Manufacturing

ການທ່ອງທ່ຽວ

ບຸນປະເພນີປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ປີເກົ່າກຳລັງຈະຜ່ານພົ້ນໄປ ແລະ ປີໃໝ່ກຳລັງຈະກ້າວເຂົ້າມາສຳລັບຄົນລາວ ເຊິ່ງກຳລັງກະກຽມສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວ ທີ່ກຳລັງຈະວຽນມາບັນຈົບຄົບຮອບ ໃນວັນທີ 14-16 ເມສານີ້.ປີໃໝ່ລາວອາດຖືໄດ້ວ່າເປັນງານປະເພນີປະຈຳປີທີ່ຍິ່ງໃຫຍ່ ແລະ ສຳຄັນທີ່ສຸດຕາມປະຕິທິນພຸດທະສັກກະຫຼາດຂອງລາວ. ເຊິ່ງເປັນເວລາແຫ່ງຄວາມມ່ວນຊື່ນ ແລະ ການສະເຫຼີມສະຫຼອງ, ແລະຍັງເປັນເວລາຂອງຄອບຄົວໃນການອວຍໄຊໃຫ້ພອນໃນວາລະຖີປີໃໝ່ທີ່ຈະມາເຖິງ.ອ່ານຕໍ່ ...

ວິສິດ ເທບພະລັດ

ສະຖານທີ່ທ່ອງທ່ຽວກະກຽມຕ້ອນຮັບນັກທ່ອງທ່ຽວໃນຊ່ວງປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງວຽງຈັນເປັນທີ່ນິຍົມສຳລັບນັກທ່ອງທ່ຽວໃນຊ່ວງນີ້ ແລະ ເຈົ້າໜ້າທີ່ກໍກຳລັງກະກຽມກິດຈະກຳພິເສດສຳລັບປີໃໝ່ລາວ ເພື່ອຮັບປະກັນຄວາມມ່ວນຊື່ນເປັນທີ່ປະທັບໃຈສຳລັບນັກທ່ອງທ່ຽວ.ເມືອງວັງວຽງ ແລະ ເມືອງເຟືອງແມ່ນສອງຈຸດທ່ອງທ່ຽວຫຼັກ ທີ່ຄົນນິຍົມມາທ່ຽວ ເຊິ່ງມີທິວທັດທີ່ສວຍງາມ ຄາດວ່າຈະດຶງດູດນັກທ່ອງທ່ຽວໃນຊ່ວງພັກນີ້. ປີໃໝ່ລາວໃນປີນີ້ແມ່ນຢູ່ໃນລະຫວ່າງວັນທີ 14-16 ເມສາ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ຫຼວງພະບາງເປັນທີ່ສົນໃຈຂອງນັກທ່ອງທ່ຽວຈີນຫຼາຍຂຶ້ນ

ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ເຖິງຈະເປັນເມືອງທີ່ນ້ອຍ, ເມືອງມໍລະດົກໂລກຫຼວງພະບາງ ເຊິ່ງຕັ້ງຢູ່ລະຫວ່າງແມ່ນ້ຳຄານ ແລະ ແມ່ນ້ຳຂອງ ກໍກຳລັງກາຍເປັນທີ່ນິຍົມໃນກຸ່ມນັກທ່ອງທ່ຽວຈີນຢ່າງວ່ອງໄວ.ກະແສຄວາມນິຍົມທີ່ເພີ່ມຂຶ້ນດັ່ງກ່າວໄດ້ເຮັດໃຫ້ເຈົ້າຂອງໂຮງແຮມ, ຣີສອດ ແລະ ຮ້ານອາຫານຕ່າງໆຕ້ອງປັບຕົວເລັກນ້ອຍດ້ານການສື່ສານ ເມື່ອນັກທ່ອງທ່ຽວຈີນທີ່ເຂົ້າມາສ່ວນໃຫຍ່ ສາມາດສື່ສານພຽງແຕ່ເປັນພາສາຈີນເທົ່ານັ້ນ.ອ່ານຕໍ່ ...

