອົງການ PSI ຈະຊ່ວຍເຫຼືອໃນການປັບປຸງຂະແໜງສາທາລະນະສຸກດ້ວຍທຶນ US$4.9 ລ້ານໂດລາ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການສາກົນບໍລິການປະຊາຊົນ (PSI) ຈະໃຫ້ທຶນ US$4.9 ລ້ານໂດລາ ເພື່ອຊ່ວຍເຫຼືອລາວໃນການປັບປຸງຂະແໜງສາທາລະນະສຸກ ແຕ່ປີ 2019 ເຖິງ 2020.ຊຸດການຊ່ວຍເຫຼືອໃໝ່ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ສູນປະຕິບັດການສຸກເສີນດ້ານສາທາລະນະສຸກ ເພື່ອເລັ່ງມືໃນການລຶບລ້າງພະຍາດໄຂ້ປ່າ ແລະ ຮັບມືເຫດສຸກເສີນດ້ານສາທາລະນະສຸກ ໃນ ສປປ ລາວ” ຈະຊ່ວຍເຫຼືອກະຊວງສາທາລະນະສຸກໃນການຮັບປະກັນ ຄວາມສາມາດໃນການກວດກາ ແລະ ຮັບມືກັບເຫດສຸກເສີນດ້ານສາທາລະນະສຸກ, ສະກັດກັ້ນການລະບາດຂອງພະຍາດ (ລວມທັງໄຂ້ປ່າ), ແລະ ຫຼຸດຜ່ອນຜົນກະທົບຂອງພະຍາດຕໍ່ຊຸມຊົນໃຫ້ຫຼາຍທີ່ສຸດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເກົາຫຼີຊ່ວຍເຫຼືອໃນການປັບປຸງມາດຕະຖານສາທາລະນະສຸກໃນແຂວງບໍລິຄຳໄຊ

ສະຖາບັນວັດທະນະທຳ ແລະ ການພັດທະນາຶອາຊີ (IACD) ປະຈຳລາວ ເຊິ່ງມີສຳນັກງານໃຫຍ່ຢູ່ສາທາລະນະລັດເກົາຫຼີ ຈະສືບຕໍ່ໃຫ້ການບໍລິການປິ່ນປົວສຸຂະພາບ ແລະ ອຸປະກອນດ້ານການແພດໂດຍບໍ່ເສຍຄ່າສຳລັບແຂວງບໍລິຄຳໄຊ ເພື່ອສົ່ງເສີມສຸຂະພາບຂອງປະຊາຊົນທ້ອງຖິ່ນ.ທ່ານ ດຣ ໂຮຊິກ ອິມ ອຳນວຍການ IACD ກ່າວໃນວານນີ້ວ່າ ໃນປີ 2020 ທາງສະຖາບັນຈະເລັ່ງໃສ່ການປິ່ນປົວສຸຂະພາບຢູ່ເມືອງບໍລິຄັນ, ວຽງທອງ ແລະ ຄຳເກີດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

amNYV
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!