ລັດຖະບານເປີດໄຟຂຽວສຳລັບໂຄງການກໍສ້າງສວນວັດທະນະທຳ ແລະ ທ່ອງທ່ຽວວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດພັດທະນາສວນວັດທະນະທຳລ້ານຊ້າງຈຳກັດ, ເຊິ່ງເປັນບໍລິສັດລົງທຶນຂອງເອກະຊົນໃນວຽງຈັນ, ໄດ້ຮັບການຄັດເລືອກຈາກລັດຖະບານໃນການພັດທະນາພື້ນທີ່ 88 ເຮັກຕາໃຫ້ເປັນສວນວັດທະນະທຳ, ພຶກສາ ແລະ ພັກຜ່ອນແຫ່ງໃໝ່ໃນນະຄອນຫຼວງວຽງຈັນ.ຜູ້ຮັບເໝົາໂຄງການຕັ້ງເປົ້າລົງທຶນເບື້ອງຕົ້ນ US$80 ລ້ານໂດລາ ສຳລັບສາມໄລຍະຂອງການພັດທະນາພື້ນທີ່, ເຊິ່ງລວມມີ ສວນວັດທະນະທຳ ແລະ ພັກຜ່ອນ, ສວນພຶກສາ ແລະ ສວນສັດ, ສູນການຄ້າ ແລະ ໂຮງແຮມ, ແລະ ສິ່ງອຳນວນຄວາມສະດວກດ້ານທີ່ຢູ່ອາໄສ ແລະ ການພັດທະນາພື້ນຖານໂຄງລ່າງ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່ສົ່ງເສີມວຽກງານການປົກປັກຮັກສາມໍລະດົກແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ໄດ້ເພີ່ມທະວີຄວາມພະຍາຍາມໃນການປັບປຸງການອະນຸລັກມໍລະດົກທາງວັນທະນະທຳຮີດຄອງປະເພນີລາວ ເຊິ່ງລວມມີການເລີ່ມລົງມືກວດກາ ແລະ ຂຶ້ນທະບຽນການຮັກສາມໍລະດົກຢ່າງເປັນທາງການ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມກ່ຽວກັບການຄຸ້ມຄອງວັດຖຸບູຮານ ແລະ ສົ່ງເສີມການປົກປັກຮັກສາມໍລະດົກທາງວັດທະນະທຳ ເຊິ່ງຈັດຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ວຽງຈັນ ວານນີ້ ພາຍໃຕ້ການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ໂຕະຂ່າວ

ອ່າງນ້ຳທຽນເຜີຍວິຖີຊີວິດຕາມບຶງນ້ຳທີ່ລຽບງ່າຍ ແລະ ການອະນຸລັກພັນຊ້າງ

ໄຊຍະບູລີ, ລາວ (ວຽງຈັນທາມສ໌/ANN) – ໄຊຍະບູລີເປັນແຂວງທີ່ມີຊື່ສຽງມາແຕ່ດົນນານທາງດ້ານປະຊາກອນຊ້າງທີ່ມີຈຳນວນຫຼາຍທີ່ສຸດໃນປະເທດລາວ ເຊິ່ງມັກນິຍົມນຳໃຊ້ເຂົ້າໃນການລາກແກ່ສິ່ງຂອງຕາມທົ່ງໄຮ່ທົ່ງນາ ແລະ ປ່າໄມ້, ແລະ ໃນປະຈຸບັນໄຊຍະກໍກຳລັງເປັນທີ່ນິຍົມຢ່າງກວ້າງຂວາງໃນດ້ານສະຖານທີ່ທ່ອງທ່ຽວຕ່າງໆ.ແຂວງດັ່ງກ່າວຍັງມີຈຳນວນນັກທ່ອງທ່ຽວໃນລະດັບຕ່ຳເມື່ອທຽບກັບພາກອື່ນຂອງປະເທດລາວ ແຕ່ວ່າສຳລັບຜູ້ທີ່ມັກຮັກການຜະຈົນໄພ ແມ່ນຮັບປະກັນໄດ້ເລີຍວ່າຈະໄດ້ຮັບປະສົບການທີ່ເປັນເອກະລັກ ແລະ ໃກ້ຊິດກັບທຳມະຊາດທີ່ໜ້າອັດສະຈັນຢ່າງແທ້ຈິງ.ອ່ານຕໍ່ ...

