Transport and shipping

ພື້ນຖານໂຄງລ່າງ ແລະ ສິ່ງອຳນວນຄວາມສະດວກດ້ານການຂົນສົ່ງ

ລາວ, ຈີນສຳເລັດການກໍ່ສ້າງໜຶ່ງໃນອຸໂມງທາງລົດໄຟທີ່ຍາວທີ່ສຸດ

ແຂວງຫຼວງນ້ຳທາ: ວານນີ້ ເຈົ້າໜ້າທີ່ລາວ ແລະ ຈີນໄດ້ສ້າງຂີດໝາຍຜົນສຳເລັດໃນການຂຸດເຈາະ ແລະ ກໍ່ສ້າງອຸໂມງບໍ່ເຕັນ – ອຸໂມງທາງລົດໄຟທີ່ຍາວທີ່ສຸດແຫ່ງທຳອິດໃນ 10 ແຫ່ງ ທີ່ສຳເລັດການກໍ່ສ້າງໃນໂຄງການທາງລົດໄຟລາວ-ຈີນ.ອຸໂມງຄວາມຍາວ 6,453.5 ແມັດດັ່ງກ່າວແມ່ນໜຶ່ງໃນ 10 ອຸໂມງທີ່ຍາວທີ່ສຸດໃນໂຄງການ ທີ່ມີໄລຍະເກີນ 5,000 ແມັດ.ພາຍຫຼັງເລີ່ມລົງມືກໍ່ສ້າງໃນເດືອນມີນາ 2017, ໜ້າວຽກຂຸດເຈາະ ແລະ ກໍ່ສ້າງອຸໂມງບໍ່ເຕັນ ແຂວງຫຼວງນ້ຳທາ ໄດ້ເຮັດສຳເລັດພາຍໃນໄລຍະເວລາເຈັດເດືອນ ກ່ອນໜ້າກຳນົດການກໍ່ສ້າງເດີມ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຊາວບ້ານຄອງຄອຍທາງປູຢາງ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ຜູ້ເຖົ້າຜູ້ແກ່ບ້ານທ່າແຂກ ແລະ ນາບົງ ຈັບກຸ່ມກ້ອນ ສົນທະນາຫາລືວ່າປານໃດຖະໜົນຫົນທາງໜ້າບ້ານຂອງພວກເຂົາຈະໄດ້ຮັບການປູຢາງ.ພວກເຂົາໄດ້ແຕ່ແນມເບິ່ງຂີ້ຝຸ່ນໄຫງ່ທີ່ມາຈາກຍານພາຫະນະແລ່ນໄປມາ ແລະ ຕັ້ງຄຳຖາມໃນໃຈວ່າ ຍາມໃດຊ່າງກຳມະກອນຈະມາປູຢາງຫົນທາງແຕ່ເຂດບ້ານຫາຂົວຕອງກິ່ວ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ບໍລິສັດລາວສະກາຍເວທຸ້ມທຶນ US$4.5 ລ້ານໂດລາເພື່ອຍົກລະດັບອາຄານສະໜາມບິນຫຼວງພະບາງ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວສະກາຍເວຈະລົງທຶນ US$4.5 ລ້ານໂດລາ ເພື່ອຍົກລະດັບການຄານການບິນເກົ່າຂອງສະໜາມບິນສາສາກົນຫຼວງພະບາງ.ໂຄງການດັ່ງກ່າວຈະເປັນການຮ່ວມລົງທຶນລະຫວ່າງລາວສະກາຍເວ ແລະ ບໍລິສັດການບິນແອໂຣດາຍລາວ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ປອດໄພໄວ້ກ່ອນ: ຖ້ຽວບິນໄປຊຽງໄຮຂອງການບິນລາວ ຕ້ອງທະຍານກັບສູ່ສະໜາມບິນວັດໄຕວຽງຈັນ ເພື່ອກວດກາລະບົບເບຣກ

ການບິນລາວໄດ້ມີການກວດກາລະບົບກົນຈັກ ຫຼັງຈາກທີ່ພົບວ່າມີໄຟສັນຍານແຈ້ງເຕືອນກ່ຽວກັບລະບົບເບຣກ ໃນຖ້ຽວບິນຈາກວຽງຈັນໄປນະຄອນຊຽງໄຮ ເຮັດໃຫ້ຕ້ອງບິນກັບສູ່ສະໜາມບິນສາກົນວັດໄຕ ນະຄອນວຽງຈັນ.ເຮືອບິນລຳດັ່ງກ່າວຕ້ອງໄດ້ບິນຢູ່ເໜືອອ່າງເຂື່ອງນ້ຳງື່ມຫຼາຍຮອບເພື່ອຈູດທຳລາຍເຊື້ອເພີງ ກ່ອນທີ່ຈະລົງຈອດທີ່ສະໜາມບິນວັດໄຕໄດ້ຢ່າງປອດໄພ ຕາມການລາຍງານຂອງເວັບໄຊການບິນ Aerolaos.ອ່ານຕໍ່ ...

