HIV/AIDS risk groups still a healthcare challenge in Laos

ວຽງຈັນ (ວຽງຈັນທາມສ໌/ANN) – ການປ້ອງກັນກຸ່ມສ່ຽງໃນການຮັບເຊື້ອ HIV/AIDS  ແລະ ການປິ່ນປົວແມ່ນສິ່ງທ້າທາຍຕົ້ນຕໍສຳລັບເຈົ້າໜ້າທີ່ສາທາລະນະສຸກຂອງລາວ ໃນຂະນະທີ່ອັດຕາການຮັບເຊື້ອຍັງສືບຕໍ່ເພີ່ມຂຶ້ນ.ນີ້ແມ່ນຂໍ້ຄວາມຈາກ ດຣ ພອນໄສ ຣັດຕະນະວົງ ຊ່ຽວຊານຈາກສູນຕ້ານພະຍາດ HIV/AIDS  ແລະ ພະຍາດຕິດຕໍ່ທາງເພດສຳພັນ, ເຊິ່ງເປີດເຜີຍວ່າ ອັດຕາການຕິດເຊື້ອ HIV/AIDS ໃນລາວຍັງຄົງສືບຕໍ່ເພີ່ມຂຶ້ນ ເຊິ່ງໃນແຕ່ລະປີມີລາຍງາຍຜູ້ຕິດເຊື້ອໃໝ່ 1,000 ກໍລະນີ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ເກົາຫຼີຈະຊ່ວຍເຫຼືອ US$4 ລ້ານໂດລາດ້ານເຕັກໂນເພື່ອສະກັດກັ້ນການລະບາດຂອງພະຍາດຕິດຕໍ່

ລັດຖະບານສາທາລະນະລັດເກົາຫຼີຄາດຄະເນງົບປະມານ ປະມານ US$4 ລ້ານໂດລາເພື່ອຊ່ວຍເຫຼືອເພີ່ມເຕີມສຳລັບລາວແຕ່ປີ 2019-2023 ໃນການປັບປຸງລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອສະກັດກັ້ນການລະບາດຂອງພະຍາດຕິດຕໍ່.ພິທີເຊັນບົດບັນທຶກຄວາມເຂົ້າໃຈສຳລັບການຊ່ວຍເຫຼືອແມ່ນໄດ້ຈັດຂື້ນໃນວັນສຸກແລ້ວນີ້ທີ່ວຽງຈັນ ລະຫວ່າງທ່ານ (ດຣ) ສີສະຫວັດ ສຸດທະນິຣະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານນາງ ແຮຈິງຢຸນ ຮອງປະທານບໍລິສັດເກົາຫຼີເທເລຄອມ (KT), ແລະ ທ່ານ ຈູວັງ ບຽກ ຕົວແທນຫ້ອງການມູນລະນິທິເພື່ອສຸຂະພາບສາກົນເກົາຫຼີ (KOFIH) ປະຈຳລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການຄົ້ນຄວ້າກ່ຽວກັບສຸຂະພາບໄວຈະເລີນພັນຊ່ວຍຫຼຸດຜ່ອນການຖືພາຂອງໄວລຸ້ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການໃຫ້ການສຶກສາເລື່ອງເພດ ແລະ ສຸຂະພາບໄວຈະເລີນພັນສຳລັບຊາວໜຸ່ມແມ່ນແນວຄິດໃໝ່ສຳລັບນັກຄົ້ນຄວ້າດ້ານວິທະຍາສາດສຸຂະພາບ. ການວິໄຈກ່ຽວກັບໄວໜຸ່ມໄດ້ສະແດງໃຫ້ເຫັນວ່າ ຄວາມຮູ້ກ່ຽວກັບສຸຂະພາບໄວຈະເລີນພັນທີ່ເຂົາເຈົ້າໄດ້ຮຽນຈາກໂຮງຮຽນແມ່ນບໍ່ພຽງພໍ.ແລະ ຄວາມຮູ້ພຽງຢ່າງດຽວອາດຍັງບໍ່ພຽງພໍສຳລັບເຂົາເຈົ້າ ເນື່ອງຈາກວ່າ ໄວໜຸ່ມຍັງມີຂໍ້ຈຳກັດຫຼາຍຢ່າງທາງດ້ານການເຂົ້າເຖິງ, ຄວາມເຂົ້າໃຈ, ການພິຈາລະນາ ແລະ ການນຳໃຊ້ຂໍ້ມູນຂ່າວສານກ່ຽວກັບສຸຂະພາບໄວຈະເລີນ ເພື່ອໃຫ້ເຂົາເຈົ້າມີສຸຂະພາບທີ່ແຂງແຮງ ແລະ ຫຼີກລ່ຽງຄວາມສ່ຽງຕໍ່ການຖືພາໃນຊ່ວງໄວລຸ້ນ ແລະ/ຫຼື ໃນຊ່ວງທີ່ບໍ່ພ້ອມ.ອ່ານຕໍ່ ...

