ອຸດສາຫະກຳ

ສະຫວັນນະເຂດເປີດຕົວແຜນການທ່ອງທ່ຽວແບບອະນຸລັກທຳມະຊາດເພື່ອດຶງດູດນັກທ່ອງທ່ຽວ

ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສະຫວັນນະເຂດກຽມພ້ອມໃນການຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສຳລັບການທ່ອງທ່ຽວແບບທຳມະຊາດ ແລະ ການອະນຸລັກໃນພື້ນທີ່ປ່າສະຫງວນແຫ່ງຊາດດົງພູວຽງ  ເມືອງພິນ ແຂວງສະຫວັນນະເຂດ.ຫວ່າງໝໍ່ໆມານີ້ ເຈົ້າໜ້າທີ່ທ່ອງທ່ຽວໄດ້ມີການເປີດຕົວແຜນທ່ອງທ່ຽວດັ່ງກ່າວທີ່ບ້ານວົງສີແກ້ວ ແລະ ບ້ານຍາງ ທີ່ຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດດົງພູວຽງ ເຊິ່ງເປັນໜຶ່ງໃນຫຼາຍກິດຈະກຳເພື່ອຕ້ອນຮັບນັກທ່ອງທ່ຽວໃນປີທ່ອງທ່ຽວລາວ-ຈີນ 2019.ອ່ານຕໍ່  ...

ສີລັດດາ ສຸລິຍົງ

ທຸລະກິດໃນລາວຄວນເລັ່ງປັບປຸງການບໍລິການເພື່ອຮອງຮັບນັກທ່ອງທ່ຽວຈີນ

ທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວຄວນໄດ້ຮັບການປັບປຸງເພື່ອຮອງຮັບນັກທ່ອງທ່ຽວຈາກຈີນທີ່ຈະເພີ່ມຂຶ້ນ ຕາມການຄາດຄະເນຂອງລັດຖະບານໃນປີນີ້, ຕາມຂໍ້ມູນຈາກຫົວໜ່ວຍທຸລະກິດຊັ້ນນຳ.ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ໃນອາທິດແລ້ວນີ້ວ່າ ທຸລະກິດໂຮງແຮມ, ຮ້ານອາຫານ, ບ້ານພັກ ແລະ ຕົວແທນທ່ອງທ່ຽວຄວນທຳການປັບປຸງການໃຫ້ບໍລິການໃຫ້ແທດເໝາະກັບລາຄາຕາມລະດັບຄາດໝາຍຂອງນັກທ່ອງທ່ຽວຈີນ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ປີທ່ອງທ່ຽວລາວ-ຈີນ 2019 ເປີດຕົວຢ່າງເປັນທາງການ

ລັດຖະບານລາວ ແລະ ຈີນໄດ້ທຳການເປີດຕົວປີທ່ອງທ່ຽວລາວ-ຈີນ 2019 ໃນວັນສຸກທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ. ທ່ານປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານ ຊີ ຈິນປິງ ປະທານປະເທດຈີນ ໄດ້ສົ່ງສານສະແດງຄວາມຍິນດີເຊິ່ງກັນແລະກັນ ເພື່ອເປັນການສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຮອງນາຍົກແນະນຳ, ຈົ່ງຊ່ວຍກັນຮັກສາຄວາມສວຍງາມຂອງສະຖານທີ່ທ່ອງທ່ຽວທາງທຳມະຊາດ

ການຮັບປະກັນວ່າສິ່ງແວດລ້ອມທາງທຳມະຊາດຂອງລາວຈະບໍ່ຖືກລົບກວນ ແມ່ນສິ່ງສຳຄັນໃນການດຶງດູດນັກທ່ອງທ່ຽວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີກ່າວໃນການຢ້ຽມຢາມຖ້ຳນ້ຳລອດເຊບັ້ງໄຟ ແລະ ຖ້ຳກອງຫຼໍ່ ທີ່ແຂວງຄຳມ່ວນໃນຕົ້ນອາທິດນີ້.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ປີທ່ອງທ່ຽວລາວ-ຈີນຈະເລີ່ມເປີດຕົວໃນມື້ອື່ນ

ໃນອາທິດນິ້ ລາວ ແລະ ຈີນ ຈະເລີ່ມເປີດຕົວລາຍການໃຫຍ່ເພື່ອສົ່ງສີມການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງຊາດສຳລັບປີ 2019.ເຈົ້າໜ້າທີ່ຈາກກະຊວງຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຮ່ວມປະຊຸມທີ່ວຽງຈັນໃນອາທິດນີ້ ເພື່ອຫາລືລາຍລະອຽດພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຢ່າງເປັນທາງການ. ອ່ານຕໍ່  ...

ສີລັດດາ ສຸລິຍົົງ

ທ່າຝະລັ່ງ ແຂວງຄຳມ່ວນ ສ້າງກະແສນິຍົມໃນກຸ່ມນັກທ່ອງທ່ຽວຜ່ານສື່ສັງຄົມອອນໄລ

ການພັດທະນາທ່າຝະລັ່ງ ແຂວງຄຳມ່ວນໃໝ່ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫຼັງຈາກທີ່ມີການເຜີຍແຜ່ຮູບພາບທິວທັດທຳມະຊາດທີ່ສວຍງາມຈຳນວນໜຶ່ງ ຜ່ານທາງສື່ສັງຄົມອອນລາຍ.ສະຖານທີ່ທ່ອງທ່ຽວດັ່ງກ່າວ ເຊິ່ງຕັ້ງຢູ່ນ້ຳດອນ ເມືອງທ່າແຂກ ໄດ້ມີການເປີດໃຫ້ບໍລິການມາແຕ່ເດືອນແລ້ວນີ້ ກ່ອນໜ້າແຜນເປີດຕົວທາງການໃນປີນີ້.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ເທດສະການອາຫານລາວ 2019 ເລີ່ມເປີດສາກແລ້ວ

