ອຸດສາຫະກຳ

ພິພິດຕະພັນສະຫວັນນະເຂດວາງສະແດງສາຍສຳພັນລາວ-ຫວຽດນາມໃນສະໄໝສົງຄາມ

ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ເຖິງວ່າຈະຜ່ານພົ້ນມາຫຼາຍປີແລ້ວ, ປະເທດລາວໃນປະຈຸບັນຍັງຄົງເຫຼືອຮ່ອງຮອຍປະຫວັດສາດ ໄວ້ໃຫ້ຮຽນຮູ້ສຳລັບຊາວລາວ ແລະ ນັກທ່ອງທ່ຽວ.ເຫດການໃນຊຸມປີ 1960s ແລະ 70s ເຊິ່ງສ່ວນໃຫຍ່ແມ່ນຖືກປິດລັບຕໍ່ຊາວໂລກ, ສົງຄາມລັບໃນຊຸມປິດັ່ງກ່າວໃນປະຈຸບັນ ແມ່ນເປັນທີ່ສົນໃຈຂອງນັກຮຽນຮູ້ທີ່ຕ້ອງການທຳຄວາມເຂົ້າໃຈກ່ຽວກັບອະດີດຂອງລາວ ກໍ່ຄືປະຫວັດການຕໍ່ສູ້ກູ້ຊາດໃນສະໄໝສົງຄາມອິນດູຈີນ.ອ່ານຕໍ່ ...

ປະຕິທິນ ເພັດເມືອງພວນ

ແຂວງຄຳມ່ວນພ້ອມໃນການຮອງຮັບນັກທ່ອງທ່ຽວ

ອຳນາດການປົກຄອງແຂວງຄຳມ່ວນກຳລັງຂຸ້ນຂ້ຽວກະກຽມສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ເພື່ອສ້າງບັນຍາກາດຕ້ອນຮັບນັກທ່ອງທ່ຽວໃນປີນີ້ໃຫ້ຟົດຟື້ນມ່ວນຊື່ນ.ທ່ານ ບຸນທະວີ ສີສົມບັດ ຕາງໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນໄດ້ເປີດເຜີຍຕໍ່ວຽງຈັນທາມສ໌ວ່າ ອຳນາດການປົກຄອງແຂວງໄດ້ມີການກະກຽມຫຼາຍຢ່າງເພື່ອປັບປຸງພື້ນຖານໂຄງລ່າງໃນແຂວງ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ໄຊຍະບູລີກະກຽມບຸນຊ້າງຕ້ອນຮັບນັກທ່ອງທ່ຽວຈີນ

ອຳນາດການປົກຄອງແຂວງໄຊຍະບູລີກະກຽມຕ້ອນຮັບນັກທ່ອງທ່ຽວກຸ່ມໃຫຍ່ຈາກຈີນກວ່າ 500 ຄົນ ທີ່ຈະເດີນທາງມາທ່ຽວຊົມບຸນຊ້າງທີ່ເທດສະບານແຂວງໃນອາທິດນີ້ ແລະ ທິດໜ້າ.ບຸນຊ້າງເປັນບຸນປະຈຳປີທີ່ໄດ້ຮັບຄວາມນິຍົມ ເຫັນໄດ້ຈາກຍອດຈອງບ້ານພັກເຕັມທຸກປີ ເນື່ອງຈາກມີນັກທ່ອງທ່ຽວຈາກທຸກສາລະທິດຫຼັ່ງໄຫຼກັນມາສຳຜັດໂອກາດອັນຫາໄດ້ຍາກໃນການຊົມຊ້າງຢ່າງໃກ້ຊິດ ແລະ ເປັນສ່ວນຕົວ.ອ່ານຕໍ່  ...

ສີລັດດາ ສຸລິຍົງ

ບຸນປີໃໝ່ພູໄທມີການສະແດງຮີດຄອງປະເພນີອັນເກົ່າແກ່

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວເຜົ່າພູໄທຈຳນວນຫຼວງຫຼາຍໄດ້ມີການເຕົ້າໂຮມທີ່ນະຄອນວຽງຈັນໃນອາທິດແລ້ວນີ້ ເພື່ອສະເຫຼີມສະຫຼອງບຸນປີໃໝ່ຕາມປິຕິທິນຈັນທະລະຄະຕິ.ງານສະເຫຼີມສະຫຼອງດັ່ງກ່າວແມ່ນເພື່ອໃຫ້ຊາວນະຄອນຫຼວງໄດ້ຮຽນຮູ້ກ່ຽວກັບວັດທະນະທຳຮີດຄອງປະເພນີຂອງຊົນເຜົ່າດັ່ງກ່າວ, ເຊິ່ງມີການສະແດງດົນຕີ ແລະ ສິລະປະພື້ນເມືອງທີ່ເດັ່ນ ເຊິ່ງເປັນສ່ວນໜຶ່ງຂອງປະເພນີການປະຕິບັດຂອງຊົນເຜົ່າມາແຕ່ດັ້ງເດີມ.ອ່ານຕໍ່  ...

Visith Teppalath

ເລີ່ມລົງມືເຮັດບົດວິພາກເສດຖະກິດສຳລັບໂຄງການພັດທະນາການທ່ອງທ່ຽວພູເບ້ຍ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງໄຊສົມບູນໄດ້ຄັດເລືອກເອົາບໍລິສັດຄຳໄພຊະນະກຣຸ໊ບຈຳກັດ ໃຫ້ດຳເນີນການສຳຫຼວດຄວາມເປັນໄປໄດ້ໃນໂຄງການພັດທະນາແຫຼ່ງທ່ອງທ່ຽວພູເບ້ຍທີ່ເມືອງອານຸວົງ. ໂຄງການດັ່ງກ່າວມີເປົ້າໝາຍແນໃສ່ພັດທະນາການທ່ອງທ່ຽວໃນພື້ນທີ່ຕາມມາດຕະຖານແຫ່ງຊາດ ຄຽງຄູ່ກັບການປັກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາຊົນນະບົດ.ອ່ານຕໍ່  ...

