ອຸດສາຫະກຳ

ກະຊວງວາງແຜນສຳລັບປິທ່ອງທ່ຽວລາວ-ຈີນ 2019

ອຳນາດການປົກຄອງຝ່າຍລາວ ແລະ ຈີນຈະຫາລືກ່ຽວກັບການເປີດຕົວປີທ່ອງທ່ຽວລາວ-ຈີນ 2019 ຢ່າງເປັນທາງການ ໃນທ້ານເດືອນນີ້ ຫຼື ໃນຊ່ວງກຸດຈີນຕົ້ນເດືອນກຸມພານີ້. ທ່ານ ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຊັນອະນຸມັດແຜນການສຳລັບໂຄງການປີທ່ອງທ່ຽວລາວ-ຈີນ 2019.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຈຳປາສັກ, ຫຼວງພະບາງ, ຊຽງຂວາງຕິດອັນດັບສະຖານທີ່ທ່ອງທ່ຽວຍອດນິຍົມສູງສຸດໃນລະດູໜາວ

ແຂວງຈຳປາສັກ, ຫຼວງພະບາງ, ຊຽງຂວາງ ແລະ ແຂວງວຽງຈັນ ແມ່ນສະຖານທີ່ທ່ອງທ່ຽວຍອດນິຍົມອັນດັນຕົ້ນໆໃນຍາມໜາວ ຕາມຂໍ້ມູນຈາກຜູ້ປະກອບການທ່ອງທ່ຽວ.ພະນັກງານທ່ອງທ່ຽວ ກຣິນດິສໂຄເວຣີ ລາຍງານຕໍ່ໜັງສືພິວຽງຈັນທາມສ໌ວ່າ ນັກທ່ອງທ່ຽວຕ່າງປະເທດມັກເດີນທາມາທ່ອງທ່ຽວແຂວງເຫຼົ່ານີ້ໃນຍາມລະດູໜາວ. ສ່ວນຢູ່ແຂວງຈຳປາສັກ ນັກທ່ອງທ່ຽວມັກໄປຢ້ຽມຊົມຄອນພະເພັງ, ຕາດຟານ ແລະ ຕາດເຍືອງ ຍ້ອນວ່າມີກິດຈະກຳພະຈົນໄພຫຼາຍຢ່າງທີ່ໜ້າສົນໃຈ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ນາຍົກສັນຍາຈະລຶບລ້າງສິ່ງທີ່ເປັນອຸປະສັກຕໍ່ການຂະຫຍາຍຕົວຂອງອຸດສະຫະກຳການທ່ອງທ່ຽວ

ທ່ານນາຍົກ ທອງລຸນ ສີສຸລິດ ກ່າວວ່າລັດຖະບານຈະເພີ່ມຄວາມພະຍາຍາມໃນການສົ່ງເສີມການທ່ອງທ່ຽວ ພາຍໃຕ້ທ່າແຮງດ້ານອຸດສາຫະກຳ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ.ທ່ານຍັງໄດ້ເພີ່ມເຕີມວ່າ ພາລະກິດເລັ່ງດ່ວນທີ່ຕ້ອງປະຕິບັດກໍຄືການລຶບລ້າງສິ່ງທີ່ເປັນອຸປະສັກຕໍ່ການທ່ອງທ່ຽວ ເພື່ອອຳນວຍຄວາມສະດວກໃນການເດີນທາງທ່ອງທ່ຽວຂອງນັກທ່ອງທ່ຽວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວກະກຽມຫຼາຍກິດຈະກຳມ່ວນຊື່ນຕ້ອນຮັບປີ 2019

ອຳນາດການປົກຄອງທົ່ວປະເທດ ກຳລັງກະກຽມກິດຈະກຳເພື່ອນັບຖອຍຫຼັງຕ້ອນຮັບປີໃໝ່ທີ່ຈະມາເຖິງ ເພື່ອເປັນການສົ່ງເສີມການທ່ອງທ່ຽວ ແລະ ຕ້ອນຮັບປີທ່ອງທ່ຽວລາວ-ຈີນ 2019.ກິດຈຳກຳຕ່າງໆຈະໄດ້ຈັດຂຶ້ນຢູ່ທີ່ອາຊຽນມໍ, ສວນເຈົ້າອານຸວົງ ແລະ ປະຕູໄຊ ໃນວັນທີ 30-31 ທັນວານີ້ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວ ແລະ ເພື່ອສ້າງບັນຍາກາດຄຳນັບຮັບຕ້ອນປີທ່ອງທ່ຽວລາວ-ຈີນ 2019 ຕາມການເປີດເຜີຍຕໍ່ສື່ມວນຊົນຂອງທ່ານ ຄຳປະດິດ ເຂັມມະນິດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ກອງທຶນ ADB ຊ່ວຍຍົກລະດັບທາງເຂົ້າຖ້ຳຈອມອົງ

(ຂປລ) ທະນາຄານພັດທະນາອາຊີ – ADB – ມອບທຶນຊ່ວຍເຫຼືອລ້າຈຳນວນ 9 ລ້ານໂດລາສະຫະລັດເພື່ອຍົກລະດັບຖະໜົນເຂົ້າເຖິງຖ້ຳຈອມອົງ, ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງເມືອງໄຊ ແຂວງອຸດົມໄຊ.ຜ່ານໄລຍະເວລາ 1 ປີ, ການຍົກລະດັບຖະໜົນໄລຍະ 56 ກມ ເຮັດໄດ້ສຳເລັດ 10%. ແລະຄາດວ່າໂຄງການກໍ່ສ້າງຈະສຳເລັດສົມບູນພາຍໃນເດືອນທັນວາ 2019.ອ່ານຕໍ່ ...

