ພື້ນຖານໂຄງລ່າງ
ການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ວັງວຽງ ສຳເລັດແລ້ວ 40 ສ່ວນຮ້ອຍ
ວຽງຈັນ (ວຽງຈັນທາມສ໌/ANN) – ການກໍ່ສ້າງເສັ້ນທາງດ່ວນ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບຕົວເມືອງເມືອງວັງວຽງ, ສະຖານທີ່ທ່ອງທ່ຽວຊື່ດັງຂອງແຂວງວຽງຈັນ, ສຳເລັດແລ້ວ 40 ສ່ວນຮ້ອຍ.ການກໍ່ສ້າງເສັ້ນທາງໄລຍະ 113.5 ກມ ເຊິ່ງເລີ່ມຕົ້ນໃນເດືອນເມສາປີກາຍນີ້ ຄາດວ່າຈະສຳເລັດພາຍໃນສາມປີ, ຕາມເຈົ້າໜ້າທີ່ຮັບຜິດຊອບ. ເຈົ້າໜ້າທີ່ກຳລັງທົບທວນການຈັດຕັ້ງປະຕິບັດໂຄງການ ເຊິ່ງຈະມີການພິຈາລະນາບັນຫາທີ່ອາດເກີດຂຶ້ນໃນການຈັດຕັ້ງປະຕິບັດ, ເຈົ້າໜ້າທີ່ລັດຖະບານທີ່ຮັບຜິດຊອບໂຄງການ ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນວັນອັງຄານນີ້.ເສັ້ນທາງດັ່ງກ່າວ ເຊິ່ງລວມທັງອຸໂມງພູຜ້າໄລຍະ 679 ແມັດ ຈະຊ່ວຍຫຼຸດໄລຍະການເດີນທາງໄດ້ປະມານ 43 ກມ ທຽບກັບເສັ້ນທາງແຫ່ງຊາດເລກທີ 13 ເໜືອ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/vientiane-vangvieng-expressway-40-cent-complete-104888
ການກໍ່ສ້າງເສັ້ນທາງດອນນົກຂຸ້ມ-450 ປີ ຕໍ່ສັນຍາອີກ 18 ເດືອນ
ສັນຍາຮັບເໝົາການກໍ່ສ້າງເສັ້ນທາງໄລຍະ 11 ກມ ແຕ່ບ້ານດອນນົກຂຸ້ມ ເມືອງ ສີສັດຕະນາກ ຫາເສັ້ນທາງ 450 ປີ ເມືອງໄຊເສດຖາ ໄດ້ຮັບການຕໍ່ສັນຍາໄປອີກ 18 ເດືອນ ພາຍຫຼັງຜູ້ຮັບເໝົາປະສບສະພາບຂາດແຫຼ່ງທຶນ.ທ່ານ ສັກສົມບັດ ໄຕສຸລິຍາ ເຈົ້າຂອງໂຄງການເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ສັນຍາຮັບເໝົາໂຄງການໄດ້ຮັບການຕໍ່ສັນຍາຈາກເດືອນກໍລະກົດປີນີ້ໄປເຖິງທ້າຍປີ 2020 ເນື່ອງຈາກຜູ້ຮັບເໝົາມີງົບປະມານທີ່ຈຳກັດ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ
NANNING, 22 ກັນຍາ (Xinhua) — ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີຂອງລາວກ່າວເປີດເຜີຍໃນວັນເສົານີ້.ເສັ້ນທາງດັ່ງກ່າວຈະເປັນພື້ນຖານໂຄງລ່າງຕົ້ນຕໍສຳລັບເສັ້ນທາງເສດຖະກິດລະຫວ່າງສອງປະເທດ ແລະ ຊ່ວຍສົ່ງເສີມຂະແໜງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ທ່ານ ສອນໄຊກ່າວໃນງານວາງສະແດງສິນຄ້າຈີນ-ອາຊຽນ ເຊິ່ງຈັດຢູ່ເມືອງໜານໜິງ ເມືອງຫຼວງຂອງເຂດປົກຄອງຕົນເອງກວາງສີຈວງຂອງຈີນ.ເສັ້ນທາງລົດໄຟລາວ-ຈີນ ເຊິ່ງຈະໃຫ້ບໍລິການໃນຄວາມໄວ 160 ກມ ຕໍ່ຊົ່ວໂມງ ຄາດວ່າຈະເປີດດຳເນີນການໃນປີ 2021.ອ່ານຕໍ່ ...
