Gender

ສາທາລະນະສຸກ

ລັດຖະບານຕົກລົງໃຫ້ມີການຫາລືກ່ຽວກັບການນຳໃຊ້ກັນຊາໃນທາງການແພດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸຍາດໃຫ້ມີການຫາລື ແລະ ຄົ້ນຄວ້າກ່ຽວກັບຄວາມເປັນໄປໄດ້ຂອງການນຳໃຊ້ກັນຊາເພື່ອຈຸດປະສົງທາງການແພດ.ໃນອາທິດຜ່ານມາ ສຳລັນງານນາຍົກໄດ້ອອກແຈ້ງການອະນຸຍາດໃຫ້ກະຊວງການຕ່າງປະເທດ ຮ່ວມກັບກະຊວງສາທາລະນະສຸກ ແລະ ຂະແໜງການທີ່ກ່ຽວຂ້ອງຕ່າງໆ ຈັດຕັ້ງກອງປະຊຸມສຳມະນາ ເພື່ອຫາລື ແລະ ຄົ້ນຄວ້າກ່ຽວກັບການນຳໃຊ້ກັນຊາເພື່ອຈຸດປະສົງທາງການແພດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລະບົບການຮັກສາສຸຂະພາບຮັບຮອງມາດຕະການເພື່ອຮັບປະກັນຄຸນນະພາບ

ຕາງໜ້າກົມກອງຕ່າງໆໃນກະຊວງສາທາລະນະສຸກ ໄດ້ປະຊຸມຮ່ວມກັບບັນດາຄູ່ຮ່ວມພັດທະນາ ທີ່ນະຄອນຫຼວງວຽງຈັນ ໃນວັນຈັນຜ່ານມາ ເຊິ່ງເປັນສ່ວນໜຶ່ງຂອງຄະນະກຳມະການເພື່ອທົບທວນໂຄງສ້າງ ແລະ ມາດຕະການຮັບປະກັນຄຸນນະພາບ ເຊິ່ງມີຄວາມສຳຄັນຕໍ່ລະບົບການຮັກສາສຸຂະພາບໃນລາວ.ໃນກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ລາຍງານຄວາມຄືບໜ້າຂອງກິດຈະກຳທີ່ໄດ້ດຳເນີນ ແລະ ແບ່ງປັນແຜນການນຳໃຊ້ລະບົບໃໝ່ພາຍໃນໜ່ວຍງານ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຈົ້າໜ້າທີ່ສັ່ງປິດຄຣີນິກຈີນສາມແຫ່ງໃນລາວ

