ລາວເປີດຕົວເວັບໄຊຊັບສິນທາງປັນຍາໃໝ່

(ຂປລ) ໃນວັນທີ 20 ກຸມພານີ້ ໄດ້ມີການເປີດຕົວເວັບໄຊກ່ຽວກັບລະບົບຂໍ້ມູນຊັບສິນທາງປັນຍາໃໝ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ.ເປັນປະທານໃນພິທີດັ່ງກ່າວມີທ່ານ ປອ ຄັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ,ປປ ກະຊວງວະທິຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ດານຽວ ຟິຊແພດທຣິກ ຫົວໜ້າຝ່າຍ ອົງການຊ່ວຍເຫຼືອເພື່ອການພັດທະນາສາກົນສະຫະລັດ (USAID) ໂຄງການ LUNAII.ທ່ານສາມາດເຂົ້າຊົມເວັບໄຊຂອງກົມຊັບສິນທາງປັນຍາໄດ້ທີ່ https://dip.gov.laອ່ານຕໍ່ ...

ຂປລ

ນັກຂ່າວ Globe-trotting ສ້າງຮູບເງົາກ່ຽວກັບທຸລະກິດຂອງແມ່ຍິງເພື່ອຫາລາຍໄດ້ຊ່ວຍເຫຼືອແມ່ຍິງລາວ

ນັກຂ່າວ Iain Finlay ແລະ Trish Clark ຈະເປີດຕົວຮູບເງົາສາລະຄະດີກ່ຽວກັບໂຮງຮຽນຕ່ຳແຜ່ນ ແລະ ຫຍິບແສ່ວ ທີ່ເຂົາເຈົ້າຮ່ວມກັນສ້າງຕັ້ງໃນລາວ ໃນງານສາຍຮູບເງົາທີ່ Mt Vic Flicks ໃນວັນທີ 4 ມີນານີ້.ໃນປີ 2010 ນັກຂ່າວສອງຄົນນີ້ໄດ້ເຂົ້າມາເຮັດວຽກຢູ່ທາງພາກເໜືອຂອງລາວ ເຊິ່ງພວກເຂົາໄດ້ມີສ່ວນຮ່ວມໃນການຊ່ວຍເຫຼືອປະຊາຊົນບ້ານນາລິນ ເຊິ່ງເປັນບ້ານທຸກຍາກ ແລະ ຫ່າງໄກສອກຫຼີກ.ອ່ານຕໍ່ ...

Blue Mountains Gazette

ນັກທຸລະກິດຍິງລາວ ແລະ ພາກພື້ນຮ່ວມແລກປ່ຽນປະສົບການໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທຸລະກິດຂອງແມ່ຍິງມີບົດບາດສຳຄັນໃນການພັດທະນາເສດຖະກິດສັງຄົມໃນລາວ ໂດຍການສ້າງໂອກາດການມີວຽກເຮັດງານທຳ ແລະ ຄວາມເປັນຜູ້ນຳໃນທາງທຸລະກິດ.ເພື່ອສົ່ງເສີມບົດບາດຄວາມສຳຄັນດັ່ງກ່າວໃນແວດວົງທຸລະກິດ, ນັກທຸລະກິດຍິງລາວຕ້ອງມີການພັດທະນາທັກສະ ແລະ ຄວາມຮູ້ຕ່າງໆໃນການບໍລິຫານ ແລະ ຂະຫຍາຍທຸລະກິດສູ່ລະດັບພາກພື້ນ.ອ່ານຕໍ່  ...