ໂຕະຂ່າວ

ຊົມເຊີຍຜົນສຳເລັດດ້ານທຸລະກິດຂອງແມ່ຍິງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຊອກຫາວິທີທາງໃນການເພີ່ມທະວີຈຳນວນນັກທຸລະກິດຍິງ ເຊິ່ງເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງລັດຖະບານໃນການສົ່ງເສີມການປະກອບທຸລະກິດໃນກຸ່ມແມ່ຍິງ ແລະ ສ້າງໂອກາດໃຫ້ແກ່ເຂົາເຈົ້າໄດ້ແບ່ງປັນຄວາມສຳເລັດໃນທຸລະກິດທີ່ບໍລິຫານໂດຍແມ່ຍິງລາວ.ເພື່ອຈຸດປະສົງດັ່ງກ່າວ, ສູນບໍລິການ SME ພາຍໃຕ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເລີ່ມມີການຈັດກິດຈະກຳເພື່ອສ້າງເຄືອຂ່າຍດ້ານທຸລະກິດ ແລະ ໃຫ້ຂໍ້ມູນຂ່າວສານໃນຮອບໄຕມາດ ພາຍໃຕຫົວຂໍ້ ການສົນທະນາ ‘SSC Breakfast Talk’.ອ່ານຕໍ່ ...

ໂຕະຂ່າວ

ລັດຖະມົນຕີສາທາຊຸກຍູ້ນະໂຍບາຍສຳລັບນັກສຶກສາແພດທີ່ຈົບໃໝ່

ລາວຕ້ອງການນະໂຍບາຍສະເພາະເພື່ອສົ່ງເສີມໂອກາດສຳລັບນັກສຶກສາແພດຈົບໃໝ່ທີ່ດີເດັ່ນ, ທ່ານ (ຮສ ດຣ) ບຸນກອງ ສີຫາວົງແນະນຳຊ່ຽວຊານໃນຂະແໜງສາທາ.ທ່ານລັດຖະມົນຕີກ່າວວ່ານະໂຍບາຍໃໝ່ຈະຕ້ອງຮັບປະກັນຕຳແໜ່ງງານໃນລະບົບໂກຕາ ເພື່ອຮັບປະກັນຊ່ອງທາງໃນການປະກອບອາຊີບສຳລັບນັກສຶກສາແພດທີ່ຮຽນຈົບໃໝ່ ເຊິ່ງເປັນສ່ວນໜຶ່ງຂອງການປະຕິຮູບການພັດທະນາຊັບພະຍາກອນມະນຸດຂອງຂະແໜງການ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງສາທາລະນະສຸກວາງເປົ້າໝາຍການຜະລິດຢາພື້ນເມືອງແບບຍືນຍົງ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ສາທາລະນະສຸກດຳເນີນການພັດທະນາຂະແໜງຢາພື້ນເມືອງແບບຍືນຍົງໃນປະເທດ ໂດຍອີງໃສ່ການປະຕິບັດເປັນມິດຕໍ່ລະບົບນິເວດ, ຕາມການລາຍງານໃນກອງປະຊຸມທີ່ແຂວງວຽງຈັນ ໃນວັນອັງຄານຜ່ານມາ.ໃນກອງປະຊຸມດັ່ງກ່າວ, ພາຍໃຕ້ການເຂົ້າຮ່ວມຂອງທ່ານ (ຮສ) ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ (ປອ) ສົມທະວີ ຈາງວິ ສົມມິດ ຫົວໜ້າກົມອາຫານ ແລະ ຢາ, ໄດ້ມີການລາຍງານບາດກ້າວສູ່ການຫັນການຜະລິດຢາພື້ນເມືອງໃຫ້ເປັນສິນຄ້າແບບຍືນຍົງ ເພື່ອຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ລັດຖະບານຕົກລົງໃຫ້ມີການຫາລືກ່ຽວກັບການນຳໃຊ້ກັນຊາໃນທາງການແພດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸຍາດໃຫ້ມີການຫາລື ແລະ ຄົ້ນຄວ້າກ່ຽວກັບຄວາມເປັນໄປໄດ້ຂອງການນຳໃຊ້ກັນຊາເພື່ອຈຸດປະສົງທາງການແພດ.ໃນອາທິດຜ່ານມາ ສຳລັນງານນາຍົກໄດ້ອອກແຈ້ງການອະນຸຍາດໃຫ້ກະຊວງການຕ່າງປະເທດ ຮ່ວມກັບກະຊວງສາທາລະນະສຸກ ແລະ ຂະແໜງການທີ່ກ່ຽວຂ້ອງຕ່າງໆ ຈັດຕັ້ງກອງປະຊຸມສຳມະນາ ເພື່ອຫາລື ແລະ ຄົ້ນຄວ້າກ່ຽວກັບການນຳໃຊ້ກັນຊາເພື່ອຈຸດປະສົງທາງການແພດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລະບົບການຮັກສາສຸຂະພາບຮັບຮອງມາດຕະການເພື່ອຮັບປະກັນຄຸນນະພາບ