ເຈົ້າໜ້າທີ່ໄດ້ສັ່ງປິດຄຣີນິກຈີນສາມແຫ່ງໃນອາທິດນີ້ ຢູ່ແຂວງຫຼວງນ້ຳທາທາງພາກເໜືອຂອງລາວ ຫຼັງຈາກທີ່ກວດພົບບັນຫາການປິ່ນປົວບໍ່ຖືກສຸຂະອະນາໄມ ແລະ ແພດບໍ່ມີຄຸນວຸດທິ ເຮັດໃຫ້ຄົນເຈັບຫຼາຍຄົນຕ້ອງເສຍຊີວິດ, ໜ່ວຍຂ່າວ RFA ລາວລາຍງານ.ຄຣີນິກສາມແຫ່ງທີ່ສັ່ງປິດມີຄື ຄຣີນິກຫົງຊິງທີ່ບ້ານຫົງຈະເລີນ, ຄຣີນິກປາຝາທີ່ບ້ານທອງໃໝ່ ແລະ  ຄຣີນິກຄຳຈັນທີ່ບ້ານຈຽງ ເຊິ່ງຕັ້ງຢູ່ເມືອງສິງ. ສ່ວນຄຣີນິກຈີນອີກສີ່ແຫ່ງໃນແຂວງຫຼວງນ້ຳທາ ຍັງຄົງສືບຕໍ່ໃຫ້ບໍລິການ ພາຍໃຕ້ການຕິດຕາມຢ່າງໃກ້ຊິດຂອງເຈົ້າໜ້າທີ່.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ຫ້າມນຳໃຊ້ ຫຼື ຊື້ຂາຍຜະລິດຕະພັນສຸຂະພາບທີ່ບໍ່ມີໃບຢັ້ງຢືນ: ເຈົ້າໜ້າທີ່ເຕືອນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຈ້ງເຕືອນສາທາລະນະຊົນ ໃຫ້ຫຼີກລ່ຽງການນຳໃຊ້ຜະລິດຕະພັນສຸຂະພາບ ທີ່ບໍ່ໄດ້ຮັບການອະນຸມັດໃຫ້ມີການຈຳໜ່າຍ, ເຊິ່ງອາດບໍ່ປອດໄພ.ຫວ່າງບໍ່ດົນມານີ້ ກົມອາຫານ ແລະ ຢາ ພາຍໃຕ້ກະຊວງສາທາລະນະສຸກໄດ້ອອກແຈ້ງການກ່ຽວກັບການຫ້າມຊື້ຂາຍ ຫຼື ຜະລິດສິນຄ້າເພື່ອສຸຂະພາບຈຳນວນ 133 ລາຍການ ເຊິ່ງມີການໂຄສະນາທົ່ວໄປໂດຍຜູ້ຜະລິດທີ່ບໍ່ຜ່ານການຮັບຮອງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຮອງນາຍົກຮຽກຮ້ອງໃຫ້ເຈົ້າໜ້າທີ່ສາທາລຶບລ້າງພະຍາດໝາກແດງ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ຮຽກຮ້ອງໃຫ້ເຈົ້າໜ້າທີ່ສາທາລະນະສຸກທົ່ວປະເທດຈົ່ງສືບຕໍ່ທຸ້ມເທຄວາມພະຍາຍາມ ເພື່ອສະກັດກັ້ນການລະບາດຂອງພະຍາດໝາກແດງ.ທ່ານກ່າວວ່າ ເດັກນ້ອຍ ແລະ ແມ່ຍິງທຸກຄົນຕ້ອງໄດ້ຮັບການສັກຢາປ້ອງກັນພະຍາດໝາກແດງ, ໂດຍສະເພາະແມ່ນຊາວບ້ານໃນເຂດຫ່າງໄກສອກຫຼີກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວຕິດໜຶ່ງໃນ 10 ຂອງປະເທດທີ່ມີສຸຂະພາບດີທີ່ສຸດໃນການສຳຫຼວດຄວາມຢູ່ດີກິນດີຂອງໂລກ

ວຽງຈັນ  (ວຽງຈັນທາມສ໌/ANN) – ລາວຕິດໜຶ່ງໃນສິບອັນດັບຂອງປະເທດທີ່ມີສຸຂະພາບດີທີ່ສຸດໃນໂລກ, ຮ່ວມກັບປະເທດນ້ອຍຄືສິງກະໂປ ໃນການຈັດອັນດັບຄວາມຢູ່ດີກິນດີຂອງໂລກ, ຕາມການປະເມີນມາດຕະຖານການດຳລົງຊີວິດໂລກໃໝ່.ບັນດາປະເທດໃຫຍ່ໆທີ່ມີເສດຖະກິດຂະຫຍາຍຕົວສູງລ້ວນແຕ່ຕົກອັນດັບ, ຕາມຕົວເລກດັດສະນີຄວາມຢູ່ດີກິນດີຂອງໂລກ (GWI) ທີ່ເຜີຍແຜ່ໂດຍບໍລິສັດລົງທຶນ LetterOne ເຊິ່ງລາຍງານໂດຍສຳນັກຂ່າວ The Straits Times ແລະ Bloomberg.ອ່ານຕໍ່ ...