ປະຕິທິນ ເພັດເມືອງພວນ

ຕຳຫຼວດທ່ອງທ່ຽວພົ້ນຂໍ້ກ່າວຫາກ່ຽວກັບການກະທຳຜິດ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມຕຳຫຼວດທ່ອງທ່ຽວໄດ້ຍົກເລີກຂໍ້ກ່າວຫາທີ່ວ່າເຈົ້າໜ້າທີ່ຕຳຫຼວດໄດ້ປັບໄໝ ແລະ ຕັ້ງຂໍ້ຫານັກທ່ອງທ່ຽວເກົາຫຼີແບບບໍ່ຖືກຕ້ອງຕາມລະບຽບການ.ການຍົກເລີກຂໍ້ກ່າວຫາດັ່ງກ່າວແມ່ນຫຼັງຈາກພົບຄລິບວິດີໂອກ່ຽວກັບເຫດການ, ເຊິ່ງບັນທຶກໂດຍຜູ້ປະກອບການນຳທ່ຽວ, ທີ່ມີການສົ່ງຂຶ້ນ ແລະ ເຜີຍແຜ່ທາງສື່ສັງຄົມອອນລາຍ ພ້ອມດ້ວຍຄຳເຫັນກ່າວຫາວ່າເຈົ້າໜ້າທີ່ລະເມີດດມາດຕະຖານທາງຈັນຍາບັນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວຈະເລີ່ມໃຫ້ບໍລິການຍື່ນວີຊາແບບອອນລາຍໃນເດືອນມິຖຸນານີ້

(ຂປລ) ລັດຖະບານໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດເປັນຜູ້ຈັດຕັ້ງປະຕິບັດໂຄງການ ອີ-ວີຊາ ເພື່ອຊ່ວຍໃຫ້ຊາວຕ່າງປະເທດສາມາດສະໝັກວີຊາເຂົ້າລາວແບບອອນລາຍ.ການບໍລິການ ອີ-ວີຊາຄາດວ່າຈະເລີ່ມມີການດຳເນີນການໃນເດືອນມິຖຸນາປີນີ້ ເພື່ອເຮັດໃຫ້ຂັ້ນຕອນການຍື່ນວີຊາສະດວກສະບາຍຍິ່ງຂຶ້ນສຳລັບຊາວຕ່າງປະເທດທີ່ຕ້ອງການເດີນທາງເຂົ້າມາປະເທດລາວ ແລະ ເພື່ອເປັນການສົ່ງເສີມການທ່ອງທ່ຽວລາວ.ອ່ານຕໍ່ ...

ຂປລ

ຄົ້ນພົບພະພຸດທະຮູບເກົ່າແກ່ທີ່ແຂວງຄຳມ່ວນ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ປະຊາຊົນທ້ອງຖິ່ນໄດ້ຄົ້ນພົບພະພຸດທະຮູບເກົ່າແກ່ປະມານ 60 ອົງ ທີ່ຖ້ຳຜາພີນ້ອຍ ໃກ້ບ້ານຄຳຜາແຫຼ່ງ ເມືອງມະຫາໄຊ ແຂວງຄຳມ່ວນ, ເຊິ່ງເຈົ້າໜ້າທີ່ຄາດວ່າມີອາຍຸເກົ່າແກ່ຫຼາຍຮອຍປີ.ທ່ານ ໄກ່ແກ້ວ ບຸນມະນີ ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງມະຫາໄຊເປີດເຜີຍຜ່ານໜັງສືພິມວຽງຈັນທາມສ໌ວ່າ ພະພຸດທະຮູບດັ່ງກ່າວແມ່ນເຮັດດ້ວຍໄມ້ຈັນພະມ້າ (ເຊິ່ງເປັນພັນໄມ້ຫອມຄ້າຍກັບໄມ້ຈັນຫອມ).ອ່ານຕໍ່ ...

