ລັດຖະບານ

ລາວຖະແຫຼງຢ່າງເປັນທາງການກ່ຽວກັບສະຖານະການຄວາມເຄັ່ງຕຶງຢູ່ຊາຍແດນກຳປູເຈຍ

ໃນຕອນເຊົ້າຂອງວັນທີ 27 ສິງຫາ ຢູ່ທີ່ກະຊວງການຕ່າງປະເທດຂອງລາວ, ທ່ານ ອານຸສິດ ຄັດຕິຍະລາດ ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ໄດ້ຈັດຖະແຫຼງຂ່າວຢ່າງເປັນທາງການກ່ຽວກັບສະຖານະການໃນພື້ນທີ່ຊາຍແດນລາວ-ກຳປູເຈຍ.“ໃນອາທິດແລ້ວນີ້ ໄດ້ມີການເຜຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງຜ່ານທາງສື່ສັງຄົມອອນໄລ ກ່ຽວກັບສະຖານະການຢູ່ຊາຍແດນລາວ-ກຳປູເຈຍ, ເຊິ່ງຝ່າຍລາວແມ່ນຢູ່ຕອນເທິງຂອງເຊລຳເພົາ ເມືອງມູນລະປະໂມກ ແຂວງຈຳປາສັກ ເຊິ່ງມີຊາຍແດນຕິດກັບເມືອງແສບ ແຂວງພະວິຫານ ປະເທດກຳປູເຈຍ.ແຈ້ງຂ່າວຢ່າງເປັນທາງການວ່າ ພື້ນທີ່ດັ່ງກ່າວຍັງມີຄວາມໝັ້ນຄົງດີ, ແລະ ທັງສອງປະເທດກໍ່ບໍ່ມີການປະທະກັນແຕ່ຢ່າງໃດ. ບໍ່ມີສະພາບຄວາມເຄັ່ງຕຶງໃດໆ ແລະ ບໍ່ໄດ້ເກີດບັນຫາໃຫຍ່ຫຼວງໃດໆ. ບໍ່ມີການປະທະກັນທາງທະຫານ ແລະ ບໍ່ມີສະພາບອື່ນໆທີ່ກ່ຽວຂ້ອງໃດໆ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/27/laos-gives-official-statement-on-cambodian-border-tension/

ລາວຍົກລະດັບຄວາມສາມາດໃຫ້ເຈົ້າໜ້າທີ່ພາສີໃນການຈັດຕັ້ງປະຕິບັດໂຄງການຜູ້ປະກອບການທຸລະກິດທີ່ຜ່ານການຮັບຮອງ

(ຂປລ) ໃນວັນທີ 26 ສິງຫານີ້ ກົມພາສີ, ກະຊວງການເງິນ ຮ່ວມກັບອົງການພາສີໂລກ (WCO) ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບການນຳໃຊ້ມາດຕະຖານຜູ້ປະກອບການທຸລະກິດທີ່ຜ່ານການຮັບຮອງ (AEO) ເພື່ອພັດທະນາຄວາມສາມາດຂອງໜ່ວຍງານຄຸ້ມຄອງພາສີຂອງ ສປປ ລາວ ໃຫ້ສາມາດກວດສອບ, ກວດກາ ແລະ ອະນຸມັດການຂໍອະນຸມັດສະຖານະ AEO ຈາກຂະແໜງເອກະຊົນໄດ້ຢ່າງມີປະສິດທະພາບ.ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການຈັດຕັ້ງປະຕິບັດໂຄງການ AEO ຈະຊ່ວຍໃນການປັບປຸງສະພາບແວດລ້ອມດ້ານການຄ້າໃນ ສປປ ລາວ ໃຫ້ດຳເນີນໄປຢ່າງເໝາະສົມ ແລະ ກົມກຽວ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47745

ກຳປູເຈຍ, ລາວ, ມຽນມາ, ຫວຽດນາມວາງແຜນການຮ່ວມມືຢ່າງໃກ້ຊິດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຈາກປະເທດກຳປູເຈຍ, ລາວ, ມຽນມາ, ຫວຽດນາມ (CLMV) ໄດ້ປະຊຸມກັນໃນອາທິດແລ້ວນີ້ ເພື່ອຫາລືຂອບການເຮັດວຽກໃໝ່ ເພື່ອແນໃສ່ຫຼຸດຜ່ອນຊ່ອງຫວ່າງດ້ານການພັດທະນາທຽບກັບບັນດາປະເທດໃນກຸ່ມອາຊຽນ ແລະ ການເລັ່ງມືໃນການລວມສູນພາກພື້ນ.ຂົງເຂດບູລິມະສິດເພື່ອການຮ່ວມມືຢ່າງໃກ້ຊິດໃນຂອບການດຳເນີນງານດັ່ງກ່າວລວມມີ: ຂະແໜງການຂົນສົ່ງ, ທ່ອງທ່ຽວ, ອຸດສາຫະກຳ, ພະລັງງານ, ເທັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ການສື່ສານ, ການຄ້າ ແລະ ການລົງທຶນ, ແລະ ການພັດທະນາຊັບພະຍອກອນມະນຸດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/cambodia-laos-myanmar-vietnam-plan-closer-cooperation-102624

