ສາລະວັນເຜີຍໂສມສະຖານທີ່ທ່ອງທ່ຽວໃໝ່ໆເພື່ອດຶງດູດນັກທ່ອງທ່ຽວ

ສາລະວັນ, ລາວ (ວຽງຈັນທາມສ໌/ANN) – ສະຖານທີ່ທ່ອງທ່ຽວໃໝ່ໆຫຼາຍແຫ່ງຂອງແຂວງສາລະວັນ ເຊັ່ນນ້ຳຕົກຕາດ ແລະ ຖ້ຳຕ່າງໆໃນສວນອຸດທະຍານພູຜາສຸກ ເຊື່ອໝັ້ນວ່າຈະເປັນທີ່ນິຍົມໃນກຸ່ມນັກທ່ອງທ່ຽວ.ສະຖານທີ່ທ່ອງທ່ຽວເຫຼົ່ານີ້ຕັ້ງຢູ່ໃນພື້ນທີ່ທິວທັດທຳມະຊາດອັນສວຍງາມຈັບໃຈ ທັງມີບັນຍາກາດທີ່ງຽບສະຫງົບ.ອ່ານຕໍ່ ...

ພູທອງ ສີວົງສາ

ການບິນລາວຄາດຍອດຈອງປີ້ຍົນຂອງຊາວຈີນຈະເພີ່ມຂຶ້ນ

ພະນັກງານການບິນລາວເຊື່ອວ່າຈຳນວນລູກຄ້າຊາວຈີນຈະເພີ່ມຂຶ້ນເປັນ 241,500 ຄົນໃນປີນີ້.ຕົວເລກດັ່ງກ່າວແມ່ນເພີ່ມຂຶ້ນປະມານ 42% ທຽບກັບປີຜ່ານມາ ເຊິ່ງມີຍອດຈອງຖ້ຽວບິນຂອງປະຊາຊົນຈີນລວມ 170,500 ຖ້ຽວ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ທົ່ງໄຫຫີນຈະໄດ້ຮັບພິຈາລະນາສະຖານະມໍລະດົກໂລກໃນເດືອນກໍລະກົດ

ວຽງຈັນ (ວຽງຈັນທາມສ໌/ANN) – ຂ່າວດີສຳລັບທົ່ງໄຫຫີນຂອງລາວ ເມື່ອຄະນະກຳມະການມໍລະດົກໂລກຂອງອົງການຢູເນສໂກ ຈະປະຊຸມເພື່ອຫາລືກ່ຽວກັບສະຖານະມໍລະດົກໂລກຂອງທົ່ງໄຫໃນເດືອນກໍລະກົດປີນີ້ ຕາມການເປີດເຜີຍຂອງເຈົ້າໜ້າທີ່ລັດຖະບານໃນອາທິດແລ້ວນີ້.ອ່ານຕໍ່ ...

ແກ້ວຊົມພູ ສັກດາວົງ

ໄຮ່ຊາປາກຊ່ອງເປີດຮັບນັກທ່ອງທ່ຽວໃນການພັກຜ່ອນຢ່ອນອາລົມ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ຖ້າທ່ານຕ້ອງການລິ້ມລອງລົດຊາດຊາລາວປອດສານພິດແທ້, ໄຮ່ຊາເມືອງປາກຊ່ອງ ແຂວງຈຳປາສັກອາດເປັນທາງເລືອກທີ່ດີທີ່ສຸດ.ອ່ານຕໍ່  ...

ພູທອງ ສີວົງສາ

ສະຫວັນນະເຂດເປີດຕົວແຜນການທ່ອງທ່ຽວແບບອະນຸລັກທຳມະຊາດເພື່ອດຶງດູດນັກທ່ອງທ່ຽວ

ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສະຫວັນນະເຂດກຽມພ້ອມໃນການຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສຳລັບການທ່ອງທ່ຽວແບບທຳມະຊາດ ແລະ ການອະນຸລັກໃນພື້ນທີ່ປ່າສະຫງວນແຫ່ງຊາດດົງພູວຽງ  ເມືອງພິນ ແຂວງສະຫວັນນະເຂດ.ຫວ່າງໝໍ່ໆມານີ້ ເຈົ້າໜ້າທີ່ທ່ອງທ່ຽວໄດ້ມີການເປີດຕົວແຜນທ່ອງທ່ຽວດັ່ງກ່າວທີ່ບ້ານວົງສີແກ້ວ ແລະ ບ້ານຍາງ ທີ່ຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດດົງພູວຽງ ເຊິ່ງເປັນໜຶ່ງໃນຫຼາຍກິດຈະກຳເພື່ອຕ້ອນຮັບນັກທ່ອງທ່ຽວໃນປີທ່ອງທ່ຽວລາວ-ຈີນ 2019.ອ່ານຕໍ່  ...

