ການພັດທະນາດ້ານສັງຄົມ

ການສຶກສາ ແລະ ການຝຶກອົບຮົມ

ມູນນິທິ WeloveU  ຊ່ວຍບູລະນະໂຮງຮຽນມັດທະຍົມຊົນເຜົ່າເຊໂປນ

(ຂປລ) ໃນວັນທີ 12 ກຸມພາຜ່ານມາໄດ້ມີພິທີມອບອາຄານໂຮງຮຽນມັດທະຍົມຊົນເຜົ່າເຊໂປນທີ່ໄດ້ຮັບການສ້ອມແປງໃໝ່ ຈາກມູນນິທິ WeloveU ສາກົນ ໃຫ້ແກ່ຄະນະບໍລະຫານໂຮງຮຽນຊົນເຜົ່າ ເມືອງເຊໂປນ ແຂວງສະຫວັນນະເຂດ.ທ່ານນາງ ຄີມ ອ໋ອກຄີ ຕາງໜ້າມູນນິທິ WeloveU ສາກົນກ່າວວ່າ ການບູລະນະຄັ້ງນີ້ລວມມີ ການສ້ອມແປງຫ້ອງນ້ຳ, ຫ້ອງປະຊຸມ, ອາຄານຮຽນ ແລະ ນ້ຳບາດານ.ອ່ານຕໍ່ ...

ຂປລ

ສະຖາບັນການສຶກສາເອກະຊົນຂອງລາວຈະເປີດຄືນຫຼັກສູດປະລິນຍາຕີ

ເຈົ້າໜ້າທີ່ການສຶກສາໄດ້ທຳການອະນຸມັດໃຫ້ວິທະຍາໄລເອກະຊົນຈຳນວນໜຶ່ງ ກ່ຽວກັບການຍົກລະດັບຫຼັກສູດຂອງສະຖາບັນການສຶກສາເອກະຊົນ ໃຫ້ສາມາດເປີດຄືນຫຼັກສູດປະລິນຍາຕີ ແລະ ຊັ້ນສູງ.ປະຈຸບັນ ມີສອງສະຖານບັນ ຄື ວິທະຍາໄລລັດຕະນະບໍລິຫານທຸລະກິດ (RBAC) ແລະ ວິທະຍາໄລແສງສະຫວັນ, ວຽງຈັນ ໄດ້ຮັບການອະນຸມັດຢ່າງເປັນທາງການ ໃນການເປີດຄືນຫຼັກສູດປະລີນຍາຕີ ຫຼັງຈາກທີ່ມີການລະງັບໃບອະນຸຍາດຊົ່ວຄາວໃນສົກສຶກສາ 2013-14.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ກະຊວງ ແລະ ທະນາຄານໂລກຮັດແໜ້ນການຮ່ວມມືດ້ານການສຶກສາ

ກະຊວງສຶກສາທິການ ແລະ ກິລາ ແລະ ທະນາຄານໂລກຈະຮັດແໜ້ນສາຍພົວພັນ ແລະ ສືບຕໍ່ການຮ່ວມມືເພື່ອປັບປຸງມາດຕະຖານ ແລະ ໝາກຜົນຂອງລະບົບການສຶກສາໃນລາວ.ນີ້ແມ່ນຄຳເຫັນຈາກຄະນະຜູ້ແທນຈາກທະນາຄານໂລກ ເນື່ອງໃນໂອກາດການຢ້ຽມຢາມກະຊວງສຶກສາທິການ ແລະ ກິລາຢ່າງເປັນທາງການອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ມະຫາວິທະຍາໄລລາວປົດແອກຮ້ານບັນເທິງທີ່ສົ່ງສຽງລົບກວນ

ມະຫາວິທະຍາໄລແຫ່ງຊາດລາວໄດ້ເພິກຖອນບັນດາຮ້ານບັນເທິງທີ່ຕັ້ງຢູ່ໃກ້ກັບມະຫາວິທະຍາໄລເກີນໄປ ແລະ ມອບໝາຍໃຫ້ເຈົ້າໜ້າທີ່ທຳການຕິດຕາມຮ້ານບັນເທິງເປົ້າໝາຍຢ່າງໃກ້ຊິດ ເພື່ອໃຫ້ຈັດສັນຍົກຍ້າຍໄປສູ່ສະຖານທີ່ເໝາະສົມ.ໃນປີທີ່ຜ່ານມາ ທາງມະຫາວິທະຍາໄລໄດ້ຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງລະບົບເພື່ອກວດສອບຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທິງຕ່າງໆ ຕາມລະບຽບກົດໝາຍ ເພື່ອຈຳກັດການເພີ່ມຂຶ້ນຂອງປະກົດການຫຍໍ້ທໍ້ທາງສັງຄົມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດຖະບານລາວຈັດລາຍການບູລິມະສິດການສຶກສາ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງວິທະຍາສາດ, ວິສະວະກຳ, ຂໍ້ມູນຂ່າວສານ, ກະສິກຳ ແລະ ສຶກສາສາດແມ່ນຂະແໜງບູລິມະສິດທີ່ລັດຖະບານສົ່ງເສີມໃຫ້ນັກສຶກສາລົງທະບຽນຮຽນໃນຫຼັກສູດການສຶກສາ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