ບັນນາທິການ ຂປລ

ໂຄງການສ້າງທັກສະດ້ານການທ່ອງທ່ຽວມີການຂະຫຍາຍຕົວ

ກະຊວງສຶກສາທິການ ແລະ ກິລາວາງແຜນດຳເນີນງານໃນປີໜ້າ ສຳລັບໂຄງການການສ້າງທັກສະດ້ານການທ່ອງທ່ຽວ, ພາຍໃຕ້ການສະໜັບສະໜູນທຶນຮ່ວມລະຫວ່າງລັດຖະບານລາວ, ລຸກຊຳບວກ ແລະ ສະວິດເຊີແລນ.ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດໂດຍກະຊວງສຶກສາທິການ ແລະ ກິລາ ແລະ ອົງການຮ່ວມມືເພື່ອການພັດທະນາແຫ່ງປະເທດລຸກຊຳບວກ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ນັກວາງແຜນການທ່ອງທ່ຽວເບິ່ງທ່າແຮງການທ່ອງທ່ຽວຕາມລຳແມ່ນ້ຳຂອງ

ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາຈະສືບຕໍ່ຮ່ວມມືໃນການຍົກລະດັບຄຸນນະພາບຂອງຜະລິດຕະພັນການທ່ອງທ່ຽວຕາມລຳແມ່ນ້ຳຂອງໃນລາວ. ກອງປະຊຸມສຳມະນາເພື່ອທົບທວນກິດຈະກຳການທ່ອງທ່ຽວຕາມລຳແມ່ນ້ຳຂອງ ໄດ້ຈັດຂຶ້ນທີ່ເມືອງປາກແບງ ແຂວງອຸດົມໄຊ ໃນວັນທີ 17-18 ທັນວານີ້ ພາຍໃຕ້ການສະໜັບສະໜູນຂອງໂຄງການ RELATED ແລະ GIZ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບຸນທາດອີງຮັງປີນີ້ຄົບລົດໄປດ້ວຍສິ່ງມ່ວນຊື່ນ, ຕະຫຼາດນັດ ແລະ ງານສະແດງທີ່ໜ້າຕື່ນຕາ

ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈະຮັບຄວາມບັນເທິງຄົບລົດຈາກກິດຈະກຳຫຼາກຫຼາຍສີສັນໃນງານບຸນພະທາດອີງຮັງ ທີ່ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດທີ່ຈະມີຂື້ນໃນອາທິດໜ້ານີ້.ບຸນພະທາດອີງຮັງຈະຈັດຂື້ນແຕ່ວັນທີ 17-22 ທັນວາປີນີ້ ເຊິ່ງອຳນາດການປົກຄອງທ້ອງຖິ່ນໄດ້ກຽມການເປັນພິເສດໃນປີນີ້ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2018.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ອຸດສາຫະກຳຕັດຫຍິບໃນລາວປະສົບບັນຫາຕໍ່ເນື່ອງ

ວຽງຈັນທາມສ໌/ANN: ຜູ້ປະກອບການຕັດຫຍິບໃນລາວປະສົບບັນຫາຕໍ່ເນື່ອງໃນການສືບຕໍ່ດຳເນີນ ແລະ ຂະຫຍາຍທຸລະກິດ, ຕາມການເປີດເຜີຍຂອງ ສະມາຄົມອຸດສາຫະກຳຕັດຫຍິບລາວ.ລູກຄ້າຕ້ອງການສິນຄ້າທີ່ມີຄຸນນະພາບ ແຕ່ວ່າຜູ້ຜະລິດພັດບໍ່ມີອຳນາດໃນການກຳນົດລາຄາຕາມຕົ້ນທຶນທີ່ເພີ່ມສູງຂຶ້ນ ໃນຂະນະທີ່ລາຄາທີ່ຂາຍອອກຍັງຄົງເທົ່າເດີມ, ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມກ່າວເປີດເຜີຍຕໍ່ສະພາແຫ່ງຊາດຊຸດທີ 8 ທີ່ວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວເປີດຕົວສູນຂໍ້ມູນຂ່າວສານດ້ານເຕັກໂນຊິວະມວນແຫ່ງທຳອິດທີ່ເມືອງໄຊທານີ

ສູນຂໍ້ມູນຂ່າວສານ ແລະ ການຮຽນຮູ້ກ່ຽວກັບເຕັກໂນໂລຊີຊີວະມວນແຫ່ງທຳອິດຂອງລາວໄດ້ມີການເປີດຢ່າງເປັນທາງການໃນວັນຈັນນີີ້ທີ່ວຽງຈັນ ເພື່ອຈຸດປະສົງໃນການສົ່ງເສີມການຜະລິດພະລງງານຊີວະພາບ ເພື່ອທົດແທນພະລັງງານເຊື້ອໄຟເດີມ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vngtc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!