ເສັ້ນທາງລົດໄຟ ຈີນ-ລາວ ບັນລຸຕາມຄາດໝາຍກຳນົດເວລາ
ໃນວັນສຸກທີ່ຜ່ານມາ ບໍລິສັດຮັບເໝົາກໍ່ສ້າງໄດ້ເລີ່ມວາງໂຄງຂໍໝູນເຫຼັກເປັນຄັ້ງທຳອິດເທິງຂົວທາງລົດໄຟຢຸນຈຽງ ເຊິ່ງແມ່ນເສົາຂົວທີ່ສູງທີ່ສຸດໃນໂລກ ແລະ ມີໄລຍະລະຫວ່າງສອງເສົາຍາວທີ່ສຸດໃນພາກສ່ວນສາຍທາງຢູ່ຈີນຂອງເສັ້ນທາງລົດໄຟຈີນ-ລາວ ໄລຍະ 925.5 ກິໂລແມັດ ເຊິ່ງແມ່ນໜຶ່ງໃນການລິເລີ່ມໂຄງການເສັ້ນທາງສາຍໃໝ.ອ່ານຕໍ່ ...
ໂມ ຮົງອີ
ນາຍົກເນັ້ນຄວາມສຳຄັນຂອງການເຊື່ອມຕໍ່ເພື່ອສ້າງສາຍສຳພັນພາກພື້ນ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າການເຊື່ອມຕໍ່ພາກພື້ນຈະປະກົດຜົນຫຼັງຈາກສຳເລັດການສ້າງເສັ້ນທາງລົດໄຟເຊື່ອມຕໍ່ປະເທດຈີນກັບບັນດາປະເທດສະມາຊິກອາຊຽນ.ອ່ານຕໍ່ ...
ສົມສັກ ພົງຂາວ
ລັດຖະສະພາ, ການຈ່າຍຄ່າຊົດເຊີຍໃນການສ້າງທາງລົດໄຟຈະສຳເລັດໃນເດືອນນີ້
ເຈົ້າໜ້າທີ່ໆກ່ຽວຂ້ອງໄດ້ລາຍງານໃນທີ່ປະຊຸມສະພາແຫ່ງຊາດໃນອາທິດຜ່ານມາວ່າ ການຈ່າຍຄ່າຊົດເຊີຍສຳລັບປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກການສ້າງເສັ້ນທາງລົດໄຟລາວ-ຈີນ ພ້ອມທັງສິ່ງອຳນວຍຄວາມສະດວກທີ່ກ່ຽວຂ້ອງ ຄາດວ່າຈະສາມາດຊຳລະສະສາງພາຍໃນເດືອນນີ້ ຫຼັງຈາກທີ່ມີການຊັກຊ້າມາດົນພໍສົມຄວນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ນາຍົກກ່າວ: ເສັ້ນທາງລົດໄຟຈະສ້າງຜົນປະໂຫຍດທາງດ້ານເສດຖະກິດ ແລະ ການພັດທະນາ
ສຳນັກຂ່າວນິເຄອິຂອງຍີ່ປຸ່ນໄດ້ລາຍງານໃນວານນີ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມທີ່ປະເທດຍີ່ປຸ່ນວ່າ ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນສ່ວນໜຶ່ງການລິເລີ່ມເສັ້ນທາງເຊື່ອມໂຍງດ້ານການຄ້າຂອງຈີນ ຈະສ້າງຜົນປະໂຫຍດໃຫຍ່ຫຼວງຕໍ່ເສດຖະກິດ ແລະ ພາບລວມການພັດທະນາຂອງລາວ. ຈາກເປົ້າໝາຍການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາທີ່ສຸດ ທ່ານນາຍົກໄດ້ກ່າວໃນກອງປະຊຸມວ່າດ້ວຍອະນາຄົດຂອງອາຊີ ທີ່ກຸງໂຕກຽວວ່າ ລັດຖະບານລາວມີເຈດຈຳນົງຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ເປັນຂົວຕໍ່ເຊື່ອມໂຍງພາກພື້ນ ແລະ ການສ້າງເສັ້ນທາງລົດໄຟນີ້ແມ່ນໜຶ່ງໃນບາດກ້າວສຳຄັນຂອງແຜນການດັ່ງກ່າວ.ອ່ານຕໍ່ ...
ວຽງຈັນທາມສ໌
ຄ່າຊົດເຊີຍຊັບສິນທີ່ໄດ້ຮັບຜົນກະທົບຈາກການສ້າງທາງລົດໄຟໄດ້ຮັບການອະນຸມັດ
ຄະນະຮັບຜິດຊອບໄດ້ອະນຸມັດເງິນຊົດເຊີຍທີ່ຕ້ອງຈ່າຍໃຫ້ປະຊາຊົນທີ່ສູນເສຍທີ່ດິນຫຼືຊັບສິນອື່ນໆ ຍ້ອນການກໍ່ສ້າງທາງລົດໄຟ ລາວ-ຈີນ. ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ອອກຂໍ້ຕົກລົງກ່ຽວກັບອັດຕາຄ່າຊົດເຊີຍ ພ້ອມວິທີການຄິດໄລ່ອ່ານຕໍ່ ...
ວຽງຈັນທາມສ໌