ອຸດສາຫະກຳ

ແຂວງຫຼວງພະບາງເລັ່ງມືກະກຽມງານບຸນຊ່ວງເຮືອປະຈຳປີ

ນະຄອນຫຼວງພະບາງຈະຈັດງານບຸນຊ່ວງເຮືອປະຈຳປີຂຶ້ນໃນເດືອນນີ້, ເຊິ່ງຄາດວ່າຈະມີຝູງຊົນເຂົ້າຮ່ວມຢ່າງຫຼວງຫຼາຍເພື່ອເປັນກຳລັງໃຈໃຫ້ກັບທີມສີພາຍທີ່ເຂົ້າຮ່ວມໃນການແຂ່ງຂັນ.ທ່ານ ຈັນສຸກ ພັນດໍລັກ ເຈົ້ານະຄອນຫຼວງພະບາງ ໄດ້ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ ບຸນປະເພນີດັ່ງກ່າວຈະຈັດຂຶ້ນເປັນເວລາສີ່ວັນ. ເຊິ່ງການແຂ່ງຂັນຈະເລີ່ມແຕ່ວັນທີ 23 ສິງຫາ ເທິງສາຍນ້ຳຄານບ້ານຫາດຫ້ຽນ ເຊິ່ງມີເຮືອຊ່ວງເຂົ້າຮ່ວມການແຂ່ງຂັນທັງໝົດເກົ້າລຳ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ອຳນາດການປົກຄອງທ້ອງຖິ່ນມີເປົ້າໝາຍປັບປຸງສິ່ງອຳນວຍຄວາມສະດວກໃນພື້ນທີ່ມໍລະດົກໂລກໃໝ່ເພື່ອດຶງດູດນັກທ່ອງທ່ຽວ

ວຽງຈັນ, 5 ສິງຫາ (Xinhua) — ອຳນາດການປົກຄອງແຂວງຊຽງຂວາງມີແຜນສ້າງສິ່ງອຳນວນຄວາມສະດວກຢູ່ທົ່ງໄຫຫີນ ເພື່ອເພີ່ມຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ເພື່ອຮອງຮັບຈຳນວນນັກທ່ອງທ່ຽວທີ່ຈະເດີນທາງມາຊົມສະຖານທີ່ທີ່ຫາກໍ່ໄດ້ຮັບການຮັບຮອງໃຫ້ເປັນມໍລະດົກໂລກໃນປີນີ້.ໃນກອງປະຊຸມຕໍ່ສື່ມວນຊົນກ່ຽວກັບການສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ, ທ່ານ ບຸນຕອນ ຈັນທະພອນ ເຈົ້າແຂວງແຂວງຊຽງຂວາງກ່າວວ່າ ທາງແຂວງຈະສືບຕໍ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະແມ່ນຖະໜົນ ເພື່ອຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ, ຕາມການລາຍງານຂອງສຳນັກຂ່າວທ້ອງຖິ່ນ ວຽງຈັນທາມສ໌ ໃນວັນຈັນຜ່ານມາ.ອ່ານຕໍ່ ...

Shi Yinglun
http://www.xinhuanet.com/english/2019-08/05/c_138285828.htm

ນ້ຳຕົກຕາດ ຕາດໄຊ: ມີຈຸດເດັ່ນໃນການເດີນປ່່າ

ວຽງຈັນ (ວຽງຈັນທາມສ໌/ANN) – ນ້ຳຕົກຕາດ ຕາດໄຊ ແຂວງບໍລິຄຳໄຊ ບໍ່ພຽງແຕ່ເປັນສະຖານທີ່ທ່ອງທ່ຽວທີ່ມີທິວທັດທຳມະຊາດທີ່ສວຍງາມ, ເໝາະແກ່ການກິນເຂົ້າປ່າ ຫຼິ້ນນ້ຳຕາດ, ແຕ່ຍັງເໝາະແກ່ການເດີນປ່ານຳອີກ.ເພື່ອກະກຽມສຳລັບການເດີນປ່າຢູ່ວັງວຽງໃນທ້າຍປີນີ້, ຂ້າພະເຈົ້າພ້ອມດ້ວຍໝູ່ເພື່ອນ ໄດ້ຊ້ອມຍ່າງຕາມແຄມນ້ຳຂອງ ແຕ່ວ່າໃນທ້າຍອາທິດຜ່ານມາພວກເຮົາໄດ້ຕັດສິນໃຈໄປລອງປ່ຽນບັນຍາກາດອ່ານຕໍ່ ...

