ອຸດສາຫະກຳ

ລາວ, ຈີນຮ່ວມແລກປ່ຽນຄຳເຫັນກ່ຽວກັບການພັດທະນາການກໍ່ສ້າງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນວາງແຜນສົ່ງເສີມການຮ່ວມມື ແລະ ການຊ່ວຍເຫຼືອທາງວິຊາການໃນການກໍ່ສ້າງເສັ້ນທາງ ແລະ ຂົວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການທີ່ມີຄຸນນະພາບສູງໃຫ້ມີຄວາມວ່ອງໄວ ແລະ ປອດໄພຍິ່ງຂຶ້ນ.ຕາງໜ້າຈາກບໍລິສັດກໍ່ສ້າງຂອງລາວ ແລະ ຈີນໄດ້ຈັດປະຊຸມທີ່ວຽງຈັນວານນີ້ ເພື່ອແລກປ່ຽນປະສົບການ ແລະ ຮັບຟັງຄຳຄິຄຳເຫັນກ່ຽວກັບການພັດທະນາດ້ານເຕັກນິກ, ເທັກໂນໂລຢີ ແລະ ອຸປະກອນການກໍ່ສ້າງໃໝ່.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-china-exchange-views-construction-development-99527

ລາວຈະເລີ່ມເປີດບໍລິການ ອີວີຊາ ໃນເດືອນກໍລະກົດນີ້

ລາວຈະເລີ່ມເປີດບໍລິການຮັບສະໝັກວີຊາແບບອີເລັກໂທຣນິກ (ອີວີຊາ) ໃນເດືອນກໍລະກົດປີນີ້, ເພື່ອໃຫ້ນັກທ່ອງທ່ຽວສາມາດສະໝັກວິຊາແບບອອນໄລ ກ່ອນເດີນທາງເຂົ້າປະເທດ.ເວັບໄຊທາງການສຳລັບການສະໝັກອີວີຊາກໍຄື https://laoevisa.gov.la ເວັບໄຊອີວີຊານີ້ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກົມກົງສຸນ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ. ວີຊາທ່ອງທ່ຽວເຊິ່ງມີອາຍຸນຳໃຊ້ 30 ວັນ ຈະເປັນວີຊາປະເພດທຳອິດທີ່ໃຫ້ບໍລິການຜ່ານທາງເວັບໄຊ, ສ່ວນວີຊາປະເພດອື່ນຈະໃຫ້ບໍລິການເພີ່ມເຕີມໃນພາຍຫຼັງ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/06/25/laos-to-launch-online-evisa-service-in-july/

ລັດຕັ້ງເປົ້າສ້າງລາຍຮັບສູງສຸດຈາກແຜນສົ່ງເສີມການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານແນະນຳໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຮັດວຽກຮ່ວມກັບກະຊວງຕ່າງໆເພື່ອສົ່ງເສີມການທ່ອງທ່ຽວ ແລະ ສ້າງລາຍຮັບເຂົ້າລັດເພີ່ມຂຶ້ນ.ໃນຕົ້ນປີນີ້ ລັດຖະບານໄດ້ເປີດປີທ່ອງທ່ຽວລາວ-ຈີນ 2019 ເພື່ອຫວັງດຶງດູດນັກທ່ອງທ່ຽວຈາກຈີນ ແລະ ທົ່ວໂລກ. ລັດຖະບານວາງເປົ້າໝາຍໃນການດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 4.5 ລ້ານຄົນ ແລະ ສ້າງລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 6,001 ຕື້ກີບ (ປະມານ US$700 ລ້ານໂດລາ) ຕາມແຜນການ. ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-govt-aims-maximise-revenues-tourism-campaign-98795

