ລັດຖະບານ

ນາຍົກລັດຖະມົນຕີຂອງລາວຢືນຢັນນະໂຍບາຍກ່ຽວກັບເຂື່ອນໄຟຟ້ານ້ຳຕົກໃນກອງປະຊຸມສະພາເສດຖະກິດໂລກວ່າດ້ວຍອາຊຽນ

ທ່ານ ທອງລຸນ ສີສຸລິດ ນາຍົກລາວໄດ້ກ່າວຢືນຢັນຕໍ່ຄະນະຜູ້ແທນຈາກພາກພື້ນອາຊຽນ ແລະ ທົ່ວໂລກ ທີ່ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມໃນວັນພຸດນີ້ວ່າ ຊ່ຽວຊານຈາກສາກົນຍັງຄົງສືບຕໍ່ພາລະກິດການສືບສວນສອບສວນຄຽງຄູ່ກັບເຈົ້າໜ້າທີ່ລາວ ກ່ຽວກັບສາເຫດການພັງຂອງສັນເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ໃນວັນທີ 23 ກໍລະກົດ ທີ່ແຂວງອັດຕະປື.ອ່ານຕໍ່ ...

ເດິລາວທຽນທາມສ໌

ລາວ, ກຳປູເຈຍຕົກລົງຖອນທະຫານອອກຈາກພື້ນທີ່ຊາຍແດນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍໄດ້ຕົກລົງກັນທີ່ນະຄອນຮ່າໂນ້ຍ ຫວຽດນາມໃນມື້ນີ້ ກ່ຽວກັບການຖອນທະຫານອອກຈາກພຶ້ນທີ່ທີ່ມີຂໍ້ຂັດແຍ່ງ ເຊິ່ງຕັ້ງຢູ່ລະຫວ່າງແຂວງອັດຕະປືຂອງລາວ ແລະ ແຂວງສະຕັງເຕຣັງຂອງກຳປູເຈຍຢ່າງເປັນທາງການ.ອ່ານຕໍ່ ...

ສຸກນິລັນດອນ ສຸທິວົງໜໍ່ລາດ

ພິພິດຕະພັນລາວ ແລະ ຈີນເສີມຂະຫຍາຍການຮ່ວມມື

(ຂປລ) ພິພິດຕະພັນແຫ່ງຊາດລາວລົງນາມໃນຂໍ້ຕົກລົງກັບພິພິດຕະພັນໜານໜິງແຫ່ງສາທາລະນະລັດປະຊາຊົນຈີນເພື່ອຮັດແໜ້ນການຮ່ວມມື.ອ່ານຕໍ່ ...

ຂປລ

ກອງປະຊຸມສະພາເສດຖະກິດໂລກ: ທ່ານນາຍົກທອງລຸນສະເໜີສິ່ງທ້າທາຍໃນການປະຕິວັດອຸດສາຫະກຳ 4.0

(ຂປລ) ຕໍ່ທີ່ປະຊຸມສະພາເສດຖະກິດໂລກອາຊຽນຄັ້ງທີ 27 ທີ່ນະຄອນຫຼວງຮ່າໂນ້ຍປະເທດຫວຽດນາມ ຄັ້ງວັນທີ 12 ກັນຍາ, ທ່ານ ທອງລຸນ ສີສຸລິດ ໄດ້ຍົກສິ່ງທ້າທາຍ ແລະ ໂອກາດໃນຍຸກແຫ່ງການປະຕິວັດອຸດສາຫະກຳ 4.0 ທີ່ປະເທດລາວ ແລະ ປະເທດສະມາຊິກອາຊຽນຜະເຊີນ ພ້ອມທັງການກະກຽມຄວາມພ້ອມຂອງລາວໃນການຮັບມືກັບສິ່ງທ້າທາຍດັ່ງກ່າວໃນຊຸມປີທີ່ຈະມາເຖິງ.ອ່ານຕໍ່ ...