ແກ້ວຊົມພູ ສັກດາວົງ
http://annx.asianews.network/content/feature-tad-xai-waterfall-trek-what-makes-it-special-101524

ຖ້ຽວບິນເຊົ່າເໝົາລຳຄາດວ່າຈະສົ່ງເສີມການທ່ອງທ່ຽວລະຫວ່າງຫາງໂຈ, ວຽງຈັນ 

ວຽງຈັນ (ວຽງຈັນທາມສ໌/ANN) – ການເປີດຖ້ຽວບິນເຊົ່າເໝົາລຳລະຫວ່າງເມືອງຫາງໂຈ ແຂວງສີຈຽງ ແລະ ນະຄອນຫຼວງວຽງຈັນ ຄາດວ່າຈະຊ່ວຍສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນລະຫວ່າງລາວ ແລະ ຈີນ.ພິທີເປີດຖ້ຽວບິນປະຖົມມະເລີກດັ່ງກ່າວໄດ້ມີຂຶ້ນໃນອາທິດແລ້ວນີ້ ທີ່ເມືອງຫາງໂຈ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/charter-flights-set-bolster-tourism-between-hangzhou-vientiane-101453

ຖ້ຳທີ່ຫາກໍ່ມີການສຳຫຼວດແຫ່ງໃໝ່ ອາດເປັນຖ້ຳທີ່ໃຫຍ່ທີ່ສຸດໃນປະເທດລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຊຽວຊານຈາກຍີ່ປຸ່ນກ່າວວ່າ ຖ້ຳຜາກ້າ ບ້ານນ້ຳເຟືອງ ເມືອງແມດ ແຂວງວຽງຈັນ ອາດເປັນຖ້ຳທີ່ໃຫຍ່ທີ່ສຸດໃນປະເທດລາວ.ຖ້ຳດັ່ງກ່າວເຊິ່ງຕັ້ງຢູ່ແຄມນ້ຳເຟືອງ ໄດ້ມີການສຳຫຼວດໂດຍທີມຊ່ຽວຊານຍີ່ປຸ່ນໃນຊ່ວງສອງສາມເດືອນຜ່ານມາ ນັບຕັ້ງແຕ່ເດືອນມິນາ, ທ່ານ ຊາຍແດນ ສຸນລິນທາ ເຈົ້າໜ້າທີ່ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງແມດ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/newly-explored-cave-could-be-laos%E2%80%99-largest-101258

ຫີນໜາມໜໍ່ແມ່ນສະຖານທີ່ຕໍ່ໄປທີ່ຈະຍື່ນສະເໜີໃຫ້ເປັນພື້ນທີ່ມໍລະດົກໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງດຳເນີນການໃນການຍື່ນສະເໜີໃຫ້ພື້ນທີ່ປ່າສະຫງວນແຫ່ງຊາດຫີນໜາມໜໍ່ (ປ່າຫີນ) ແຂວງຄຳມ່ວນ ໃຫ້ເປັນໜຶ່ງໃນມໍລະດົກໂລກໂດຍອົງການຢູເນັສ໌ໂກ.ທ່ານ ປອ.ສຈ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດເຜີຍຂໍ້ມູນດັ່ງກ່າວໃນກອງປະຊຸມສື່ມວນຊົນກ່ຽວກັບພິທີສະເຫຼີມສະຫຼອງທົ່ງໄຫຫີນເປັນສະຖານທີ່ມໍລະດົກໂລກຢ່າງເປັນທາງການ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/hin-nam-nor-next-list-world-heritage-site-application-101192

