Gender
ຄົນທຸກຍາກ
ເຢຍລະມັນໃຫ້ທຶນຊ່ວຍເຫຼືອ 8.3 ຕື້ກີບເພື່ອສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານຢູ່ແຂວງຊຽງຂວາງ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການຮ່ວມມື ແລະ ພັດທະນາເສດຖະກິດຂອງສະຫະພັນເຢຍລະມັນ (BMZ) ຮ່ວມກັບອົງການຄິຼດຕະຈັກເພື່ອການພັດທະນາ ແລະ ບັນເທົາທຸກ ເຢຍລະມັນ (ADRA) ໄດ້ອະນຸມັດທຶນຊ່ວຍເຫຼືອກວ່າ 8.3 ຕື້ກີບ (US$961,493 ໂດລາ) ເພື່ອຊ່ວຍເຫຼືອໂຄງການສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊີວິດການເປັນຢູ່ໄລຍະສາມປີ ຢູ່ເມືອງພູກູດ ແຂວງຊຽງຂວາງ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການດັ່ງກ່າວໄດ້ມີການລົງນາມຫວ່າງໝໍ່ໆມານີ້ ຢູ່ແຂວງຊຽງຂວາງ ລະຫວ່າງທ່ານນາງ ກິວ ກຼໍລິມຸນ ອຳນວຍການອົງການ ADRA ປະຈຳລາວ ແລະ ທ່ານ ບຸນໂຮມ ເທດທານີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/germany-provides-grant-bolster-food-security-xieng-khuang-100654
ທະນາຄານໂລກ: ການຂາດສານອາຫານກວມມູນຄ່າ 2.4% ຂອງ GDP ຂອງລາວໃນແຕ່ລະປີ
ວຽງຈັນ (ວຽງຈັນທາມສ໌/ANN) – ການຂາດສານອາຫານໃນລະດັບສູງໃນເດັກນ້ອຍ ເຮັດໃຫ້ປະເທດລາວສູນເສຍທ່າແຮງດ້ານຊັບພະຍາກອນມະນຸດ ແລະ ເສດຖະກິດຢ່າງໜ້າເສຍດາຍ ແຕ່ກໍສາມາດຫຼີດລ່ຽງໄດ້, ອີງຕາມທະນາຄານໂລກ.ໃນທົ່ວປະເທດ ພາວະເດັກເຕ້ຍແມ່ນກວມເອົາໜຶ່ງໃນສາມຂອງເດັກນ້ອຍລາວທັງໝົດທີ່ມີອາຍຸຫຼຸດຫ້າປີ, ທະນາຄານໂລກກ່າວໃນບົດສັງລວມໃນເວັບໄຊຂອງຕົນ ທີ່ໃສ່ຊື່ວ່າ ‘ວິທີການສຸມໃສ່ຫຼາຍຂະແໜງການ ເພື່ອຫຼຸດຜ່ອນການຂາດສານອາຫານໃນ ສປປ ລາວ’.“ອັດຕາການຂາດສານອາຫານຂອງແມ່ ແລະເດັກໃນປະຈຸບັນ ເຮັດໃຫ້ ສປປ ລາວ ສູນເສຍທ່າແຮງດ້ານຊັບພະຍາກອນມະນຸດ ເຊິ່ງກວມປະມານ 2.4 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດໃນແຕ່ລະປີ,” ທະນາຄານໂລກກ່າວ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/world-bank-malnutrition-costs-24-lao-gdp-annually-100347
ການເພີ່ມສານອາຫານໃນອາຫານຈະຊ່ວຍສົ່ງເສີມສຸຂະພາບຂອງຄົນລາວ
ລະດັບການຂາດສານອາຫານຍືດເຍື້ອໃນລາວໄດ້ຫຼຸດລົງຈາກ 44% ໃນປີ 2012 ມາເປັນ 33% ໃນປີ 2017. ເຖິງຢ່າງໃດກໍຕາມ ລາວກໍຍັງຄົງເປັນປະເທດທີ່ມີອັດຕາການຂາດສານອາຫານສູງສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເຮັດໃຫ້ການບໍລິໂພກສານອາຫານທີ່ມີຄຸນນະພາບຂອງພົນລະເມືອງລາວເປັນບັນຫາທີ່ທ້າທາຍ.ນີ້ແມ່ນໃຈຄວາມຈາກກອງປະຊຸມວິຊາການກ່ຽວກັບການທົບທວນສະຖານະປະຈຸບັນຂອງການເພີ່ມສານອາຫານໃນອາຫານ ແລະ ແນໃສ່ຂັ້ນຕອນເລີ່ມຕົ້ນໃນການຕັ້ງມາດຕະຖານສຳລັບການເພີ່ມສານອາຫານໃນອາຫານໃນລາວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ລັດຖະບານລາວຕອບໂຕ້ຕໍ່ບົດລາຍງານທີ່ບໍ່ເປັນຕາມຄວາມຈິງຂອງຊ່ຽວຊານສະຫະປະຊາຊາດ
(ຂປລ) ຕາມຄວາມເຫັນດີ ແລະ ຄຳເຊີນຂອງລັດຖະບານລາວ, ທ່ານ ຟິລິບ ອາວສ໌ຕັນ ທູດພິເສດຂອງອົງການສະຫະປະຊາຊາດດ້ານຄວາມທຸກຍາກ ແລະ ສິດທິມະນຸດໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 18-28 ມີນາ 2019. ຈຸດປະສົງຂອງການຢ້ຽມຢາມດັ່ງກ່າວແມ່ນເພື່ອປະເມີນ ແລະ ຢືນຢັນລະດັບຄວາມທຸກຍາກທີ່ຍັງມີຢູ່ໃນລາວ, ລວມທັງນຳສະເໜີສາເຫດ ແລະ ທິດທາງການພັດທະນາໃນຕໍ່ໜ້າສຳລັບລັດຖະບານລາວ, ກໍຄືລາຍງານຜົນສຳເລັດ ແລະ ສິ່ງທ້າທາຍໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງປະຊາຊົນລາວທີ່ຍັງຢູ່ພາຍໃຕ້ຄວາມທຸກຍາກ.ອ່ານຕໍ່ ...