Li Xia
http://www.xinhuanet.com/english/2019-09/22/c_138412982.htm
ອົງການ JICA ສະໜັບສະໜູນການກໍ່ສ້າງຍົກລະດັບໂຄງລ່າງນ້ຳປະປາຢູ່ແຂວງຫຼວງພະບາງ
ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ຈະໃຫ້ການສະໜັບສະໜູນການກໍ່ສ້າງ ເພື່ອຍົກລະດັບພື້ນຖານໂຄງລ່າງນ້ຳປະປາ ຢູ່ແຂວງຫຼວງພະບາງ ແຕ່ປີ 2019-2022 ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອລ້າມູນຄ່າ US$18.4 ລ້ານໂດລາ.ບໍລິສັດທີ່ປຶກສາ Nihon Suido ຈຳກັດຈະເປັນຜູ້ກະກຽມເອກະສານການປະມູນ, ຄັດເລືອກການປະມູນ ແລະ ກວດກາໂຄງການກໍ່ສ້າງດັ່ງກ່າວ. ທ່ານ ຂັນທອງ ວໍລະຈິດ ຫົວໜ້າພະແນກນ້ຳປະປາ, ກົມນ້ຳປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ ບໍລິສັດທີ່ປຶກສາ Nihon Suido ຈຳກັດ ຈະຄັດເລືອກບໍລິສັດຍີ່ປຸ່ນເພື່ອເລີ່ມຕົ້ນໂຄງການກໍ່ສ້າງໃນເດືອນເມສາປີໜ້າ ເຊິ່ງຈະໃຫ້ສຳເລັດໃນປີ 2022.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ເຈົ້າໜ້າທີ່ຢືນຢັນການກໍ່ສ້າງເສັ້ນທາງຕານມີໄຊ-ສີເກີດຈະສຳເລັດພາຍໃນທ້າຍປີນີ້

ອຳນາດການປົກຄອງນະຄອນຫຼວງວຽງຈັນ ໃຫ້ການຢືນຢັນວ່າ ການຍົກລະດັບຖະໜົນໄລຍະ 9.4 ກມ ແຕ່ທາງແບ່ງຕານມີໄຊ ເມືອງໄຊທານີ ຫາທາງແບ່ງສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈະສຳເລັດພາຍໃນທ້າຍປີນີ້.ທ່ານ ສົມປະສົງ ຈັນທະວົງ ຫົວໜ້າທີ່ປຶກສາໂຄງການ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ມື້ວານນີ້ວ່າ ໂຄງການດັ່ງກ່າວມາເຖິງປະຈຸບັນແມ່ນດຳເນີນໄດ້ 72.62 ສ່ວນຮ້ອຍ ເຊິ່ງທາງຜູ້ຮັບເໝົາກຳລັງເລັ່ງມືການກໍ່ສ້າງ ເພື່ອໃຫ້ການຍົກລະດັບຖະໜົນດັ່ງກ່າວສຳເລັດໃນທ້າຍປີ 2019.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ສູນການຄ້າຄົບວົງຈອນຕະຫຼາດເຊົ້າ ກຳນົດການປັບປຸງການພັດທະນາຄືນໃໝ່

ກອງປະຊຸມສື່ມວນຊົນໄດ້ຈັດຂຶ້ນໃນວັນສຸກແລ້ວນີ້ ທີ່ຕະຫຼາດເຊົ້າ ນະຄອນຫຼວງວຽງຈັນ ເພື່ອຖະແຫຼງຂ່າວກ່ຽວກັບອະນາຄົດຂອງສູນການຄ້າຄົບວົງຈອນ, ເຊິ່ງປະສົບກັບສະພາບຄວາມບໍ່ແນ່ນອນໃນຊຸມປີຜ່ານມາ.ກອງປະຊຸມຕໍ່ສື່ມວນຊົນດັ່ງກ່າວແມ່ນນຳໂດຍທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຊາຍຄຳ ອຸ່ນມີໄຊ ຮອງປະທານອົງການກວດສອບ ແລະ ຕ້ານການສໍ້ລາດບັງຫຼວງແຫ່ງລັດ, ທ່ານ ຄຳໝົ່ນ ບົວພັນ ຮອງຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ, ກໍຄືກົມກອງທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ.ອ່ານຕໍ່ ...
Latsamy Phonevilay
https://laotiantimes.com/2019/09/17/morning-market-mall-complex-slated-for-redevelopment/
ສະໜາມບິນແຂວງຊຽງຂວາງໄດ້ຮັບການຊ່ວຍເຫຼືອການຍົກລະດັບຈາກລັດເຊຍ

ແຂວງຊຽງຂວາງໄດ້ບູລະນະສະໜາມບິນ ເພື່ອເຮັດໃຫ້ການບໍລິການສະດວກຍິ່ງຂຶ້ນສຳລັບນັກທ່ອງທ່ຽວທີ່ເດີນທາງມາທ່ຽວຊົມສະຖານທີ່ທ່ອງທ່ຽວມໍລະດົກໂລກທົ່ງໄຫຫີນ. ພາຍໃຕ້ການສະໜັບສະໜູນດ້ານທຶນຮອນຈາກລັດເຊຍ, ການສ້ອມແປງດັ່ງກ່າວແມ່ນລວມມີການຕິດຕັ້ງເຄື່ອງສະແກນໄຟຟ້າ ແລະ ໄຟສັນຍາຍຕາມທາງເດີນເຮືອບິນ, ການປັບປຸງຫໍຄວບຄຸມການບິນ ແລະ ອາຄານຜູ້ໂດຍສານ.ນອກຈາກນີ້ ອຳນາດການປົກຄອງທ້ອງຖິ່ນກໍກຳລັງປັບປຸງຖະໜົນ ແລະ ໄຟສັນຍານຈໍລະຈອນໃນຕົວເມືອງແປກ ເຊິ່ງຄາດວ່າຈະສຳເລັດໃນທ້າຍປີນີ້.ອ່ານຕໍ່ ...
