Population
ການຍ້າຍຖິ່ນຖານ
ຊາວຈີນ 25 ຄົນຖືກເນລະເທດໃນຂໍ້ຫາລັກລອບເຂົ້າລາວຢ່າງຜິດກົດໝາຍ
ຊາວຈີນ 25 ຄົນ ໄດ້ຖືກເນລະເທດ ອອກຈາກລາວ ຫລັງຈາກພະຍາຍາມ ເຂົ້າໄປໃນປະເທດ ຢ່າງຜິດກົດໝາຍ ຢູ່ເມືອງ ຢອດດາວ ແຂວງ ຜົ້ງສາລີ. ສື່ມວນຊົນຂອງລາວລາຍງານວ່າ ຊາວຈີນ 25 ຄົນ, ຍິງ 2 ຄົນ ໄດ້ຖືກມອບໃຫ້ ເຈົ້າໜ້າທີ່ ດ່ານພາສີສາກົນລານຕອຍ ດ່ານຊາຍແດນ ລະຫວ່າງ ແຂວງຜົ້ງສາລີ ແລະ ແຂວງຢູນນານ ພາກໃຕ້ ຂອງຈີນ.ທ່ານ ບຸນທອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ຢ້າວ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ຄົນຈີນສັນຊາດຈີນ ມີຈຸດປະສົງເດີນທາງ ແລະ ເຂົ້າມາລາວ ໂດຍບໍ່ມີເອກະສານຖືກຕ້ອງຕາມກົດໝາຍ, ແຕ່ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງ ...
ມະນີພອນ ວົງພະຈັນ
ປະກັນໄພໂຄວິດແມ່ນຖືເປັນສິ່ງບັງຄັບສຳລັບແຮງງານຕ່າງປະເທດໃນສປປ ລາວ
ກົດໝາຍສະບັບໃໝ່ຂອງກະຊວງປ້ອງກັນຄວາມສະຫງົບ ເຫັນວ່າແຮງງານຕ່າງປະເທດທັງໝົດທີ່ເຂົ້າມາລາວຕ້ອງຊື້ປະກັນໄພພະຍາດໂຄວິດ-19. ແຈ້ງການຂອງກະຊວງປ້ອງກັນປກສ ສະບັບວັນທີ 15 ທັນວາ 2022 ໄດ້ລະບຸເຖິງລະບຽບການປະກັນສຸຂະພາບຂອງແຮງງານຕ່າງປະເທດ ເຊິ່ງໄດ້ຮັບການອະນຸມັດຈາກສໍານັກງານນາຍົກລັດຖະມົນຕີ ແລະ ກະຊວງການເງິນ.ຕາມແຈ້ງການແລ້ວ, ແຜນງານປະກັນໄພທົດລອງກ່ອນນີ້ໄດ້ປ່ຽນເປັນໂຄງການຖາວອນທີ່ຕ້ອງການແຮງງານຕ່າງປະເທດທັງໝົດໃນການຊື້ປະກັນໄພໂຄວິດ-19 ໃນມູນຄ່າ 500,000 ກີບ (ປະມານ 30 USD).ອ່ານເພິ່ມເຕີມ ...
ພອນທຳ ວິຊັບຮະ
ຊາວປະມົງລາວກັບສູ່ປະເທດມາເລເຊຍຖ່າມກາງຄວາມສ່ຽງຕ່າງໆ
ຊາວລາວຫລາຍພັນຄົນ ໄດ້ອອກຈາກບ້ານເກີດເມືອງນອນ ເພື່ອໄປເຮັດວຽກ ໃນອຸດສາຫະກຳການປະມົງທີ່ປະເທດມາເລເຊຍ ຊຶ່ງເປັນບ່ອນທີ່ພວກເຂົາເຈົ້າ ມີຄວາມສ່ຽງຕໍ່ການຖືກຂົ່ມເຫັງຈາກນາຍຈ້າງ ເນື່ອງຈາກສະຖານະພາບການເປັນຢູ່ທີ່ຜິດກົດໝາຍ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ຄາດຄະເນວ່າ ຫວ່າງມໍ່ໆມານີ້ ມີຊາວລາວປະມານ 2,000 ຄົນ ໄດ້ເດີນທາງໄປປະເທດມາເລເຊຍ ແບບຜິດກົດໝາຍ ເພື່ອຫາປາ. ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດນັ້ນ, ແຮງງານລາວ 700 ຄົນໄດ້ກັບມາຈາກປະເທດຈາກປະເທດມາເລເຊຍ, ແຕ່ສ່ວນໃຫຍ່ໄດ້ກັບຄືນປະເທດ ເນື່ອງຈາກສະພາບເສດຖະກິດໃນປະເທດຂອງເຂົາເຈົ້າຊຸດໂຊມລົງຍ້ອນອັດຕາເງິນເຟີ້ສູງ.ອ່ານເພິ່ມເຕີມ ...
