ພື້ນຖານໂຄງລ່າງ
Transport and shipping
ສະໜາມບິນແຂວງຫົວພັນສ້າງສຳເລັດເກີນ 50%
ຜູ້ຮັບເໝົາພວມເລັ່ງມືການກໍ່ສ້າງສະໜາມບິນໜອງຄັງໃໝ່ ເມືອງຊຳເໜືອ ແຂວງຫົວພັນ ເພື່ອໃຫ້ສຳໂຄງການພາຍໃນທ້າຍປີນີ້.ເຈົ້າໜ້າທີ່ຮັບຜິບຊອບໄດ້ລາຍງານຜ່ານໜັງສືພີມວຽງຈັນທາມສ໌ວ່າ “ຜູ້ຮັບເໝົາໂຄງການກຳລັງທຳການຍົກລະດັບໜ້າດິນ ແລະ ເທພື້ນທາງເດີນເຮືອບິນ. ນອນນີ້ ພວກເຮົາຍັງຈະສ້າງຮົ້ວອ້ອມຮອບສະໜາມບິນ ແລະ ອາຄານຜູ້ໂດຍສານ.”ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລາວອອກທິດຊີ້ນຳໃໝ່ກ່ຽວກັບການສ້າງທາງລົດໄຟ
ວຽງຈັນ (ວຽງຈັນທາມສ໌/ANN) – ຫວ່າງບໍ່ດົນມານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ໄດ້ອອກດຳລັດປະທານປະເທດກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍທາງລົດໄຟສະບັບໃໝ່, ເຊິ່ງໃຫ້ທິດຊີ້ນຳກ່ຽວກັບການກໍ່ສ້າງທາງລົດໄຟ.ກົດໝາຍທີ່ປະກອບມີຫ້າສິບໜ້າສະບັບດັ່ງກ່າວ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານການກໍ່ສ້າງເສັ້ນທາງລົດໄຟ. ເຊິ່ງມີເປົ້າໝາຍແນໃສ່ຮັບປະກັນປະສິດທິພາບ, ປະສິດທິຜົນ, ຄວາມທັນສະໄໝ, ຄວາມຍືນຍົງ ແລະ ການກໍ່ສ້າງເສັ້ນທາງລົດໄຟທີ່ເປັນມິດຕໍ່ສິ່ງແວດລ້ອມ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ພິທີສະເຫຼີມສະຫຼອງຂົວມິດຕະພາບລາວ-ໄທ-ອອສ໌ເຕຣເລຍຄົບຮອບ 25 ປີ
ວຽງຈັນ (ວຽງຈັນທາມສ໌ໍໍໍ/ANN) – ໄດ້ມີການຈັດຫຼາຍຫຼາຍກິດຈະກຳໃນທ້າຍອາທິດຜ່ານມາ ເພື່ອສະເຫຼີມສະຫຼອງວັນເປີດຂົວມິດຕະພາບລາວ-ໄທແຫ່ງທຳອິດຄົບຮອບ 25 ປີ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກອອສ໌ເຕຣເລຍ, ສະແດງໃຫ້ເຫັນເຖິງບົດບາດຄວາມສຳຄັນຂອງອອສ໌ເຕຣເລຍ ຢ່າງຕໍ່ເນື່ອງໃນການຮັກສາສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນ້ຳຂອງ.ໃນຕອນເຊົ້າຂອງວັນສຸກຜ່ານມານີ້, ທ່ານ ຊອນ-ເບີນາດ ຄາຣາຊ໌ໂກ ເອກອັະຄະລັດຖະທູດອອສ໌ເຕຣເລຍປະຈຳລາວ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນວຽງຈັນ ແລະ ທ່ານ ຣົນນະໄຊ ຈິດວິເສດ ຜູ້ວ່າລາດຊະການຈັງຫວັດໜອງຄາຍ ໄດ້ນຳພາມວນຊົນໃນພິທີຕັກບາດທີ່ຂົວມິດຕະພາບດັ່ງກ່າວ ເຊິ່ງເຊື່ອມຕໍ່ນະຄອນວຽງຈັນກັບຈັດຫວັດໜອງຄາຍ.ອ່ານຕໍ່ ...