The Laotian Times

ທາງລົດໄຟຄວາມໄວສູງລາວ-ໄທຈະໃຫ້ບໍລິການພາຍໃນປີ 2023

ວຽງຈັນ (ວຽງຈັນທາມສ໌/ANN) – ການກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ລາວ-ຈີນຈະສຳເລັດໃນປີ 2021, ແຕ່ວ່າເສັ້ນທາງລົດໄຟດັ່ງກ່າວຈະຍັງບໍ່ມີການເຊື່ອມຕໍ່ກັບເຄືອຂ່າຍເສັ້ນທາງລົດໄຟຂອງໄທຈົນກວ່າຈະເຖິງປີ 2023.ທ່ານ ນັດທະພອນ ຈະຕຸສີພິທັກ ເຈົ້າໜ້າທີ່ການນຳໃນລັດຖະບານໄທ ກ່າວໃນອາທິດແລ້ວນີ້ວ່າ ການກໍ່ສ້າງເສັ້ນທາງລົດໄຟໄທ-ຈີນ ແຕ່ບາງບອກຫາໜອງຄາຍ ຊາຍແດນລາວ-ໄທ ໄດ້ມີເລີ່ມດຳເນີນການແລ້ວ, ເຊິ່ງລັດຖະບານໄທຈະຊຸກຍູ້ໃຫ້ສຳເລັດໃນປີ 2023.ອ່ານຕໍ່ ...

ໂຕະຂ່າວ

ລົງນາມຂໍ້ຕົກລົງການສຳປະທານໂຄງການກໍ່ສ້າງທາງດ່ວນໝາຍເລກ 1 ວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນວຽງຈັນ ໄດ້ອະນຸມັດໃຫ້ບໍລິສັດກໍ່ສ້າງທາງດ່ວນໝາຍເລກ 1 ວຽງຈັນຈຳກັດຜູ້ດຽວ ໃນການກໍ່ສ້າງເສັ້ນທາງດ່ວນວຽງຈັນແຕ່ເຂດເສດຖະກິດສະເພາະບຶງທາດຫຼວງຫາດົງໝາກຄາຍ ໄລຍະ 15.3 ກມ.ຂໍ້ຕົກລົງການສຳປະທານການກໍ່ສ້າງ-ດຳເນີນການ-ມອບຄືນ (BOT) ໄດ້ມີພິທີລົງນາມໃນວັນທີ 4 ມີນານີ້ ໂດຍພະແນກແຜນການ ແລະ ການລົງທຶນ, ໃນນາມຂອງອຳນາດການປົກຄອງນະຄອນຫຼວງວຽງຈັນ ແລະ ບໍລິສັດກໍ່ສ້າງດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຫວຽດນາມຂົນຂວາຍຫາແຫຼ່ງທຶນກໍ່ສ້າງທາງດ່ວນວຽງຈັນ-ວຶງອາງ

