ອຸດສາຫະກຳ

ແຂວງອຸດົມໄຊລະດົມຄວາມພະຍາຍາມໃນການເປັນຈຸດດຶງດູດນັກທ່ອງທ່ຽວ

ອຸດົມໄຊ, ລາວ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຂວງອຸດົມໄຊ ເພີ່ມທະວີຄວາມພະຍາຍາມໃນການກໍ່ສ້າງແຂວງໃຫ້ເປັນຈຸດດຶງດູດນັກທ່ອງທ່ຽວ ແລະ ປັບປຸງສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງຫຼາຍຂຶ້ນ.ທ່ານ ບຸນຄຳ ມິດເມືອງໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄດ້ກ່າວຜ່ານວຽງຈັນທາມສ໌ ໃນວັນຈັນນີ້ວ່າ ອຳນາດການປົກຄອງກຳລັງວາງແຜນໃນການປັບປຸງສະຖານທີ່ທ່ອງທ່ຽວນ້ຳກັດຍໍລະປາຣີສອດ, ວັດພະເຈົ້າສິງຄຳ ແລະ ວັດພູທາດລັດຕະນະມິ່ງເມືອງ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວຕ້ອງການກິດຈະກຳພິເສດເພື່ອເພີ່ມຍອດຈອງທີ່ພັກ: ຕາມນັກການໂຮງແຮມ

ວຽງຈັນ (ວຽງຈັນທາມສ໌/ANN) – ການບໍລະການທີ່ສະອາດ ແລະເປັນມິດຕໍ່ສິ່ງແວດລ້ອມ ແລະ ກິດຈະກຳການທ່ອງທ່ຽວທີ່ໜ້າສົນໃຈ ແມ່ນປັດໄຈສຳຄັນໃນການຮັກສາຍອດຈອງໂຮງແຮມ ແລະ ບ້ານພັກໃນອະນາຄົດ ຫຼັງຈາກກະແສການທ່ອງທ່ຽວທີ່ມີການເໜັງຕີງຂຶ້ນລົງໃນໄລຍະຜ່ານມາ.ໃນຂະນະທີ່ການບໍລິການໄດ້ບໍ່ເປັນບັນຫາສຳທຸລະກິດທີ່ກ່ຽວຂ້ອງກັບການໂຮງແຮມ, ຄວາມບໍ່ລົງຕົວໃນການຈອງທີ່ພັກຍັງຄົງເປັນບັນຫາຕໍ່ເນື່ອງ, ຕາມອຸດສາຫະກຳວົງໃນ.ອ່ານຕໍ່  ...

ໂຕະຂ່າວ

ແຂວງຕ່າງໆມີຈຳນວນນັກທ່ອງທ່ຽວຂຶ້ນລົງໃນຊ່ວງປີໃໝ່ລາວ

ແຂວງຕ່າງໆທົ່ວປະເທດໄດ້ລາຍງານຜົນລວມຂອງຈຳນວນນັກທ່ອງທ່ຽວໃນຊ່ວງປີໃໝ່ລາວ ເຊິ່ງບາງແຂວງກໍມີນັກທ່ອງທ່ຽວຫຼາຍກວ່າປີຜ່ານມາ ໃນຂະນະທີ່ບາງແຂວງກໍ່ມີຈຳນວນຫຼຸດປີຜ່ານມາ.ທ່ານ ບຸນມີ ພົມມະວົງສາ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວັງວຽງ ລາຍງານຕໍ່ໜ່ວຍຂ່າວວຽງຈັນທາມສ໌ ວານນີ້ວ່າ ຈຳນວນນັກທີ່ທ່ຽວໃນສະຖານທີ່ທ່ອງທ່ຽວຍອດນິຍົມໃນປີນີ້ຫຼຸດລົງປະມານ 20% ທຽບກັບປີ 2018.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວມີເປົ້າໝາຍຢຸດການນຳໃຊ້ແຮ່ໃຍຫີນພາຍໃນປີ 2020

