ອຸດສາຫະກຳ

ລາວສົ່ງເສີມການຄ້າ, ການລົງທຶນ ໃນງານບຸນທ່ອງທ່ຽວຫູໜານ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນລາວ ເຂົ້າຮ່ວມງານບຸນທ່ອງທ່ຽວວັດທະນະທຳສາກົນຫູໜານ 2019 ໃນທ້າຍອາທິດແລ້ວນີ້ ເພື່ອສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ໃນຂະແໜງການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ.ທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນຳພາຄະນະຜູ້ແທນລາວ ລວມທັງເຈົ້າໜ້າທີ່ກະຊວງ ແລະ ບໍລິສັດທ່ອງທ່ຽວຂອງລາວ ເຂົ້າຮ່ວມງານດັ່ງກ່າວທີ່ເມືອງຫູໜານ ປະເທດຈີນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-boost-trade-investment-through-huanan-tourism-festival-104809

ຊ່ຽວຊານຕ່າງປະເທດເຫັນຄວາມກະຕືລືລົ້ນຂອງລາວໃນການສົ່ງເສີມ ແລະ ອະນຸລັກ ຫີນໜາມໜໍ່

ຊ່ຽວຊານສາກົນໄດ້ສັງເກດເຫັນຄວາມຕັ້ງໃຈຂອງລັດຖະບານລາວ ໃນການສົ່ງເສີມ ແລະ ອະນຸລັກມໍລະດົກທາງທຳມະຊາດ ຜ່ານຄວາມພະຍາຍາມໃນການສະເໜີໃຫ້ປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ.ຂໍ້ສັງເກດດັ່ງກ່າວໄດ້ຍົກຂຶ້ນໃນກອງປະຊຸມທີມວິຊາການສະເພາະກິດ ເຊິ່ງຈັດຂຶ້ນຢູ່ນະຄອນວຽງຈັນ ໃນວັນຈັນຜ່ານມາ ເພື່ອທົບທວນຄວາມຄືບໜ້າໃນການແຕ່ງຕັ້ງສະຖານທີ່ທາງທຳມະຊາດຂອງລາວ ເປັນມໍລະດົກໂລກ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເຈົ້າໜ້າທີ່ IUCN ຢ້ຽມຢາມລາວເພື່ອແຈ້ງຂໍ້ມູນຂ່າວສານກ່ຽວກັບການແຕ່ງຕັ້ງຫີນໜາມໜໍ່ເປັນລະດົກລະຫວ່າງຊາຍແດນ

(ຂປລ) ທີມງານ IUCN ນຳໂດຍທ່ານ ປີເຕີ ຊາດີ, ອຳນວຍການແຜນງານມໍລະດົກໂລກຄົນໃໝ່ ຂອງອົງການອະນຸລັກສິ່ງແວດລ້ອມ ແລະ ທຳມະຊາດສາກົນ (IUCN), ເດີນທາງຢ້ຽມຢາມລາວ ເພື່ອຮ່ວມພາລະກິດກັບທີມວິຊາການທ້ອງຖິ່ນ ໃນການທົບທວນຄວາມຄືບໜ້າຫຼ້າສຸດ ກ່ຽວກັບການແຕ່ງຕັ້ງປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ.ທ່ານ ຊາດີ ເຊິ່ງມີຄວາມຮູ້ຄວາມຊ່ຽວຊານກ່ຽວກັບພື້ນທີ່ ທັງເປັນຜູ້ຂຽນປື້ມ “ການປະເມີນຄວາມພ້ອມຂອງປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເພື່ອເຂົ້າເປັນມໍລະດົກໂລກຂອງ UNESCO” (ກຸມພາ 2017), ເປັນຜູ້ທີ່ມີຄວາມຮູ້ເລິກເຊິ່ງກ່ຽວກັບພື້ນທີ່ ແລະ ປະສົບການອັນຍາວນານກ່ຽວກັບຂະບວນການດຳເນີນງານຂອງອົງການ UNESCO.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48250