ສຸພັດຕາ
ອຳນາດການປົກຄອງລັດໄດ້ຊີ້ແຈງກ່ຽວກັບການປະທ້ວງຂອງແຮງງານຊາວພະມ້າຢູ່ເຂດເສດຖະກິດພິເສດ
ເຂດເສດຖະກິດພິເສດ ສາມລ່ຽມທອງຄຳ ໄດ້ຖືກປິດບໍລິເວນໃນວັນສຸກທີ່ຜ່ານມາ ເນື່ອງຈາກຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຈາກຄົນງານພາຍໃນນັ້ນ. ອຳນາດການປົກຄອງທີ່ກ່ຽວຂ້ອງຢູ່ເຂດເສດຖະກິດພິເສດສາມລ່ຽມທອງຄຳແຫ່ງນັ້ນ ໄດ້ອອກຄຳຖະແຫຼງກ່ຽວກັບເຫດການໂຮມຊຸມນຸມຂອງບັນດາແຮງານຕ່າງດ້າວຈາກປະເທດມຽນມ້າ. ການປະທ້ວງດັ່ງກ່າວແມ່ນເກີດຈາກຄວາມບໍ່ພໍໃຈກັບການຫວ່າງງານ ແລະ ຕໍ່ກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ໃນລະຫວ່າງການປິດລ້ອມໃນເຂດເສດຖະກິດພິເສດ.ອ່ານຕໍ່ທີ່ນີ້ ...
ໄພບູນ ທະນະບົວສີ
ແຮງງານອົບພະຍົບຕົກຢູ່ໃນສະພາບຖືກປິດລ້ອມຍ້ອນການລະບາດຂອງພະຍາດໂຄວິດ -19: ສິ້ນຫວັງທີ່ຈະອອກຈາກເຂດເສດຖະກິດພິເສດຂອງລາວ
ຄົນງານຢູ່ເຂດເສດຖະກິດພິເສດ (SEZ) ຢູ່ພາກເໜືອຂອງລາວ ທີ່ເຮັດວຽກບໍລິການແກ່ນັກພະນັນຊາວຈີນ ສິ້ນຫວັງທີ່ຈະກັບຄືນບ້ານຂອງເຂົາເຈົ້າທ່າມກາງການລະບາດຂອງພະຍາດໂຄໂຣນາ ທີ່ເຮັດໃຫ້ເກີດມີການປິດປະຕູໃນຕົ້ນອາທິດນີ້, ໂດຍກ່າວວ່າເຂົາເຈົ້າບໍ່ໄດ້ຮັບເງິນມາເປັນຫຼາຍເດືອນ ແລະ ບໍ່ກໍບໍ່ສາມາດຮັບຜິດຊອບຄ່າເຊົ່າ ແລະ ອາຫານໄດ້ອີກຕໍ່ໄປ. ອ່ານຕໍ່ທີ່ນີ້ ...
ວິທະຍຸເອເຊຍເສລີ
ປະເທດໄທ ເຫັນດີອຳນວຍຄວາມສະດວກສັກວັກຊິນປ້ອງກັນໂຄວິດ-19 ໃຫ້ບັນດາແຮງງານລາວ
ອີງຕາມຂໍ້ຕົກລົງທາງການ ຈາກສະຖາທູດລາວປະຈຳປະເທດໄທກ່າວວ່າ ລັດຖະບານໄທໄດ້ຕົກລົງອຳນວຍຄວາມສະດວກໃນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ຕ່າງປະເທດ ລວມທັງແຮງງານລາວທີ່ອາໃສຢູ່ປະເທດໄທ. ຊຶ່ງຈະໄດ້ດຳເນີນການສັກໃຫ້ກຸ່ມບູລິມະສິດທີ່ມີອາຍຸ 60 ປີຂື້ນໄປແລະ ຜູ້ທີ່ມີພະຍາດປະຈຳຕົວ. ອ່ານເພິ່ມເຕີມ ...
