ລັດຖະບານ
ລະບົບລັດຖະບານ
ສປປ ລາວ ຈະຕັດໃຫ້ບໍລິການເບີທີ່ບໍ່ໄດ້ລົງທະບຽນເລກໝາຍໂທລະສັບໃນເດືອນທັນວານີ້
(ລາວຊຽນທາມ) ສປປ ລາວ ເລີ່ມຕັດໃຫ້ບໍໍລິການເລກໝາຍໂທລະສັບທີ່ບໍ່ໄດ້ລົງທະບຽນເລກໝາຍພາຍຍໃນເດືອນນີ້ ໂດຍສອດຄ່ອງກັບແຈ້ງການໃນເດືອນກໍລະກົດຜ່ານມານັ້ນ. ອີງຕາມການແຈ້ງເຕືອນຈາກກະຊວງໄປຊະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທຸກເລກໝາຍໂທລະສັບຈະຕ້ອງໄດ້ຮັບການລົງທະບຽນຢ່າງຖືກຕ້ອງ ຖ້າບໍ່ດັ່ງນັ້ນກໍຈະຖືກຕັດໃນທ້າຍປີນີ້. ນັບຕັ້ງແຕ່ວັນທີ 1 ກໍລະກົດ – 30 ພະຈິກ, ທຸກໆເລກໝາຍໂທລະສັບແມ່ນໄດ້ຮັບການລົງທະບຽນຢ່າງຖືກຕ້ອງ ແລະ ທຸກເລກໝາຍໃໝ່ແມ່ນຈະບໍ່ສາມາດນຳໃຊ້ຖ້າບໍ່ໄດ້ຮັບການລົງທະບຽນ. ອ່ານເພິ່ມເຕີມ.. ...
Phayboune Thanabouasy
ລັດຖະບານຈະຂາຍຫຸ້ນລັດວິສາຫະກິດທີ່ບໍ່ສ້າງຜົນກຳໄລ
ລັດຖະບານຈະຂາຍຫຸ້ນຂອງລັດວິສາຫະກິດ ແລະ ຫັນໃຫ້ເປັນທຸລະກິດຮ່ວມປະສົມ ຫຼື ຂາຍຍົກກິດຈະການຖ້າວ່າມີຄວາມຈຳເປັນ, ທ່ານຮອງນາຍົກລັດຖະມົນຕີກ່າວ.ການເຄື່ອນໄຫວດັ່ງກ່າວແມ່ນສ່ວນໜຶ່ງຂອງການປະຕິຮູບລັດວິສາຫະກິດທີ່ພວມກຳລງັດຳເນີນ ຫຼັງຈາກທີ່ວິສາຫະກິດສ່ວນໃຫຍ່ຂາດທຶນມາຫຼາຍປີ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ກະຊວງຊຸກຍູ້ໃຫ້ຜູ້ຈ່າຍອາກອນຈຳກັດການຈ່າຍເປັນເງິນສົດ
ກະຊວງການເງິນໄດ້ແຈ້ງການຊຸກຍູ້ໃຫ້ຜູ້ເສຍອາກອນທຳການຈ່າຍເງິນອາກອນຜ່ານລະບົບທະນາຄານ ເພື່ອປິດກັ້ນຊ່ອງຫວ່າງທາງການເງິນ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ກ່າວຜ່ານສື່ມວນຊົນຫວ່າງໝໍ່ໆມານີ້ວ່າ ລັດຖະບານໄດ້ມີການນຳໃຊ້ຊ່ອງທາງການຈ່າຍເງິນທາງອີເລັກໂທຣນິກຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈ່າຍອາກອນ.ອ່ານຕໍ່ ...
