ພື້ນຖານໂຄງລ່າງ

ໂຄງການທາງດ່ວນ ວຽງຈັນ-ຮາໂນຍຢູ່ໃນຊ່ວງສຶກສາຄວາມເປັນໄປໄດ້

ລັດຖະບານລາວ ແລະ ຫວຽດນາມກໍາລັງພິຈາລະນາຄວາມເປັນໄປໄດ້ໃນການສ້າງທາງດ່ວນເຊື່ອມຕໍ່ະລະຫວ່າງນະຄອນຫຼວງວຽງຈັນຫາຮ່າໂນ້ຍ, ໂດຍການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ. ເສັ້ນທາງທຳອິດຈະແລ່ນຜ່ານວຽງຈັນ-ປາກຊັນ-ວຽງທອງ-Thanh Thuy-Hanoi ໃນໄລຍະທາງ 725 ກິໂລແມັດ, ໃນນັ້ນ 355 ກິໂລແມັດຢູ່ໃນລາວ. ຄ່າໃຊ້ຈ່າຍທີ່ຄາດຄະເນໄວ້ແມ່ນ 5.23 ຕື້ໂດລາສະຫະລັດ.ເສັ້ນທາງທີ່ສອງຈະປະຕິບັດຕາມເສັ້ນທາງຜ່ານວຽງຈັນ-ນາແພງ-ໄຊສົມບູນ-ຊຽງຂວາງ-ທ່າລາວ (ແຂວງຫົວພັນ)-ຮ່າໂນ້ຍ, ໃນໄລຍະທາງ 730 ກິໂລແມັດ, ໃນນັ້ນ 485 ກິໂລແມັດຢູ່ໃນລາວ. ຄາດຄະເນມູນຄ່າຂອງເສັ້ນທາງນີ້ຈະປະມານ 9.27 ຕື້ໂດລາສະຫະລັດ.ອ່ານເພິ່ມເຕີມ   ...

ປ້ອມພົງ ລາວອິນ

ນະຄອນຫຼວງວຽງຈັນເຊັນສັນຍາປິດໂຄງການປ້ອງກັນນໍ້າຖ້ວມ ແລະ ສວນສາທາລະນະ

ໂຄງການປ້ອງກັນນໍ້າຖ້ວມຕາມລໍາແມ່ນໍ້າຂອງໃນນະຄອນຫຼວງວຽງຈັນ ໄລຍະທີສອງ ແມ່ນຈະເລີ່ມຂຶ້ນໃນເດືອນໜ້າ. ການປັກຫຼັກໝາຍເລກດ້ວຍຄວາມຍາວ 8 ກິໂລແມັດ ຈະເລີ່ມຢູ່ເມືອງສີສັດຕະນາກ ແລະ ສືບຕໍ່ເຂົ້າໄປໃນເມືອງຫາດຊາຍຟອງ ແລະ ຈະມີສວນສາທາລະນະທີ່ຈະສ້າງຂຶ້ນໃນໄລຍະສຸດທ້າຍຂອງໂຄງການ. ທ່ານຫົວໜ້າກົມໂຍທາທິການ ແລະ ຂົນສົ່ງນະຄອນຫຼວງກ່າວຕື່ມວ່າ: ການກໍ່ສ້າງໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນເງິນກູ້ຢືມຈາກສ.ເກົາຫຼີ ແລະ ລັດຖະບານລາວ, ໃນມູນຄ່າຫຼາຍກວ່າ 67.5 ລ້ານໂດລາສະຫະລັດ, ຈະເລີ່ມຕົ້ນໃນເດືອນຕຸລາ 2021 ແລະ ຈະໃຫ້ສຳເລັດພາຍໃນ 48 ເດືອນ.  ອ່ານເພິ່ມເຕີມ   ...