IFC ຕົກລົງໃຫ້ທຶນກູ້ຢືມ $87.5 ລ້ານເພື່ອການທ່ອງທ່ຽວຫວຽດນາມ ແລະ ລາວ

ບໍລິສັດຮ່ວມຫຸ້ນທີ່ດິນ Bim, ບໍລິສັດອະສັງຫາລິມະຊັບໃນກຸ່ມບໍລິສັດ BIM, ໄດ້ບັນລຸຂໍ້ຕົກລົງກັບອົງການການເງິນສາກົນ (IFC) ສະມາຊິກກຸ່ມທະນາຄານໂລກ, ກ່ຽວກັບການກູ້ຢືມເງິນປະມານ $87.5 ລ້ານໂດລາ ເພື່ອພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວໃນປະເທດຫວຽດນາມ ແລະ ລາວ.ຂະແໜງການທ່ອງທ່ຽວແມ່ນຂະແໜງໜຶ່ງທີ່ເປັນຕົວຂັບເຄື່ອນການຂະຫຍາຍຕົວທີ່ສຳຄັນຂອງສອງປະເທດ. ໃນປີກາຍນີ້ ຫວຽດນາມມີນັກທ່ອງທ່ຽວຈາກຕ່າງປະເທດທັງໝົດ 15.5 ລ້ານຄົນ ໃນຂະນະທີ່ລາວມີນັກທ່ອງທ່ຽວຈາກຕ່າງປະເທດປະມານ 4.2 ລ້ານຄົນ, ເຊິ່ງຕ່ຳກວ່າຈຳນວນນັກທ່ອງທ່ຽວໃນປະເທດໄທຫຼາຍເທົ່າ ເຊິ່ງມີປະມານ 38 ລ້ານຄົນຕໍ່ປີ.ອ່ານຕໍ່ ...

Vietnam News
https://www.phnompenhpost.com/business/ifc-agrees-875m-loan-vietnam-lao-tourism

ຊ່ຽວຊານຖ້ຳສະໜັບສະໜູນ ການສະເໜີກໍລະນີຫີນໜາມໜໍ່ ເປັນມໍລະດົກໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ຊ່ຽວຊານຖ້ຳຈາກສະຫະລາດຊະອານາຈັກ ແລະ ຫວຽດນາມ ໄດ້ລາຍງານຜົນການສຳຫຼວດ ຕໍ່ອຳນາດການປົກຄອທ້ອງຖິ່ນ ເພື່ອຍົກລະດັບປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ໃຫ້ໄດ້ຮັບການແຕ່ງຕັ້ງເປັນມໍລະດົກໂລກ.ປະຈຸບັນ ລັດຖະບານກຳລັງດຳເນີນການກະກຽມເອກະສານ ເພື່ອຍື່ນສະເໜີໃຫ້ອົງການ UNESCO ຮັບຮອງເອົາ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ
http://annx.asianews.network/content/cave-experts-enhance-hin-nam-no-world-heritage-case-103888

ນັກທ່ອງທ່ຽວໃນນະຄອນຫຼວງວຽງຈັນຈະໄດ້ຮັບບໍລິການ WiFi ຟຼີ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະເປີດນຳໃຊ້ລະບົບຟຼີ WiFi ຕາມສະຖານທີ່ທ່ອງທ່ຽວທີ່ສຳຄັນໃນນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການສະໜັບສະໜູນຂອງບໍລິສັດ Asia-Pacific Telecommunity.ກອງປະຊຸມວິຊາການ ແລະ ເປີດຕົວລະບົບຟຼີ WiFi ເພື່ອສົ່ງເສີມການບໍລິການສາທາລະນະ ແລະ ການທ່ອງທ່ຽວໃນລາວ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນອັງຄານນີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/vientiane-tourist-sites-set-get-free-wifi-103349

