ຕັດຫຍິບ ແລະ ແຜ່ນແພ
Clothes
ຜະລິດຕະພັນເຄື່ອງນຸ່ງຫົ່ມລາວ ປະສົບຄວາມຫຍຸ້ງຍາກໃນການຕີຕະຫຼາດສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ເສື້ອຜ້າທີ່ຜະລິດໃນລາວບາງປະເພດ ບໍ່ເປັນທີ່ສົນໃຈຕໍ່ຕະຫຼາດສົ່ງອອກ ເນື່ອງຈາກມີຄຸນນະພາບທີ່ຕ່ຳກວ່າມາດຕະຖານ, ໃນຂະນະທີ່ຜູ້ຜະລິດຫຼາຍເຈົ້າ ແນໃສ່ວາງຈຳໜ່າຍຕາມຕະຫຼາດພາຍໃນເປັນຫຼັກ.“ເສື້ອຜ້າທີ່ພວກເຮົາຜະລິດ ແມ່ນແນໃສ່ກຸ່ມຜູ້ບໍລິໂພກໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ. ພວກເຮົາບໍ່ມີແຜນຜະລິດເພື່ອການສົ່ງອອກເທື່ອ ຍ້ອນວ່າພວກເຮົາບໍ່ມີກຳລັງໃນການຊື້ເຄື່ອງຈັກທີ່ທັນສະໄໝ ແລະ ຍົກລະດັບທັກສະຝີມືແຮງງານ, ເຊິ່ງຕ້ອງໃຊ້ທຶນຮອນອັນມະຫາສານ,” ທ່ານນາງ ສຸພາລິດ ຈັນທະຫຼວງລາດ ເຈົ້າຂອງທຸລະກິດຕັດຫຍິບແຫ່ງໜຶ່ງໃນນະຄອນຫຼວງວຽງຈັນກ່າວ.ອ່ານຕໍ່ ...
ໂຕະຂ່າວ
ນັກອອກແບບລາວຈະເປັນກຽດໃນການຮັບລາງວັນການອອກແບບຂອງອີຕາລີ
ວຽງຈັນ (ວຽງຈັນທາມສ໌/ANN) – ນັກອອກແບບລາວ ດວງມະນີ ເຮືອງຄຳແສນ (ຕຸກຕາ) ແລະ ຍີ້ຫໍ້ ‘ເຮີເວີກສ໌’ ຈະໄດ້ຮັບລາງວັນການອອກແບບເຄື່ອງແຕ່ງກາຍດີເດັ່ນໃນພິທີມອບລາງວັນທີ່ປະເທດອີຕາລີໃນເດືອນນີ້.ດວງມມະນີ ກ່າວຕໍ່ໜັງສືພິມວຽງຈັນທາມສ໌ວ່າ ລາວຈະໄດ້ຮັບລາງວັນການອອກແບບ Iron A’ Design ຈາກສະຖາບັນການອອກແບບສາກົນ, ເຊິ່ງພິທີມອບລາງວັນດັ່ງກ່າວຈະຈັດຂຶ້ນໃນວັນທີ 28 ມິຖຸນານີ້ ທີ່ Teatro Sociale Como, ເມືອງ Piazza Verdi, ປະເທດອີຕາລີ.ອ່ານຕໍ່ ...
ສີສຸພັນ ອຳພອນພົງ
http://annx.asianews.network/content/lao-designer-be-honoured-italian-design-award-97920