ໄພບູນ ທະນະບົວສີ

ຂົວມິດຕະພາບລາວ-ໄທ ແຫ່ງທີ່ 5 ສຳເລັດແລ້ວ 14 ເປີເຊັນ

ການກໍ່ສ້າງຂົວມິດຕະພາບລາວ-ໄທ ເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊ ເຖິງ ແຂວງບຶງການປະເທດໄທ ໂດຍຜ່ານແມ່ນ້ຳຂອງສຳເລັດແລ້ວ 14.42 ເປີເຊັນ. ໂຄງການຈະສຳເລັດໃນປີ 2023, ຊຶ່ງຈະເຮັດໃຫ້ແຂວງບໍລິຄຳໄຊ ກາຍເປັນຈຸດເຊື່ອມຕໍ່ທາງການຄ້າທີ່ໃຫຍ່ ເຊື່ອມຕໍ່ລະຫວ່າງລາວ, ໄທ ແລະ ຫວຽດນາມດ້ວຍໃນລະທາງ 150 ກິໂລແມັດ ຊຶ່ງຈະເປັນໄລຍະທາງທີ່ສັ້ນທີ່ສຸດຂອງການເຊື່ອມຕໍ່ລະຫວ່າງສາມປະເທດ. ອ່ານຕໍ່ທີ່ນີ້  ...

ປ້ອມພົງ ລາວອິນ

ທ່ານາແລ້ງ ແລະ ສວນອຸທິຍານການຂົນສົ່ງວຽງຈັນ, ແຮງຂັບເຂື່ອນເສດຖະກິດແຫ່ງໃໝ່ຂອງປະເທດລາວ

ໂຄງການດັ່ງກ່າວ ແມ່ນສ່ວນໜຶ່ງຂອງຍຸດທະສາດການຂົນສົ່ງແຫ່ງຊາດຂອງລາວ ແລະ ການເຊື່ອມຕໍ່ດ້ານການຂົນສົ່ງຂອງລາວ, ເຊິ່ງຈະຊ່ວຍຫັນປ່ຽນປະເທດລາວຈາກການບໍ່ມີຊາຍແດນຕິດກັບທະເລກາຍ ເປັນປະເທດທີ່ເຊື່ອມຈອດທາງພື້ນດິນ; ຊຶ່ງຄາດການຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນໜ້າ. ຜູ້ພັດທະນາກ່າວວ່າໂຄງການນີ້ ຄາດວ່າຈະສ້າງລາຍຮັບເຂົ້າງົບປະມານຂອງລັດໂດຍກົງຈາກຄ່າທຳນຽມການບໍລິການຕ່າງໆ.ອ່ານຕໍ່ທີ່ນີ້ .  ...

ໜ່ວຍງານໂຄສະນາ

ລົດໄຟຈະມາເຖິງໃນເດືອນໜ້າ ເພື່ອກຽມທົດລອງແລ່ນລົດໄຟລາວ-ຈີນ

ໂຄງການທາງລົດໄຟລາວ-ຈີນຈະນໍາເອົາລົດໄຟຟ້າ ຫຼື (EMU) ແລະ ອຸປະກອນອື່ນ ເພື່ອດໍາເນີນການທົດລອງແລ່ນລົດໄຟຄັ້ງທໍາອິດໃນເດືອນຕຸລາ. ເຈົ້າໜ້າທີ່ຮັບຜິດຊອບໂຄງການກ່າວວ່າຄະນະກໍາມະການຄຸ້ມຄອງໂຄງການກໍາລັງຮ່າງບົດບັນທຶກຄວາມເຂົ້າໃຈກ່ຽວກັບການເປີດດ່ານກວດກາທາງລົດໄຟຊົ່ວຄາວເພື່ອໃຫ້ຫົວລົດໄຟ ແລະອຸປະກອນອື່ນ ສາມາດນໍາເຂົ້າມາລາວໄດ້ໃນເດືອນກັນຍານີ້ເພື່ອກຽມທົດລອງແລ່ນ.ອ່ານຕໍ່ທີ່ນີ້  ...