ເອກະພອນ ພູທອນສີ
ລາວສະໜັບສະໜູນການຂະຫຍາຍພື້ນຖານໂຄງລ່າງດ້ານການຄ້າ BRI ຂອງຈີນ
ປັກກິ່ງ (ວຽງຈັນທາມສ໌/ANN) – ທ່ານປະທານປະເທດ ບຸນຍັງ ວໍລະຈິດ ຢືນຢັນການສະໜັບສະໜູນຂອງລັດຖະບານລາວກ່ຽວກັບ ການລິເລີ່ມແຖບ ແລະ ເສັ້ນທາງ (BRI) ຂອງຈີນ, ໂດຍກ່າວວ່າໂຄງການລະດັບໂລກດັ່ງກ່າວຈະຊ່ວຍໃຫ້ປະເທດລາວ ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາ ເປັນປະເທດແຫ່ງການເຊື່ອມຕໍ່ພາກພື້ນ.ໃນກອງປະຊຸມ ແຖບ ແລະ ເສັ້ນທາງຄັ້ງທີສອງ ເພື່ອການຮ່ວມມືສາກົນ ທີ່ນະຄອນປັກກິ່ງໃນອາທິດແລ້ວນີ້, ທ່ານປະທານປະເທດລາວກ່າວວ່າ ການລິເລີ່ມແຖບ ແລະ ເສັ້ນທາງ ເຊິ່ງລິເລີ່ມໂດຍປະເທດຈີນໃນປີ 2013, ແມ່ນສອດຄ່ອງກັບນະໂຍບາຍຂອງລັດຖະບານລາວໃນການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາເປັນປະເທດແຫ່ງການເຊື່ອມຕໍ່ພາກພື້ນ.ອ່ານຕໍ່ ...
ເອກະພອນ ພູທອນສີ
ສອງສະຖານນີລົດໄຟທີ່ໃຫຍ່ທີ່ສຸດໃນລາວພວມດຳເນີນການກໍ່ສ້າງ
ກຳມະກອນກຳລັງກຳກຽມຖານສຳລັບການກໍ່ສ້າງສອງສະຖານນີທາງລົດໄຟລາວ-ຈີນທີ່ໃຫຍ່ທີ່ສຸດ – ສະຖານນີທີໜຶ່ງແມ່ນຢູ່ໃກ້ກັບຊາຍແດນຈີນ ແລະ ສະຖານນີທີສອງແມ່ນຢູ່ປາຍສຸດຂອງເສັ້ນທາງລົດໄຟທີ່ນະຄອນວຽງຈັນ.ພະນັກງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊຶ່ງບໍ່ປະສົງອອກນາມ ລາຍງານຕໍ່ໜັງສືພິມວຽງຈັນທາມສ໌ໃນວັນພຸດຜ່ານມາວ່າ ສະຖານນີທີ່ວຽງຈັນຈະເປັນສະຖານນີທີ່ໃຫຍ່ທີ່ສຸດ ແລະ ປະກອບມີທັງພາກສ່ວນສຳລັບຜູ້ໂດຍສານ ແລະ ສຳລັບການຂົນສົ່ງສິນຄ້າ.ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
ໄທຈະເຊັນຂໍ້ຕົກລົງກັບຈີນ, ລາວ ກ່ຽວກັບການສ້າງຂົວທາງລົດໄຟຄວາມໄວສູງ