ສີລັດດາ ສຸລິຍົງ

ທຸລະກິດໃນລາວຄວນເລັ່ງປັບປຸງການບໍລິການເພື່ອຮອງຮັບນັກທ່ອງທ່ຽວຈີນ

ທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວຄວນໄດ້ຮັບການປັບປຸງເພື່ອຮອງຮັບນັກທ່ອງທ່ຽວຈາກຈີນທີ່ຈະເພີ່ມຂຶ້ນ ຕາມການຄາດຄະເນຂອງລັດຖະບານໃນປີນີ້, ຕາມຂໍ້ມູນຈາກຫົວໜ່ວຍທຸລະກິດຊັ້ນນຳ.ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ໃນອາທິດແລ້ວນີ້ວ່າ ທຸລະກິດໂຮງແຮມ, ຮ້ານອາຫານ, ບ້ານພັກ ແລະ ຕົວແທນທ່ອງທ່ຽວຄວນທຳການປັບປຸງການໃຫ້ບໍລິການໃຫ້ແທດເໝາະກັບລາຄາຕາມລະດັບຄາດໝາຍຂອງນັກທ່ອງທ່ຽວຈີນ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ປີທ່ອງທ່ຽວລາວ-ຈີນ 2019 ເປີດຕົວຢ່າງເປັນທາງການ

ລັດຖະບານລາວ ແລະ ຈີນໄດ້ທຳການເປີດຕົວປີທ່ອງທ່ຽວລາວ-ຈີນ 2019 ໃນວັນສຸກທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ. ທ່ານປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານ ຊີ ຈິນປິງ ປະທານປະເທດຈີນ ໄດ້ສົ່ງສານສະແດງຄວາມຍິນດີເຊິ່ງກັນແລະກັນ ເພື່ອເປັນການສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຮອງນາຍົກແນະນຳ, ຈົ່ງຊ່ວຍກັນຮັກສາຄວາມສວຍງາມຂອງສະຖານທີ່ທ່ອງທ່ຽວທາງທຳມະຊາດ

ການຮັບປະກັນວ່າສິ່ງແວດລ້ອມທາງທຳມະຊາດຂອງລາວຈະບໍ່ຖືກລົບກວນ ແມ່ນສິ່ງສຳຄັນໃນການດຶງດູດນັກທ່ອງທ່ຽວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີກ່າວໃນການຢ້ຽມຢາມຖ້ຳນ້ຳລອດເຊບັ້ງໄຟ ແລະ ຖ້ຳກອງຫຼໍ່ ທີ່ແຂວງຄຳມ່ວນໃນຕົ້ນອາທິດນີ້.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ປີທ່ອງທ່ຽວລາວ-ຈີນຈະເລີ່ມເປີດຕົວໃນມື້ອື່ນ

ໃນອາທິດນິ້ ລາວ ແລະ ຈີນ ຈະເລີ່ມເປີດຕົວລາຍການໃຫຍ່ເພື່ອສົ່ງສີມການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງຊາດສຳລັບປີ 2019.ເຈົ້າໜ້າທີ່ຈາກກະຊວງຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຮ່ວມປະຊຸມທີ່ວຽງຈັນໃນອາທິດນີ້ ເພື່ອຫາລືລາຍລະອຽດພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຢ່າງເປັນທາງການ. ອ່ານຕໍ່  ...

ສີລັດດາ ສຸລິຍົົງ

ທ່າຝະລັ່ງ ແຂວງຄຳມ່ວນ ສ້າງກະແສນິຍົມໃນກຸ່ມນັກທ່ອງທ່ຽວຜ່ານສື່ສັງຄົມອອນໄລ

ການພັດທະນາທ່າຝະລັ່ງ ແຂວງຄຳມ່ວນໃໝ່ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫຼັງຈາກທີ່ມີການເຜີຍແຜ່ຮູບພາບທິວທັດທຳມະຊາດທີ່ສວຍງາມຈຳນວນໜຶ່ງ ຜ່ານທາງສື່ສັງຄົມອອນລາຍ.ສະຖານທີ່ທ່ອງທ່ຽວດັ່ງກ່າວ ເຊິ່ງຕັ້ງຢູ່ນ້ຳດອນ ເມືອງທ່າແຂກ ໄດ້ມີການເປີດໃຫ້ບໍລິການມາແຕ່ເດືອນແລ້ວນີ້ ກ່ອນໜ້າແຜນເປີດຕົວທາງການໃນປີນີ້.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

gGaXZ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!