ພະຍາດໄຂ້ເລືອດອອກຊະນິດຮ້າຍແຮງລະບາດໃນລາວ ໃນຂະນະທີ່ຈຳນວນກໍລະນີຄົນເຈັບເພີ່ມສູງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ປະເທດລາວກຳລັບຜະເຊີນກັບການລະບາດຂອງພະຍາດໄວຣັສ໌ໄຂ້ເລືອດອອກທີ່ຮ້າຍແຮງໃນລະດູຝົນປີນີ້.ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດໄດ້ຢືນຢັນວ່າ ກຸ່ມເຊື້ອໄວຣັສ໌ໄຂ້ເລືອດອອກປະເພດ 2 ແລະ 4 ແມ່ນເປັນສາເຫດຕົ້ນຕໍຂອງພະຍາດໄຂ້ເລືອດອອກໃນຈຳນວນກໍລະນີຄົນເຈັບກ່ວາ 14,000 ກໍລະນີ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 31 ກໍລະນີ.ໂດຍສະເພາະ ກຸ່ມເຊື້ອປະເພດ 2 ເປັນສາເຫດຂອງພະຍາດໄຂ້ເລືອດອອກເຊິ່ງມີອັດຕາການຕາຍທີ່ສູງ. ຈາກການວິເຄາະກຸ່ມເຊື້ອປະເພດ 2 ດັ່ງກ່າວສະແດງໃຫ້ເຫັນວ່າເຊື້ອໄວຣັສ໌ ໄດ້ມີການກາຍພັນ. ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່ານະຄອນຫຼວງວຽງຈັນພົບການລະບາດຂອງເຊື້ອໄວຣັສ໌ໄຂ້ຍຸງປະເພດສອງເຊິ່ງເປັນຊະນິດທີ່ຮ້າຍແຮງທີ່ສຸດ. ແຂວງຈຳປາສັກ, ສະຫວັນນະເຂດ ແລະ ແຂວງພາກໃຕ້ອື່ນໆ ກໍພົບກໍລະນີຜູ້ຕິດເຊື້ອໄວຣັສ໌ປະເພດ 2 ດັ່ງກ່າວເຊັ່ນດຽວກັນ.ອ່ານຕໍ່ ...

ໄຊຊະນະ ລືໄກ
http://annx.asianews.network/content/severe-form-dengue-strikes-cases-continue-mount-laos-100345

ທະນາຄານໂລກ: ການຂາດສານອາຫານກວມມູນຄ່າ 2.4% ຂອງ GDP ຂອງລາວໃນແຕ່ລະປີ

ວຽງຈັນ (ວຽງຈັນທາມສ໌/ANN) – ການຂາດສານອາຫານໃນລະດັບສູງໃນເດັກນ້ອຍ ເຮັດໃຫ້ປະເທດລາວສູນເສຍທ່າແຮງດ້ານຊັບພະຍາກອນມະນຸດ ແລະ ເສດຖະກິດຢ່າງໜ້າເສຍດາຍ ແຕ່ກໍສາມາດຫຼີດລ່ຽງໄດ້, ອີງຕາມທະນາຄານໂລກ.ໃນທົ່ວປະເທດ ພາວະເດັກເຕ້ຍແມ່ນກວມເອົາໜຶ່ງໃນສາມຂອງເດັກນ້ອຍລາວທັງໝົດທີ່ມີອາຍຸຫຼຸດຫ້າປີ, ທະນາຄານໂລກກ່າວໃນບົດສັງລວມໃນເວັບໄຊຂອງຕົນ ທີ່ໃສ່ຊື່ວ່າ  ‘ວິທີການສຸມໃສ່ຫຼາຍຂະແໜງການ ເພື່ອຫຼຸດຜ່ອນການຂາດສານອາຫານໃນ ສປປ ລາວ’.“ອັດຕາການຂາດສານອາຫານຂອງແມ່ ແລະເດັກໃນປະຈຸບັນ ເຮັດໃຫ້ ສປປ ລາວ ສູນເສຍທ່າແຮງດ້ານຊັບພະຍາກອນມະນຸດ ເຊິ່ງກວມປະມານ 2.4 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດໃນແຕ່ລະປີ,” ທະນາຄານໂລກກ່າວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/world-bank-malnutrition-costs-24-lao-gdp-annually-100347

ກະຊວງອອກຄຳສັ່ງໃຫ້ຂຶ້ນທະບຽນລະບົບຂ່າວສານສື່ສັງຄົມອອນໄລໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງສັ່ງໃຫ້ຜູ້ຈັດການລະບົບຂ່າວສານສື່ສັງຄົມອອນໄລໃນລາວ ຈົດທະບຽນບັນຊີຜູ້ນຳໃຊ້ ຫຼື ໜ້າເພັຈ໌ ບໍ່ດັ່ງນັ້ນຈະຖືກດຳເນີນການຕາມລະບຽບກົດໝາຍ.ຄຳເຕືອນດັ່ງກ່າວ ແມ່ນເນື່ອງຈາກໃນລາວມີລະບົບຂ່າວສານທາງດິຈິຕອລ໌ຈຳນວນຫຼວງຫຼາຍທີ່ມີການເຜີຍແຜ່ຂ່າວສານທີ່ບໍ່ເປັນຈິງ ແລະ ຂໍ້ມູນທີ່ບໍ່ຖືກຕ້ອງ ຜ່ານທາງສື່ສັງຄົມອອນໄລ  ເຮັດໃຫ້ສັງເກີດຄວາມເຂົ້າໃຈຜິດ ແລະ ສ້າງກະແສປັ່ນປ່ວນກ່ຽວກັບເຫດການຕ່າງໆ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/ministry-orders-registration-social-media-news-platforms-laos-100198

