ລາວ,​ຈີນລົງນາມຂໍ້ຕົກລົງໃນການປັບປຸງການປິ່ນປົວສຸຂະພາບໃນແຂວງບໍ່ແກ້ວ

ໂຮງໝໍແຂວງບໍ່ແກ້ວຂອງລາວ ແລະ ສູນບໍລິການດ້ານການແພດໃຫຍ່ໃນແຂວງ ຊິສວນບັນນາ ຂອງຈີນ ໄດ້ຕົກລົງເສີມຂະຫຍາຍການຮ່ວມມືໃນການປະຕິບັດການດ້ານການແພດແບບຍືນຍົງໃນພື້ນທີ່ຊາຍແດນລະຫວ່າງລາວ-ຈີນ. ຂໍ້ຕົກລົງດັ່ງກ່າວແມ່ນແນໃສ່ການພັດທະນາໜ່ວຍຄຸ້ມຄອງການບໍລິການ, ການປັນປຸງມາດຕະຖານບໍລິການການແພດ ແລະ ການປັບປ່ຽນວິທີການໃຫ້ບໍລິການດ້ານສາທາລະນະສຸກໃນພື້ນທີ່ເປົ້າໝາຍ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ໄສຍະແພດຍີ່ປຸ່ນໃຫ້ຮອຍຍີ້ມໃໝ່ແກ່ເດັກນ້ອຍຊົນນະບົດ

ມະຫາວິທະຍາໄລ ຣິວກິວສ໌ ຂອງຍີ່ປຸ່ນ ແລະ ສູນປາກແຫວ່ງ-ເພດານໂຫວ່ ໂອກິນາວາ ຮ່ວມກັບໂຮງໝໍເສດຖາທິລາດວຽງຈັນ ໄດ້ໃຫ້ບໍລິການຜ່າຕັດປາກແຫວ່ງສຳລັບເດັກນ້ອຍລາວທີ່ດ້ອຍໂອກາດໃນວັນພະຫັດນີ້. ທີມແພດຜ່າຕັດປະກອບດ້ວຍແພດ ແລະ ພະຍາບານ 15 ຄົນ ຈາກລາວ ແລະ ຍີ່ປຸ່ນ ນຳທີມໂດຍຜູ້ຊ່ຽວຊານຈາກມະຫາວິທະຍາໄລ ຣິວກິວສ໌ ປະເທດຍີ່ປຸ່ນອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ອຳນາດການປົກຄອງຮຽກຮ້ອງການປັບປຸງສິ່ງອຳນວຍຄວາມສະດວກສາທາລະນະສຸກເອກະຊົນ

ເຈົ້າໜ້າທີ່ສາທາລະນະສຸກກ່າວວ່າການບໍລິການດ້ານສາທາລະນະສຸກເອກະຊົນມີການພັດທະນາຂຶ້ນໃນຊຸມປີຜ່ານມາ ແລະ ປະຈຸບັນປະຊາຊົນສາມາດເຂົ້າເຖິງການບໍລິການທີ່ມີຄຸນນະພາບກວ່າເກົ່າ.ເຖິງຢ່າງໃດກໍຕາມ ຍັງຄົງເຫັນໄດ້ບັນຫາຈຳນວນໜຶ່ງໃນຄລີນິກເອກະຊົນທີ່ມີການຟ້ອງຮ້ອງກ່ຽວກັບການໃຫ້ບໍລິການທີ່ບໍ່ມີຄຸນນະພາບ ແລະ ມີການຄິດຄ່າບໍລິການທີ່ສູງເກີນຄວນໃນຄລີນິກ ແລະ ໂຮງໝໍບາງແຫ່ງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ນາຍົກຮຽກຮ້ອງໃຫ້ອຳນາດການປົກຄອງແຂວງເຊກອງເລັ່ງມືພາລະກິດຕ້ານຄວາມທຸກຍາກ

ອຳນາດການປົກຄອງທ້ອງຖິ່ນຕ້ອງເພີ່ມທະວີຄວາມພະຍາຍາມໃນການຫຼຸດຜ່ອນຄວາມທຸກຍາກ ໂດຍການສອນວິທີການສ້າງລາຍຮັບ, ການສ້າງທຸລະກິດຂະໜາດນ້ອຍ ແລະ ການລົງທຶນເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.ທ່ານນາຍົກ ທອງລຸນ ສີສຸລິດໃຫ້ຄຳໂອວາດໃນກອງປະຊຸມການນຳແຂວງເຊກອງໃນວັນອັງຄານຜ່ານມາ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການກໍ່ສ້າງອາຄານໃໝ່ຂອງໂຮງໝໍມະໂຫສົດເລີ່ມດຳເນີນຢ່າງເປັນທາງການ

ການກໍ່ສ້າງອາຄານໃໝ່ຂອງໂຮງໝໍມະໂຫສົດວຽງຈັນ ເລີ່ມດຳເນີນຢ່າງເປັນທາງການໃນວັນສຸກທີ່ຜ່ານມາ ເພື່ອທົດແທນອາຄານເດີມທີ່ເກົ່າແກ່ກວ່າຮ້ອຍປີ ແມ່ນສ່ວນນຶ້່ງຂອງພາລະກິດການຍົກລະດັບການບໍລິການດ້ານສາທາລະນະສຸກໃນລາວ.ອ່ານຕໍ່    ...