ໂຕະຂ່າວ

ໂຮງໝໍມິດຕະພາບວຽງຈັນເປີດອາຄານບໍລິການໃໝ່ທີ່ທັນສະໄໝ

ໂຮງໝໍມິດຕະພາບວຽງຈັນເປີດອາຄານໃໝ່ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດການປັບປຸງມາດຕະຖານວຽກງານສາທາລະນະສຸກ ແລະ ຍົກລະດັບການບໍລິການສາທາລະນະສຸກຂອງປະເທດສູ່ມາດຕະຖານສາກົນ.ອາຄານໃໝ່ດັ່ງກ່າວລວມມີ 308 ຕຽງສຳລັບຄົນເຈັບ, ເພີ່ມເຕີມໃສ່ຄວາມສາມາດໃນການບໍລິການເດີມຂອງໂຮງໝໍເຊິ່ງມີ 300 ຕຽງ.ອາຄານດັ່ງກ່າວຈະປະກອບດ້ວຍເຄື່ອງມືທີ່ທັນສະໄໝສຳລັບການວິເຄາະບົ່ງມະຕິພະຍາດທົ່ວໄປ, ກໍຄືການສາຍລັງສີ ແລະ ຖ່າຍພາບດ້ວຍຄື້ນແມ່ເຫຼັກຕ່າໆ ແລະ ຂະແໜງຊ່ຽວຊານອື່ນໆ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ຂະບວນການຍ່າງເພື່ອສະໜັບສະໜູນການລົບລ້າງການຖືພາໃນໄວໜຸ່ມໃນລາວ

ມະຫາຊົນກວ່າ  4,000 ຄົນໄດ້ທຳການຍ່າງເດີນຂະບວນຕາມຖະໜົນໃນວຽງຈັນໃນວັນອາທິດຜ່ານມາ ເພື່ອສົ່ງເສີມຄວາມຮູ້ກ່ຽວກັບບັນຫາການຖືພາໃນໄວໜຸ່ມ. ນັກແລ່ນ ແລະ ນັກຍ່າງໄດ້ເຂົ້າຮ່ວມໃນງານ Half Marathon ສາກົນວຽງຈັນຄັ້ງທີ 4, ເຊິ່ງເປົ້າໝາຍໃນປີນີ້ແມ່ນເພື່ອສ້າງຄວາມຮັບຮູ້ກ່ຽວກັບຄວາມຈຳເປັນໃນການລົບລ້າງການຖືພາໃນໄວໜຸ່ມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ນາຍົກແນະນຳຂະແໜງສາທາ: ສືບຕໍ່ແຜນໂຄງການຂໍ້ມູນຂ່າວສານ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ສາທາລະນະສຸກທົ່ວປະເທດ ສືບຕໍ່ເຜີຍແຜ່ຂໍ້ມູນຂ່າວສານໃຫ້ແກ່ຊຸມຊົນທ້ອງຖິ່ນ ໂດຍສະເພາະເພື່ອການປັບປຸງໝາກຜົນຂອງວຽກງານແມ່, ເດັກອ່ອນ ແລະ ເດັກນ້ອຍຕ່ຳກວ່າຫ້າປີ.ທ່ານນາຍົກໄດ້ໃຫ້ຄຳແນະນຳດັ່ງກ່າວໃນວັນພະຫັດຜ່ານມານີ້ ໃນກອງປະຊຸມປະຈຳປີຂອງຂະແໜງສາທາລະນະສຸກ ເພື່ອທົບທວນວຽກງານພາຍໃນຂະແໜງ ແລະ ຫາລືແຜນການປີ 2019.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ກອງປະຊຸມຂະແໜງສາທາເຜີຍຄວາມຄືບໜ້າໃນການພັດທະນາ

ເຈົ້າໜ້າທີ່ກະຊວງສາທາລະນະສຸກທົ່ວປະເທດໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ ທີ່ນະຄອນວຽງຈັນມື້ວານນີ້ ເພື່ອທົບທວນຄວາມຄືບໜ້າຂອງຂະແໜງການ ແລະ ຫາລືແຜນການສຳລັບປີ 2019.ໃນກອງປະຊຸມມີການທົບທວນວຽກງານການສົ່ງເສີມສຸຂະພາບ ແລະ ສຸຂະອະນາໄມ, ການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ໃນແຂວງເປົ້າໝາຍ, ການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ, ການປິ່ນປົວ ແລະ ຟື້ນຟູສຸຂະພາບ, ການຄຸ້ມຄອງອາຫານ ແລະ ຢາ, ແລະ ການປັບປຸງການວາງແຜນການເງິນ ແລະ ການຈັດງົບປະມານພາຍໃນຂະແໜງສາທາລະນະສຸກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

eWWVx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!