ລາວ, ຈີນ ລົງນາມຂໍ້ຕົກລົງໃນການພັດທະນາບຸກຄະລາກອນດ້ານການທ່ອງທ່ຽວ

ຢຸນນານ, ປະເທດຈີນ (ວຽງຈັນທາມສ໌/ANN) – ສະຖາບັນວັດທະນະທຳ ແລະ ທ່ອງທ່ຽວ ສື່ມວນຊົນລາວ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບວິທະຍາໄລການທ່ອງທ່ຽວຢູນນານ ປະເທດຈີນ ເພື່ອສືບຕໍ່ພັດທະນາບຸກຄະລາກອນດ້ານການທ່ອງທ່ຽວ. ຂໍ້ຕົກລົງດັ່ງກ່າວໄດ້ຮັບການລົງນາມໃນພິທີແລກປ່ຽນ ແລະ ຮ່ວມມືດ້ານການສຶກສາ ຢຸນນານ-ອາຊີໃຕ້-ອາຊິຕາເວັນອອກສຽງໃຕ້ ທີ່ແຂວງຢຸນນານ ຄັ້ງວັນທີ 11 ມິຖຸນານີ້.ຄະນະຜູ້ແທນລາວນຳໂດຍທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມເຈົ້າໜ້າທີ່ສະຖາບັັນສື່ມວນຊົນລາວ ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວຕາມຄຳເຊື້ອເຊີນຈາກຢຸນນານ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/laos-china-sign-pact-develop-human-resources-tourism-98383

ເຂດເສດຖະກິດບໍ່ເຕັນເປີດຕົວປີທ່ອງທ່ຽວລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫຼວງນ້ຳທາ ສົ່ງເສີມກິດຈະກຳປີທ່ອງທ່ຽວລາວ-ຈີນ 2019 ແລະ ກອງປະຊຸມການຮ່ວມມືຂ້າມຊາຍແດນພາຍໃນເຂດ.ກິດຈະກຳສົ່ງເສີມປີທ່ອງທ່ຽວລາວ-ຈີນ ໄດ້ຈັດຂຶ້ນໃນທົ່ວປະເທດ ແລະ ໄດ້ມີການເປີດຕົວຢ່າງເປັນທາງການໃນສອງປະເທດໃນເດືອນມັງກອນ.ກິດຈະກຳຢູ່ບໍ່ເຕັນແມ່ນມີເປົ້າໝາຍໃນການດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ, ທັງພາຍໃນເຂດກໍຄືແຂວງຫຼວງນ້ຳທາ ແລະ ແຂວງອ້ອມແອ້ມ.ອ່ານຕໍ່ ...

ສຸກສະໄໝ ບູລົມ
http://annx.asianews.network/content/boten-economic-zone-launches-visit-laos-china-year-98317

ກະຊວງຮຽກຮ້ອງການຮ່ວມມືເພື່ອປົກປັກຮັກສາສະຖານທີ່ທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ສຈ ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ໋ຽວ ໄດ້ຮຽກຮ້ອງການຮ່ວມມືຈາກພາກລັດໃນການອະນຸລັກ ແລະ ຮັກສາສະຖານທີ່ທ່ອງທ່ຽວຕ່າງໆໃນເມືອງວັງວຽງ ພາຍຫຼັງເຫັນວ່າການຂະຫຍາຍຕົວຂອງໂຮງງານອຸດສາຫະກຳອາດເປັນໄພອັນຕະລາຍຕໍ່ສະຖານທີ່ທ່ອງທ່ຽວ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-tourism-minister-calls-joint-effort-protect-tourist-sites-98161

ລັດຖະບານສັນຍາຈະຍົກລະດັບສິ່ງອຳນວຍຄວາມສະດວກເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ຫຼາຍຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສັນຍາຈະພັດທະນາ ແລະ ປັບປຸງສະຖານທີ່ທ່ອງທ່ຽວຫ້າແຫ່ງໃນແຕ່ລະແຂວງ ກໍຄືການປັບປຸງຖະໜົນໃນການເຂົ້າເຖິງ ແລະ ສີ່ງອຳນວຍຄວາມສະດວກຕ່າງໆພາຍໃນປີໜ້າ ເພື່ອຫວັງດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ.ນີ້ແມ່ນຄຳເຫັນຂອງທ່ານ ສຈ ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນພິທີເປີດກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດວານນີ້.ທ່ານລັດຖະມົນຕີກ່າວວ່າ ລັດຖະບານຈະຊຸກຍູ້ການຊ່ວຍເຫຼືອຈາກຂະແໜງເອກະຊົນ ໃນການກໍ່ສ້າງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ ແລະ ການບໍລິການຕ່າງໆເພື່ອຮອງຮັບການຂະຫຍາຍຕົວຂອງການທ່ອງທ່ຽວ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-vows-upgrade-facilities-draw-more-overseas-tourists-97985

