ລາວ, ເກົາຫຼີໃຕ້ ປະເມີນໂຄງການເພື່ອຈັດການຝຶກອົບຮົມວິຊາຊີບສຳລັບແມ່ຍິງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຄວາມເທົ່າທຽມທາງເພດ ແລະ ຄອບຄົວຂອງເກົາຫຼີໃຕ້ ໃຫ້ການຊ່ວຍເຫຼືອແກ່ສູນຝຶກອົບຮົມແມ່ຍິງລາວ ຂອງສະຫະພັນແມ່ຍິງລາວ ເພື່ອຈັດຫຼັກສູດຝຶກອົບຮົມວິຊາຊີບສຳລັບແມ່ຍິງທີ່ດ້ອຍໂອກາດ.ກອງປະຊຸມຫາລືກ່ຽວກັບໂຄງການໄລຍະສາມປີດັ່ງກ່າວ (ແຕ່ປີ 2016-2018) ໄດ້ມີຂຶ້ນວານນີ້ທີ່ນະຄອນຫຼວງວຽງຈັນ ລະຫວ່າງເຈົ້າໜ້າທີ່ກະຊວງຄວາມເທົ່າທຽມທາງເພດ ແລະ ຄອບຄົວຂອງເກົາຫຼີໃຕ້ ແລະ ສະຫະພັນແມ່ຍິງລາວ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ນັກສ້າງຮູບເງົາອາເມລິກາສົ່ງເສີມຄວາມເທົ່າທຽມທາງເພດໃນຂະແໜງນິຕິບັນຍັດລາວ

(ຂປລ) ໃນວັນທີ 17-18 ພຶດສະພາ 2019, ສະຖານທູດສະຫະລັດ ນະຄອນຫຼວງວຽງຈັນ ໄດ້ນຳພານັກສ້າງຮູບເງົາຈາກໂຄງການງານວາງສະແດງຮູບເງົາອາເມລິກາ ໃນການຢ້ຽມຢາມສະຖາບັນທາງກົດໝາຍຕ່າງໆຂອງລາວ ແລະ ນຳສະເໜີຕົວຢ່າງຈາກຮູບເງົາສາລະຄະດີທີ່ສ້າງກ່ຽວກັບເລື່ອງເພດ ແລະ ລະບຽບກົດໝາຍ.ນັກສ້າງຮູບເງົາຊາວອາເມລິກາ ຊາຣອນ ໂຣເວັນ ໄດ້ຈັດການສະແດງຜົນງານທີ່ສະຖາບັນຍຸດຕິທຳແຫ່ງຊາດ, ສະຫະພັນແມ່ຍິງລາວ ແລະ ຄະນະນິຕິສາດມະຫາວິທະຍາໄລແຫ່ງຊາດລາວ.ອ່ານຕໍ່ ...

ຂປລ

WFP ເລີ່ມການສົ່ງມອບໂຄງການອາຫານໂຮງຮຽນໃຫ້ແກ່ລາວ

ອຸດົມໄຊ, ລາວ, 16 ພຶດສະພາ (Xinhua) — ອົງການອາຫານໂລກ (WFP) ໄດ້ສົ່ງມອບໂຄງການອາຫານໂຮງຮຽນໃນ 500 ກວ່າໂຮງຮຽນໃຫ້ແກ່ລັດຖະບານລາວ.ພິທີດັ່ງກ່າວໄດ້ມີຂຶ້ນໃນວັນພຸດຜ່ານມານີ້ ທີ່ໂຮງຮຽນບ້ານບໍ່ ແຂວງອຸດົມໄຊ, ຫ່າງຈາກນະຄອນວຽງຈັນໄປທາງພາກເໜືອປະມານ 310 ກມ, ເຊິ່ງ WFP ຈະສະໜອງອາຫານ 40,000 ຈານຕໍ່ປີໃຫ້ແກ່ເດັກນັກຮຽນຈຳນວນ 200 ຄົນໃນໂຮງຮຽນດັ່ງກ່າວ.ນັບແຕ່ປີ 2002 ເປັນຕົ້ນມາ ອົງການ WFP ໄດ້ເລີ່ມຕົ້ນການສະໜອງອາຫານໃຫ້ແກ່ໂຮງຮຽນ ໂດຍການສະໜອງຄາບເຂົ້າທີ່ມີໂພຊະນາການຄົບຖ້ວນໃຫ້ແກ່ເດັກນ້ອຍນັກຮຽນທີ່ມາໂຮງຮຽນໂດຍບໍ່ໄດ້ກິນເຂົ້າ. ມາເຖິງປະຈຸບັນ ໂຄງການໄດ້ຂະຫຍາຍການຄຸ້ມຄອງເດັກນ້ອຍຫຼາຍກວ່າ 140,000 ຄົນ ໃນ 1,450 ໂຮງຮຽນທົ່ວປະເທດ.ອ່ານຕໍ່ ...