ໂຕະຂ່າວ

ນັກທ່ອງທ່ຽວຈີນ 1,000 ຄົນເດີນທາງຢ້ຽມຢາມລາວເພື່ອສົ່ງເສີມປີທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມນັກທ່ອງທ່ຽວຈີນ 1,000 ຄົນ ລວມທັງເຈົ້າໜ້າທີ່ 50 ຄົນໄດ້ເດີນທາງມາເຖິງວຽງຈັນໃນວັນເສົາແລ້ວນີ້  ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ແລະ ຈີນ ໃນການສົ່ງເສີມການທ່ອງທ່ຽວ ເນື່ອງໃນປີທ່ອງທ່ຽວລາວ-ຈີນ 2019.ລັດຖະບານລາວໄດ້ຈັດພິທີຕ້ອນຮັບກຸ່ມນັກທ່ອງທ່ຽວດັ່ງກ່າວທີ່ວຽງຈັນໃນວັນອາທິດ, ເຊິ່ງນຳໂດຍທ່ານ (ຮສ.ປອ) ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ແຂວງອຸດົມໄຊກະກຽມງານບຸນປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອຸດົມໄຊກະກຽມເປັນເຈົ້າພາບໃນການຈັດກິດຈະກຳຫຼາກຫຼາຍສີສັນເພື່ອດຶງດູດນັກທ່ອງທ່ຽວໃນຊ່ວງບຸນປີໃໝ່ລາວ 14-16 ເມສາ, ເຊິ່ງຈະມີຈັດການສະເຫຼີມສະຫຼອງຍິ່ງໃຫຍ່ກວ່າປີຜ່ານມາ.ທ່ານ ບຸນກວນ ມິດເມືອງໄຊ ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວວຽງຈັນທາມສ໌ວ່າ ກິດຈະກຳສະເຫຼີມສະຫຼອງໃນປີນີ້ຈະມີຂຶ້ນໃນຊ່ວງວັນທີ 13-16 ເມສາ ເຊິ່ງເຈົ້າໜ້າທີ່ໄດ້ກະກຽມກິດຈະກຳພິເສດເພື່ອຕ້ອນຮັບນັກທ່ອງທ່ຽວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ນ້ຳຕົກຕາດຫ້ວຍຫຼາຫຼາບ ແຂວງສະຫວັນນະເຂດ ສຶກສາທ່າແຮງດ້ານການທ່ອງທ່ຽວ

ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ແຂວງສະຫວັນນະເຂດ ມີແຜນພັດທະນານ້ຳຕົກຕາດຫ້ວຍຫຼາຫຼາບ ເຊິ່ງຕັ້ງຢູ່ໃກັບ້ານອ້ອຍ-ຕັນຕີບ ເມືອງນອງ ໃຫ້ເປັນສະຖານທີ່ທ່ອງທ່ຽວ ຫຼັງຈາກມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈໃນສະຖານທີ່ທາງທຳມະຊາດດັ່ງກ່າວ.ທ່ານນາງ ເພັດມະນີ ມາດມະນີສອນ ເຈົ້າໜ້າທີ່ທ່ອງທ່ຽວແຂວງໄດ້ບອກຜ່ານໜັງສືພີມວຽງຈັນທາມສ໌ໃນວັນສຸກຜ່ານມານີ້ວ່າ ນ້ຳຕົກຕາດຫ້ວຍຫຼາຫຼາບມີຄວາມງົດງາມ ແລະ ມີທ່າແຮງສູງໃນການພັດທະນາເປັນແຫຼ່ງທ່ອງທ່ຽວຢ່າງເປັນທາງການ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ຄຳມ່ວນເລີ່ມສຶກສາຄວາມເປັນໄປໄດ້ໃນການພັດທະນາພື້ນສະຖານທີ່ທ່ອງທ່ຽວຂຸນກອງແລງ ແຂວງຄຳມ່ວນ

ວຽງຈັນ (ວຽງຈັນທາມສ໌/ANN) – ຫ້ອງການປົກຄອງເມືອງຫີນບູນ ແຂວງຄຳມ່ວນ ໄດ້ແຈ້ງການປິດການບໍລິການໃນສະຖານທີ່ທ່ອງທ່ຽວຂຸນນ້ຳກອງແລງເປັນການຊົ່ວຄາວໃນວັນພຸດຜ່ານມາ ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ໃນການພັດທະນາສະຖານທີ່ທ່ອງທ່ຽວດັ່ງກ່າວ.ຂຸນນ້ຳກອງແລງ ແຂວງຄຳມ່ວນ ແມ່ນຕັ້ງຢູ່ບໍລະເວນຕີນພູຫີນປູນ ຫ່າງຈາກຕົວເມືອງທ່າແຂກໄປທາງເໜືອປະມານ 50 ກມ. ບຶງນ້ຳດັ່ງກ່າວແມ່ນໜຶ່ງໃນ 10 ສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງເມືອງຫີນບູນ ທີ່ທາງແຂວງໄດ້ອະນຸມັດໃຫ້ບໍລິສັດທ່ອງທ່ຽວພາຍໃນດຳເນີນການສຶກສາຄວາມເປັນໄປໄດ້ໃນການພັດທະນາໃນຖຄງການໂລກສີຂຽວ.ອ່ານຕໍ່ ...