ລັດຖະບານລາວ ແລະ ຫວຽດນາມສັນຍາຈະຂົນຂວາຍຫາທຶນຮອນເພື່ອກໍ່ສ້າງທາງລົດໄຟ ເຊື່ອມຕໍ່ນະຄອນວຽງຈັນກັບທ່າເຮືອວຶງອາງ ແຂວງຮາຕີນ ທາງພາກກາງຂອງຫວຽດນາມ.ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງທີ່ວຽງຈັນໃນວັນອາທິດແລ້ວນີ້, ສັນຍາວ່າຈະຮ່ວມກັນຜັນຂະຫຍາຍແຜນໂຄງການທີ່ມີຊື່ວ່າ ທາງດ່ວນວຽງຈັນ-ວຶງອາງ ໃຫ້ປະກົດຜົນເປັນຈິງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວຮ່ວມມືສະໜັບສະໜູນອະນຸສັນຍາການລົງທຶນດ້ານເຮືອບິນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ຮ່ວມງານກັບຄູ່ຮ່ວມພັດທະນາ, ສະຖານທູດສະຫະລັດປະຈຳລາວ, ໃນການຫາລືວິທີການທີ່ດີທີ່ສຸດໃນການເສີມສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ກ່ຽວຂ້ອງກັບການຊື້້ ແລະ ການລົງທຶນດ້ານເຮືອບິນ ພາຍໃຕ້ອະນຸສັນຍາ Cape Town.ອະນຸສັນຍາ Cape Town ແມ່ນສົນທິສັນຍາສາກົນວ່າດ້ວຍການສ້າງມາດຕະຖານກ່ຽວກັບຊັບສົມບັດເຄື່ອນທີ່.ອ່ານຕໍ່ ...

ໂຕະຂ່າວ

ການບິນລາວຍັງຄົງຮັກສາລະດັບມາດຕະຖານຄວາມປອດໄພສາກົນ

ພິທີເຊັນສັນຍາໄດ້ມີຂຶ້ນໃນມື້ວານນີ້ ທີ່ສຳນັກງານໃຫຍ່ບໍລິສັດການບິນລາວ ວັດໄຕ ລະຫວ່າງທ່ານ ບຸນມາ ຈັນທະວົງສາ ປະທານລັດວິສາຫະກິດການບິນລາວ ແລະ ທ່ານກັບຕັນ ຣິສເຊີວານ ຣາຊິດ ປະທານບໍລິສັດ Avia Nautics.ບໍລິສັດຂອງກັບຕັນຣາຊິດ ຈະທຳໜ້າທີ່ເປັນທີ່ປຶກສາໃຫ້ແກ່ການບິນລາວ ເພື່ອສືບຕໍ່ໂຄງການເສີມຂະຫຍາຍການກວດສອບຄວາມປອດໄພໃນການປະຕິບັດການ IATA (E-IOSA), ເຊິ່ງເປັນລະບົບການປະເມີນຜົນສຳລັບການບໍລິຫານ ແລະ ຄວບຄຸມການປະຕິບັດການຂອງສາຍການບິນ ທີ່ເປັນທີ່ຮັບຮູ້ ແລະ ຍອມຮັບໃນສາກົນ.ການບິນລາວຍັງຄົງສາມາດຮັກສາມາດຕະຖານຄວາມປອດໄພທາງອາກາດໄດ້ເປັນຢ່າງດີ,​ ເຊິ່ງຮັບປະກັນຄວາມປອດໄພຂອງເຮືອບິນແຕ່ລະລຳໃນລະດັບສູງສຸດ ແລະ ຄວາມປອດໄພສຳລັບຜູ້ໂດຍສານ. ການບິນລາວໄດ້ຮັບໃບຢັ້ງຢືນມາດຕະຖານຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍໂລກຈາກສະມາຄົມການຂົນສົ່ງທາງອາກາດສາກົນ IATA ໃນທຸກປີ ນັບແຕ່ປີ 2015 ເປັນຕົ້ນມາ.ອ່ານຕໍ່ ...

The Laotian Times

ຖະໜົນໃໝ່ໃນວຽງຈັນຈະຍົກລະດັບການຄ້າຂາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ

ນັກຂັບຂີ່ຈະພົບຄວາມສະດວກໃນການສັນຈອນໃນນະຄອນຫຼວງ ເມື່ອການກໍ່ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງພື້ນທີ່ບຶງທາດຫຼວງ ແລະ ຖະໜົນສາຍອື່ນໆດຳເນີນສຳເລັດ.ເຂດເສດຖະກິດພິເສດບຶງທາດຫຼວງພວມວາງແຜນລົງທຶນປະມານ US$7 ໂດລາ, ເຊິ່ງລວມມີຄ່າຊົດເຊີຍ, ຄ່າຍົກລະດັບຖະໜົນບໍລິເວນພື້ນທີ່ເຂດ ເພື່ອເຊື່ອມຕໍ່ຖະໜົນສາຍຕ່າງໆໃນນະຄອນຫຼວງວຽງຈັນ ເພື່ອຫຼຸດຜ່ອນຄວາມໜາແໜ້ນຂອງການຈໍລະຈອນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

jvFHr
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!