ສົມສັກ ພົງຂາວ
ລັດເລັ່ງມືໃນການປະຕິຮູບທາງດ້ານໂຄງສ້າງໃນບັນດາພະແນກການຂອງລັດ
ພະແນກການຂອງລັດຖະບານຂັ້ນສູນກາງ ແລະ ທ້ອງຖິ່ນກຳລັງກະກຽມການປະຕິຮູບໂຄງສ້າງການຈັດຕັ້ງກົມກອງຕ່າງໆ ຕາມຄຳສັ່ງແນະນຳຂອງລັດຖະບານ. ໃນຕົ້ນປີນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງແນະນຳເລກທີ 03 ຮຽກຮ້ອງໃຫ້ທຸກໆພະແນກການຂອງລັດ ເຊື່ອມບັນດາຫ້ອງການ ແລະ ກົມກອງຍ່ອຍທີ່ມີໜ້າທີ່ຮັບຜິດຊອບຊ້ຳຊ້ອນກັນ ເຂົ້າເປັນໜ່ວຍງານດຽວກັນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລັດອອກມາດຕະການຄຸ້ມຄອງໜີ້ສິນລັດ
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດໄດ້ເຊັນຮັບຮອງລັດຖະບັນຍັດປະທານປະເທດ ໃນການປະກາດໃຊ້ກົດໝາຍເພື່ອການຄຸ້ມຄອງ ແລະ ຄວບຄຸມໜີ້ສິນຂອງລັດ ເມື່ອມີການເສີມຂະຫຍາຍການລົງທຶນຂອງລັດ.ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນຂອງລັດ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 29 ຕຸລານີ້ ມີຜົນໃນການຫ້າມທຸກໆພະແນກການ ແລະ ໜ່ວຍງານ ໃນການດຳເນີນໂຄງການທີ່ບໍ່ໄດ້ຮັບການອະນຸມັດ ຫຼື ການສ້າງໜີ້ສິນລັດໂດຍບໍ່ຊອບດ້ວຍກົດໝາຍໃນນາມຂອງລັດຖະບານ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລັດວິສາຫະກິດຕ້ອງຈັດການການຂາດປະສິດທິພາບ ຫຼື ປັບປ່ຽນໂຄງສ້າງ
ລັດຖະບານຈະເລີ່ມເດີນໜ້າການປະຕິຮູບຂົງເຂດລັດວິສາຫະກິດ ຫຼັງຈາກພົບວ່າມີການຂາດປະສິດທິພາບທີ່ສຳຄັນຫຼາຍຢ່າງ. ຄະນະລັດຖະບານໄດ້ຕົກລົງໃນກອງປະຊຸມປະຈຳເດືອນ ໃນທ້າຍອາທິດທີ່ຜ່ານມາວ່າ ໜຶ່ງໃນບູລິມະສິດທີ່ຕ້ອງປະຕິບັດໃນຫຼາຍເດືອນຕໍ່ໜ້າ ແມ່ນການດຳເນີນກວດກາການປະຕິບັດງານຂອງລັດວິສາຫະກິດທົ່ວປະເທດ.ອ່ານຕໍ່ ...
ເອກະພົນ ພູທອນສີ
ລັດຖະບານສົ່ງເສີມການປະຕິຮູບທີ່ຈຳເປັນເພື່ອການຄຸ້ມຄອງທີ່ມີປະສິດທິຜົນ
ລັດຖະບານຈະຈັດຕັ້ງປະຕິບັດການປະຕິຮູບດ້ານໂຄງສ້າງ ເພື່ອຮັບປະກັນປະສິດທິຜົນໃນການຄຸ້ມຄອງ ທັງຫຼຸດຜ່ອນການຮັບລັດຖະກອນໃໝ່ເພີ່ມເຕີມ. ແຜນດັ່ງກ່າວຈະມີການທົບທວນຄືນກົມກອງຂອງລັດຖະບານ, ຖ້າເຫັນວ່າບໍ່ມີໜ້າວຽກພຽງພໍປະຕິບັດ ຈະມີການເຊື່ອມພະນັກງານເຂົ້າກັບກົມກອງອື່ນ.ອ່ານຕໍ່ ...
ສົມສັກ ພົງຂາວ
ວຽກງານສະຖິຕິຕ້ອງມີການຍົກລະດັບສູ່ມາດຕະຖານພາກພື້ນໃນທົ່ວປະເທດ
ລາວຕ້ອງພັດທະນາລະບົບເກັບກຳ ແລະ ວິເຄາະຂໍ້ມູນຂ່າວສານທາງການ ເພື່ອຮັບປະກັນດ້ານຄຸນະພາບ ແລະ ຄວາມເປັນເອກະພາບທາງວິຊາການ ແລະ ເພື່ອຍົກລະດັບໃຫ້ສອດຄ່ອງກັບມາດຕະຖານພາກພື້ນ ກໍຄືສາກົນ.ອ່ານຕໍ່ ...
ວຽງຈັນທາມສ໌
ດຳລັດໃໝ່ເພື່ອຊຸກຍູ້ດ້ານການປົກຄອງຂອງລັດ
ລັດຖະບານໄດ້ອອກດຳລັບສະບັບໃໝ່ ເພື່ອຮັດແໜ້ນການຮ່ວມມື ລະຫວ່າງສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ, ແຂວງ ແລະອົງການຈັດຕັ້ງທຽບເທົ່າກະຊວງ. ດຳລັດດັ່ງກ່າວແມ່ນແນໃສ່ສົ່ງເສີມການເຮັດວຽກຮ່ວມກັນ ແລະ ຊຸກຍູ້ການປະຕິບັດງານ ທັງເປັນການຫຼີກລ່ຽງການເຮັດວຽກຊ້ຳກັນໃນອົງກອນຂອງລັດ ແລະ ເພື່ອສົ່ງເສີມໃຫ້ແຕ່ລະຂະແໜງການຮັບຜິດຊອບຕໍ່ພາລະກິດທີ່ໄດ້ຮັບມອບໝາຍຢ່າງເຕັມສ່ວນ.ອ່ານຕໍ່ ...
ວຽງຈັນທາມສ໌