ວຽງດາວັນ ຈັນທະຮັກສາ

ລັດຖະບານເປີດໄຟຂຽວສຳລັບໂຄງການກໍສ້າງສວນວັດທະນະທຳ ແລະ ທ່ອງທ່ຽວວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດພັດທະນາສວນວັດທະນະທຳລ້ານຊ້າງຈຳກັດ, ເຊິ່ງເປັນບໍລິສັດລົງທຶນຂອງເອກະຊົນໃນວຽງຈັນ, ໄດ້ຮັບການຄັດເລືອກຈາກລັດຖະບານໃນການພັດທະນາພື້ນທີ່ 88 ເຮັກຕາໃຫ້ເປັນສວນວັດທະນະທຳ, ພຶກສາ ແລະ ພັກຜ່ອນແຫ່ງໃໝ່ໃນນະຄອນຫຼວງວຽງຈັນ.ຜູ້ຮັບເໝົາໂຄງການຕັ້ງເປົ້າລົງທຶນເບື້ອງຕົ້ນ US$80 ລ້ານໂດລາ ສຳລັບສາມໄລຍະຂອງການພັດທະນາພື້ນທີ່, ເຊິ່ງລວມມີ ສວນວັດທະນະທຳ ແລະ ພັກຜ່ອນ, ສວນພຶກສາ ແລະ ສວນສັດ, ສູນການຄ້າ ແລະ ໂຮງແຮມ, ແລະ ສິ່ງອຳນວນຄວາມສະດວກດ້ານທີ່ຢູ່ອາໄສ ແລະ ການພັດທະນາພື້ນຖານໂຄງລ່າງ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່ສົ່ງເສີມວຽກງານການປົກປັກຮັກສາມໍລະດົກແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ໄດ້ເພີ່ມທະວີຄວາມພະຍາຍາມໃນການປັບປຸງການອະນຸລັກມໍລະດົກທາງວັນທະນະທຳຮີດຄອງປະເພນີລາວ ເຊິ່ງລວມມີການເລີ່ມລົງມືກວດກາ ແລະ ຂຶ້ນທະບຽນການຮັກສາມໍລະດົກຢ່າງເປັນທາງການ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມກ່ຽວກັບການຄຸ້ມຄອງວັດຖຸບູຮານ ແລະ ສົ່ງເສີມການປົກປັກຮັກສາມໍລະດົກທາງວັດທະນະທຳ ເຊິ່ງຈັດຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ວຽງຈັນ ວານນີ້ ພາຍໃຕ້ການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ໂຕະຂ່າວ

ອ່າງນ້ຳທຽນເຜີຍວິຖີຊີວິດຕາມບຶງນ້ຳທີ່ລຽບງ່າຍ ແລະ ການອະນຸລັກພັນຊ້າງ

ໄຊຍະບູລີ, ລາວ (ວຽງຈັນທາມສ໌/ANN) – ໄຊຍະບູລີເປັນແຂວງທີ່ມີຊື່ສຽງມາແຕ່ດົນນານທາງດ້ານປະຊາກອນຊ້າງທີ່ມີຈຳນວນຫຼາຍທີ່ສຸດໃນປະເທດລາວ ເຊິ່ງມັກນິຍົມນຳໃຊ້ເຂົ້າໃນການລາກແກ່ສິ່ງຂອງຕາມທົ່ງໄຮ່ທົ່ງນາ ແລະ ປ່າໄມ້, ແລະ ໃນປະຈຸບັນໄຊຍະກໍກຳລັງເປັນທີ່ນິຍົມຢ່າງກວ້າງຂວາງໃນດ້ານສະຖານທີ່ທ່ອງທ່ຽວຕ່າງໆ.ແຂວງດັ່ງກ່າວຍັງມີຈຳນວນນັກທ່ອງທ່ຽວໃນລະດັບຕ່ຳເມື່ອທຽບກັບພາກອື່ນຂອງປະເທດລາວ ແຕ່ວ່າສຳລັບຜູ້ທີ່ມັກຮັກການຜະຈົນໄພ ແມ່ນຮັບປະກັນໄດ້ເລີຍວ່າຈະໄດ້ຮັບປະສົບການທີ່ເປັນເອກະລັກ ແລະ ໃກ້ຊິດກັບທຳມະຊາດທີ່ໜ້າອັດສະຈັນຢ່າງແທ້ຈິງ.ອ່ານຕໍ່ ...

ປະຕິທິນ ເພັດເມືອງພວນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

yn3tF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!