LNCCI ຮ່ວມມືກັບສະຖາບັນລາວ-ຍີ່ປຸ່ນກ່ຽວກັບການຝຶກອົບຮົມດ້ານທຸລະກິດ

VIENTIANE (Vientiane Times/ANN) – ສູນລາວ-ຍື່ປຸນ ມະຫາວິທະຍາໄລແຫ່ງຊາດ (ມຊ) ມີຄວາມສົນໃຈໃນການຮ່ວມມືກັບສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໃນການສົ່ງເສີມການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs). ເພື່ອຈຸດປະສົງດັ່ງກ່າວ ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືໄລຍະສາມປີ ກ່ຽວກັບຍຸດທະສາດການຄຸ້ມຄອງຊັບພະຍາກອນມະນຸດໃນວັນສຸກແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ໂຄງການກໍ່ສ້າງໂຮງຮຽນທີ່ແຂວງອຸດົມໄຊ ພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ

(ຂປລ) ລັດຖະບານຍີ່ປຸ່ນທຳການມອບຮັບໂຮງຮຽນ ທີ່ກໍ່ສ້າງພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການຊ່ວຍເຫຼືອຍີ່ປຸ່ນເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP) ທີ່ເມືອງນາໝໍ້ ແຂວງອຸດົມໄຊ.ພິທີມອບດັ່ງກ່າວແມ່ນໄດ້ຈັດຂື້ນ ໃນວັນທີ 16 ມັງກອນ 2019 ທີ່ແຂວງອຸດົມໄຊ ລະຫວ່າງທ່ານ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງແຂວງອຸດົມໄຊ ແລະ ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ໂຮງຮຽນມັດທະຍົມໜອງບອນໄດ້ຮັບທຶນຊ່ວຍເຫຼືອສຳລັບສູນພາສາຍີ່ປຸ່ນ

(ຂປລ) ລັດຖະບານຍີ່ປຸ່ນມອບທຶນຊ່ວຍເຫຼືອລ້າມູນຄ່າ USD 89,195  ໂດລາ ສຳລັບໂຄງການປັບປຸງສູນພາສາຍີ່ປຸ່ນ ທີ່ໂຮງຮຽນມັດທະຍົມໜອງບອນ ນະຄອນຫຼວງວຽງຈັນ ຜ່ານກອງທອນຊ່ວຍເຫຼືອສຳລັບໂຄງການສົ່ງເສີມພື້ນຖານວັດທະນະທຳ.ອ່ານຕໍ່ ...

ຂປລ

DVV ສາກົນບໍລິຈາກອຸປະກອນການສຶກສາໃຫ້ແກ່ກົມການສຶກສານອກລະບົບ

(ຂປລ) DVV ສາກົນໄດ້ມອບປຶ້ມອ່ານ 5,470 ຫົວ ພ້ອມດ້ວຍອຸປະກອນການສຶກສາອື່ນໆ ລວມມູນຄ່າ 180 ລ້ານກີບ ໃຫ້ແກ່ກົມການສຶກສານອກລະບົບ ກະຊວງສຶກສາທິການ ແລະ ກິລາ.ພິທີມອບດັ່ງກ່າວແມ່ນຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 14 ມັງກອນອ່ານຕໍ່ ...

ຂປລ

ປີ 2018 ມີນັກສຶກສາລາວຫຼາຍພັນໄປສຶກສາຢູ່ຕ່າງແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຊ່ວງ 9 ເດືອນຕົ້ນປີ 2018 ມີນັກສຶກສາລາວກວ່າ 2,000 ຄົນໄປສຶກສາຢູ່ຕ່າງປະເທດ, ຕາມບົດລາຍງານທາງການ.ໂຄສົກຈາກກົມການສຶກສາ, ກະຊວງສຶກສາທິການ ແລະ ກິລາ ລາຍງານຜ່ານໜັງສືພິມວຽງຈັນທາມສ໌ວ່າ ແຕ່ເດືອນມັງກອນຫາເດືອນກັນຍາປີ 2018, ມີນັກສຶກສາລາວ 2,291 ໄປສຶກສາຢູ່ໃນ 27 ປະເທດທົ່ວໂລກ. ໃນຈຳນວນດັ່ງກ່າວ 1,980 ຄົນແມ່ນໄດ້ຮັບທຶນການສຶກສາ ແລະ ທຶນແລກປ່ຽນຂອງລັດຖະບານປະເທດຕ່າງໆ, ໃນຂະນະທີ່ອີກ 311 ຄົນແມ່ນເດີນທາງໄປສຶກສາດ້ວຍທຶນສ່ວນຕົວ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

7dCYp
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!