ບໍລິສັດລາວ, ເກົາຫຼີໃຕ້ຫາລືການພັດທະນາອຸດສາຫະກຳພະລັງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າບໍລິສັດພະລັງງານຈາກລາວ ແລະ ເກົາຫຼີໃຕ້ປະຊຸມຢູ່ນະຄອນຫຼວງວຽງຈັນ ເພື່ອຫາລືກ່ຽວກັບທ່າແຮງການຮ່ວມມື ແລະ ການພັດທະນາໃນຂະແໜງອຸດສາຫະກຳພະລັງງານໃນລາວ.ກອງປະຊຸມນັກທຸລະກິດເກົາຫຼີ-ລາວໄດ້ຈັດຂຶ້ນທີ່ນະຄອນວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງບໍລິສັດຮ່ວມມືນິວເຄຼຍເກົາຫຼີ (KNP), ບໍລິສັດພະລັງງານໄຟຟ້າ & ນິວເຄຼຍເກົາຫຼີ (KHNP) ແລະ ບໍລິສັດໄຟຟ້າແຫ່ງປະເທດລາວ (EDL).ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/lao-south-korean-companies-discuss-power-industry-development-103148

ຄູຝຶກຊ່າງໄມ້ໄດ້ຮຽນຮູ້ຍົກລະດັບທັກສະໃໝ່ໆ

ຄູອາຈານຈາກ ໂຮງຮຽນວິຊາຊີບ 11 ແຫ່ງໄດ້ຮັບຄວາມຮູ້ ແລະ ທັກສະໃໝ່ໆຈາກຫຼັກສູດຝຶກອົບຮົມຢູ່ວຽງຈັນ ແຕ່ວັນທີ 24 ມິຖຸນາເຖິງ 30 ສິງຫາ ພາຍໃຕ້ໂຄງການຊ່ວຍເຫຼືອຂອງອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA).ປະຈຸບັນ ຄູຝຶກຊ່າງໄມ້ (ຄູສອນ) ຊຸດດັ່ງກ່າວແມ່ນພ້ອມທີ່ຈະຖ່າຍທອດຄວາມຮູ້ທັກສະ ເພື່ອຍົກລະດັບການສຶກສາວິຊາຊີບໃນແຂວງຂອງຕົນ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ຫຍັບເຂົ້າໃກ້ການເປັນມໍລະດົກໂລກ

ລາວກຳລັງເລັ່ງມືໃນການກະກຽມໜັງສືເພື່ອຍື່ນສະເໜີໃຫ້ຈັດປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກຂອງ UNESCO.ກອງປະຊຸມຂອງຄະນະກວດກາແຫ່ງຊາດຊຸດທີ 8 ກ່ຽວກັບການຍື່ນສະເໜີດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນພະຫັດນີ້, ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ການປັບປຸງການຄຸ້ມຄອງເຮັດໃຫ້ຫີນໜາມໜໍ່ຢູ່ໃນເສັ້ນທາງກ້າວສູ່ສະຖານະມໍລະດົກໂລກ UNESCO 

(ຂປລ) ປະສິດທິພາບຂອງການຮ່ວມມືໃນການຄຸ້ມຄອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເພີ່ມຂຶ້ນປະມານ 16% ນັບແຕ່ປີ 2014 ທີ່ມີການຈັດຕັ້ງລະບົບການຄຸ້ມຄອງຮ່ວມ.ການປະຕິບັດການຄຸ້ມຄອງສວນອຸດທະຍານທີ່ມີການປັບປຸງຢ່າງເຫັນຈະແຈ້ງດັ່ງກ່າວແມ່ນການທົດສອບຄວາມພ້ອມຂອງຫີນໜາມໜໍ່ ໃນການຮ່ວມກັບອຸດທະຍານແຫ່ງຊາດ Phong Nha-Ke Bang ຂອງຫວຽດນາມ ໃຫ້ເປັນພື້ນທີ່ມໍລະດົກໂລກທາງທຳມະຊາດຂອງ UNESCO ຂ້າມຊາຍແດງແຫ່ງທຳອິດໃນອາຊີຕາເວັນອອກສຽງໃຕ້.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47782

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

8taHn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!