ການກໍ່ສ້າງ
Construction policy and regulation
ກະຊວງຈະຄວບຄຸມການກໍ່ສ້າງປ້ຳນ້ຳມັນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຈະບໍ່ອະນຸມັດການກໍ່ສ້າງສ້າງນ້ຳມັນ ແລະ ປ້ຳນ້ຳມັນຢູ້ໃກ້ເຂດຊຸມຊົນ, ສຳນັກງານລັດຖະບານ, ວັດ, ແມ່ນ້ຳ ຫຼື ສະຖານນີວິທະຍຸ ໂທລະທັດ, ຕາມຂໍ້ຕົກລົງຂອງລັດຖະມົນຕີສະບັບໃໝ່.ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອະນຸມັດຂໍ້ຕົກລົງຂອງລັດຖະມົນຕີສະບັບດັດແກ້ໃໝ່ໃນວັນທີ 18 ກໍລະກົດນີ້ ກ່ຽວກັບມາດຕະຖານທາງວິຊາການໃນການກໍ່ສ້າງສາງນ້ຳມັນ ແລະ ປ້ຳນ້ຳມັນ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/lao-ministry-regulate-petrol-stations-100430
ກະຊວງສັນຍາຈະປັບປຸງມາດຕະຖານການກໍ່ສ້າງຖະໜົນໃນອັດຕາທີ່ສົມເຫດສົມຜົນ
ກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ສັນຍາວ່າຈະປັບປຸງມາດຕະຖານການກໍ່ສ້າງຖະໜົນໃນອັດຕາທີ່ສົມເຫດສົມຜົນ ໃນກອງປະຊຸມຂອງຂະແໜງທົ່ວປະເທດ ເຊິ່ງຈັດຂຶ້ນທີ່ວຽງຈັນ.ໃນການກ່າວຄຳເຫັນໃນການເປີດກອງປະຊຸມໄລຍະສອງວັນມື້ວານນີ້, ທ່ານ (ປອ) ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມແບ່ງປັນຄວາມຮູ້ ກ່ຽວກັບຜົນຂອງການປຶກສາຫາລືໄລຍະສອງວັນນີ້ ເພື່ອປັບປຸງການປະຕິບັດງານຂອງຂະແໜງການ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