ເພັດໂພໄຊ ແສງປະເສີດ

ລາວຮ່ວມສະເຫຼີມສະຫຼອງຖະແຫຼງການວ່າດ້ວຍສິດທິມະນຸດສາກົນ

ອົງການຈັດຕັ້ງລັດຖະບານ ພ້ອມດ້ວຍຜູ້ຕາງໜ້າທາງການທູດ ແລະ ອົງການຈັດຕັ້ງສາກົນ ຮ່ວມຊຸມນຸມກັນທີ່ວຽງຈັນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຖະແຫຼງການວ່າດ້ວຍສິດທິມະນຸດສາກົນ ຄົບຮອບ 70 ປີ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດ ພາຍໃຕ້ການສະໜັບສະໜູນຂອງອົງການສະຫະປະຊາຊາດ, ສະຫະພາບເອີຣົບ ແລະ ອົດສະຕຣາລີ.ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ທັນວາ ພາຍໃຕ້ການເຂົ້າຮ່ວມຂອງບັນດາສະມາຊິກອົງການຈັດຕັ້ງສັງຄົມສົງເຄາະ ແລະ ນັກຮຽນນັກສຶກສາ, ຕາມການລາຍງານຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ໂຄງການຫຼຸດຜ່ອນຄວາມທຸກຍາກມີຄວາມຄືບໜ້າເປັນທີ່ພໍໃຈ

ໂຄງການພັດທະນາທ້ອງຖິ່ນ ເລກທີ ‘LAO/030’ ສາມາດເຂົ້າເຖິງປະຊາຊົນກວ່າ 150 ພັນຄົນໃນສີ່ແຂວງຂອງລາວ ພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການລິເລີ່ມເພື່ອການຫຼຸດຜ່ອນຄວາມທຸກຍາກໃນລາວຂອງລັດຖະບານລຸກຊຳບວກ.ຄະນະຮັບຜິດຊອບກວດກາໂຄງການພັດທະນາທ້ອງຖິ່ນສຳລັບແຂວງບໍ່ແກ້ວ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງວຽງຈັນ – ‘LAO/030’ ໄດ້ເປີດເຜີຍຂໍ້ມູນດັ່ງກ່າວໃນກອງປະຊຸມຄັ້ງທີສອງ ໃນມື້ວານນີ້ ທີ່ນະຄອນວຽງຈັນ.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ຮອງນາຍົກສົ່ງເສີມການລົງທຶນດ້ານໂພຊະນາການໃນຊຸມຊົນທ້ອງຖິ່ນ

ລາວຍັງຕ້ອງສືບຕໍ່ສົ່ງເສີມການລົງທຶນທາງດ້ານໂພຊະນາການໃນລະດັບທ້ອງຖິ່ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຜະລິດພາຍໃນຊຸມຊົນ ກໍຄືການເຂົ້າເຖິງອາຫານທີ່ມີໂພຊະນາການຂອງຊຸມຊົນ. ອີງຕາມຜົນການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ (LSIS-II, 2017), ສະແດງໃຫ້ເຫັນວ່າ ເຖິງວ່າປະເທດລາວມີຕົວເລກເດັກຈ່ອຍຫຼຸດລົງຈາກ 44% ໃນການສຳຫຼວດ LSIS-I  ມາເປັນ 33%, ແຕ່ລະດັບຄວາມແຕກຕ່າງໃນບັນດາ 18 ແຂວງຍັງຄົງມີສູງ ເນື່ອງຈາກວ່າໂຄງການດ້ານໂພຊະນາການໃນບານແຂວງຍັງບໍ່ມີການສະໜັບສະໜູນທີ່ພຽງພໍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງສາທາສັນຍາຈະຍົກສູງມາດຕະຖານພະນັກງານສາທາລະນະສຸກ

ເຈົ້າໜ້າທີ່ສາທາລະນະສຸກກ່າວວ່າຈະສືບຕໍ່ພັດທະນາຄວາມຮູ້ຄວາມສາມາດຂອງແພດໝໍ ແລະ ພະຍາບານ, ເພື່ອແນໃສ່ຍົກສູງຄຸນນະພາບຂອງການບໍລິການດ້ານສາທາລະນະສຸກ. ແຕ່ກໍຕ້ອງຍອມຮັບວ່າຄວາມຮູ້ສະເພາະທາງຂອງແພດໝໍລາວຍັງຄົງຈຳກັດ, ເຊັ່ນ ຄວາມສາມາດໃນການກວດ ແລະ ບົ່ງມະຕິພະຍາດ ກໍ່ຄືການປິ່ນປົວຄົນເຈັບບາງກຸ່ມຢ່າງມີປະສິດທິພາບ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແພດລາວຮ່ວມມືກັບມະຫາວິທະຍາໄລຂອງໄທໃນການຕ້ານພະຍາດມະເລັງທໍ່ນ້ຳບີ

ໂຄງການໃໝ່ພາຍໃຕ້ການດຳເນີນງານຂອງສະຖາບັນສາທາລະນະສຸກ ແລະ ການແພດເຂດຮ້ອນຂອງລາວ ແມ່ນການປັບປຸງການປິ່ນປົວພະຍາດມະເຮັງທໍ່ນ້ຳບີໃນລາວ ແລະ ຫຼຸດຜ່ອນອັດຕາການເສຍຊີວິດຈາກພະຍາດດັ່ງກ່າວ.ອ່ານຕໍ່ ...

ສຳນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

frSFV
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!