ອຸດສາຫະກຳຕັດຫຍິບໃນລາວປະສົບບັນຫາຕໍ່ເນື່ອງ

ວຽງຈັນທາມສ໌/ANN: ຜູ້ປະກອບການຕັດຫຍິບໃນລາວປະສົບບັນຫາຕໍ່ເນື່ອງໃນການສືບຕໍ່ດຳເນີນ ແລະ ຂະຫຍາຍທຸລະກິດ, ຕາມການເປີດເຜີຍຂອງ ສະມາຄົມອຸດສາຫະກຳຕັດຫຍິບລາວ.ລູກຄ້າຕ້ອງການສິນຄ້າທີ່ມີຄຸນນະພາບ ແຕ່ວ່າຜູ້ຜະລິດພັດບໍ່ມີອຳນາດໃນການກຳນົດລາຄາຕາມຕົ້ນທຶນທີ່ເພີ່ມສູງຂຶ້ນ ໃນຂະນະທີ່ລາຄາທີ່ຂາຍອອກຍັງຄົງເທົ່າເດີມ, ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມກ່າວເປີດເຜີຍຕໍ່ສະພາແຫ່ງຊາດຊຸດທີ 8 ທີ່ວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວເປີດຕົວສູນຂໍ້ມູນຂ່າວສານດ້ານເຕັກໂນຊິວະມວນແຫ່ງທຳອິດທີ່ເມືອງໄຊທານີ

ສູນຂໍ້ມູນຂ່າວສານ ແລະ ການຮຽນຮູ້ກ່ຽວກັບເຕັກໂນໂລຊີຊີວະມວນແຫ່ງທຳອິດຂອງລາວໄດ້ມີການເປີດຢ່າງເປັນທາງການໃນວັນຈັນນີີ້ທີ່ວຽງຈັນ ເພື່ອຈຸດປະສົງໃນການສົ່ງເສີມການຜະລິດພະລງງານຊີວະພາບ ເພື່ອທົດແທນພະລັງງານເຊື້ອໄຟເດີມ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ການຫຼຸດລົງຂອງນັກທ່ອງທ່ຽວໃນລາວແມ່ນມາຈາກຫຼາຍສາເຫດ

ຈຳນວນນັກທ່ອງທ່ຽວລວມຂອງລາວໃນປີນີ້ ຄາດວ່າຈະມີພຽງປະມານ 4 ລ້ານຄົນ, ເຊິ່ງຫຼຸດລະດັບຄາດໝາຍທີ່ຕັ້ງໄວ້ຂອງລັດຖະບານຢູ່ທີ່ປະມານ 5 ລ້ານຄົນສຳລັບປີທ່ອງທ່ຽວລາວ 2018, ຕາມການເປີດເຜີຍຂອງທ່ານລັດຖະມົນຕີໃນທີ່ປະຊຸມສະພາແຫ່ງຊາດ. ສາເຫດຂອງການຫຼຸດລົງຂອງນັກທ່ອງທ່ຽວລວມມີ ໄພທຳມະຊາດທີ່ເກີດໃນຫຼາຍແຂວງທົ່ວປະເທດ ໄດ້ສົ່ງຜົນໂດຍກົງຕໍ່ການທ່ອງທ່ຽວ, ການພັດທະນາສິ່ງອຳນວຍຄວາມສະດວກໃນການທ່ອງທ່ຽວຍັງບໍ່ທັນພຽງພໍ, ແລະ ຄວາມຊັກຊ້າໃນການພັດທະນາພື້ນຖານໂຄງລ່າງ ເຊັ່ນ ຖະໜົນເຂົ້າເຖິງສະຖານທີ່ທ່ອງທ່ຽວ ຍ້ອນງົບປະມານບໍ່ພຽງພໍ,ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການຫາລືບັນຫາຄວາມປອດໄພຂອງອາຫານ

(ຂປລ) ຕາງໜ້າຈາກບັນດາກົມກອງກະຊວງ 20 ກວ່າຄົນ ເຂົ້າຮ່ວມຮຽນຮູ້ສະພາບການ ແລະ ຜົນກະທົບກ່ຽວກັບອາຫານປົນເປື້ອນ ແລະ ໜ້າທີ່ຮັບຜິດຊອບຂອງອຳນາດການປົກຄອງທີ່ກ່ຽວຂ້ອງ ໃນກອງປະຊຸມວິຊາການ ພາຍໃຕ້ການສະໜັບສະໜູນຂອງໂຄງການຊ່ວຍເຫຼືອຂອງກະຊວງການຕ່າງປະເທດ ແລະ ການຄ້ານິວຊີແລນ.ອ່ານຕໍ່ ...