ໂຕະຂ່າວ

ເຈົ້າໜ້າທີ່ພາສີເຂົ້າຝຶກອົບຮົມກ່ຽວກັບລະບົບຂໍ້ມູນຂາວສານຊັບສິນທາງປັນຍາໃໝ່ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ພາສີໄດ້ຮັບຄວາມຮູ້ກ່ຽວກັບລະບົບຂໍ້ມູນຂ່າວສານໃໝ່ເພື່ອການເກັບກຳຂໍ້ມູນຊັບສິນທາງປັນຍາ (IP) ໃນລາວ ເຊິ່ງເປັນສ່ວນໜຶ່ງຂອງໂຄງການຮ່ວມມືລາວ-ສະຫະລັດ ແລະ ອາຊຽນ (USAID LUNA II).ໃນພິທີເປີດຕົວລະບົບຂໍ້ມູນຂ່າວສານໃໝ່ ທີ່ນະຄອນວຽງຈັນໃນອາທິດນີ້, ທ່ານ ຄຳແພນ ສີຈັນທະລາດ ຮອງອຳນວຍການຂະແໜງການຮ່ວມມືພາສີສາກົນພາຍໃຕ້ກະຊວງການເງິນກ່າວວ່າ ກອງປະຊຸມວິຊາການຄັ້ງນີ້ຈະເປັນການນຳສະເໜີລະບົບໃໝ່ນີ້ຕໍ່ເຈົ້າໜ້າທີ່ພາສີ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ລາວ-ຈີນຈະສົ່ງເສີມການຮ່ວມມືດ້ານສະຖິຕິ

ວຽງຈັນ (ວຽງຈັນທາມສ໌/ANN) – ຈີນມີແຜນຊ່ວຍເຫຼືອລາວໃນວຽກງານສະຖິຕິ, ແນໃສ່ພັດທະນາຄວາມຮູ້ຄວາມສາມາດຂອງເຈົ້າໜ້າທີ່ລັດຖະບານທ້ອງຖິ່ນ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການຮ່ວມມືລະຫວ່າງສອງຊາດ.ໃນຂັ້ນຕົ້ນ ຈີນຈະສົ່ງນັກຊ່ຽວຊານດ້ານສະຖິຕິມາປະເທດລາວ ເພື່ອເສີມຂະຫຍາຍການແລກປ່ຽນປະສົບການດ້ານວິຊາການຮ່ວມກັບເຈົ້າໜ້າທີ່ຂະແໜງການດັ່ງກ່າວຂອງລາວ ກ່ອນໜ້າການລົງນາມຂໍ້ຕົກລົງການຮ່ວມມືໃນທ້າຍປີນີ້ອ່ານຕໍ່  ...

ໂຕະຂ່າວ

ຈຳນວນຜູ້ຕິດເຊື້ອ HIV ໃໝ່ປີຜ່ານມາເພີ່ມຂຶ້ນສອງເທົ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນຜູ້ຕິດເຊື້ອ HIV ໃໝ່ໃນປີ 2018 ເພີ່ມເປັນສອງເທົ່າທຽບກັບປີ 2017 ໃນກຸ່ມສ່ຽງ, ຕາມເຈົ້າໜ້າທີ່ສາທາ.ທ່ານນາງ ຈິນຕະນາ ສົມຄານ ຫົວໜ້າມູນນິທິປິ່ນປົວພະຍາດ AIDS ລາວ ກ່າວວ່າຍອກຜູ້ຕິດເຊື້ອແຕ່ປີ 1990-2018 ມີເກືອບ 12,000 ກໍລະນີ ເຊິ່ງໃນນັ້ນປະມານ 1,500 ກໍລະນີ ຕິດເຊືື້ອໃນປີ 2017.ອ່ານຕໍ່ ...