ສີລັດດາ ສຸລິຍົງ

ການຍົກລະດັບການທ່ອງທ່ຽວ ແລະ ພັກຜ່ອນຜ່ານການຝຶກອົບຮົມທັກສະ

ໃນຂະນະທີ່ຫຼາຍຄົນປະກອບອາຊີບໃນອຸດສາຫະກຳການທ່ອງທ່ຽວ, ການບໍລິການລູກຄ້າພັດຍັງບໍ່ທັນສອດຄ່ອງກັບມາດຕະຖານຂອງອາຊຽນ, ສະນັ້ນຈຶ່ງຕ້ອງມີການຝຶກອົບຮົມເພີ່ມເຕີມເພື່ອຍົກລະດັບທັກສະດັ່ງກ່າວ.ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມພັດທະນາທັກສະ ແລະ ການຈ້າງງານ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄຳຊີ້ນຳເນື່ອງໃນໂອກາດເປີດໂຄງການຝຶກອົບຮົມກ່ຽວກັບການເປັນແມ່ບ້ານ ແລະ ການປະຕິບັດການໜ້າຫ້ອງການ ເຊິ່ງຈັດຂຶ້ນທີ່ວຽງຈັນ ພາຍໃຕ້ການຮ່ວມມືລະຫວ່າງລາວ ແລະ ສິງກະໂປ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ການທ່ອງທ່ຽວເປັນກຸນແຈສູ່ການພັດທະນາສີຂຽວໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການອະນຸລັກສວນອຸດທິຍານແຫ່ງຊາດ ແລະ ວັດທະນາທຳຮີດຄອງປະເພນີຂອງຊາດຈະໄດ້ຮັບການສົ່ງເສີມ ຜ່ານການປະຕິບັດຍຸດທະສາດການພັດທະນາສີຂຽວແຫ່ງຊາດຂອງລັດຖະບານ.ຍຸດທະສາດປີ 2030 ດັ່ງກ່າວ, ເຊິ່ງມີການເຜີຍແຜ່ໃນຕົ້ນເດືອນນີ້, ຈະເປັນແນວທາງໃນການຜັນຂະຫຍາຍນະໂຍບາຍທີ່ເປັນມິດຕໍ່ສິ່ງແວດລ້ອມເຂົ້າສູ່ກະແສຫຼັກໃນແຜນໂຄງການຂອງແຕ່ລະກົມກອງ ແລະ ຂະແໜງການຂອງລັດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ແຂວງອຸດົມໄຊ, ຫຼວງພະບາງກະກຽມຈັດງານບຸນປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອຸດົມໄຊ ແລະ ຫຼວງພະບາງມີການວາງແຜນຈັດຕັ້ງກິດຈະກຳທີ່ໜ້າສົນໃຈໃນງານບຸນປີໃໝ່ລາວ ເພື່ອສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວ.ກິດຈະກຳທີ່ແຂວງອຸດົມໄຊຈະມີຂື້ນແຕ່ວັນທີ 11-16 ເມສາ, ສ່ວນທີ່ແຂວງຫຼວງພະບາງຈະຈັດງານເປັນໄລຍະເວລາ 10 ວັນ ແຕ່ວັນທີ 11-20 ເມສາ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວເດີນໜ້າແຜນໂຄສະນາການທ່ອງທ່ຽວໃນນະຄອນຊຽງໄຮ

ຊຽງໄຮ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ດຳເນີນບາດກ້າວຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວລາວ, ເຊັ່ນການຫຼຸດຄ່າທຳນຽມວີຊາຈາກເດີມ US$14 ມາເປັນ US$10 ໂດລາ, ທ່ານ ສຈ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວກ່າວ.ກະຊວງໄດ້ຮ່າງມາດຕະການຕ່າງໆໃນກອງປະຊຸມສົ່ງເສີມການທ່ອງທ່ຽວລາວທີ່ນະຄອນຊຽງໄຮ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

y9uVh
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!