ການສຶກສາ ແລະ ການຝຶກອົບຮົມ
ການສຶກສາວິຊາຊີບ
ສະວິດເຊີແລນ ເສີມຂະຫຍາຍໂອກາດໃນການມີວຽກເຮັດງານທຳ ສຳລັບຜູ້ດ້ອຍໂອກາດໃນປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສະວິດເຊີແລນ ໄດ້ສະໜອງງົບປະມານມູນຄ່າ US$8.6 ລ້ານໂດລາ ເພື່ອຊ່ວຍເຫຼືອໃນການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການປະກອບອາຊີບ ສຳລັບກຸ່ມຜູ້ດ້ອຍໂອກາດໃນລາວ.ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຊອງ-ຝຼັ່ງຊົວ ເຊີນອດ ອຳນວຍການປະຈຳພາກພື້ນ ຂອງອົງການເພື່ອການພັດທະນາ ແລະ ການຮ່ວມມືສະວິດ (SDC) ໄດ້ຮ່ວມລົງນາມໃນຂໍ້ຕົກລົງໃນວັນສຸກແລ້ວນີ້ ເພື່ອສະໜັບສະໜູນການສຶກສາວິຊາຊີບ ແລະ ປັບປຸງໂອກາດໃນການປະກອບອາຊີບ ສຳລັບກຸ່ມຜູ້ດ້ອຍໂອກາດໃນທ້ອງຖິ່ນ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ບໍລິສັດໄຟຟ້ານ້ຳເທີນ 2 ຕົກລົງສະໜັບສະໜູນການພັດທະນາທັກສະແບບຍືນຍົງ ຢູ່ແຂວງຄຳມ່ວນ
ວິທະຍາໄລວິຊາຊີບແຂວງຄຳມ່ວນ ແລະ ບໍລິສັດໄຟຟ້ານ້ຳເມີນ 2 ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືສະບັບໃໝ່ ກ່ຽວກັບການພັດທະນາທັກສະໃນທ້ອງຖິ່ນແບບຍືນຍົງ ສຳລັບຂະແໜງພະລັງງານໄຟຟ້ານ້ຳຕົກ.ຂໍ້ຕົກລົງການຮ່ວມມືດັ່ງກ່າວ ໄດ້ມີການລົງນາມໃນອາທິດແລ້ວນີ້, ພາຍຫຼັງສິ້ນສຸດການຈັດຕັ້ງປະຕິບັດແຜນດຳເນີນງານ ຕາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການພັດທະນາຊັບພະຍາກອນມະນຸດໄປສູ່ແຮງງານ ໃນເດືອນຕຸລາປີນີ້.ຂໍ້ຕົກລົງດັ່ງກ່າວ ໄດ້ມີການລົງນາມໂດຍທ່ານ ວຽງສະຫວັນ ພັດທະວົງ ອຳນວຍການໂຮງຮຽນວິທະຍາໄລວິຊາຊີບ ແຂວງຄຳມ່ວນ ແລະ ທ່ານນາງ ຄໍຣີນ ອາເລຣາ ຫົວໜ້າບໍລິຫານບໍລິສັດນ້ຳເທີນ 2, ພາຍໃຕ້ການເຂົ້າຮ່ວມຂອງຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ, ບໍລິສັດນ້ຳເທີນ 2, ພ້ອມດ້ວຍບັນດາຄູອາຈານ ແລະ ນັກສຶກສາຈາກວິທະຍາໄລດັ່ງກ່າວ. ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ສູນຝຶກອົບຮົມແຫ່ງໃໝ່ເພື່ອສົ່ງເສີມການທ່ອງທ່ຽວວັງວຽງ
ເມືອງວັງວຽງ, ແຂວງວຽງຈັນ: — ສູນຝຶກອົບຮົມດ້ານການທ່ອງທ່ຽວ ແລະ ການບໍລິການແຫ່ງໃໝ່ຈະເປີດຫຼັກສູດການສຶກສາວິຊາຊີບຍົກລະດັບໃນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວ.ພິທີວາງສິລາເລີກການກໍ່ສ້າງສູນຝຶກອົບຮົມແຫ່ງໃໝ່ ໄດ້ມີຂຶ້ນທີ່ເດີ່ນວິທະຍາໄລວິຊາຊີບເມືອງວັງວຽງແຂວງວຽງຈັນວານນີ້.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ເປີດໂຮງຮຽນເຕັກນິກ-ວິຊາຊີບແຂວງບໍລິຄຳໄຊທີ່ສຳເລັດການບູລະນະ