ປ້ອມພົງ ລາວອິນ

ຄະນະສະເພາະໂຄວິດຂອງລາວ ເຜີຍກ່ຽວກັບການຕິດຕາມຮູບແບບໃໝ່ແບບລະຫັດຄິວອາ

ຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງແກ່ມວນຊົນວ່າ ປະຊາຊົນທີ່ອາໃສ່ຢູ່ ສປປ ລາວ ຈະຕ້ອງໄດ້ຕິດຕັ້ງແອັບພີເຄຊັນໂທລະສັບ LaoKYC ໃສ່ໃນໂທລະສັບມືຖື ແລະ ແຊັກອິນດ້ວຍລະຫັດຄິວອາ ຊຶ່ງເປັນສ່ວນໜຶ່ງຂອງກົດລະບຽບໃນການຄິດຕາມການເຄື່ອນໄຫວຂອງຜູ້ສຳພັດ. ການນຳໃຊ້ລະບົບລະຫັດຄິວອາຈະຊ່ວຍໃຫ້ຄະນະແພດສາທາລະນະສຸກໃນການຕິດຕາມການເຄື່ອນໄຫວຂອງປະຊາກອນ ແລະ ສະດວກໃນການຕິດຕາມສະພາບເຫດການແຜ່ລະບາດຂອງພະຍາດໂຄວິດ-19ໃນຊຸມຊົນ.  ສືບຕໍ່ອ່ານ   ...

ລັດສະໝີ ພອນວິໄລ

ລັດຖະບານຮັບຮອງເສັ້ນທາງດ່ວນ ບໍ່ແກ້ວ-ບໍເຕັນເຊື່ອມຕໍ່ປະເທດຈີນ ແລະ ໄທ

ການກໍ່ສ້າງເສັ້ນທາງດ່ວນຍາວ 176.3 ກິໂລແມັດ ຄາດສຳເລັດດ້ວຍຄ່າໃຊ້ຈ່າຍຈຳນວນ 3.8 ຕື້ໂດລາສະຫະລັດ ໂດຍໄດ້ອຳນວຍໃຫ້ບັນດາພາຫະນະຜ່ານດ້ວຍຄວາມໄວ 80 ກມ ຕໍ່ຊົ່ວໂມງ ແລະ ທັງຍັງຫຼຸດໄລຍະເວລາການເດີນທາງ ຈາກ ບໍເຕັນ ແລະ ຫ້ວຍຊາຍ ຊຶ່ງໃຊ້ເວລາພຽງແຕ່ ຊົ່ວໂມງເຄິ່ງ. ເສັ້ນທາງດ່ວນມີທັງໝົດ 4 ສັດສ່ວນດ້ວຍຄວາມຍາມ 440 ກມ. ສັດສ່ວນທຳອິດເລິ່ມຈາກເມືອງວຽງຈັນ ແລະ ວັງວຽງ ຊຶ່ງໄດ້ຖືກເປີດນຳໃຊ້ແລ້ວຜ່ານມາ. ສັດສ່ວນທີ 2 ລະຫວ່າງ ເມືອງວັງວຽງ ແລະ ແຂວງຫຼວງພະບາງ, ສັດສ່ວນທີ 3 ຈາກແຂວງຫຼວງພະບາງ ເຖິງ ອຸດົມໄຊ, ແລະ ສັດສ່ວນທີ 4 ແມ່ນຈາກແຂວງອຸດົມໄຊ ຫາ ຊາຍແດນຈີນ. ສືບຕໍ່ອ່ານລາຍລະອຽດ  ...