ທີມ ຂປລ
ເດັກເຕ້ຍທຸກຄົນມີຄວາມຂາດເຂີນຢ່າງໜ້ອຍສາມດ້ານຂຶ້ນໄປ
(ຂປລ) ບົດລາຍງານ “ການສຶກສາວິໄຈຄວາມຂາດເຂີນຂອງເດັກອາຍຸຫຼຸດຫ້າປີແບບທັບຊ້ອນ, ສປປ ລາວ” ເຊິ່ງເຜີຍແຜ່ໃນວັນທີ 20 ມິຖຸນາ ສະແດງວ່າ ໃນລະດັບສູນກາງ ແລະ ລະດັບແຂວງ ເດັກເຕ້ຍໃນລາວມີຄວາມຂາດເຂີນຢ່າງໜ້ອຍສາມດ້ານຂຶ້ນໄປ, ເຊິ່ງບົດລານງາຍໄດ້ເນັ້ນໃຫ້ເຫັນເຖິງຄວາມສຳພັນທີ່ສູງລະຫວ່າງອັດຕາເດັກເຕ້ຍ ແລະ ຄວາມທຸກຍາກໃນຫຼາຍດ້ານໃນລາວ ແລະ ແນະນຳວ່າ ການຫຼຸດຜ່ອນອັດຕາເດັກເຕ້ຍສາມາດເຮັດໄດ້ຍ້ອນການຫຼຸດຜ່ອນຄວາມທຸກຍາກໃນຂົງເຂດຕ່າງໆ.ບົດລາຍງານສະແດງວ່າ ໃນຈຳນວນເດັກເຕ້ຍ 33% ມີ 32% ທີ່ຢູ່ໃນພາລະເຕ້ຍ ແລະ ຂາດແຄນໃນການເຂົ້າເຖິງໂພຊະນາການທີ່ດີ, ສຸຂະພາບ, ທີ່ຢູ່ອາໄສ, ນ້ຳ ແລະ ສຸຂາພິບານ, ການຫຼິ້ນ ແລະ ການສົ່ງເສີມພັດທະນາການ ແລະ ດ້ານອື່ນໆ.ອ່ານຕໍ່ ...
ລາຄາສິນຄ້າບໍລິໂພກພື້ນຖານຢູ່ພາຍໃຕ້ການຄວບຄຸມ: ນາຍົກ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງພະຍາຍາມຄວບຄຸມລາຄາສິນຄ້າຕ່າງໆໃຫ້ມີສະຖຽນລະພາບ ເຊັ່ນສິນຄ້າອາຫານ, ເພື່ອຮັບມືຕໍ່ກັບຕົ້ນທຶນໃນອຸດສາຫະະກຳປຸງແຕ່ງທີ່ເພີ່ມສູງຂຶ້ນ, ນາຍົກລັດຖະມົນຕີກ່າວຕໍ່ສະພາແຫ່ງຊາດ.ມູນຄ້າການຊື້ຂາຍສິນຄ້າໃນຊ່ວງສີ່ເດືອນຕົ້ນປີນີ້ແມ່ນຢູ່ທີ່ 15,500 ຕື້ກີບ, ເພີ່ມຂຶ້ນ 11.8 ເປີເຊັນທຽບກັບໄລຍະດຽວກັນຂອງປີກາຍ. ມູນຄ່າດັ່ງກ່າວແມ່ນກວມ 23.8 ເປີເຊັນຂອງແຜນການປະຈຳປີທີ່ຮັບຮອງໂດຍສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດໃນອາທິດນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/prices-consumer-staples-under-control-pm-98465
ຍີ່ປຸ່ນຊ່ວຍເຫຼືອດ້ານສະບຽງອາຫານສຳລັບເດັກນ້ອຍລາວ
ລັດຖະບານຍີ່ປຸ່ນໄດ້ບໍລິຈາກອາຫານກະປ໋ອງ ແລະ ເຂົ້າສານ ມູນຄ່າ 27 ຕື້ກີບ (US$3.2 ລ້ານໂດລາ) ໃຫ້ແກ່ໂຄງການອາຫານໂຮງຮຽນ ແລະ ການສ້າງຄວາມເຂັ້ມແຂງເພື່ອຮັບມືຕໍ່ໄພພິບັດໃນລາວ ຂອງອົງການອາຫານໂລກ (WFP) .ການຊ່ວຍເຫຼືອໃນຄັ້ງນີ້ແມ່ນສຳລັບຊ່ວຍເຫຼືອຊຸມຊົນ ໂດນສະເພາະໃນການຮັບມືກັບໄພພິບັດ ແລະ ສະພາບການທີ່ມີຜົນກະທົບຕໍ່ສະບຽງອາຫານ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
