Manufacturing
ຕັດຫຍິບ ແລະ ແຜ່ນແພ
ໂຄງການ ເພື່ອສົ່ງອອກຜະລິດຕະພັນຕ່ຳແຜ່ນລາວ ໄປຢູໂຣບ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຕ້ອງສົ່ງເສີມ ແລະ ສ້າງຄວາມສາມາດຂອງຂະແໜງຕ່ຳແຜ່ນພື້ນບ້ານ ເພື່ອຂະຫຍາຍໂອກາດສຳລັບຜູ້ຜະລິດທ້ອງຖິ່ນ ເພື່ອໃຫ້ເຂົາເຈົ້າສົ່ງເສີມການສົ່ງອອກ ໄປສູ່ຕະຫຼາດໃນຢູໂຣບ, ຕາມເຈົ້າໜ້າທີ່ການນຳ.ນີ້ແມ່ນຄຳເຫັນຈາກທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນພິທີເຊັນຂໍ້ຕົກລົງລະຫວ່າງລາວ ແລະ ລາຊະອານາຈັກເນເທີແລນ ໃນວັນພຸດນີ້ ສຳລັບໂຄງການສົ່ງເສີມການຕ່ຳແຜ່ນພື້ນບ້ານລາວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ຜະລິດຕະພັນເຄື່ອງນຸ່ງຫົ່ມລາວ ປະສົບຄວາມຫຍຸ້ງຍາກໃນການຕີຕະຫຼາດສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ເສື້ອຜ້າທີ່ຜະລິດໃນລາວບາງປະເພດ ບໍ່ເປັນທີ່ສົນໃຈຕໍ່ຕະຫຼາດສົ່ງອອກ ເນື່ອງຈາກມີຄຸນນະພາບທີ່ຕ່ຳກວ່າມາດຕະຖານ, ໃນຂະນະທີ່ຜູ້ຜະລິດຫຼາຍເຈົ້າ ແນໃສ່ວາງຈຳໜ່າຍຕາມຕະຫຼາດພາຍໃນເປັນຫຼັກ.“ເສື້ອຜ້າທີ່ພວກເຮົາຜະລິດ ແມ່ນແນໃສ່ກຸ່ມຜູ້ບໍລິໂພກໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ. ພວກເຮົາບໍ່ມີແຜນຜະລິດເພື່ອການສົ່ງອອກເທື່ອ ຍ້ອນວ່າພວກເຮົາບໍ່ມີກຳລັງໃນການຊື້ເຄື່ອງຈັກທີ່ທັນສະໄໝ ແລະ ຍົກລະດັບທັກສະຝີມືແຮງງານ, ເຊິ່ງຕ້ອງໃຊ້ທຶນຮອນອັນມະຫາສານ,” ທ່ານນາງ ສຸພາລິດ ຈັນທະຫຼວງລາດ ເຈົ້າຂອງທຸລະກິດຕັດຫຍິບແຫ່ງໜຶ່ງໃນນະຄອນຫຼວງວຽງຈັນກ່າວ.ອ່ານຕໍ່ ...
ໂຕະຂ່າວ
ນັກອອກແບບລາວຈະເປັນກຽດໃນການຮັບລາງວັນການອອກແບບຂອງອີຕາລີ
ວຽງຈັນ (ວຽງຈັນທາມສ໌/ANN) – ນັກອອກແບບລາວ ດວງມະນີ ເຮືອງຄຳແສນ (ຕຸກຕາ) ແລະ ຍີ້ຫໍ້ ‘ເຮີເວີກສ໌’ ຈະໄດ້ຮັບລາງວັນການອອກແບບເຄື່ອງແຕ່ງກາຍດີເດັ່ນໃນພິທີມອບລາງວັນທີ່ປະເທດອີຕາລີໃນເດືອນນີ້.ດວງມມະນີ ກ່າວຕໍ່ໜັງສືພິມວຽງຈັນທາມສ໌ວ່າ ລາວຈະໄດ້ຮັບລາງວັນການອອກແບບ Iron A’ Design ຈາກສະຖາບັນການອອກແບບສາກົນ, ເຊິ່ງພິທີມອບລາງວັນດັ່ງກ່າວຈະຈັດຂຶ້ນໃນວັນທີ 28 ມິຖຸນານີ້ ທີ່ Teatro Sociale Como, ເມືອງ Piazza Verdi, ປະເທດອີຕາລີ.ອ່ານຕໍ່ ...