ສຸກສະໄໝ ບູລົມ

ອອກກົດລະບຽບໃໝ່ກ່ຽວກັບການແຕ່ງງານຂອງຄົນລາວ-ຕ່າງປະເທດ

ໄດ້ມີການອອກຄູ່ມືືແນະນຳສະບັບໃໝ່ສຳລັບຊາວຕ່າງປະເທດ ກ່ຽວກັບກົດລະບຽບເພີ່ມເຕີມທີ່ຕ້ອງປະຕິບັດໃນການແຕ່ງດອງກັບຄົນລາວ. ທ່ານ ຄຳໝັ້ນ ສຸວິເລີດ ລັດຖະມົນຕີກະຊວງພາຍໃນໄດ້ລົງນາມຮັບຮອງປຶ້ມຄູ່ມືດັ່ງກ່າວໃນວັນທີ 28 ມັງກອນປີນີ້, ເຊິ່ງອະນຸຍາດໃຫ້ເຈົ້າໜ້າທີ່ກະຊວງພາຍໃນ ສາມາດຮ້ອງຂໍເບິ່ງເອກະສານສະໜັບສະໜູນຕ່າງໆຈາກຊາວຕ່າງປະເທດທີ່ຕ້ອງການຢາກແຕ່ງດອງກັບຄົນລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຍີ່ປຸ່ນສະໜັບສະໜູນໂຄງການບໍລິການສຸຂະພາບຊ່ອງປາກໃນລາວ

(ຂປລ) ລັດຖະບານຍີ່ປຸ່ນອະນຸມັດການຊ່ວຍເຫຼືອມູນຄ່າກວ່າ US$320,000 ໂດລາສຳລັບໂຄງການບໍລິການສຸຂະພາບຊ່ອງປາກ ໃນນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.ພິທີເຊັນສັນຍາການອະນຸມັດໂຄງການດັ່ງກ່າວໄດ້ມີຂຶ້ນທີ່ສະຖານທູດຍີ່ປຸ່ນປະຈຳນະຄອນຫຼວງວຽງຈັນ ໃນວັນທີ 13 ກຸມພາ 2019 ລະຫວ່າງທ່ານເອກອັກຄະລັດຖະທູດ ທາເຄຊິ ຮິກິຮາຣະ ແລະ ທ່ານສາດສະດາຈານ ທາເຄຊິ ມິຍາຕະ ປະທານອົງການຊ່ວຍເຫຼືອການສຶກສາຊ່ອງປາກສາກົນ (OISDE) ເຊິ່ງເປັນອົງການທີ່ບໍ່ຫວັງຜົນກຳໄລ.ອ່ານຕໍ່ ...

ຂປລ

ກຸ່ມສິດທິມະນຸດຊຸກຍູ້ລັດຖະບານລາວໃຫ້ກຸ່ມຄົນທຸກຍາກມີສ່ວນຮ່ວມໃນການຕັດສິນໃຈ, ກ່ອນການຢ້ຽມຢາມຂອງຊ່ຽວຊານສະຫະປະຊາຊາດ

ລັດຖະບານລາວຕ້ອງຮັບປະກັນວ່າ ກຸ່ມຄົນທຸກຍາກສາມາດເຂົ້າຮ່ວມຮ່ວມໃນຂະບວນການຕັດສິນໃຈທີ່ສົ່ງຜົນກະທົບຕໍ່ຊີວິດຂອງເຂົາເຈົ້າ, ກຸ່ມສິດທິມະນຸດກ່າວໃນວັນພຸດຜ່ານມາ, ກ່ອນໜ້າພາລະກິດການຄົ້ນຫາຄວາມຈິງໃນປະເທດອາຊີຕາເວັນອອກສຽງໃຕ້ຂອງຊ່ຽວຊານສະຫະປະຊາຊາດ.ອ່ານຕໍ່ ...

RFA’s Lao Service

ກະຊວງສາທາມີງົບ 2,800 ຕື້ກີບເພື່ອປັບປຸງດ້ານການບໍລິການໃນລາວ

ລັດຖະບານໄດ້ຈັດສັນງົບປະມານກວ່າ 2,800 ຕື້ກີບສຳລັບການພັດທະນາບຸກຄະລາກອນ ແລະ ປັບປຸງຂະແໜງການສາທາລະນະສຸກໃນປີ 2019. ງົບປະມານດັ່ງກ່າວຈະຊ່ວຍໃນການປະຕິບັດແຜນການພັດທະນາຂະແໜງສາທາລະນະສຸກໄລຍະຫ້າປີ (2016-2020) ແລະ ເປົ້າໝາຍການພັດທະນາແບບຍືນຍົງທີ່ກ່ຽວຂ້ອງກັບວຽກງານສາທາລະນະສຸກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Eg3AK
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!