ຕາງໜ້າກົມກອງຕ່າງໆໃນກະຊວງສາທາລະນະສຸກ ໄດ້ປະຊຸມຮ່ວມກັບບັນດາຄູ່ຮ່ວມພັດທະນາ ທີ່ນະຄອນຫຼວງວຽງຈັນ ໃນວັນຈັນຜ່ານມາ ເຊິ່ງເປັນສ່ວນໜຶ່ງຂອງຄະນະກຳມະການເພື່ອທົບທວນໂຄງສ້າງ ແລະ ມາດຕະການຮັບປະກັນຄຸນນະພາບ ເຊິ່ງມີຄວາມສຳຄັນຕໍ່ລະບົບການຮັກສາສຸຂະພາບໃນລາວ.ໃນກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ລາຍງານຄວາມຄືບໜ້າຂອງກິດຈະກຳທີ່ໄດ້ດຳເນີນ ແລະ ແບ່ງປັນແຜນການນຳໃຊ້ລະບົບໃໝ່ພາຍໃນໜ່ວຍງານ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຈົ້າໜ້າທີ່ສັ່ງປິດຄຣີນິກຈີນສາມແຫ່ງໃນລາວ

ເຈົ້າໜ້າທີ່ໄດ້ສັ່ງປິດຄຣີນິກຈີນສາມແຫ່ງໃນອາທິດນີ້ ຢູ່ແຂວງຫຼວງນ້ຳທາທາງພາກເໜືອຂອງລາວ ຫຼັງຈາກທີ່ກວດພົບບັນຫາການປິ່ນປົວບໍ່ຖືກສຸຂະອະນາໄມ ແລະ ແພດບໍ່ມີຄຸນວຸດທິ ເຮັດໃຫ້ຄົນເຈັບຫຼາຍຄົນຕ້ອງເສຍຊີວິດ, ໜ່ວຍຂ່າວ RFA ລາວລາຍງານ.ຄຣີນິກສາມແຫ່ງທີ່ສັ່ງປິດມີຄື ຄຣີນິກຫົງຊິງທີ່ບ້ານຫົງຈະເລີນ, ຄຣີນິກປາຝາທີ່ບ້ານທອງໃໝ່ ແລະ  ຄຣີນິກຄຳຈັນທີ່ບ້ານຈຽງ ເຊິ່ງຕັ້ງຢູ່ເມືອງສິງ. ສ່ວນຄຣີນິກຈີນອີກສີ່ແຫ່ງໃນແຂວງຫຼວງນ້ຳທາ ຍັງຄົງສືບຕໍ່ໃຫ້ບໍລິການ ພາຍໃຕ້ການຕິດຕາມຢ່າງໃກ້ຊິດຂອງເຈົ້າໜ້າທີ່.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ຫ້າມນຳໃຊ້ ຫຼື ຊື້ຂາຍຜະລິດຕະພັນສຸຂະພາບທີ່ບໍ່ມີໃບຢັ້ງຢືນ: ເຈົ້າໜ້າທີ່ເຕືອນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຈ້ງເຕືອນສາທາລະນະຊົນ ໃຫ້ຫຼີກລ່ຽງການນຳໃຊ້ຜະລິດຕະພັນສຸຂະພາບ ທີ່ບໍ່ໄດ້ຮັບການອະນຸມັດໃຫ້ມີການຈຳໜ່າຍ, ເຊິ່ງອາດບໍ່ປອດໄພ.ຫວ່າງບໍ່ດົນມານີ້ ກົມອາຫານ ແລະ ຢາ ພາຍໃຕ້ກະຊວງສາທາລະນະສຸກໄດ້ອອກແຈ້ງການກ່ຽວກັບການຫ້າມຊື້ຂາຍ ຫຼື ຜະລິດສິນຄ້າເພື່ອສຸຂະພາບຈຳນວນ 133 ລາຍການ ເຊິ່ງມີການໂຄສະນາທົ່ວໄປໂດຍຜູ້ຜະລິດທີ່ບໍ່ຜ່ານການຮັບຮອງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

eDtE4
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!