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວພວມສະຫຼຸບແຜນດຳເນີນງານແຫ່ງຊາດ ເພື່ອແນໃສ່ລຶບລ້າງພະຍາດທີ່ເກີດຈາກການນຳໃຊ້ແຮ່ໃຍຫີນໃນປະເທດ ໂດຍການຢຸດການນຳເຂົ້າ ແລະ ນຳໃຊ້ວັດສະດຸກໍ່ສ້າງທີ່ເປັນອັນຕະລາຍຕໍ່ສຸຂະພາບໃນທົ່ວປະເທດ ພາຍໃນປີ 2020.ປະເທດລາວ ກໍຄືຫຼາຍປະເທດໃນພາກພື້ນອາຊຽນ ມີປະຫວັດການນຳໃຊ້ວັດສະດຸກໍ່ສ້າງດັ່ງກ່າວທັງໃນການກໍ່ສ້າງເພື່ອທຸລະກິດ ແລະ ທີ່ຢູ່ອາໄສ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແດນສະຫວັນ ໜຶ່ງໃນສະຖານທີ່ທ່ອງທ່ຽວພັກຜ່ອນທີ່ໜ້າສົນໃຈຂອງລາວ

ແຂວງວຽງຈັນ, ລາວ (ວຽງຈັນທາມສ໌/ANN) – ແດນສະຫວັນນ້ຳງື່ມຣີສອດຂຶ້ນຊື່ວ່າເປັນສະຖານທີ່ສຳລັບຄົນມີເງິນ ແລະ ມີອຳນາດໃນລາວ, ເຊິ່ງເປັນຣີສອດພັກຜ່ອນສຳລັບນັກພະນັນ, ຜູ້ມີໜ້າມີຕາ ເຈົ້າຂອງລົດຄັນງາມ. ມາໃນປະຈຸບັນ ຄ່າທີ່ພັກ ແລະ ຄ່າກິດຈະກຳໄດ້ປັບຫຼຸດລົງຫຼາຍ ເຮັດໃຫ້ລູກຄ້າທຳມະດາສາມາດມາທ່ອງທ່ຽວພັກຜ່ອນຮ່ວມກັບຄອບຄົວ ແລະ ໝູ່ເພື່ອນ.ແດນສະຫວັນນ້ຳງື່ມຣີສອດ ຕັ້ງຢູ່ເທິງພູເຂົາຄວາຍ ທາງຕອນໃຕ້ຂອງອ່າງເຂື່ອນນ້ຳງື່ມທີ່ສວຍງາມ ທີ່ແຂວງວຽງຈັນ, ຫ່າງຈາກນະຄອນຫຼວງວຽງຈັນ 60 ກມ. ອ່າງນ້ຳງື່ມມີທິວທັດທີ່ເປັນເອກະລັກ ມີເນື້ອທີ່ 390 ກິໂລຕາແມັດ ເປັນອ່າງນ້ຳທີ່ໃຫຍ່ທີ່ສຸດໃນປະເທດ ແລະ ມີນ້ຳສີຟ້າໃສເປັນລະຍິບລິຍັບໃນວັນທີ່ອາກາດແຈ່ມໃສ.ອ່ານຕໍ່ ...

ປະຕິທິນ ເພັດເມືອງພວນ

ມີແຜນຈັດກິດຈະກຳໜ້າຕື່ນຕາຫຼາຍຢ່າງ ສຳລັບບຸນປີໃໝລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຈັດຕັ້ງ ແລະ ບໍລິສັດຫຼາຍພາກສ່ວນພວມກຳລັງກະກຽມກິດຈະກຳຫຼາຍຮູບຫຼາຍສີສັນ ເພື່ອສະເຫຼີມສະຫຼອງປີໃໝ່ລາວ ເຊິ່ງຈະມີຂຶ້ນໃນວັນທີ 14-16 ເມສານີ້.ໃນງານບຸນດັ່ງກ່າວໂດຍລວມມີການຫົດສົງນ້ຳກັນ ເຊິ່ງຊ່ວຍຫຼຸດຜ່ອນຄວາມຮ້ອນຈາກສະພາບອາກາດໃນຊ່ວງເດືອນເມສາ.ອ່ານຕໍ່ ...

ສີສຸພັນ ອຳພອນພົງ

ບຸນປະເພນີປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ປີເກົ່າກຳລັງຈະຜ່ານພົ້ນໄປ ແລະ ປີໃໝ່ກຳລັງຈະກ້າວເຂົ້າມາສຳລັບຄົນລາວ ເຊິ່ງກຳລັງກະກຽມສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວ ທີ່ກຳລັງຈະວຽນມາບັນຈົບຄົບຮອບ ໃນວັນທີ 14-16 ເມສານີ້.ປີໃໝ່ລາວອາດຖືໄດ້ວ່າເປັນງານປະເພນີປະຈຳປີທີ່ຍິ່ງໃຫຍ່ ແລະ ສຳຄັນທີ່ສຸດຕາມປະຕິທິນພຸດທະສັກກະຫຼາດຂອງລາວ. ເຊິ່ງເປັນເວລາແຫ່ງຄວາມມ່ວນຊື່ນ ແລະ ການສະເຫຼີມສະຫຼອງ, ແລະຍັງເປັນເວລາຂອງຄອບຄົວໃນການອວຍໄຊໃຫ້ພອນໃນວາລະຖີປີໃໝ່ທີ່ຈະມາເຖິງ.ອ່ານຕໍ່ ...