ZX

ໂວວິເຊີນ, ຄູ່ຮ່ວມພັດທະນາສົ່ງເສີມການປັບປຸງດ້ານໂພຊະນາການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການໂວວິເຊີນສາກົນປະຈຳລາວ (WVI) ແລະ ຄູ່ຮ່ວມພັດທະນາຈະໃຫ້ທຶນຊ່ວຍເຫຼືອກວ່າ EUR 11 ລ້ານຢູໂຣ ເພື່ອຊ່ວຍລາວໃນການປັບປຸງດ້ານໂພຊະນາການໃນສາມແຂວງພາກໃຕ້ແຕ່ປີ 2019 ເຖິງ 2021.ຂໍ້ຕົກລົງກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ຮັບການລົງນາມທີ່ວຽງຈັນໃນມື້ວານນີ້ ລະຫວ່າງທ່ານ ວິໂບ ແຊັບ ຫົວໜ້າອົງການ ແລະ ພະແນກສາທາລະນະສຸກແຂວງທີ່ກ່ຽວຂ້ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຢຍລະມັນ, ອອສ໌ເຕຣເລຍຊ່ວຍເປີດປະຕູດ້ານແຫຼ່ງທຶນສຳລັບກຸ່ມທີ່ມີລາຍໄດ້ຕ່ຳໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນ ແລະ ອອສ໌ເຕຣເລຍໄດ້ຊ່ວຍເຫຼືອທຶນຈຳນວນ US$4.5 ລ້ານໂດລາ ເພື່ອພັດທະນາລະບົບການລະດັບທ້ອງຖິ່ນ ເພື່ອຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ທຸກຍາກໃນການເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ.ຕາງໜ້າຈາກລັດຖະບານລາວ, ເຢຍລະມັນ ແລະ ອອສ໌ເຕຣເລຍ ໄດ້ຮ່ວມປະຊຸມໃນວັນທີ 9 ພຶດສະພາ ເພື່ອເພື່ອເປີດຕົວໂຄງການສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບຜູ້ທຸກຍາກ (AFP) ໄລຍະທີ 5 ມູນຄ່າ US$4.5 ລ້ານໂດລາ.ອ່ານຕໍ່ໍໍໍ່ ...