ໄທ, ຈີນ ແລະ ລາວຈະລົງນາມບົດບັນທຶກການຮ່ວມມືກ່ຽວກັບຂົວທາງລົດໄຟແຫ່ງໃໝ່ເພື່ອຂ້າມແມ່ນ້ຳຂອງ ໃນລະຫວ່າງການຢ້ຽມຢາມນະຄອນປັກກິ່ງຂອງທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໃນອາທິດນີ້, ຕາມການລາຍງານຂອງເຈົ້າໜ້າທີ່ກະຊວງການຕ່າງປະເທດໄທໃນວັນອັງຄານຜ່ານມາ.ຂົວດັ່ງກ່າວຈະເຊື່ອມຕໍ່ຈັງຫວັດໜອງຄາຍທາງພາກອີສານຂອງໄທ ກັບນະຄອນຫຼວງວຽງຈັນຂອງລາວ, ເຈົ້າໜ້າທີ່ໄທກ່າວຕໍ່ BenarNews, ເຊິ່ງນັກວິເຄາະເຊື່ອວ່າຈະເສີມຂະຫຍາຍຄວາມມຸ່ງໝັ້ນຂອງຈີນ ໃນການສ້າງເຄືອຂ່າຍທາງລົດໄຟຄວາມໄວສູງໃນອາຊີຕາເວັນອອກສຽງໃຕ້, ເຊິ່ງຕໍ່ຍາວໄປເຖິງມາເລເຊຍ ແລະ ເຂົ້າສູ່ສິງກະໂປ.ອ່ານຕໍ່ ...
BenarNews
ອອສ໌ເຕຣເລຍສົມຄວນໄດ້ຮັບເຄຣດິດໃນການເຊື່ອມໂຍງປະເທດລາວກັບທົ່ວໂລກ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມຢູ່ໃນໄລຍະການຫັນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາ ເປັນປະເທດທີ່ເປັນສູນກາງການເຊື່ອມຕໍ່ທາງບົກໃນພາກພື້ນ ເຊິ່ງກຳລັງຢູ່ໃນໄລຍະການກໍ່ສ້າງຂົວຂ້າມນ້ຳຂອງ, ຖະໜົນ ແລະ ພື້ນຖານໂຄງລ່າງຕ່າງໆ ເພື່ອເຊື່ອມຕໍ່ກັບປະເທດເພື່ອບ້ານໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ຈີນ.ໜຶ່ງໃນໂຄງການທີ່ມີບົດບາດສຳຄັນໃນການເຊື່ອມຕໍ່ປະເທດລາວກັບທົ່ວໂລກແມ່ນໂຄງການກໍ່ສ້າງທາງລົດໄຟລາວ-ຈີນທີ່ພວມກຳລັງດຳເນີນ. ຕອນທາງລົດໄຟ ເຊິ່ງຕັດຈາກຊາຍແດນຈີນເຖິງນະຄອນວຽງຈັນ ຈະເປັນສ່ວນໜຶ່ງຂອງເສັ້ນທາງລົດໄຟສິງກະໂປ-ຄຸນໝິງ, ຊຶ່ງເປັນເສັ້ນທາງເຊື່ອມຕໍ່ທີ່ສຳຄັນຂອງບັນດາປະເທດໃນອາຊຽນ.ອ່ານຕໍ່ ...