Taejun Kang
https://laotiantimes.com/2019/09/13/xieng-khouang-airport-gets-russian-funded-upgrade/
ສະຖານນີໂທລະພາບລາວເພີ່ມຄວາມຊັດແຈ້ງໃນການອອກອາກາດ ພາຍໃຕ້ການຊ່ວຍເຫຼືອເພື່ອຍົກລະດັບສູ່ລະບົບ HD ຈາກຈີນ
ຜູ້ຊົມໂທລະພາບທ້ອງຖິ່ນ ກຳລັງຈະໄດ້ຮັບຊົມພາບທີ່ແຈ້ງກວ່າເດີມ ພາຍຫຼັງການມອບຮັບໂຄງການຍົກລະດັບລະບົບໂທລະພາບຄວາມລະອຽດສູງ (HD) ສຳລັບສະຖານນີໂທລະພາບລາວ (LNTV) ຊ່ອງ 3 ທີ່ນະຄອນວຽງຈັນ ພາຍໃຕ້ໂຄງການຊ່ວຍເຫຼືອຈາກຈີນ.ໂຄງການຍົກລະດັບມູນຄ່າ 63 ຕື້ກີບ (52 ລ້ານຢວນ) ແມ່ນການຍົກລະດັບອຸປະກອນເຕັກນິກມາດຕະຖານຂອງຊ່ອງ 3 ໃຫ້ເປັນລະບົບ HD, ເພື່ອເສີມຂະຫຍາຍຄຸນນະພາບການຜະລິດຂອງສື່ໂທລະພາບທ້ອງຖິ່ນ.ອາ່ນຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ລາວຊຸກຍູ້ການພັດທະນາເສັ້ນທາງລົດໄຟເພື່ອການເຊື່ອມຕໍ່ໃນພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມເດີນໜ້າສົ່ງເສີມການພັດທະນາເສັ້ນທາງລົດໄຟ ເພື່ອເສີມຂະຫຍາຍຜົນປະໂຫຍດທາງດ້ານເສດຖະກິດຕາມແລວທາງການຂົນສົ່ງຫຼາຍຊ່ອງທາງ ເພື່ອການເຊື່ອມຕໍ່ພາກພື້ນ.ເຈົ້າໜ້າທີ່ການນຳໂຍທາທິການ ແລະ ຂົນສົ່ງ ຍົກສູງພາລະກິດຂອງລັດຖະບານ ຈາກຄຳເຫັນໃນກອງປະຊຸມກຸ່ມເຮັດວຽກກ່ຽວກັບເສັ້ນທາງລົດໄຟສິງກະໂປ-ຄຸນໝິງ (SWG-SKRL) ທີ່ວຽງຈັນໃນວັນພະຫັດຜ່ານມານີ້.ອ່ານຕໍ່ ...
ສົມໄຊ ແສງດາຣາ
http://annx.asianews.network/content/laos-pushing-rail-link-development-regional-connectivity-103545
ກະຊວງໂທລະຄົມຈະຄຸ້ມຄອງການຈັດກອງປະຊຸມທາງອອນໄລຂອງລັດຖະບານ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຕົກລົງເດີນໜ້າຄຸ້ມຄອງການປະຊຸມທາງອອນໄລ (video conferences) ຂອງລັດຖະບານ ພາຍໃຕ້ຄວາມສ່ຽງກ່ຽວກັບການຮົ່ວໄຫຼຂອງຂໍ້ມູນຄວາມລັບຂອງປະເທດ.ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໂທລະຄົມ ໄດ້ລົງນາມໃນຂໍ້ຕົກລົງລັດຖະມົນຕີ ກ່ຽວກັບການຈັດຕັ້ງກົດລະບຽບ ແລະ ມາດຕະການ ສຳລັບກົມກອງຂອງລັດຖະບານ ໃນການຕິດຕັ້ງ ແລະ ດຳເນີນການປະຊຸມທາງອອນໄລ, ເຊິ່ງເປັນສ່ວນໜຶ່ງຂອງມາດຕະການເພື່ອສະກັດກັ້ນການຮົ່ວໄຫຼຂອງຂໍ້ມູນຄວາມລັບທາງລັດຖະການ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/telecoms-ministry-regulate-gov%E2%80%99t-video-conferencing-103350