ການຂາດດູນການຄ້າຂອງລາວຍັງຄົງສູງ

ວຽງຈັນ (ວຽງຈັນທາມສ໌) – ການຂາດດູນການຄ້າຂອງລາວຄາດວ່າຈະເພີ່ມຂຶ້ນເປັນ 12 ເປີເຊັນໃນປີ 2019 ເນື່ອງຈາກການນຳເຂົ້າຄາດວ່າຈະສູງກວ່າການສົ່ງອອກສິນຄ້າ, ຕາມບົດລາຍງານຫຼ້າສຸດຂອງທະນາຄານໂລກ.ການຂາດດູນການຄ້າທີ່ເພີ່ມສູງຂຶ້ນດັ່ງກ່າວ ແມ່ນມາຈາກຄວາມຕ້ອງການທີ່ສູງໃນການນຳເຂົ້າສິນຄ້າ ອັນເນື່ອງມາຈາກການລົງທຶນໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດຍັກ, ໂດຍສະເພາະແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນທີ່ກຳລັງດຳເນີນ.ອ່ານຕໍ່ ...

ສົມສັກ ພົງຂາວ

ການນຳກະຊວງຢ້ຽມຢາມໃຫ້ກຳລັງແກ່ນັກທ່ອງທ່ຽວຈີນທີ່ປະສົບອຸບັດຕິເຫດ

ວຽງຈັນ (ວຽງຈັນທາມສ໌/ANN) – ມື້ວານນີ້ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຮອງລັດຖະມົນຕີ ແລະ ເຈົ້າໜ້າທີ່ກະຊວງ ໄດ້ເດີນທາງຢ້ຽມຢາມເປັນກຳລັງໃຈໃຫ້ກ່ນັກທ່ອງທ່ຽວຊາວຈີນ ທີ່ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ຫຼັງຈາກທີ່ໄດ້ຮັບບາດເຈັບຈາກອຸບັດຕິເຫດລົດຕົກພູໃນວັນຈັນຜ່ານມາ.ຜູ້ປະສົບເຄາະຈາກອຸບັດຕິເຫດດັ່ງກ່າວແມ່ນກຳລັງປິ່ນປົວຢູ່ໂຮງໝໍສູນກາງກອງທັບປະຊາຊົນລາວ 103, ຫຼັງຈາກທີ່ລົດເມທ່ອງທ່ຽວໄດ້ປະສົບອຸບັດຕິຕົກພູ ຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/ministry-leaders-comfort-chinese-accident-victims-102437

ນາຍົກລົງຢ້ຽມຢາມແຂວງສະຫວັນນະເຂດ ແລະ ເຂດເສດຖະກິດພິເສດເພື່ອສົ່ງເສີມການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະລັດຖະບານໄດ້ເດີນທາງຢ້ຽມຢາມທ່າເຮືອບົກ ແລະ ນິຄົມອຸດສາຫະກຳແຂວງສະຫວັນນະເຂດໃນອາທິດແລ້ວນີ້ ເພື່ອຢ້ຽມຢາມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃນສະຖານອຸດສາຫະກຳດັ່ງກ່າວ.ທ່ານ ທອງລຸນໄດ້ເດີນທາງຢ້ຽມຊົມການປະຕິບັດງານຢູ່ທ່າເຮືອບົກແຂວງສະຫວັນນະເຂດ ແລະ ຫ້ອງພາສີຄົບວົງຈອນ ເພື່ອຢ້ຽມຢາມການປະຕິບັດງານຂອງເຈົ້າໜ້າທີ່ພາກສະໜາມ.ເຈົ້າໜ້າທີ່ໄດ້ລາຍງານກ່ຽວກັບແຜນທີ່ເສັ້ນທາງການຂົນສົ່ງສິນຄ້າໃນປະຈຸບັນຈາກຈີນເຖິງສິງກະໂປໂດຍຜ່ານທ່າເຮືອບົກ ຕໍ່ທ່ານນາຍົກລັດຖະມົນຕີ. ທ່າເຮືອບົກດັ່ງກ່າວໄດ້ເປີດດຳເນີນການຕິດຕຕໍ່ກັນມາເປັນເວລາສາມປີນັບແຕ່ປີ 2016.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-pm-visits-savannakhet-province-and-special-economic-zone-promote-investment-102228