ໄພບູນ ທະນະບົວສີ
ອົງການອາຫານໂລກສະໜັບສະໜູນເງິນ 1 ລ້ານໂດລາສະຫະລັດເພື່ອລ້ຽງອາຫານຊາວຜູ້ອົບພະຍົບທີ່ກັບມາ
ອົງການອາຫານໂລກ (WFP) ໄດ້ມອບເງິນ 1 ລ້ານໂດລາສະຫະລັດ ໃຫ້ກະຊວງສາທາລະນະສຸກ ໃນການສະໜອງອາຫານໃຫ້ແກ່ຜູ້ອົບພະຍົບທີ່ກັບຄືນມາ ແລະ ຈັດສັນທີ່ພັກຊົ່ວຄາວຢູ່ສູນກັກກັນໃນແຂວງວຽງຈັນ, ບໍ່ແກ້ວ, ສະຫວັນນະເຂດ, ຈຳປາສັກ ແລະແຂວງໄຊຍະບູລີ. ພວກເຮົາເຫຼົ່ານັ້ນ ຈະໄດ້ຮັບອາຫານທີ່ມີທາດບຳລຸງ 3 ຄາບຕໍ່ມື້ ເຊິ່ງຊ່ວຍປ້ອງກັນພະຍາດ ແລະ ຮັກສາສຸຂະພາບຂອງເຂົາເຈົ້າ, ພ້ອມດຽວກັນນັ້ນກໍ່ຍັງຊ່ວຍຫຼຸດຜ່ອນພາລະດ້ານການເງິນໃນການຍ້າຍຖິ່ນຖານຂອງເຂົາເຈົ້າ ແລະ ຄອບຄົວ.ອ່ານເພິ່ມເຕີມ ...
ເພັດໂພໄຊ ແສງປະເສີດ
ກະຊວງດຳເນີນການປາບປາມ ການເຂົ້າເມືອງແບບຜິດກົດໝາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນປີນີ້ ມີການສະກັດກັ້ນການເຂົ້າປະເທດລາວແບບຜິດກົດໝາຍປະມານ 3,000 ຄົນ ຈາກ 79 ປະເທດ ແລະ ອີກ 1,000 ກວ່າຄົນຖືກສັ່ງຫ້າມເຂົ້າປະເທດລາວໂດຍຖາວອນ, ຕາມທ່ານພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.ຕໍ່ກອງປະຊຸມສະພາແຫ່ງຊາດ, ທ່ານໄດ້ໃຫ້ຂໍ້ມູນວ່າໃນປີນີ້ ມີ 3,342 ຄົນຖືກສະກັດກັ້ນບໍ່ໃຫ້ເຂົ້າປະເທດ ແລະ ອີກ 1,409 ຄົນ ຈາກ 17 ປະເທດ ຖືກສັ່ງຫ້າມບໍ່ໃຫ້ເຂົ້າປະເທດລາວເປັນການຖາວອນ.ໃນປີຜ່ານມາ ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ໃນການຕິດຕາມ ແລະ ຂຶ້ນທະບຽນຊາວຕ່າງປະເທດຢ່າງໃກ້ຊິດ, ເພື່ອຄຸ້ມຄອງການເຂັ້າເມືອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ແຮງງານລາວອົບພະຍົບທີ່ຕ້ອງການໜີຈາກຄວາມທຸກຍາກ ບໍ່ເກງກົວຕໍ່ໄພອັນຕະລາຍໃນການໄປອອກແຮງງານຢູ່ປະເທດໄທ