ພິທີມອບຮັບໂຮງຮຽນເຕັກນິກ-ວິຊາຊີບແຂວງບໍລິຄຳໄຊທີ່ໄດ້ສຳເລັດການບູລະນະສ້ອມແປງໄດ້ມີຂຶ້ນໃນທ້າຍເດືອນຜ່ານມາ.ການບູລະນະດັ່ງກ່າວແມ່ນນຳໃຊ້ທຶນເກືອບ 1.3 ລ້ານຢູໂຣເຂົ້າໃນການສ້າງຄວາມທັນສະໄໝ ແລະ ຂະຫຍາຍອາຄານຮຽນ ແລະ ການສະໜອງອຸປະກອນຕ່າງໆ. ພາຍໃຕ້ທຶນການຊ່ວຍເຫຼືອຂອງໂຄງການ VELA-FC (ການສົ່ງເສີມການສຶກສາວິຊາຊີບໃນລາວ) ມີໂຮງຮຽນວິຊາຊີບສອງແຂວງຄື ບໍ່ແກ້ວ ແລະ ບໍລິຄຳໄຊ ແລະ ສະຖາບັນພັດທະນາການສຶກສາວິຊາຊີບວຽງຈັນ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ພິທີວາງສິລາເລີກໃນການກໍ່ສ້າງວິທະຍາເຂດວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ
ການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງໄດ້ເລີ່ມລົງມືແລ້ວ ທີ່ນະຄອນວຽງຈັນ ເຊິ່ງຈະຊ່ວຍເພີ່ມປະລິມານນັກສຶກສາໃນການຮ່ຳຮຽນຫຼັກສູດວິຊາສະເພາະທີ່ສາມາດນຳໃຊ້ໃນການປະກອບອາຊີບ ເຊັ່ນການປະຕິບັດການດ້ານກົນຈັກ.ການກໍ່ສ້າງວິທະຍາເຂດວິທະຍາໄລດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານລາວ ແລະ ເຢຍລະມັນ ແລະ ຈະເພີ່ມທາງເລືອກສຳລັບນັກສຶກສາທີ່ຮຽນຈົບຊັ້ນມັດທະຍົມ ທີ່ຕ້ອງການຮ່ຳຮຽນໃນຂະແໜງວິຊາຊີບ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ເຢຍລະມັນຊ່ວຍເຫຼືອໂຮງຮຽນການຊ່າງແຫ່ງໃໝ່ 1 ລ້ານຢູໂຣ
ລັດຖະບານເຢຍລະມັນຈະໃຫ້ການຊ່ວຍເຫຼືອລາວ ໂດຍການສະໜັບສະໜູນທຶນຮອນເຄິ່ງໜຶ່ງໃນການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ ເຊິ່ງມີມູນຄ່າ 2 ລ້ານຢູໂຣ ໃນນະຄອນວຽງຈັນ. ໂຄງການກໍ່ສ້າງດັ່ງກ່າວຄາດວ່າຈະເລີ່ມລົງມືໃນທ້າຍປີນີ້, ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເລືອກເຟັ້ນສະຖານທີ່ທີ່ເດີ່ນໂຮງຮຽນປະຖົມ ບ້ານຊຽງດາ ເມືອງໄຊເສດຖາ ເຊິ່ງຕັ້ງຢູ່ແຄມທາງເບຕົງເສັ້ນໃໝ່ໄປສະຖານນີລົດໄຟ ລາວ-ໄທ.ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
ບໍລິສັດໄຟຟ້າຫົງສາສົ່ງເສີມການພັດທະນານັກສຶກສາຊັບພະວິຊາລາວ
(ຂປລ) ບໍລິສັດໄຟຟ້າຫົງສາ ເຈົ້າຂອງໂຮງງານໄຟຟ້າພະລັງຖ່ານຫີນຂະໜາດ 1,878-ເມກາວັດ ທີ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບວິທະຍາໄລສັບພະວິຊາ ເພື່ອຊ່ວຍເຫຼືອການຝຶກອົບຮົມນັກສຶກສາ.ອ່ານຕໍ່ ...
ຂປລ