ນັກອອກແບບລາວຈະເປັນກຽດໃນການຮັບລາງວັນການອອກແບບຂອງອີຕາລີ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກອອກແບບລາວ ດວງມະນີ ເຮືອງຄຳແສນ (ຕຸກຕາ) ແລະ ຍີ້ຫໍ້ ‘ເຮີເວີກສ໌’ ຈະໄດ້ຮັບລາງວັນການອອກແບບເຄື່ອງແຕ່ງກາຍດີເດັ່ນໃນພິທີມອບລາງວັນທີ່ປະເທດອີຕາລີໃນເດືອນນີ້.ດວງມມະນີ ກ່າວຕໍ່ໜັງສືພິມວຽງຈັນທາມສ໌ວ່າ ລາວຈະໄດ້ຮັບລາງວັນການອອກແບບ Iron A’ Design ຈາກສະຖາບັນການອອກແບບສາກົນ, ເຊິ່ງພິທີມອບລາງວັນດັ່ງກ່າວຈະຈັດຂຶ້ນໃນວັນທີ 28 ມິຖຸນານີ້ ທີ່ Teatro Sociale Como, ເມືອງ Piazza Verdi, ປະເທດອີຕາລີ.ອ່ານຕໍ່ ...

ສີສຸພັນ ອຳພອນພົງ
http://annx.asianews.network/content/lao-designer-be-honoured-italian-design-award-97920

ລາວ, ຈີນແລກປ່ຽນປະສົບການດ້ານການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າເຈົ້າໜ້າທີ່ທ່ອງທ່ຽວຂອງລາວ ແລະ ຈີນ ປະຊຸມທີ່ວຽງຈັນ ໃນອາທິດແລ້ວນີ້ ເພື່ອແລກປ່ຽນປະສົບການກ່ຽວກັບການບໍລິການທ່ອງທ່ຽວ ເຊິ່ງເປັນສ່ວນໜຶ່ງຂອງການສຶກສາແລກປ່ຽນເພື່ອເສີມຂະຫຍາຍການຮ່ວມມືໃນຂົງເຂດດັ່ງກ່າວ.ກິດຈະກຳດັ່ງກ່າວແມ່ນສ່ວນໜຶ່ງຂອງງານອາທິດວັດທະນະທຳຈີນ ເຊິ່ງຈັດຂຶ້ນແຕ່ວັນທີ 30 ພຶດສະພາ ເຖິງ 2 ມິຖຸນາ ທີ່ນະຄອນຫຼວງວຽງຈັນ ຈັດໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງຈີນ ແລະ ສູນວັດທະນະທຳຈີນປະຈຳລາວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ວີນາມີວ ແລະ ລາວ-ເຈໂກຣ ຮ່ວມມືໃນການເຮັດຟາມໂຄນົມປອດສານພິດ ແລະ ຣີສອດ

ຊຽງຂວາງ, ລາວ (ວຽງຈັນທາມສ໌/ANN) – ວີນາມິວ, ບໍລິສັດນົມທີ່ໃຫຍ່ທີ່ສຸດຂອງຫວຽດນາມ ໄດ້ຈັບມືກັບບໍລິສັດລາວ ແລະ ຍີ່ປຸ່ນ ໃນການສ້າງຟາມໂຄນົມປອດສານພິດ ແລະ ຣີສອດ ຢູ່ແຂວງຊຽງຂວາງ.ການກໍ່ສ້າງໂຄງການໄດ້ເລີ່ມດຳເນີນຢ່າງເປັນທາງການໃນອາທິດແລ້ວນີ້ທີ່ພູພຽງຊຽງຂວາງ. ເຂົ້າຮ່ວມໃນພິທີວາງສີວາເລີກມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ເຈົ້າໜ້າທີ່ການນຳຈາກລາວ ແລະ ຫວຽດນາມ ແລະ ຜູ້ຕາງໜ້າຈາກບໍລິສັດ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

d5m5t
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!