ພື້ນຖານໂຄງລ່າງ
Transport and shipping
ການຍົກລະດັບຖະໜົນເສັ້ນຕານມີໄຊ-ສີເກີດ ສຳເລັດກວ່າ 60 ເປີເຊັນ
ຜູ້ຮັບເໝົາ ທີ່ຮັບຜິດຊອບການຍົກລະດັບຖະໜົນໄລຍະ 9.4-ກມ ຈາກທາງແບ່ງຕານມີໄຊ ເມືອງໄຊທານີ ຫາທາງແບ່ງສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຢືນຢັນວ່າຈະໃຫ້ສຳເລັດໂຄງການພາຍໃນທ້າຍເດືອນນີ້.ເຖິງຢ່າງໃດກໍຕາມ ຫຼາຍຄົນທີ່ອາໄສຢູ່ລຽບແຄມທາງດັ່ງກ່າວ ກໍຍັງຮຽກຮ້ອງໃຫ້ຜູ້ຮັບເໝົາເລັ່ງມືໃນໜ້າວຽກ, ຍ້ອນວ່າການກໍ່ສ້າງດັ່ງກ່າວເຮັດມີຄວາມຫຍຸ້ງຍາກຕໍ່ການສັນຈອນ. ພວກເຂົາຍັງເນັ້ນຕື່ມວ່າ ຖ້າບໍ່ຮີບຮ້ອນແກ້ໄຂ ອາດສ້າງບັນຫາໃນການໃຊ້ຖະໜົນໃນຊ່ວງລະດູຝົນນີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ແຂວງບໍລິຄຳໄຊຈະເປັນຂົວເຊື່ອມຕໍ່ພາກພື້ນດິນທີ່ສຳຄັນຂອງພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງບໍລິຄຳໄຊ ເຊິ່ງຕັ້ງຢູ່ທາງພາກກາງຂອງລາວ ຈະເປັນສູນກາງການຄ້າ ແລະ ຂົວເຊື່ອມຕໍ່ທາງບົກທີ່ສຳຄັນອີກແຫ່ງໜຶ່ງເມື່ອການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ສຳເລັດ ແລະ ເລີ່ມເປີດບໍລິການໃນຊຸມປີຕໍ່ໜ້າ.ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ແລະ ທ່ານ ອາຄົມ ເທີມພິດທະຍະໄພສິດ ລັດຖະມົນຕີກະຊວງໂຍທາຂອງໄທ ຮ່ວມເປັນປະທານໃນພິທີລົງນາມການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ເຊິ່ງຈັດຂຶ້ນທີ່ຈັງຫວັດບຶງການ ປະເທດໄທ ໃນວັນທີ 14 ມິຖຸນາຜ່ານມານີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/laos-borikhamxay-serve-key-regional-land-bridge-98641
ສະໜາມບິນສາກົນວັດໄຕ ປະກາດເປັນເຂດປອດຄວັນຢາສູບ
ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ທີ່ມັກສູບຢາຈະບໍ່ໄດ້ຮັບອະນຸຍາດໃຫ້ສູບຢາໃນສະໜາມບິນສາກົນວັດໄຕ ຫຼັງຈາກທີ່ມີການປະກາດໃຫ້ເປັນເຂດປອດຄວັນຢາສູບໃນວັນສຸກທີ່ຜ່ານມາ.ທ່ານ ຮສຈ ດຣ ພູທອງ ເມືອງພັກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່ານີ້ແມ່ນສະໜາມບິນແຫ່ງທຳອິດຂອງປະເທດລາວທີ່ມີການສັ່ງຫ້າມສູບຢາ.ອ່ານຕໍ່ ...
ໂຕະຂ່າວ
ການລົງນາມຂໍ້ຕົກລົງກ່ຽວກັບຂອບໂຄງສ້າງທາງດ່ວນຈີນ-ລາວ
ວຽງຈັນ, 29 ພຶດສະພາ (Xinhua) –– ກຸ່ມບໍລິສັດກໍ່ສ້າງ ແລະ ຖືຫຸ້ນການລົງທຶນຢຸນນານປະເທດຈີນ (YCIH) ແລະ ກະຊວງແຜນການ ແລະ ການລົງທຶນຂອງລາວ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບຂອບການຮ່ວມມືສຳລັບການກໍ່ສ້າງທາງດ່ວນຈີນ-ລາວ ທີ່ນະຄອນຫຼວງວຽງຈັນ.ອີງຕາມຂໍ້ຕົກລົງທີ່ໄດ້ລົງນາມໃນວັນອັງຄານຜ່ານມານີ້, ທັງສອງຝ່າຍຈະຍຶດໝັ້ນຕາມຫຼັກການການມີຜົນປະໂຫຍດຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການພັດທະນາຮ່ວມກັນ, ແລະ ການດຳເນີນການຄ້າພາຍໃຕ້ການສະໜັບສະໜູນຂອງລັດຖະບານສອງຝ່າຍ, ເພື່ອຮ່ວມກັນພັດທະນາໂຄງການກໍ່ສ້າງທາງດ່ວນຈີນ-ລາວ. ທັງສອງຝ່າຍຈະລົງທຶນຮ່ວມກັນ ໃນການກໍ່ສ້າງແຕ່ລະຕອນທາງຂອງໂຄງການບົນພື້ນຖານ “ສປສ” (ສ້າງ-ປະຕິບັດ-ສົ່ງມອບ).ເສັ້ນທາງດ່ວນວຽງຈັນ-ວັງວຽງທີ່ພວມດຳເນີນການກໍ່ສ້າງນີ້ມີໄລຍະ 109.1 ກມ, ແລະ ມີມູນຄ່າປະມານ 1.3 ຕື້ໂດລາສະຫະລັດ. ເສັ້ນທາງສີ່ເລນດັ່ງກ່າວຈະຊ່ວຍປະຢັດເວລາໃນການເດີນທາງຈາກວຽງຈັນເຖິງວັງວຽງປະມານ 2.5 ຊົ່ວໂມງພາຍຫຼັງສຳເລັດໂຄງການ, ເຫຼືອພຽງປະມານ 1.5 ຊົ່ວໂມງດ້ວຍລົດສ່ວນຕົວ.ອ່ານຕໍ່ ...