(ຂປລ) ປະຊາຊົນລາວທ້ອງຖິ່ນ ແລະ ຕ່າງປະເທດ ຈຳນວນຫຼາຍຫຼັ່ງໄຫຼເຂົ້າໄປສວນເຈົ້າອານຸວົງ ໃນວັນທີ 23 ມັງກອນນີ້ ເພື່ອຢ້ຽມຊົມເທດສະການອາຫານລາວ ເຊິ່ງມີບູ໊ດວາງສະແດງອາຫານ, ຜະລິດຕະພັນກະສິກຳ ແລະ ຫັດຖະກຳທັງພາຍໃນ ແລະ ຕ່າງປະເທດ ກວ່າ 180 ບູ໊ດ.ງານດັ່ງກ່າວຈະມີຂຶ້ນແຕ່ວັນທີ 23-26 ມັງກອນນີ້ ແຕ່ເວລາ 8:00 ເຊົ້າເຖິງ 10.00 ແລງ, ແນໃສ່ສົ່ງເສີມການອະນຸລັກອາຫານລາວທ້ອງຖິ່ນ ແລະ ວັດທະນະທຳທີ່ກ່ຽວຂ້ອງ, ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະຈາກປະເທດອາຊຽນໃຫ້ເຂົ້າມາທ່ຽວລາວ, ແລະ ເປັນການສົ່ງເສີມໂອກາດສຳລັບຜູ້ປະກອບການແມ່ຍິງ ໃນຂະແໜງທຸລະກິດອາຫານ ໃນການນຳສະເໜີສິນຄ້າ ແລະ ການບໍລິການຂອງເຂົາເຈົ້າ, ອີງຕາມ ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມທຸລະກິດແມ່ຍິງລາວ.ອ່ານຕໍ່ ...

ຂປລ

ລາຍຮັບຈາກການທ່ອງທ່ຽວປີ 2019 ຕັ້ງເປົ້າຫຼຸດລົງ 2.63%

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຕັ້ງເປົ້າລາຍຮັບຈາກການທ່ອງທ່ຽວຂອງນັກທ່ອງທ່ຽວຕ່າງປະເທດໃນລາວຢູ່ທີ່ປະມານ US$876 ລ້ານໂດລາ, ຫຼຸດລົງ 2.63% ທຽບກັບປີກາຍ.ລັດຖະບານໄດ້ຕັ້ງເປົ້າໝາຍນັກທ່ອງທ່ຽວໃນປີກາຍນີ້ຢູ່ທີ່ 5 ລ້ານຄົນ ແລະ ການສ້າງລາຍຮັບຢູ່ທີ່ US$900 ລ້ານໂດລາ, ແຕ່ວ່າໃນຕົວຈິງຄາດວ່າມີນັກທ່ອງທ່ຽວເຂົ້າມາລາວພຽງແຕ່ 4.18 ລ້ານຄົນ.  ບົດລາຍງານຕົວເລກຕົວຈິງຍັງບໍ່ມີການເປີດເຜີຍ ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ໂຕະຂ່າວ

ທຸລະກິດຮ່ວມຜະສົມລາວ-ຈີນ ຈະລົງທຶນ US$90 ລ້ານໂດລາໃນການສະໜອງຜະລິດຕະພັນເຄມີ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດຮ່ວມທຶນຂາອອກ-ຂາເຂົ້າເຄມີລາວ ມີແຜນລົງທຶນຈຳນວນ US$90 ລ້ານໂດລາໃນໄລຍະຫ້າປີ ເພື່ອສະໜອງຜະລິດຕະພັນເຄມີສຳລັບຂະແໜງການຕ່າງໆໃນລາວ.ບໍລິສັດໃໝ່ດັ່ງກ່າວຈັດແບ່ງການດຳເນີນທຸລະກິດເປັນສາມຂັ້ນ ແລະ ໄດ້ເລີ່ມດຳເນີນງານມີແຕ່ປີກາຍນີ້. ບໍລິສັດດັ່ງກ່າວຕັ້ງຢູ່ບ້ານໂຊກນ້ອຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ພິພິດຕະພັນກອງທັບຈະດຳເນີນການບູລະນະຄັ້ງໃຫຍ່

ພິພິດຕະພັນກອງທັບປະຊາຊົນລາວທີ່ວຽງຈັນ ຈະໄດ້ຮັບການບູລະນະປັບປຸງໃນປີນີ້ ເພື່ອຫັນໃຫ້ເປັນສະຖານທີ່ດຶງດູດທ່ອງທ່ຽວ ພາຍໃຕ້ທຶນການຊ່ວຍເຫຼືອຈາກລັດຖະບານຫວຽດນາມ.ລັດຖະບານຫວຽດນາມຕົກລົງຊ່ວຍເຫຼືອທຶນຈຳນວນ 13 ຕື້ກີບ (ກວ່າ US$1.5 ລ້ານໂດລາ) ເພື່ອປັບປຸງຫໍພິພິດຕະພັນດັ່ງກ່າວໃຫ້ເປັນສະຖານທີ່ທ່ອງທ່ຽວ ສົ່ງເສີມໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຮຽນຮູ້ກ່ຽວກັບມູນເຊື້ອປະຫວັດສາດ ແລະ ການຕໍ່ສູກູ້ຊາດຂອງກອງທັບປະຊາຊົນລາວ.ອ່ານຕໍ່ ...

ພົມພົງ ເຫຼົ່າອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kHg8B
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!