ຂປລ

ກອງປະຊຸມສະພາເສດຖະກິດໂລກ: ນາຍົກຮຽກຮ້ອງຄວາມພະຍາຍາມຮ່ວມແຮງຮ່ວມໃຈໃນການພັດທະນາອາຊຽນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນລາວໄດ້ກ່າວຕໍ່ທີ່ປະຊຸມສະພາເສດຖະກິດໂລກຄັ້ງທີ 27 ວານນີ້ວ່າ ບັນດາປະເທດສະມາຊິກອາຊຽນຕ້ອງຮ່ວມແຮງຮ່ວມໃຈກັນໃນການພັດທະນາ 10 ປະເທດສະມາຊິກ ແລະ ຄວາມເປັນເອກະພາບ ແລະ ລວມສູນເພື່ອຜ່ານຜ່າສິ່ງທ້າທາຍຂອງພາກພື້ນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລາວ, ຫວຽດນາມສືບຕໍ່ການຮ່ວມມືດ້ານຄວາມສາມັກຄີປອງດອງແຫ່ງຊາດ

ລາວ ແລະ ຫວຽດນາມຢືນຢັນສືບຕໍ່ການຮ່ວມມືໃນການຮັກສາຄວາມປອງດອງແຫ່ງຊາດ ແລະ ການພັດທະນາດ້ວຍການແບ່ງປັນຂໍ້ມູນ ແລະ ປະສົບການ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນາຍົກຈະເຂົ້າຮ່ວມກອງປະຊຸມເສດຖະກິດໂລກທີ່ຫວຽດນາມ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຈະນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເສດຖະກິດໂລກກ່ຽວກັບອາຊຽນ ເຊິ່ງຈະຈັດຂຶ້ນໃນວັນທີ 11-13 ກັນຍາ ທີ່ນະຄອນຮ່າໂນ້ຍ ປະເທດຫວຽດນາມ ຕາມການແຈ້ງການຂອງກະຊວງການຕ່າງປະເທດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລັດຖະບານລາວສະແດງຄວາມເຫັນໃຈຕໍ່ມຽນມາ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ສົ່ງສານສະແດງຄວາມເຫັນໃຈຕໍ່ພະນະທ່ານ ອ໋ອງຊາງຊູຈີ ແຫ່ງສະຫະພາບມຽນມາ ເນື່ອງໃນເຫດຝາຍກັ້ນນ້ຳແຕກໃນເຂດບາໂກ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ການຮ່ວມມືຝຣັ່ງຍັງຄົງກ່ຽວຂ້ອງເລິກເຊິ່ງກັບຫ້ອງຮຽນສອງພາສາໃນການເວົ້າພາສາຝຣັ່ງ

(ຂປລ) ພັກແລ້ງປີ 2018 ຈະມີບັນຍາກາດທີ່ຄຶກຄັກສຳລັບຄູ ແລະ ນັກຮຽນຈຳນວນ 10 ຄົນໃນຂະແໜງການສອນພາສາເພື່ອການເວົ້າພາສາຝຣັ່ງ ເຊິ່ງລວມມີການນຳໃຊ້ພາບເຄື່ອນໄຫວ, ການພົບປະ, ການຝຶກອົບຮົມ ແລະ ການເດີນທາງຢ້ຽມຢາມປະເທດຝຣັ່ງ ເຊິ່ງໄດ້ຮັນທຶນແລກປ່ຽນການສຶກສາດ້ານພາສາຈາກສະຖານທູດຝຣັ່ງ.ອ່ານຕໍ່ ...

ຂປລ

ລັດຖະບານມອບຫຼຽນກາມິດຕະພາບໃຫ້ແກ່ເອກອັກຄະລັດຖະທູດຝຣັ່ງ

ລັດຖະບານມອບຫຼຽນກາມິດຕະພາບໃຫ້ແກ່ທ່ານນາງ ຄຣໍດິນ ເລີດຸກຊ໌ ເອກອັກຄະລັດຖະທູດຝຣັ່ງທີ່ກຳລັງຈະໝົດວາລະການປະຕິບັດງານໃນລາວ ເພື່ອລະລຶກເຖິງຜົນງານໃນພາລະກິດຂອງທ່ານໃນລາວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

j5Jtb
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!