ຫຼຽງຢູ
http://www.xinhuanet.com/english/2019-05/30/c_138100669.htm
ການບິນລາວເປີດຖ້ຽວບີນໄປນະຄອນພະນົມເປັນຄືນ
ວຽງຈັນ, 29 ພຶດສະພາ 2019: ການບິນລາວຢືນຢັນວ່າ ຈະກັບມາໃຫ້ບໍລິການຖ້ຽວບິນໂດຍກົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນພະນົມເປັນຂອງກຳປູເຈຍ.ສາຍການບິນລາວຈະໃຫ້ບໍລິການຖ້ຽວບິນລາຍວັນໃນການເດີນທາງລະຫວ່າງສອງນະຄອນ ເຊິ່ງຄາດວ່າຈະເລີ່ມຕົ້ນໃນແຜນການບິນລະດູແລ້ງໃນເດືອນຕຸລານີ້.ປະຈຸບັນ ສາຍການບິນລາວໄດ້ໃຫ້ບໍລິການຖ້ຽວບິນລາຍວັນໄປພະນົມເປັນ ແຕ່ວ່າສາຍການບິນຫວຽດນາມເປັນຜູ້ດຳເນີນຖ້ຽວບິນພາຍໃຕ້ຂໍ້ຕົກລົງຮ່ວມລະຫັດ ໃນອັດຕາຄ່າບໍລິການໄປກັບ USD 245 ໂດລາຕໍ່ຄົນ.ອ່ານຕໍ່ ...
ທີມ TTR WEEKLY
ລາວ, ໄທຮຽກຮ້ອງໃຫ້ມີການສ້າງຂົວມິດຕະພາບອີກສອງແຫ່ງ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຝ່າຍລາວ ແລະ ໄທ ຊຸກຍູ້ໃຫ້ມີການກໍ່ສ້າງຂົວຂ້າມແມ່ນ້ຳຂອງຕື່ມອີກສອງແຫ່ງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການເດີນທາງຂອງປະຊາຊົນສອງຊາດ.ທ່ານ (ປອ) ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ແລະ ທ່ານ ອາຄົມ ເທີມພິທະຍະໄພສິດ ລັດຖະມົນຕີຝ່າຍໄທ ໄດ້ຈັດການໂອ້ລົມຫາລືເພື່ອບັນລຸຂໍ້ຕົກລົງກ່ຽວກັບວິທີທາງໃນຕໍ່ໜ້າ ທີ່ຈັງຫວັດໜອງຄາຍປະເທດໄທ ໃນວັນຈັນຜ່ານມາ.ສອງຝ່າຍໄດ້ສຳເລັດຮ່າງຂໍ້ຕົກລົງກ່ຽວກັບການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີຫ້າ ເພື່ອເຊື່ອມຕໍ່ແຂວງບໍລິຄຳໄຊຂອງລາວກັບຈັງຫວັດບຶງການຂອງໄທ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ໄທ, ລາວຈະຄົ້ນຄວ້າກ່ຽວກັບໂຄງການທາງລົດໄຟຂ້າມຊາຍແດນແຫ່ງໃໝ່ ລະຫວ່າງອຸບົນລາດຊະທານີ ແລະ ປາກເຊ
ບາງກອກ, 21 ພຶດສະພາ (Xinhua) — ໂຄງການຮ່ວມມືຫຼາຍໂຄງການກ່ຽວກັບການເຊື່ອມຕໍ່ລະຫວ່າງປະເທດໄທ ແລະ ລາວ ເຊັ່ນ ໂຄງການທາງລົດໄຟຂ້າມຊາຍແດນແຫ່ງໃໝ່ທາງພາກໃຕ້ຂອງລາວ ໄດ້ມີການຫາລືລະຫວ່າງລັດຖະມົນຕີໂຍທາຂອງສອງປະເທດ.ທ່ານ ອາຄົມ ເທີມພິດທະຍະໄພສິດ ລັດຖະມົນຕີກະຊວງໂຍທາຂອງໄທ ໄດ້ຈັດກອງປະຊຸມກັບທ່ານ ບຸນຈັນ ສິນທະວົງ ລັດຖະມົນຕິກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ກ່ຽວກັບໂຄງການການຂົນສົ່ງ ແລະ ທາງລົດໄຟຂ້າມຊາຍແດນ ທີ່ໂຮງແຮມໃນຈັງຫວັດໜອງຄາຍ ໃນວັນຈັນຜ່ານມາ.ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງໂຍທາຂອງໄທ, ກະຊວງຝ່າຍໄທໄດ້ຮ້ອງຂໍລັດຖະບານໄທ ໃນການລວມການສຶກສາຄວາມເປັນໄປໄດ້ຂອງໂຄງການທາງລົດໄຟອຸບົນລາດຊະທານີ-ປາກເຊ ຕອນຝັ່ງໄທໄລຍະທາງ 80 ກມ ໃນແຜນງົບປະມານປີ 2020.ອ່ານຕໍ່ ...