ອັດຕາການຕາຍຂອງແມ່ນໃນລາວຫຼຸດລົງ ແຕ່ຍັງສູງທຽບກັບພາກພື້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຕາຍຂອງແມ່ໃນລາວຫຼຸດລົງຫ້າເທົ່າ ແລະຈຳນວນແພດຜະດຸງຄັນກໍເພີ່ມຂຶ້ນກວ່າ 2,500 ຄົນໃນຊ່ວງ 25 ປີຜ່ານມາ, ເຈົ້າໜ້າທີ່ລະດັບສູງກ່າວວານນີ້.ລາວໄດ້ປະສົບຜົນສຳເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ນັບຕັ້ງແຕ່ໄດ້ມີການຈັດຕັ້ງປະຕິບັດແຜນດຳເນີນງານທີ່ຮັບຮອງໂດຍລັດຖະບານຈາກ 179 ປະເທດໃນກອງປະຊຸມວ່າດ້ວຍປະຊາກອນ ແລະ ການພັດທະນາສາກົນ (ICPD) ທີ່ກຸງໄຄໂຣ ປະເທດອີຢິບ ໃນປີ 1994.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/maternal-death-rate-declines-remains-high-region-100020

ໂຮງໝໍແຂວງຈຳປາສັກຕ້ອງການຕຽງເສີມເພື່ອຮອງຮັບການລະບາດຂອງພະຍາດໄຂ້ເລືອດອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງໝໍແຂວງຈຳປາສັກຮຽກຮ້ອງໃຫ້ມະຫາຊົນບໍລິຈາກຕຽງນອນສຳລັບຮອງຮັບຄົນເຈັບພະຍາດໄຂ້ເລືອດອອກ. ໃນຊ່ວງອາທິດທີ່ຜ່ານມາ ທາງໂຮງໝໍໄດ້ມີການຮັບຄົນເຈັບຈຳນວນຫຼາຍ ເນື່ອງຈາກຈຳນວນຄົນເຈັບພະຍາດໄຂ້ເລືອດອອກໄດ້ເພີ່ມສູງຂຶ້ນຢ່າງວ່ອງໄວ.ທ່ານ ຮສ.ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງຢ້ຽມຢາມເຈົ້າໜ້າທີ່ສາທາລະນະສຸກແຂວງຈຳປາສັກໃນວັນພຸດຜ່ານມາ ເພື່ອຫາລືກ່ຽວກັບການລະບາດຂອງພະຍາດໄຂ້ເລືອດອອກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/champassak-hospital-appeals-more-beds-amid-dengue-outbreak-100018

ສະຫະລັດສົ່ງເສີມນັກວິທະຍາສາດໜຸ່ມໃນການຕ້ານພະຍາດທີ່ເກີດຈາກຍຸງໃນລາວ

(ຂປລ) ສະຫະລັດສືບຕໍ່ແບ່ງປັນຄວາມຮູ້ ແລະ ການຮ່ວມມືກັບນັກວິທະຍາສາດໜຸ່ມລາວກ່ຽວກັບບັນຫາທ້າທາຍດ້ານສຸຂະພາບທີ່ສຳຄັນ.ໃນວັນທີ 1 ກໍລະກົດນີ້ ພະນັກງານຈາກສະຖານທູດສະຫະລັດ, ກະຊວງສາທາລະນະສຸກ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບກຸ່ມນັກວິທະຍາສາດ 33 ຄົນຈາກລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເພື່ອສະເຫຼີມສະຫຼອງການເປີດໂຄງການລິເລີ່ມໃນພາກພື້ນລຸ່ມແມ່ນ້ຳຂອງຂອງນັກວິທະຍາສາດໜຸ່ມ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46986

ຈັດກອງປະຊຸມຫາລືຫຼາຍພາກສ່ວນ ກ່ຽວກັບການບໍລິການທີ່ຈຳເປັນສຳລັບແມ່ຍິງທີ່ປະສົບເຄະຈາກການໃຊ້ຄວາມຮຸນແຮງ