ວິສິດ ເທບພະລັດ

ສະຖານທີ່ທ່ອງທ່ຽວກະກຽມຕ້ອນຮັບນັກທ່ອງທ່ຽວໃນຊ່ວງປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງວຽງຈັນເປັນທີ່ນິຍົມສຳລັບນັກທ່ອງທ່ຽວໃນຊ່ວງນີ້ ແລະ ເຈົ້າໜ້າທີ່ກໍກຳລັງກະກຽມກິດຈະກຳພິເສດສຳລັບປີໃໝ່ລາວ ເພື່ອຮັບປະກັນຄວາມມ່ວນຊື່ນເປັນທີ່ປະທັບໃຈສຳລັບນັກທ່ອງທ່ຽວ.ເມືອງວັງວຽງ ແລະ ເມືອງເຟືອງແມ່ນສອງຈຸດທ່ອງທ່ຽວຫຼັກ ທີ່ຄົນນິຍົມມາທ່ຽວ ເຊິ່ງມີທິວທັດທີ່ສວຍງາມ ຄາດວ່າຈະດຶງດູດນັກທ່ອງທ່ຽວໃນຊ່ວງພັກນີ້. ປີໃໝ່ລາວໃນປີນີ້ແມ່ນຢູ່ໃນລະຫວ່າງວັນທີ 14-16 ເມສາ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ຫຼວງພະບາງເປັນທີ່ສົນໃຈຂອງນັກທ່ອງທ່ຽວຈີນຫຼາຍຂຶ້ນ

ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ເຖິງຈະເປັນເມືອງທີ່ນ້ອຍ, ເມືອງມໍລະດົກໂລກຫຼວງພະບາງ ເຊິ່ງຕັ້ງຢູ່ລະຫວ່າງແມ່ນ້ຳຄານ ແລະ ແມ່ນ້ຳຂອງ ກໍກຳລັງກາຍເປັນທີ່ນິຍົມໃນກຸ່ມນັກທ່ອງທ່ຽວຈີນຢ່າງວ່ອງໄວ.ກະແສຄວາມນິຍົມທີ່ເພີ່ມຂຶ້ນດັ່ງກ່າວໄດ້ເຮັດໃຫ້ເຈົ້າຂອງໂຮງແຮມ, ຣີສອດ ແລະ ຮ້ານອາຫານຕ່າງໆຕ້ອງປັບຕົວເລັກນ້ອຍດ້ານການສື່ສານ ເມື່ອນັກທ່ອງທ່ຽວຈີນທີ່ເຂົ້າມາສ່ວນໃຫຍ່ ສາມາດສື່ສານພຽງແຕ່ເປັນພາສາຈີນເທົ່ານັ້ນ.ອ່ານຕໍ່ ...

ໂຕະຂ່າວ

ນັກທ່ອງທ່ຽວຈີນ 1,000 ຄົນເດີນທາງຢ້ຽມຢາມລາວເພື່ອສົ່ງເສີມປີທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມນັກທ່ອງທ່ຽວຈີນ 1,000 ຄົນ ລວມທັງເຈົ້າໜ້າທີ່ 50 ຄົນໄດ້ເດີນທາງມາເຖິງວຽງຈັນໃນວັນເສົາແລ້ວນີ້  ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ແລະ ຈີນ ໃນການສົ່ງເສີມການທ່ອງທ່ຽວ ເນື່ອງໃນປີທ່ອງທ່ຽວລາວ-ຈີນ 2019.ລັດຖະບານລາວໄດ້ຈັດພິທີຕ້ອນຮັບກຸ່ມນັກທ່ອງທ່ຽວດັ່ງກ່າວທີ່ວຽງຈັນໃນວັນອາທິດ, ເຊິ່ງນຳໂດຍທ່ານ (ຮສ.ປອ) ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

b2mnN
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!