ນາຍົກເນັ້ນນະໂຍບາຍ "ສາມ-ເປີດ" ຕໍ່ແຂວງສະຫວັນນະເຂດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ອຳນາດການປົກຄອງແຂວງສະຫວັນນະເຂດ ໃຫ້ເພີ່ມຄວາມພະຍາຍາມໃນການຜັນຂະຫຍາຍນະໂຍບາຍ “ສາມ-ເປີດ” ທີ່ທ່ານໄດ້ລິເລີ່ມ ເພື່ອດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າສູ່ແຂວງພາກກາງ, ເຊິ່ງເປັນໜຶ່ງໃນສູນກາງເສດຖະກິດຂອງປະເທດ.ທ່ານນາຍົກໄດ້ໃຫ້ຄຳເຫັນດັ່ງກ່າວໃນອາທິດແລ້ວນີ້ໃນລະຫວ່າງການຢ້ຽມຢາມແຂວງສະຫວັນນະເຂດ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດການຢ້ຽມຢາມແຂວງພາກກາງ ແລະ ພາກໃຕ້ ເພື່ອກວດກາການດຳເນີນງານໃນພື້ນທີ່ຕົວຈິງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/realise-%E2%80%9Cthree-open%E2%80%9D-policy-lao-pm-tells-savannakhet-102226

ລັດຖະບານອິນເດຍສະໜັບສະໜູນໂຄງການຝຶກອົບຮົມສຳລັບນັກວິຊາການລາວ

ລັດຖະບານເດຍສະໜັບສະໜູນຫຼັກສູດພະນັກງານວິຊາການ ທີ່ສູນພັດທະນາ ແລະ ຝຶກອົບຮົມທັກສະກ່ຽວກັບຊັອບແວ ລາວ-ອິນເດຍ (CESDT) ຂອງສະຖາບັນເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ເຊິ່ງເປັນສ່ວນໜຶ່ງຂອງໂຄງການມູນຄ່າ US$1.3 ລ້ານໂດລາ.ໂຄງການ CESDT ແຕ່ປີ 2017-2019 ແມ່ນພາລະກິດການຮ່ວມມືລະຫວ່າງສະຖາບັນເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (IICT) ພາຍໃຕ້ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ແລະ ສູນພັດທະນາການຄັອມພິວເຕີລະດັບສູງຂອງອິນເດຍ (C-DAC). ອ່ານຕໍ່ ...

ສຸກສະໄໝ ບຸບຜານຸວົງ

ລາວ, ຫວຽດນາມຮ່ວມມືດ້ານນິເວດວິທະຍາເຂດຮ້ອນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງວິທະຍາສາດ ແລະ ເທັກໂນໂລຢີ ຈະສືບຕໍ່ຮ່ວມມືກັບສູນຄົ້ນຄວ້າເຂດຮ້ອນຫວຽດນາມ-ຣັດເຊຍ ໃນຂົງເຂດການຄົ້ນຄວ້ານິເວດວິທະຍາເຂດຮ້ອນ ເພື່ອສົ່ງເສີມສາຍພົວພັນສາມປະເທດ.ທ່ານ ສຈ.ປອ ບໍ່ວຽງຄຳ ວົງດາຣາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເທັກໂນໂນຢີກ່າວໃນວັນຈັນຜ່ານມານີ້ວ່າ ທ່ານມີຄວາມຍິນດີທີ່ໄດ້ຕ້ອນຮັບທ່ານ ດົງ ຮົງ ຕຣຽນ ອຳນວຍການສູນຄົ້ນຄວ້າເຂດຮ້ອນຫວຽດນາມ-ຣັດເຊຍ ພ້ອມດ້ວຍຄະນະ.ທັງສອງຝ່າຍໄດ້ຕົກລົງເຮັດວຽກຮ່ວມກັນໃນຂົງເຂດນິເວດວິທະຍາ, ການປົກປ້ອງຊີວະນາໆພັນ ແລະ ສັດວິທະຍາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-vietnam-cooperate-tropical-ecology-101964

ເມືອງສາມັກຄີແຫ່ງທີສອງຂອງປະເທດໄດ້ມີການຮັບຮອງຢູ່ແຂວງບໍລິຄຳໄຊ

ເມືອງທ່າພະບາດໄດ້ຖືກປະກາດໃຫ້ເປັນເມືອງສາມັກຄີໃໝ່, ເຊິ່ງເປັນເມືອງທຳອິດຂອງແຂວງບໍລິຄຳໄຊທີ່ໄດ້ຮັບການອະນຸມັດ ແລະ ເປັນເມືອງທີ່ສອງຂອງປະເທດລາວ.ເມືອງດັ່ງກ່າວໄດ້ຮັບການແຕ່ງຕັ້ງໂດຍຄະນະກຳມະການແນວລາວສ້າງຊາດເມືອງທ່າພະບາດ ເຊິ່ງມີປະຊາຊົນ ແລະ ເຈົ້າໜ້າທີ່ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງເຊິ່ງຈັດຂຶ້ນວານນີ້.ຕາມບົດລານງາຍທາງການ ເມືອງສາມັກຄີເມືອງທຳອິດຂອງປະເທດລາວແມ່ນເມືອງເງິນ ແຂວງໄຊຍະບູລີ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

M7d5K
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!