(ຂປລ) ຊ່ຽວຊານ, ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາໄດ້ຮ່ວມປະຊຸມທີ່ນະຄອນຫຼວງວຽງຈັນໃນອາທິດນີ້ ເພື່ອຫາລືວິທີການໃນການປັບຕົວ ແລະ ນຳໃຊ້ຊຸດບໍລິການທີ່ຈຳເປັນ (Essential Service Package) ເພື່ອເປັນເຄື່ອງມືໃນການໃຫ້ບໍລິການທີ່ຈຳເປັນສຳລັບແມ່ຍິງ ແລະ ເດັກຍິງທີ່ຕົກເປັນເຫຍື່ອຂອງການໃຊ້ຄວາມຮຸນແຮງ.ສະຫະພັນແມ່ຍິງລາວໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືລະຫວ່າງຜູ້ມີສ່ວນຮ່ວມຫຼາຍພາກສ່ວນກ່ຽວກັບການນຳໃຊ້ ຊຸດບໍລິການທີ່ຈຳເປັນ (Essential Service Package) ເປັນຄັ້ງທຳອິດໃນລະຫວ່າງວັນທີ 8-9 ກໍລະກົດ 2019.ກອງປະຊຸມດັ່ງກ່າວຍັງໄດ້ແນໃສ່ສົ່ງເສີມການປະສານງານ ແລະ ເປັນຊ່ອງທາງອ້າງອີງໃນກຸ່ມຜູ້ໃຫ້ບໍລິການ ເພື່ອປັບປຸງການສະກັດກັ້ນ ແລະ ການຮັບມືກັບການໃຊ້ຄວາມຮຸນແຮງທາງເພດ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46998

ສະຫະລັດມອບມຸ້ງ 174,000 ດາງເພື່ອຊ່ວຍໃນການສະກັດກັ້ນການລະບາດຂອງພະຍາດໄຂ້ປ່າໃນລາວ

(ຂປລ) ທ່ານ ເຣນາ ພິດເຊີ ເອກອັກຄະລັດຖະທູດສະຫະລັດປະຈຳລາວໄດ້ມອບມຸ້ງກັນຍຸງປະມານ 174,000 ດາງໃຫ້ແກ່ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທີ່ນະຄອນຫຼວງວຽງຈັນໃນວັນທີ 9 ກໍລະກົດຜ່ານມາ.ມຸ້ງກັນຍຸງຈຳນວນດັ່ງກ່າວຈະໄດ້ນຳໄປແຈກຢາຍໃຫ້ແກ່ຊຸມຊົນໃນຊົນນະບົດ ຢູ່ໃນພື້ນທີ່ແຂວງຈຳປາສັກທາງພາກໃຕ້ ທີ່ມີກໍລະນີຜູ້ຕິດເຊື້ອໄຂ້ຍຸງສູງ.ອ່ານຕໍ່  ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46995

ຢູເອັນສົ່ງເສີມການເຜີຍແຜ່ຂ່າວສານເພື່ອສະກັດກັ້ນການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງບ້ານຈະເຜີຍແຜ່ຂ່າວສານກ່ຽວກັບການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ໂດຍຫວັງວ່າຈະສາມາດປ່ຽນແປງທັດສະນະຄະຕິ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.ປະຊາຊົນໃນພື້ນທີ່ຊົນນະບົດຍັງມີຄວາມຮູ້ໜ້ອຍກ່ຽວກັບກົດໝາຍວ່າດ້ວຍການພັດທະນາ ແລະ ການປົກປ້ອງແມ່ຍິງ ເຮັດໃຫ້ເຂົາເຈົ້າບໍ່ມີການຈັດຕັ້ງປະຕິບັດໃນຊຸມຊົນເທົ່າທີ່ຄວນ ເຮັດໃຫ້ການນຳໃຊ້ຄວາມຮຸນແຮງພາຍຄົວເຮືອນຍັງຄົງສືບຕໍ່ມີຢູ່.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/un-ramps-message-prevention-violence-against-women-99879

ກະຊວງແຈ້ງເຕືອນທົ່ວປະເທດໃຫ້ລະວັງພະຍາດໄຂ້ເລືອດອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງສາທາລະນະສຸກ ໄດ້ແນະນຳໃຫ້ປະຊາຊົນທົ່ວປະເທດ ທຳລາຍແຫຼ່ງເພາະພັນຂອງຍຸງ ເນື່ອງຈາກການລະບາດຂອງພະຍາດໄຂ້ເລືອດອອກໃນປະຈຸບັນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 27  ກໍລະນີ ແລະ ຕິດເຊື້ອຫຼາຍກວ່າ 11,000 ກໍລະນີໃນປີນີ້.ກະຊວງໄດ້ອອກແຈ້ງເຕືອນໃນອາທິດນີ້ຫຼັງຈາກພົບກໍລະນີຜູ້ຕິດເຊື້ອເພີ່ມສູງຂຶ້ນ. ກໍລະນີການຕິດເຊື້ອ ແລະ ການຕາຍສ່ວນໃຫຍ່ແມ່ນພົບຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງທາງພາກໃຕ້.ອ່ານຕໍ່ ...

ໄຊຊະນະ ລືໄກ
http://annx.asianews.network/content/lao-ministry-issues-nationwide-dengue-warning-99798

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Cyzh3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!