ບັນນາທິການ ຂປລ

ຫຼວງພະບາງຈະຈັດກິດຈະກຳຂີ່ລົດຖີບ ແລະ ວັດທະນະທຳເພື່ອດຶງດູດນັກທ່ອງທ່ຽວ

ອຳນາດການປົກຄອງແຂວງຫຼວງພະບາງຈະຈັດກິດຈະກຳຂີ່ລົດຖີບ ແລະ ວັດທະນະທຳເພື່ອດຶງດູດນັກທ່ອງທ່ຽວໃນກາງເດືອນທັນວາ. ກິດຈະກຳດັ່ງກ່າວຈະເປັນກິດຈະກຳສົ່ງທ້າຍປີທ່ອງທ່ຽວລາວ 2018 ຂອງນະຄອນຫຼວງພະບາງ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຈຳນວນນັກທ່ອງທ່ຽວໃນປີທ່ອງທ່ຽວລາວອາດບໍ່ໄດ້ຕາມເປົ້າ

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວລາວຄາດວ່າຈະມີປະມານ 4 ລ້ານຄົນໃນປີນີ້, ເຊິ່ງບໍ່ໄດ້ຕາມເປົ້າໝາຍຂອງລັດຖະບານຄື 5 ລ້ານຄົນ, ອີງຕາມການລາຍງານຂອງເຈົ້າໜ້າທີ່ຮັບຜິດຊອບຕິດຕາມຕົວເລກການທ່ອງທ່ຽວ.ເຈົ້າໜ້າທີ່ພະແນກວິໄຈ ແລະ ຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເປີດເຜີຍວ່າຕົວເລກນັກທ່ອງທ່ຽວເພີ່ມຂຶ້ນເຖິງ 2.9 ລ້ານຄົນ ຫຼື 3.2% ເມື່ອທຽບປີຕໍ່ປີ ໃນຊ່ວງເກົ້າເດືອນຕົ້ນປີ 2018.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ ແລະ ຈີນຮັດແໜ້ນສາຍພົວພັນໃນຂະແໜງການທ່ອງທ່ຽວ ແລະ ການລົງທຶນ

ພື້ນທີ່ທາງພາກເໜືຂອງລາວຈະສືບຕໍ່ສ້າງຄວາມເຂັ້ມແຂງໃນການຮ່ວມມືທາງດ້ານທຸລະກິດກັບມົນທົນຢຸນນານ ປະເທດຈີນ ໂດຍສະເພາະໃນຂະແໜງການທ່ອງທ່ຽວ, ການຄ້າ, ເສດຖະກິດ ແລະ ການລົງທຶນ.ເພື່ອກະກຽມສຳລັບທ່ອງທ່ຽວລາວ-ຈີນ 2019, ຄະນະກຳມະການເພື່ອການຮ່ວມມືລາວ-ຈີນ ຈະຮ່ວມປະຊຸມທີ່ປະເທດຈີນ ເພື່ອໃຫ້ຫົວໜ່ວຍທຸລະກິດຂອງທັງສອງຝ່າຍຫາລືຂົງເຂດການຮ່ວມມືໃນອະນາຄົດ.ອ່ານຕໍ່ ...

ສຸກສະໄໝ ບຸນລ້ອມ

ພິທີແຫ່ຜາສາດເຜິ້ງບູຊາພະທາດຫຼວງ

ພຸດທະສາຊະນິກະຊົນຫຼາຍພັນຄົນນຳເອົາຜາສາດເຜິ້ງປະດັບໄປດ້ວຍດອກໄມ້, ທູບ, ທຽນ ແລະ ວັດຖຸປັດໄຈ ຮ່ວມພິທີແຮ່ຜາສາດເຜິ້ງປະຈຳປີເພື່ອບູຊາພະທາດຫຼວງປະຈຳປີ ວານນີ້. ຜາສາດເຜິ້ງທີ່ແຫ່ມາຈາກວັດສີເມືອງນຳມາເຕົ້າໂຮມກັນທີ່ຖະໜົນວຽງຈະເລີນ ເຊິ່ງມີຊາວບ້ານຈາກເກົ້າຕົວເມືອງໃນນະຄອນວຽງຈັນ, ນັກຮຽນນັກສຶກສາ, ນັກທຸລະກິດ ແລະ ການຈັດຕັ້ງນຳເອົາຜາສາດເຜິ້ງຫຼາຍຮູບຫຼາຍສີມາສົມທົບໃນພິທີ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບຸນທີ່ໄຊຍະບູລີຈະດຶງດູດນັກທ່ອງທ່ຽວດ້ວຍຊາບູຮານ ແລະ ດອກໄມ້ບານຫຼາກສີ

ການດື່ມນ້ຳຊາຈາກຕົ້ນຊາພັນປີ, ຊື່ນຊົມດອກໄມ້ຫຼາກສີສັນ ແລະ ກິດຈະກຳທີ່ໜ້າສົນໃຈອື່ນໆ ຈະເປັນຈຸດຫຼັກໃນການດຶງດູດນັກທ່ອງທ່ຽວໃນງານບຸນ ດອກໃດດອກແດງ ທີ່ບ້ານດອຍກາວ, ເມືອງໄຊສະຖານ, ແຂວງໄຊຍະບູລີ ໃນເດືອນໜ້າ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ ແລະ ຄູ່ຮ່ວມພັດທະນາສັນຍາສືບຕໍ່ຮ່ວມມືໃນການປົວແປງວັດພູ

ລາວ ແລະ ຄູ່ຮ່ວມພັດທະນາສັນຍາສືບຕໍ່ຮ່ວມມືໃນການສ້ອມແປງ ແລະ ບຳລຸງຮັກສາໂຄງສ້າງທີ່ຫັກພັງສ່ວນຕ່າງໆຂອງມໍລະດົກໂລກວັດພູຈຳປາສັກໃຫ້ມີຄວາມຍືນຍົງ, ເຊິ່ງເປັນຮູບແບບການແບບປະສົມປະສານລະຫວ່າງສະຖາປັດຕະຍະກຳຂະເໝນ ແລະ ສາດສະໜາຮິນດູ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

bwgwV
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!