ແຮງງານລາວ, ເຊິ່ງຫຼາຍຄົນຍັງຢູ່ໃນໄວໜຸ່ມ ແລະ ບາງຄົນກໍຍັງເປັນໄວລຸ້ນ ໄດ້ຫຼັ່ງໄຫຼກັນໄປອອກແຮງງານຢູ່ປະເທດໄທເພື່ອນບ້ານໃນປີນີ້ໃນອັດຕາທີ່ເພີ່ມຂຶ້ນ, ໂດບບໍ່ເກງກົວຕໍ່ການຂູດຮີດແຮງງານ ແລະ ສະພາບການເຮັດວຽກທີ່ສ່ຽງຕໍ່ອັນຕະລາຍ ເພື່ອຊອກຫາວຽກເຮັດງານທຳຊ່ວຍເຫຼືອຄອບຄົວທາງບ້ານ, ຕາມແຫຼ່ງຂ່າວໃນປະເທດໄທ.ຫຼາຍຄົນກໍໄດ້ຮັບການຊຸກຍູ້ຈາກພໍ່ແມ່ໃຫ້ໄປອອກແແຮງງານຢູ່ຕ່າງປະເທດ, ຕາມແຫຼ່ງຂ່າວ. ບາງຄົນກໍຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຕິດກັບດັກໜີ້ສິນ, ຫຼື ຖືກເສຍຊີວິດຍ້ອນອຸບັດຕິເຫດແຮງງານ ຫຼື ອຸບັດຕິເຫດບົນທ້ອງຖະໜົນ.ໃນວັນຈັນຜ່ານມາ, ສົບຂອງແຮງງານລາວອົບພະຍົບ 9 ຄົນທີ່ເສຍຊີວິດໃນວັນທີ 18 ສິງຫາ ເນື່ອງຈາກອຸບັດຕິເຫດລົດຕຳກັນໃນຂະນະເດີນທາງໄປຊາຍແດນເພື່ອຕໍ່ວີຊາທ່ອງທ່ຽວເພື່ອເຂົ້າປະເທດໄທ ໄດ້ຖືກສົ່ງກັບສູ່ຄອບຄົວ. ສ່ວນອີກສົບໜຶ່ງແມ່ນໄດ້ເຮັດພິທີເຜົາຢູ່ປະເທດໄທ. ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/migrants-08272019160657.html
ແຮງງານຍ້າຍຖິ່ນລາວເສຍຊີວິດສິບຄົນ, ບາດເຈັບອີກສາມຈາກອຸບັດຕິເຫດທາງລົດຢູ່ປະເທດໄທ
ແຮງງານຍ້າຍຖິ່ນສິບຄົນເຊິ່ງບໍ່ມີເອກະສານສິບຄົນຖືກເສຍຊີວິດ ແລະ ອີກສາມຄົນໄດ້ຮັບບາດເຈັບສາຫັດຈາກເຫດລົດຕຳກັນໃນຕອນເຊົ້າຂອງວັນອາທິດ ຢູ່ຈັງຫວັດສະແກ້ວ ທາງພາກຕາເວັນອອກຂອງປະເທດໄທ ໃນຂະນະທີ່ພວມໂດຍສານລົດຕູ້ໄປຈັງຫວັດຈັນທະບູລີ ໃນບໍລິເວນຊາຍແດນປະເທດກຳປູເຈຍ ເພື່ອຕໍ່ວີຊາທ່ອງທ່ຽວ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ຕຳຫຼວດໄທ.ພັນຕຳຫຼວດເອກ ໃຈຍະນັນ ຈິລາພິຍະເຊດ ຫົວໜ້າສະຖານນີຕຳຫຼວດອຳເພີວັງສົມບູນຈັງຫວັດສະແກ້ວ ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ເກີດອຸບັດຕິເຫດບົນທ້ອງຖະໜົນສາຍສະແກ້ວ ຈັງຫວັດສະແກ້ວ ເມື່ອລົດຕູ້ຂົນສົ່ງແຮງງານລາວໄດ້ຕຳໃສ່ກັບລົດພ່ວງ ເຮັດໃຫ້ແຮງງານລາວເສຍຊີວິດເປັນຍິງຫົກຄົນ ແລະ ຊາຍສີ່ຄົນ.”ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/ten-lao-migrant-workers-die-08202019144737.html