ໂຕະຂ່າວ

ລາວ, ຫວຽດນາມຫາລືການຕອບໂຕ້ຕໍ່ຂໍ້ມູນຂ່າວສານປອມຜ່ານສື່ສັງຄົມອອນໄລ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນຈາກລາວ ແລະ ຫວຽດນາມ ໄດ້ປະຊຸມກັນທີ່ນະຄອນຫຼວງວຽງຈັນໃນມື້ວານນີ້ ເພື່ອຫາລືວິທີການໃນການຕໍ່ຕ້ານຂໍ້ມູນຂ່າວສານທີ່ບໍ່ເປັນຈິງກ່ຽວກັບສອງປະເທດ ທີ່ໂພສ໌ທຜ່ານທາງອິນເຕີເນັດ ແລະ ສື່ສັງຄົມອອນໄລ.ທັງສອງຝ່າຍໄດ້ແລກປ່ຽນປະສົບການກ່ຽວກັບຂໍ້ມູນປອມ ແລະ ຫາລືມາດຕະການໃນການດຳເນີນການແກ້ໄຂໃຫ້ດີທີ່ສຸດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລັດຖະບານ, ທະນາຄານໂລກຮ່ວມມືກັນໃນການປັບປຸງດ້ານໂພຊະນາການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ແລະ ທະນາຄານໂລກໄດ້ອະນຸມັດສອງໂຄງການໃໝ່ ເຊິ່ງມີມູນຄ່າກວ່າ 451 ຕື້ກີບ (US$52 ລ້ານໂດລາ) ເຊິ່ງເປັນການຮ່ວມມືເພື່ອແກ້ໄຂບັນຫາເດັກເຕ້ຍໃນອັດຕາທີ່ສູງໃນແຂວງພາກເໜືອຂອງລາວ.ໂຄງການທີ່ມີຊື່ວ່າ ການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດ ຈະສ້າງພື້ນຖານໃຫ້ແກ່ລະບົບການຄຸ້ມຄອງສັງຄົມແຫ່ງຊາດ ແລະ ສະໜັບສະໜູນຜົນຂອງໂຄງການໂອນເງິນແບບມີເງື່ອນໄຂເພື່ອການປັບປຸງດ້ານໂພຊະນາການ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ກະຊວງເຂັ້ມງວດລະບຽບການກ່ຽວກັບໂຮງໝໍເອກະຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ສາທາລະນະສຸກຈະເລີ່ມນຳໃຊ້ເຄືອຂ່າຍລະບົບຂໍ້ມູນຂ່າວສານສາທາລະນະສຸກໃນເດືອນນີ້ ເພື່ອປັບປຸງການຄຸ້ມຄອງໂຮງໝໍເອກະຊົນ ແລະ ຮັບປະກັນການຄຸ້ມຄອງກ່ຽວກັບມາດຕະຖານ.ພາຍໃຕ້ລະບົບດັ່ງກ່າວ ເຈົ້າຂອງໂຮງໝໍເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຈະຕ້ອງແຈ້ງລາຍລະອຽດຂໍ້ມູນກ່ຽວກັບສິ່ງອຳນວຍຄວາມສະດວກຂອງໂຮງໝໍຕົນໃຫ້ກັບເຈົ້າໜ້າທີ່ສາທາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງຮຽກຮ້ອງໃຫ້ຢຸດເຊົາການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນອາທິດແລ້ວນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການກ່ຽວກັບການຫ້າມການໂຄສະນາຜະລິດຕະພັນເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຫ້ານການຈັດກິດຈະກຳທີ່ເປັນການສົ່ງເສີມການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າຕ່າງ.ແຈ້ງການສະບັບດັ່ງກ່າວແມ່ນມີການນຳສະເໜີຕໍ່ຫົວໜ່ວຍງານລັດ, ລັດວິສາຫະກິດ, ບໍລະສັດເອກະຊົນ, ຜູ້ຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ, ບໍລິສັດນຳເຂົ້າ, ສົ່ງອອກ, ຈຳໜ່າຍ ແລະ ໂຄສະນາຕ່າງໆ.ອ່ານຕໍ່ ...

ໂຕະຂ່າວ

ແຮງງານໝູນວຽນແມ່ນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອເອັຈ໌ໄອວີ HIV ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຮງງານໝູນວຽນ ພ້ອມເມຍຂອງເຂົາເຈົ້າແມ່ນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອເອັຈ໌ໄອວີ HIV ໃນລາວ, ຕາມການເປີດເຜີຍໃນການສຳຫຼວດຂອງສູນປິ່ນປົວພະຍາດ HIV/AIDS/ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ແລະ ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມພະຍາດເອດ.ທ່ານນາງ ທຳມາ ເພັດວິໄຊ ຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມພະຍາດເອດ ສະແດງຜົນການຄົ້ນຄວ້າດັ່ງກ່າວໃນກອງປະຊຸມຫຼ້າສຸດເພື່ອການຫາລືວິທີການໃນການສະກັດກັ້ນການແຜ່ລະບາດຂອງພະຍາດ HIV/AIDS/ພຕພ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

KU4Dp
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!