xuxin
ລາວມີແຜນຂະຫຍາຍສາໜາມບິນສາກົນວັດໄຕ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານມີແຜນໃນການຂະຫຍາຍສະໜາມບິນສາກົນວັດໄຕ ເພື່ອຕອບສະໜອງຄວາມຕ້ອງການໃນການຂົນສົ່ງຜູ້ໂດຍສານທີ່ເພີ່ມສູງຂຶ້ນ, ຕາມເຈົ້າໜ້າທີ່ການນຳລັດຖະບານ.ສະໜາມບິນດັ່ງກ່າວສາມາດຮອງຮັບຜູ້ໂດຍສາານປະມານ 1.8 ລ້ານຄົນຕໍ່ປີ, ເຊິ່ງຄາດວ່າຈະເກີນ 1.5 ລ້ານຄົນໃນປີ 2020, ທ່ານ (ປອ) ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງກ່າວຕໍ່ໜັງສືພິມວຽງຈັນທາມສ໌ຫວ່າງໝໍ່ໆມານີ້. ຖ້າການຂະຫຍາຍອາຄານຜູ້ໂດຍສານ 2 ດຳເນີນຕາມແຜນ, ສະໜາມບິນດັ່ງກ່າວຈະສາມາດຮອງຮັບຜູ້ໂດຍສານໄດ້ 3 ລ້ານຄົນຕໍ່ປີ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ການຟື້ນຟູພື້ນຖານໂຄງລ່າງເມືອງສະໜາມໄຊທີ່ປະສົບອຸທົກກະໄພພວມກຳລັງດຳເນີນ
ອັດຕະປື, ລາວ (ວຽງຈັນທາມສ໌/ANN) – ການຟື້ນຟູສ້ອມແປງຖະໜົນ ແລະ ການສ້າງຮ່ອງລະບາຍນ້ຳໃນເມືອງສະໜາມໄຊ ແຂວງອັດຕະປືທີ່ປະສົບໄພນ້ຳຖ້ວມ ພວມກຳລັງດຳເນີນຕາມແຜນ.ບົດລາຍງານຄວາມຄືບໜ້າໄດ້ມີການນຳສະເໜີຕໍ່ທ່ານນາງ ວິໄລຄຳ ໂພສະລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງ ທີ່ໄດ້ລົງຢ້ຽມຢາມພຶ້ນທີ່ໃນອາທິດແລ້ວນີ້.ອ່ານຕໍ່ ...
ສົມໄຊ ແສງດາຣາ
ການດຳເນີນການເພື່ອປ້ອງກັນຖະໜົນພັງເສຍຫາຍຈາກລົດບັນທຸກນ້ຳໜັກເກີນ
ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ດຳເນີນບາດກ້າວໃນການແກ້ໄຂບັນຫາລົດບັນທຸກນ້ຳໜັກເກີນ ເຊິ່ງເປັນສາເຫດເຮັດໃຫ້ຖະໜົນ ແລະ ຂົວພັງເສຍຫາຍໃນຊຸມປີຜ່ານມາ ຕາມບົດລາຍງານ.ກົມຂົນສົ່ງໄດ້ເລີ່ມແຜນທົດລອງ ໃນການປັບປຸງສະຖານນີສັ່ງນ້ຳໜັກໃຫ້ທັນສະໄໝຕາມແຈ້ງການຂອງລັດຖະບານ ຕາມບົດລາຍງາຍຂອງກົມ.ການປັບປຸງສະຖານນີສັ່ງນ້ຳໜັກທີ່ເສັ້ນທາງເລກທີ 9 ບ້ານຄຳເຕີຍ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ແມ່ນສຳເລັດໃນເດືອນສິງຫາປີກາຍນີ້ ພາຍໃຕ້ທຶນຊ່ວຍເຫຼືອຈາກອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA).ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