ຜູ້ລາຍງານຂ່າວທາມສ໌

ການທົດລອງເສັ້ນທາງລົດໄຟລາວ-ຈີນ ຄັ້ງທຳອິດຄາດວ່າຈະມີຂື້ນໃນເດືອນສິງຫາ

ເສັ້ນທາງລົດໄຟລາວ-ຈີນ ແຫ່ງທຳອິດກຳລັງຢູ່ໃນການກໍ່ສ້າງດ້ວຍຄວາມຍາວ 422.4 ກິໂລແມັດ ແລະ ຄາດວ່າຈະມີການທົດລອງໃນເດືອນສິງຫາ ກ່ອນການເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວານີ້ ຕາມການລາຍງານຂອງໂຄງການ.  ເສັ້ນທາງຈະເຊື່ອມຕໍ່ລະຫວ່າງວຽງຈັນ ຫາ ຊາຍແດນຈີນ ໂດຍຜ່ານແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ຳທາ ຜ່ານ 75 ອຸມົງດ້ວຍຄວາມຍາວ 197.83 ກິໂລແມັດ, ລວມມູນຄ່າການກໍ່ສ້າງຈຳນວນ 5.986 ຕືື້ (37.4ຕື້ຢວນ) ຊຶ່ງໄດ້ລິເລິ່ມການກໍສ້າງໃນເດືອນທັນວາ ປີ 2016. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ

ສະໜາມບິນແຫ່ງໃໝ່ທີ່ແຂວງຫົວພັນ ສຳເລັດແລ້ວ 92 ເປີເຊັນ

ການໂຄງການກໍ່ສ້າງຢູ່ສະໜາມບິນໜອງຂາງ, ແຂວງຫົວພັນໄດ້ສຳເລັດ 92.34% ແຕ່ກໍຍັງມີການເລື່ອນໃນເດືອນມີນາ 2020 ຍ້ອນສະພາບການທາງການເງິນ ແລະ ບັນດາດ້ານສິ່ງແວດລ້ອມ. ຄ່າໃຊ້ຈ່າຍໃນການກໍສ້າງທີ່ເພິ່ມຂື້ນແບບບໍ່ໄດ້ຢູ່ໃນຄາດໝາຍ ເຮັດໃຫ້ໂຄງການຕ້ອງລໍຖ້າການຮັບຮອງຈາກລັດຖະບານ, ອີກທັງສະພາບການກັບບ້ານຂອງບັນດາແຮງງານຕ່າງປະເທດ ໃນຊ່ວງສະພາບການໂຄວິດ-19.  ລາຍລະອຽດເພິ່ມເຕີມເບິ່ງໄດ້>>> ທີ່ນີ້.  ...

ລັດສະໝີ ພອນວິໄລ

Telcos Discount Voice Calls and Data Rates During Lockdown Period

ຜູ້ໃຫ້ບໍລິການດ້ານການຄົມມະນາຄົມ (ອົງການດັດສົມໂທລະຄົມ) ສະເໜີໃຫ້ບັນດາບໍລິສັດໂທລະຄົມ ຫຼຸດລາຄາ 15% ໃຫ້ຜູ້ໃຊ້ສຳລັບທຸກປະເພດບໍລິການ(ໂທລະສັບຕັ້ງໂຕະ, ບໍ່ມີສາຍ, ເບີລາຍເດືອນ ແລະ ເຕີມເງິນ); ພ້ອມທັງ ສົ່ງຂໍ້ຄວາມສັ້ນ (SMS) ຫາຜູ້ໃຊ້ບໍລິການຈາກຜູ້ໃຫ້ບໍລິການ ເພື່ອແຈ້ງໃຫ້ຮັບຮູ້ ກ່ຽວກັບສ່ວນຫຼຸດ ພ້ອມທັງສົ່ງເວັບໄຊຄະນະສະເພາະກິດ ເພື່ອຊ່ວຍກັນຕິດຕາມດ້ານຂໍ້ມູນຂ່າວກ່ຽວກັບໂຄວິດ-19 ຊຶ່ງໃຫ້ເລິ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 31 ພຶດສະພາ – ວັນທີ 30 ມິຖຸນາ.ດາວໂຫຼດເອກະສານທາງການໄດ້ທີ່ນີ້ >>> HERE ອ່ານເພິ່ມເຕີມ   ...

ໄພບູນ ທະນະບົວສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VMcPF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!