ເອກະພອນ ພູທອນສີ
ແຜນການສະເຫຼີມສະຫຼອງຂົວມິດຕະພາບລາວໄທ 1 ຄົບຮອບ 25 ປີ
ວຽງຈັນ (ວຽງຈັນທາມສ໌/ANN) – ໄດ້ມີການກະກຽມຈັດຫຼາກຫຼາຍກິດຈະກຳມ່ວນຊື່ນ ແລະ ໜ້າສົນໃຈ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂົວມິດຕະພາບລາວ-ໄທ 1 ຄົບຮອບ 25 ປີ ເຊິ່ງຈະຈັດຂຶ້ນທີ່ບໍລິເວນຂົວດັ່ງກ່າວໃນວັນທີ 26-27 ເມສານີ້.ຄະນະຜູ້ຈັດພິທີກ່າວວ່າ ກິດຈະກຳການສະເຫຼີມສະຫຼອງລວມມີ ພິທີຕັກບາດຖະຫວາຍສັງຄະທານ, ການແຂ່ງຂັນແລ່ນມິນິມາຣາທອນ ແລະ ການແຂ່ງຂັນຂີ່ລົດຖີບ. ໃນວັນທີ 26 ເມສານີ້ ຈະມີພິທີຕັກບາດ ແລະ ສູດຂົວ ມີຈະພະສົງຈາກລາວ ແລະ ໄທເຂົ້າຮ່ວມຈຳນວນ 125 ອົງ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ຂົວຂ້າມນ້ຳຂອງແຂວງຫຼວງພະບາງແມ່ນຈຸດເຊື່ອມໂຍງທີ່ສຳຄັນໃນໂຄງການທາງລົດໄຟລາວ-ຈີນ
ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ໃນສອງປີຕໍ່ໜ້າ, ຂະບວນລົດໄຟລາວ-ຈີນຈະເດີນອອກມາຈາກອຸໂມງ, ຜ່ານຂົວທາງລົດໄຟຂ້າມນ້ຳຂອງທີ່ຫຼວງພະບາງ ແລະ ແລ່ນເຂົ້າໄປໃນສາຍພູໃນອີກຟາກໜຶ່ງ.ຢູ່ຈຸດທີ່ສ້າງຂົວ, ນ້ຳຂອງມີຄວາມກວ້າງປະມານໜຶ່ງກິໂລແມັດ, ແລະ ລົດໄຟໂດຍສາຍຈະສາມາດແລ່ນໃນລະດັບຄວາມໄວປະມານ 160 ກມ ຕໍ່ຊົ່ວໂມງ ໃນຂະນະທີ່ລົດໄຟຂົນສົ່ງສິນຄ້າຈະແລ່ນດ້ວຍຄວາມໄວ 120 ກມ ຕໍ່ຊົ່ວໂມງ.ອ່ານຕໍ່ ...
ໂຕະຂ່າວ
ວິສະວະກອນອຸໂມງທາງລົດໄຟຊອກຫ່ໍາວິທີປ້ອງກັນຄວາມເສຍຫາຍທີ່ເກີດຈາກການກັດເຊາະຂອງເກືອ
ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ການກໍ່ສ້າງອຸໂມງທາງລົດໄຟ ທີ່ຊາຍແດນລາວ-ຈີນ ແຂວງຫຼວງນ້ຳທາ ອາດຕ້ອງນຳໃຊ້ວັດສະດຸກໍ່ສ້າງທີ່ສາມາດຕ້ານທານຕໍ່ການກັດເຊາະຂອງເກືອ, ເພື່ອປ້ອງກັນລາງລົດໄຟທີ່ອາດໄດ້ຮັບຜົນກະທົບຈາກບໍ່ເກືອຂະໜາດໃຫຍ່ໃຕ້ດິນ.ນັກວິສະວະກອນຈີນ ຫວັງ ສຽວຕົງ ໄດ້ເປີດເຜີຍຕໍ່ສື່ມວນຊົນລາວ ແລະ ຈີນວ່າ ທີມກໍ່ສ້າງໄດ້ຄົ້ນພົບບໍ່ເກືອສອງແຫ່ງໃນລາວ ແຕ່ບໍ່ພົບໃນຈີນ.ອຸໂມງທີ່ດ່ານຊາຍແດນດັ່ງກ່າວແມ່ນອຸໂມງທາງລົດໄຟຂະໜາດໃຫຍ່ທີ່ສຸດໃນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ແລະ ມີໄລຍະ 7,000 ແມັດໃນປະເທດຈີນ ແລະ ອີກ 2,000 ແມັດໃນປະເທດລາວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