ສີສຸພັນ ອຳພອນພົງ
http://annx.asianews.network/content/lao-designer-be-honoured-italian-design-award-97920
ເຕັກໂນໂລຊີຕັດຫຍິບໃໝ່ສະແດງອະນາຄົດຂອງອຸດສາຫະກຳຕັດຫຍິບລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອຸດສະຫະກຳຕັດຫຍິບລາວຫວັງວ່າການນຳໃຊ້ເຕັກໂນໂລຊີການຕັດຫຍິບແບບໃໝ່ ຈະເຮັດໃຫ້ລາວສາມາດກ້າວຜ່ານບັນຫາການຂາດແຄນແຮງງານໃນປະຈຸບັນ.ຂໍ້ມູນດັ່ງກ່າວໄດ້ຮັບການເປີດເຜີຍໃນວັນອັງຄານຜ່ານມານີ້ ເມື່ອສະມາຄົມອຸດສາຫະກຳຕັດຫຍິບລາວ (ALGI) ຮ່ວມກັບບໍລິສັດແຈ໊ກຕັດຫຍິບຈຳກັດ ແລະ ບໍລິສັດລາວມີນາຂາອອກ-ຂາເຂົ້າຈຳກັດຜູ້ດຽວ ສະແດງການນຳໃຊ້ເຄື່ອງຈັກຕັດຫຍິບອຸດສາຫະກຳທີ່ທັນສະໄໝຈາກຈີນ ແລະ ດຳເນີນການຝຶກອົບຮົມດ້ານວິຊາການກ່ຽວກັບການບຳລຸງຮັກສາເຄື່ອງຈັກ.ອ່ານຕໍ່ ...
ໂຕະຂ່າວ
ທະນາຄານປ່ອຍສິນເຊື່ອເພື່ອສົ່ງເສີມອຸດສະຫະກຳຕັດຫຍິບລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການຕັດຫຍິບໃນລາວສາມາດນຳໃຊ້ສິນເຊື່ອຈາກທະນາຄານພັດທະນາລາວ ເພື່ອຍົກລະດັບດ້ານເຄື່ອງຈັກ ແລະ ເຕັກໂນໂລຊີການຜະລິດ ເພື່ອໃຫ້ສາມາດແຂ່ງຂັນກັບຕະຫຼາດໂລກ, ຕາມຂໍ້ມູນຈາກການນຳດ້ານທຸລະກິດ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ອຸດສາຫະກຳຕັດຫຍິບໃນລາວປະສົບບັນຫາຕໍ່ເນື່ອງ
ວຽງຈັນທາມສ໌/ANN: ຜູ້ປະກອບການຕັດຫຍິບໃນລາວປະສົບບັນຫາຕໍ່ເນື່ອງໃນການສືບຕໍ່ດຳເນີນ ແລະ ຂະຫຍາຍທຸລະກິດ, ຕາມການເປີດເຜີຍຂອງ ສະມາຄົມອຸດສາຫະກຳຕັດຫຍິບລາວ.ລູກຄ້າຕ້ອງການສິນຄ້າທີ່ມີຄຸນນະພາບ ແຕ່ວ່າຜູ້ຜະລິດພັດບໍ່ມີອຳນາດໃນການກຳນົດລາຄາຕາມຕົ້ນທຶນທີ່ເພີ່ມສູງຂຶ້ນ ໃນຂະນະທີ່ລາຄາທີ່ຂາຍອອກຍັງຄົງເທົ່າເດີມ, ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມກ່າວເປີດເຜີຍຕໍ່ສະພາແຫ່ງຊາດຊຸດທີ 8 ທີ່ວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລັດຖະບານອາເມລິກາສົ່ງເສີມທຸລະກິດໄໝໃນ ສປປ ລາວ
(ຂປລ) ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ (ຢູເສດ) ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ຈັດຝຶກອົບຮົມກ່ຽວກັບການຍ້ອມສີທຳມະຊາດ ແລະ ການຕະຫຼາດຍຸກດິຈິຕອລ ສຳລັບຜູ້ປະກອບການແມ່ຍິງ ໃນວັນທີ 28 ພຶດສະພາ-15 ມິຖຸນາ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ.ອ່ານຕໍ່ ...
ບັນນາທິການ ຂປລ