WFP ເລີ່ມການສົ່ງມອບໂຄງການອາຫານໂຮງຮຽນໃຫ້ແກ່ລາວ
ອຸດົມໄຊ, ລາວ, 16 ພຶດສະພາ (Xinhua) — ອົງການອາຫານໂລກ (WFP) ໄດ້ສົ່ງມອບໂຄງການອາຫານໂຮງຮຽນໃນ 500 ກວ່າໂຮງຮຽນໃຫ້ແກ່ລັດຖະບານລາວ.ພິທີດັ່ງກ່າວໄດ້ມີຂຶ້ນໃນວັນພຸດຜ່ານມານີ້ ທີ່ໂຮງຮຽນບ້ານບໍ່ ແຂວງອຸດົມໄຊ, ຫ່າງຈາກນະຄອນວຽງຈັນໄປທາງພາກເໜືອປະມານ 310 ກມ, ເຊິ່ງ WFP ຈະສະໜອງອາຫານ 40,000 ຈານຕໍ່ປີໃຫ້ແກ່ເດັກນັກຮຽນຈຳນວນ 200 ຄົນໃນໂຮງຮຽນດັ່ງກ່າວ.ນັບແຕ່ປີ 2002 ເປັນຕົ້ນມາ ອົງການ WFP ໄດ້ເລີ່ມຕົ້ນການສະໜອງອາຫານໃຫ້ແກ່ໂຮງຮຽນ ໂດຍການສະໜອງຄາບເຂົ້າທີ່ມີໂພຊະນາການຄົບຖ້ວນໃຫ້ແກ່ເດັກນ້ອຍນັກຮຽນທີ່ມາໂຮງຮຽນໂດຍບໍ່ໄດ້ກິນເຂົ້າ. ມາເຖິງປະຈຸບັນ ໂຄງການໄດ້ຂະຫຍາຍການຄຸ້ມຄອງເດັກນ້ອຍຫຼາຍກວ່າ 140,000 ຄົນ ໃນ 1,450 ໂຮງຮຽນທົ່ວປະເທດ.ອ່ານຕໍ່ ...
ZX
ໂວວິເຊີນ, ຄູ່ຮ່ວມພັດທະນາສົ່ງເສີມການປັບປຸງດ້ານໂພຊະນາການໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການໂວວິເຊີນສາກົນປະຈຳລາວ (WVI) ແລະ ຄູ່ຮ່ວມພັດທະນາຈະໃຫ້ທຶນຊ່ວຍເຫຼືອກວ່າ EUR 11 ລ້ານຢູໂຣ ເພື່ອຊ່ວຍລາວໃນການປັບປຸງດ້ານໂພຊະນາການໃນສາມແຂວງພາກໃຕ້ແຕ່ປີ 2019 ເຖິງ 2021.ຂໍ້ຕົກລົງກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ຮັບການລົງນາມທີ່ວຽງຈັນໃນມື້ວານນີ້ ລະຫວ່າງທ່ານ ວິໂບ ແຊັບ ຫົວໜ້າອົງການ ແລະ ພະແນກສາທາລະນະສຸກແຂວງທີ່ກ່ຽວຂ້ອງ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເຢຍລະມັນ, ອອສ໌ເຕຣເລຍຊ່ວຍເປີດປະຕູດ້ານແຫຼ່ງທຶນສຳລັບກຸ່ມທີ່ມີລາຍໄດ້ຕ່ຳໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນ ແລະ ອອສ໌ເຕຣເລຍໄດ້ຊ່ວຍເຫຼືອທຶນຈຳນວນ US$4.5 ລ້ານໂດລາ ເພື່ອພັດທະນາລະບົບການລະດັບທ້ອງຖິ່ນ ເພື່ອຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ທຸກຍາກໃນການເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ.ຕາງໜ້າຈາກລັດຖະບານລາວ, ເຢຍລະມັນ ແລະ ອອສ໌ເຕຣເລຍ ໄດ້ຮ່ວມປະຊຸມໃນວັນທີ 9 ພຶດສະພາ ເພື່ອເພື່ອເປີດຕົວໂຄງການສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບຜູ້ທຸກຍາກ (AFP) ໄລຍະທີ 5 ມູນຄ່າ US$4.5 ລ້ານໂດລາ.ອ່ານຕໍ່ໍໍໍ່ ...
ໂຕະຂ່າວ