ໂຕະຂ່າວ

ວັດສັກສິດທາງພຸດທະສາດສະໜາດຶງດູດຜູ້ມີໃຈໃສສັດທາມາແຂວງອຸດົມໄຊ

ອຸດົມໄຊ ,ລາວ (ວຽງຈັນທາມສ໌/ANN) – ຖ້າມີໂອກາດໄປຢ້ຽມຢາມແຂວງອຸດົມໄຊທາງພາກຕາເວັນຕົກສຽງເໜືອຂອງລາວ, ຢ່າລືມໄປຊົມວັດພະເຈົ້າສິງຄຳ ທີ່ເມືອງຫຼາ ແລະ ໄປໄຫວ້ບູຊາພະເຈົ້າສິງຄຳອົງສັກສິດ. ວັດດັ່ງກ່າວແມ່ນສະຖານທີ່ທ່ອງທ່ຽວທາງວັດທະນະທຳທີ່ມີຊື່ສຽງຂອງເມືອງຫຼາ ແລະ ເປັນບ່ອນສະຖິດຂອງພະພຸດທະຮູບພະເຈົ້າສິງຄຳ ທີ່ເຊື່ອກັນວ່າມີຄວາມສັດສິດ.ອ່ານຕໍ່  ...

ວິສິດ ເທບພະລັດ

ແຂວງຈຳປາສັກເລັ່ງໃສ່ການດຶງດູດນັກທ່ອງທ່ຽວໃນປີທ່ອງທ່ຽວລາວ-ຈີນ

ແຂວງຈຳປາສັກຈະສຸມໃສ່ການຈັດງານເທດສະການທີ່ເປັນເອກະລັກ ແລະ ການລິເລີ່ມຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວໃນແຂວງພາກໃຕ້ ເນື່ອງໃນປີທ່ອງທ່ຽວລາວ-ຈີນ.ທ່ານນາງ ມາລາ ຈັນທະລາມ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກໄດ້ເປີດເຜີຍຕໍ່ວຽງຈັນທາມສ໌ວ່າ ທາງແຂວງໄດ້ມີການປັບປຸງການບໍລິການ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ທັງມີແຜນຈັດກິດຈະກຳໃໝ່ໆທີ່ໜ້າຕື່ນເຕັ້ນ ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວໃນປີທ່ອງທ່ຽວດັ່ງກ່າວ.ອ່ານຕໍ່ ...

Viengdavanh Banphahaksa

ການເຜີຍແຜ່ແຜນປີທ່ອງທ່ຽວລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ແຜນກິດຈະກຳຫຼັກສຳລັບປີທ່ອງທ່ຽວລາວ-ຈີນ 2019 ໄດ້ມີການເຜີຍແຜ່ໃນວັນອັງຄານທີ່ຜ່ານມາ ໃນກອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ທີ່ວຽງຈັນ.ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອະທິບາຍແປດກິດຈຳກຳຕົ້ນຕໍ ທີ່ຈະຈັດຂຶ້ນໃນປະເທດລາວ ແລະ ຈີນເພື່ອສົ່ງເສີມການທ່ອງທ່ຽວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວຄວນຈັດບູລິມະສິດວຽກງານທ່ອງທ່ຽວເພື່ອຊຸກຍູ້ການຂະຫຍາຍຕົວ, ລັດຖະມົນຕີຊີ້

ລັດຖະບານຄວນສືບຕໍ່ຈັດບູລິມະສິດການທ່ອງທ່ຽວ ແລະ ໃຫ້ທຸກໆກະຊວງ ແລະ ອຳນາດການປົກຄອງທ້ອງຖິ່ນມີສ່ວນຮ່ວມໃນການສົ່ງເສີມການທ່ອງທ່ຽວ ເພື່ອຊຸກຍູ້ການຂະຫຍາຍຕົວດ້ານເສດຖະກິດ, ທ່ານລັດຖະມົນຕີຊີ້.ທ່ານ ປອ ບໍ່ແສງຄຳ ວົງດາຣາ ນາຍົກລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຄຳເຫັນດັ່ງກ່າວໃນພິທີປິດປີທ່ອງທ່ຽວລາວ 2018 ຢ່າງເປັນທາງການທີ່ຫໍວັດທະນະທຳແຫ່ງຊາດໃນວັນຈັນທີ່ຜ່ານມາ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວມີຕົວເລກນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 8% ໃນປີ 2018

(ຂປລ) ໃນປີຜ່ານມາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວທັງໝົດ 4.18 ລ້ານຄົນ, ເພີ່ມຂຶ້ນ 8.2% ທຽບກັບປີ 2017, ຕາມກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ.ຈຳນວນນັກທ່ອງທ່ຽວຈາກພາກພື້ນອາຊີ-ປາຊິຟິກເພີ່ມຂຶ້ນ 8.4% ເປັນ 3.94 ລ້ານຄົນ ແລະ ຈາກພາກພື້ນຢູໂຣບເພີ່ມຂຶ້ນ 3% ເປັນປະມານ 165,000 ຄົນ.ອ່ານຕໍ່  ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

m6SgA
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!