ລາວມີຈຳນວນນັກທ່ອງທ່ຽວຈີນຫຼາຍຂຶ້ນ, ນັກທ່ອງທ່ຽວເກົາຫຼີໜ້ອຍລົງ ໃນຊ່ວງຫົກເດືອນຜ່ານມາ

ຈຳນວນນັກທ່ອງທ່ຽວທີ່ມາທ່ຽວລາວໄດ້ເພີ່ມຂຶ້ນ 5% ໃນຊ່ວງຫົກເດືອນຜ່ານມາ ຍ້ອນການເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວຈີນ.ໃນລະຫວ່າງເດືອນມັງກອນຫາເດືອນມິຖຸນາ ມີນັກທ່ອງທ່ຽວເຂົ້າມາປະເທດລາວປະມານ 2.2 ລ້ານຄົນ, ຕາມກົມພັດທະນາການທ່ອງທ໋ຽວ,​ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ໋ຽວ.ຈຳນວນນັກທ່ອງທ່ຽວຈາກຈີນເພີ່ມຂຶ້ນ 13% ໃນຂະນະທີ່ນັກທ່ອງທ່ຽວຈາກຫວຽດນາມເພີ່ມຂຶ້ນ 11%. ຈຳນວນນັກທ່ອງທ່ຽວຈາກໄທກໍເພີ່ມຂຶ້ນ 1%.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/30/laos-more-chinese-less-korean-tourists/

ປີທ່ອງທ່ຽວລາວ-ຈີນ ດຶງດູດນັກທ່ອງທ່ຽວໄດ້ຫຼາຍຂຶ້ນ

ການສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ-ຈີນ 2019 ປະສົບຜົນສຳເລັດໃນການເພີ່ມຈຳນວນນັກທ່ອງທ່ຽວ, ຕາມເຈົ້າໜ້າທີ່ທ່ອງທ່ຽວ. ໃນຊ່ວງຫົກເດືອນຕົ້ນປີນີ້ ມີນັກທ່ອງທ່ຽວເຂົ້າມາທ່ຽວລາວກວ່າ 2.2 ລ້ານຄົນ, ເພີ່ມຂຶ້ນ 5% ທຽບກັບປີກາຍ, ຕາມກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວ, ກວາງຊີ ຈະສົ່ງເສີມກິດຈະກຳປີທ່ອງທ່ຽວລາວ-ຈີນ

ເຈົ້າໜ້າທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ແລະ ກົມວັດທະນະທຳ ແລະ ການທ່ອງທ່ຽວຂອງເຂດປົກຄອງຕົນເອງກວາງຊີຈວງຂອງຈີນ ໄດ້ປະຊຸມຢູ່ນະຄອນຫຼວງວຽງຈັນ ໃນວັນພຸດແລ້ວນີ້ ເພື່ອສືບຕໍ່ກິດຈະກຳການສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດ.ກອງປະຊຸມສຳມະນາກ່ຽວກັບການທ່ອງທ່ຽວໃນກວາງຊີດັ່ງກ່າວ ແມ່ນນຳໂດຍທ່ານ ບຸນລັບ ດວງພູມີ ຮອງຫົວໜ້າກົມສົ່ງເສີມການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ແລະ ທ່ານ ຫວງ ຢັນຊີ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວຂອງເຂດກວາງສີ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ

ການສະເຫຼີມສະຫຼອງທົ່ງໄຫຫີນມີແຜນຈັດພ້ອມກັບງານມະຫາກຳກິລາແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ພິທີສະເຫຼີມສະຫຼອງທົ່ງໄຫຫີນທີ່ໄດ້ຮັບຮອງໃຫ້ເປັນໜຶ່ງໃນມໍລະດົກໂລກໂດຍອົງການສະຫະປະຊາຊາດເພື່ອການສຶກສາ,​ ວິທະຍາສາດ ແລະ ວັດທະນະທຳ (UNESCO) ຢ່າງເປັນທາງການ ແມ່ນມີແຜນຈັດຂຶ້ນໃນວັນທີ 22 ມິນາ 2020 ຢູ່ແຂວງຊຽງຂວາງ ພ້ອມກັບພິທີເປີດການແຂ່ງຂັນກິລາແຫ່ງຊາດ.ແຜນການສະເຫຼີມສະຫຼອງດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມສື່ມວນຊົນ ທີ່ວຽງຈັນວານນີ້ ພາຍໃຕ້ການເປັນປະທານຂອງທ່ານ ສຈ.ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ສິລັດດາ ສຸລິຍົງ
http://annx.asianews.network/content/plain-jars-celebration-planned-coincide-national-games-100896

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

cYEWv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!